ນ.ແກ້ວໄດ້ອອກຄຸກ ທ.ໂບ່ຍ ຍັງຢູ່ຄຸກ
2020.06.08

ຍານາງ ແກ້ວ ນຶ່ງ ໃນຊາວບ້ານ ທີ່ ຖືກເຈົ້າໜ້າທີ່ຕຳຣວດ ເມືອງໄຊເສດຖາ ຈັບໂຕ ກໍຣະນີ ຂັດແຍ່ງ ທີ່ດິນ ຢູ່ ບ້ານຊຽງດາ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຖືກປ່ອຍໂຕອອກ ອອກມາຢູ່ກັບ ຄອບຄົວ ເປັນເວລາເດືອນປາຍແລ້ວ. ພາຍຫລັງທີ່ຄອບຄົວ ໄດ້ຕັດສີນໃຈເອົາດິນ ໃຫ້ທາງການ ແລະ ຮັບເອົາການຊົດເຊີຍ ເປັນທີ່ດິນຈຳນວນນຶ່ງ. ດັ່ງ ສະມາຊິກ ໃນຄອບຄົວ ຂອງ ຍານາງແກ້ວ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 08 ມິຖຸນາ.
"ອອກມາແຕ່ດົນແລ້ວ ອອກໄດ້ປະມານໝ້ອງເດືອນປາຍແລ້ວ ເດ້ ປົກກະຕິຢູ່ ລາວກະຢູ່ຫັ້ນແຫຼະ ມອບໃຫ້ເພີ່ນແລ້ວເດ້ ເພິ່ນກະຈັດສັນ ທີ່ດິນ ໃຫ້ເຮົາເພິ່ນໃຫ້ດິນ 500 ຕາແມັດ ເອົາແລ້ວ 73 ລ້ານກີບ."
ສະມາຊິກຄອບຄົວໄດ້ກ່າວຕື່ມວ່າ ກ່ອນຈະປ່ອຍ ຍານາງແກ້ວ ອອກມາທາງເຈົ້າໜ້າທີ່ ໄດ້ມີການສຶກສາອົບຮົມ ແລະບໍ່ໄດ້ເສັຽຄ່າປະກັນໂຕ ແຕ່ຢ່າງໃດ. ສ່ວນ ທ້າວ ໂບ່ຍ ຊາວບ້ານອີກຄົນນຶ່ງ ໄດ້ຖືກ ຄວບຄຸມໂຕຢູ່ນັ້ນ ຫລ້າສຸດຍັງຖືກຄຸມຂັງຢູ່ ກອງບັນຊາການ ປກສ ເມືອງ ໄຊເສດຖາ ຢູ່. ປັດຈຸບັນທາງຄອບຄົວ ກໍໄດ້ຮັບອະນຸຍາດໃຫ້ເຂົ້າໄປຢ້ຽມ ແລະ ສົ່ງອາຫານ ໃຫ້ ປົກກະຕິ. ດັ່ງສະມາຊິກຄອບຄົວ ທ້າວ ໂບ່ຍ ໄດ້ກ່າວວ່າ:
"ໂອອັນນີ້ມັນບໍ່ຮູ້ເດີ້ ອັນນີ້ເດີ້ ເພິ່ນບໍ່ໄດ້ແຈ້ງເຂົ້າມາເທື່ອ ເອີ ກະແມ່ນພີ່ນ້ອງຂະເຈົ້າຫັ້ນແຫຼະ ກະຄືວ່າຢູ່ກອງຄະດີ."
ທ່ານເວົ້າຕື່ມວ່າປັດຈຸບັນທາງຄອບຄົວ ກຳລັງລໍຖ້າຟັງຂ່າວຈາກ ເຈົ້າໜ້າທີ່ຕຳຣວດ ແຕ່ຖ້າ ເປັນໄປໄດ້ທາງຄອບຄົວ ຢາກຂໍຄວາມເປັນທັມ ປ່ອຍໂຕທ້າວໂບ່ຍ ກັບຄືນສູ່ຄອບຄົວ.
ຕໍ່ກັບກໍຣະນີດັ່ງກ່າວ ນັກຂ່າວເອເຊັຽເສຣີ ໄດ້ສອບຖາມໄປຍັງກອງບັນຊາການ ປກສ ເມືອງໄຊເສດຖາ ເພື່ອຖາມຄວາມຄືບໜ້າ ຂອງການ ດຳເນີນຄະດີ ທ້າວ ໂບ່ຍ ແຕ່ເຈົ້າໜ້າທີ່ບໍ່ສະດວກໃຫ້ຂໍ້ມູນ ຕໍ່ເຣື່ອງ ດັ່ງກ່າວ.
