ຄອບຄົວຜູ້ຖືກຈັບຍື່ນ ຄຳຮ້ອງ ໃຫ້ປ່ອຍຕົວ

ອຸ່ນແກ້ວ ສຸກສະຫວັນ
2020.03.20
F-Xiengda ຣົດຈົກດິນ ທີ່ເຂົ້າໄປບຸກເບີກພື້ນທີ່ ຂອງຊາວບ້ານທີ່ຍັງຄ້າງຄາ ເຈຣະຈາກັນບໍ່ທັນແລ້ວ ເຣື້ອງຄ່າຊົດເຊີຍ ແຕ່ ທາງໂຄງການ ແລະ ເຈົ້າໜ້າທີ່ ບໍ່ຟັງ ສຽງຮ້ອງໂຮ ໄດ້ແຕ່ຂຸດກັບຈົກ
ນັກຂ່າວພົລເມືອງ

ຄອບຄົວຂອງ ທ້າວ ໂບ່ຍ ແລະ ນາງ ແກ້ວ ຊາວບ້ານຊຽງດາ ທີ່ຖືກຈັບໃນກໍຣະນີ ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ກຳລັງປະກອບເອກກະສານ ຍື່ນຄຳຮ້ອງໃຫ້ເຈົ້າໜ້າທີ່ຕຳຣວດປ່ອຍຕົວຜູ້ກ່ຽວ ທັງສອງຄົນ. ຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ມີນາ ວ່າ:

"ຂະເຈົ້າເອົາໄປສຶກສາອົບຮົມ ມື້ນີ້ແຫຼະ ບາງເທື່ອກະຊິປ່ອຍອອກແລ້ວ ຂະເຈົ້າມາຢືນຢັນຮັບປະກັນແລ້ວ ຊິປ່ອຍອອກ ພີ່ນ້ອງຂະເຈົ້າມາ ນັ່ງ ບໍ່ເປັນຫຍັງດອກ ເຂົາຊິປ່ອຍແຫຼະ ຂະເຈົ້າໃຫ້ພີ່ນ້ອງມາຢັ້ງຢືນຊື່ໆ ແລະ ເຂົາກະຊິປ່ອຍ ແຫຼະ."

ທ້າວໂບ່ຍ ແລະ ນາງແກ້ວ ຖືກເຈົ້າໜ້າທີ່ຕໍາຣວດເມືອງໄຊເສດຖາ ຈັບຕົວໃນວັນທີ 17 ແລະ 18 ມີນາ ຕາມລຳດັບຫລັງຈາກໄດ້ລົງຮູບ ພາບຕອນຖຽງ ກັບເຈົ້າໜ້າທີ່ຕຳຣວດ ແລະເຈົ້າໜ້າທີ່ໂຄງການສ້າງມະຫາວິທຍາໄລ ວິທຍາສາດ ສຸຂພາບໃນວັນທີ 16 ມີນາ ລົງເຜີຍແຜ່ ທາງເຟສບຸກ.

ຄອບຄົວຂອງ ນາງ ແກ້ວ ໄປຍື່ນຄຳຮ້ອງຂໍໃຫ້ເຈົ້າໜ້າທີ່ ຕຳຣວດປ່ອຍຕົວ, ດັ່ງສະມາຊິກຄົນໃນຄອບຄົວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ມີນາ ວ່າ:

"ແມ່ນແລ້ວກຳລັງແລ່ນເອົາລູກອອກ ເພິ່ນກະວ່າ ເພິ່ນເອົາໄປ ເພິ່ນກະວ່າ ໄປເພາະວ່າ ນາງ ແກ້ວ ໄປຕໍ່ຕ້ານ ບໍ່ຍອມຮ່ວມໄມ້ຮ່ວມມື ເພິ່ນກະເອົາໄປອົບຮົມ ແບບຢ້ານວ່າ ລາວຈະແລ່ນໃສ່ລົດ ປົກປ້ອງແບບນັ້ນ ເພິ່ນວ່ານະ."

ຄອບຄົວຂອງນາງແກ້ວ ຈຳເປັນຕ້ອງຮັບເອົາຄ່າຊົດເຊີຍ, ດັ່ງນາງ ກ່າວວ່າ:

"ຍອມຮັບເອົາການຊົດເຊີຍ ຂອງເພິ່ນ ເພິ່ນກະຈັດສັນດິນໃຫ້ຢູ່ ເພາະວ່າ ທຸກເດ້ ແມ່ກະເລີ່ຍໄປຂໍເພິ່ນວ່າ ລູກຫລາຍຄົນ ສົມມາພາຄວນ ຫັ້ນແຫຼະ ລູກກະ 7-8 ຄົນ ເດ້ ຊັ້ນນະ ຄອບຄົວແມ່ທຸກ ເພາະວ່າ ດິນຄອບຄົວ ແມ່ນີ້ຖືກຜົນກະທົບ ຫຼາຍ ລອງແທງແນ່ ແລ້ວກະ ຫລວງນ້ຳທາແນ່."

ນອກຈາກນີ້ ຄອບຄົວຂອງ ທ້າວ ໂປ້ຍ ກໍຍື່ນຄຳຮອງໃຫ້ເຈົ້າໜ້າທີ່ຕຳຣວດປ່ອຍຕົວເຊັ່ນດຽວກັນ. ເອເຊັຽເສີຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ຕຳຣວດ ປກສ ເມືອງໄຊເສດຖາ ແຕ່ເຈົ້າໜ້າທີ່ ບໍ່ສະດວກທີ່ຈະໃຫ້ຄວາມເຫັນ.

ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຊຽງດາ ລະຫວ່າງຊາວບ້ານ ກັບ ເຈົ້າໜ້າທີ່ໂຄງການ ມະຫາວິທຍາໄລ ວິທຍາສາດການແພດ, ສູນອາຫານ ແລະ ຢາ, ແລະ ໂຮງໝໍ 400 ຕຽງ ເກີດຂຶ້ນ ໃນຂະນະທີ່ເຈົ້າໜ້າທີ່ ເຂົ້າມາບຸກເບີກເນື້ອທີ່ດິນ ແຕ່ ຊາວບ້ານ ຜູ້ທີ່ອ້າງວ່າ ເປັນເຈົ້າຂອງທີ່ດິນ ບໍ່ຍິນຍອມ ຍ້ອນວ່າ ຊາວບ້ານຕ້ອງຄ່າຊົດເຊີຍ ທີ່ເປັນທັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.