ກ່ອນໜ້ານີ້ເຈົ້າໜ້າທີ່ ປະຈຳໂຄງການດັ່ງກ່າວໄດ້ຊີ້ແຈງຕໍ່ ເອເຊັຽເສຣີ ວ່າທີ່ດິນຕອນດັ່ງກ່າວ ທີ່ຖືກຊາວບ້ານ ຄອບຄອງຢູ່ນັ້ນ ເປັນດິນປ່າ ສງວນແຫ່ຊາດ ແລະ ປ່າສງວນດົງໂພສີ ຫລັງຈາກນັ້ນ ຣັຖບານໄດ້ ຫັນເປັນດິນປຸກສ້າງ ເພື່ອມອບໃຫ້ ກະຊວງສາທາຣະນະສຸກ ໃຫ້ປຸກ ສ້າງໂຮງໝໍ ໂຮງຮຽນ ແລະ ອື່ນໆ.
ທ້າວ ໂບ່ຍ ແລະຍານາງແກ້ວ ຖືກເຈົ້າໜ້າທີ່ຕຳຣວດ ເມືອງໄຊເສດຖາ ຈັບໂຕໃນວັນທີ 16 ມິນາ 2020 ໃນຂໍ້ຫາຂັດຂວາງການປະຕິບັດ ໜ້າທີ່ຂອງເຈົ້າໜ້າທີ່ເຊິ່ງ ທັງສອງຄົນໄດ້ຖຽງ ກັບເຈົ້າໜ້າທີ່ ໂຄງການ ມະຫາວິທຍາລັຍ ວິທຍາສາດສຸຂພາບ ແລະໂຮງໝໍ 400 ຕຽງ ຍ້ອນ ບໍ່ພໍໃຈທີ່ເຈົ້າໜ້າທີ່ ມາບຸກລຸກທີ່ດິນ ຂອງຄອບຄົວ ເພາະຍັງບໍ່ທັຍໄດ້ຕົກລົງ ເງື່ອນໄຂ ຄ່າຊົດເຊີຍ.
ຫລັງຈາກທັງສອງຄົນຖືກຈັບໄປ ທາງຄອບຄົວກໍໄດ້ປະກອບເອກະສານ ເພື່ອຂໍປະກັນໂຕ ແຕ່ປັດຈຸບັນປ່ອຍ ອອກມາ 01 ຄົນ.
ຜ່ານມາດິນຕອນດັ່ງກ່າວ ເປັນດິນຂອງສະຫະກອນ ຕັ້ງແຕ່ປີ 1979 ຫາ 1980 ຫລັງຈາກນັ້ນ ສະຫະກອນຍຸບໄປແລ້ວ ຊາວບ້ານຈຶ່ງແບ່ງ ກັນຄຸ້ມຄອງກັນເອັງ ໂດຍເຈົ້າໜ້າທີ່ ບໍ່ໄດ້ອອກ ໃບຕາດິນຂອບທອງ ໃຫ້ພຽງແຕ່ໃຫ້ຊາວບ້ານໃຊ້ ແລະ ຊາວບ້ານ ກໍໄດ້ເສັຍພາສີ ທີ່ດິນ ທຸກປີ.
ຕົກມາປີ 2020 ທາງການຈື່ງເຣີ້ມແຜນນໍາໃຊ້ທີ່ດິນ ບໍຣິເວັນດັ່ງກ່າວຄືນ ເພື່ອສ້າງ ມະຫາວິທຍາລັຍ ເພື່ອສຸຂພາບ ສູນອາຫານ ແລະ ຢາ ແລະໂຮງໝໍ 400 ຕຽງ. ປັດຈຸບັນມີ ປະມານ 50 ປາຍຄອບຄົວ ທີ່ຕ້ອງໄດ້ໂຍກຍ້າຍ ອອກແຕ່ມີປະມານ 20 ປາຍຄອບຄົວ ທີ່ບໍ່ຍອມຮັບ ເອົາຄ່າຊົດເຊີຍ ເນື່ອງຈາກຄ່າຊົດເຊີຍ ທີ່ດິນ ແລະ ສີ່ງປຸກສ້າງຕໍ່າເກີນໄປ.