ນັດຍື່ນຄຳຮ້ອງ ໜັງສືຜ່ານແດນ ທາງອ໋ອນລາຍນ໌, ແຕ່ບັນຫາຍັງບໍ່ຈົບ
2023.02.21
ປັດຈຸບັນກົມກົງສຸນ ກະຊວງການຕ່າງປະເທດ ໄດ້ເຣີ່ມເປີດໃຫ້ປະຊາຊົນ ສາມາດຈອງມື້ ນັດຍື່ນເອກະສານຄຳຮ້ອງ ຂໍເຮັດຫນັງສືຜ່ານແດນ ແບບອ໋ອນລາຍນ໌ ໄດ້ແລ້ວໂດຍເຣີ່ມເປີດໃນວັນທີ 20 ກຸມພາ 2023 ຜ່ານມານີ້ ຊຶ່ງຮັບຕໍ່ມື້ພຽງ 300 ຄົນເທົ່ານັ້ນ ແລະ ຈະເປີດໃຫ້ຈອງ ມື້ນັດສຳພາດໄດ້ອີກເທື່ອນຶ່ງໃນວັນທີ 06 ມີນາ 2023 ເປັນຕົ້ນໄປຜ່ານເວັບໄຊຕ໌ ຂອງກົມກົງສຸນ ກະຊວງການຕ່າງປະເທດ. ການເປີດຈອງອ໋ອນລາຍນ໌ນີ້ ສາມາດເຮັດໄດ້ພຽງແຕ່ ນະຄອນຫລວງວຽງຈັນ ເທົ່ານັ້ນ ສ່ວນແຂວງອື່ນ ຍັງບໍ່ເປີດເທື່ອ.
ດັ່ງເຈົ້າຫນ້າທີ່ ກະຊວງການຕ່າງປະເທດ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແຫນ່ງ ກ່າວໃນວັນທີ 21 ກຸມພານີ້ວ່າ:
“ນະຄອນຫລວງວຽງຈັນກ່ອນ ເຮົາຍັງບໍ່ທັນຂຍາຍເຮົາເຣີ່ມສະມັກອ໋ອນລາຍນ໌ ມື້ວານນີ້ເນາະແຕ່ວ່າຄີວທີ່ເຂົ້າມາສຳພາດ ແມ່ນສະມັກວັນທີ 6 ເປັນຕົ້ນໄປຄັນຖ້າວ່າ ສະມັກຈະມາສຳພາດ ຫລຸດວັນທີ 6 ມາແມ່ນບໍ່ໄດ້ ຄົນທີ່ຢູ່ຕ່າງແຂວງ ແມ່ນໃຫ້ໄປສູນຮັບຄຳຮ້ອງ ໃກ້ທີ່ສຸດບໍ່ສາມາດ ມາສຳພາດຢູ່ວຽງໄດ້.”
ທ່ານກ່າວຕື່ມວ່າ ຄົນທີ່ຕ້ອງການຈອງ ມື້ນັດຍື່ນເອກະສານຄຳຮ້ອງ ຂໍເຮັດຫນັງສືຜ່ານແດນ ແລ້ວພົບວ່າເຕັມລະບົບ ກໍຈະເຕືອນດ້ວຍຂໍ້ຄວາມທັນທີ ແລະ ຜູ້ສະມັກສາມາດຈອງ ເປັນວັນອື່ນທີ່ບໍ່ເຕັມໄດ້.
ພາຍຫລັງເຮັດການຈອງ ມື້ນັດແລ້ວ ບັນດາຜູ້ສະມັກຕ້ອງຖ່າຍຮູບ ຫລືພິມໃບນັດທີ່ມີ QR Code ເພື່ອເອົາມາຍື່ນ ພ້ອມກັບເອກະສານຕາມເງື່ອນໄຂ ຂອງການຂໍເຮັດຫນັງສື ຜ່ານແດນຢ່າງຖືກຕ້ອງ ຄົບຖ້ວນຢູ່ກົມກົງສຸນ ໃນມື້ທີ່ຈອງໄວ້.
ສ່ວນກໍຣະນີ ທີ່ບໍ່ສາມາດຍື່ນໄດ້ ຕາມທີ່ນັດຫມາຽຜູ້ສະມັກ ຈະຕ້ອງສະຣະສິດ ແລະ ຕ້ອງເຂົ້າລະບົບທຳການຈອງຄີວໃຫມ່ ໃນຄັ້ງຕໍ່ໄປໄດ້.
ເຈົ້າຫນ້າທີ່ ຜແນກການຕ່າງປະເທດ ໃນແຂວງໄຊຍະບູຣີ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແຫນ່ງກ່າວວ່າປັດຈຸບັນທາງແຂວງໄຊຍະບູຣີ ກໍຍັງບໍ່ເປີດໃຫ້ຈອງອ໋ອນລາຍນ໌ ເທື່ອຊຶ່ງຜູ້ທີ່ຕ້ອງການຍື່ນຄຳຮ້ອງ ເຮັດຫນັງສືຜ່ານແດນ ຍັງຕ້ອງເຂົ້າມາເຮັດຢູ່ຫ້ອງການ ຄືເກົ່າໃນແຂວງໄຊຍະບູຣີ ແລະຖ້າມີການເປີດອ໋ອນລາຍນ໌ ຕ່າງແຂວງທາງກົມກົງສຸນ ກະຊວງການຕ່າງປະເທດ ຈະແຈ້ງການອອກແນ່ນອນ.
“ເພິ່ນບໍ່ທັນເປີດນໍາໃຊ້ຫັ້ນນ່າ ຍັງເຮັດປົກກະຕິຄືເກົ່າ ຄັນວ່າເພິ່ນຂຍາຍ ເພິ່ນກໍຈະແຈ້ງເນາະ.”
ກ່ຽວກັບເຣື່ອງນີ້ ຊາວລາວຫລາຍຄົນກໍຮູ້ສຶກດີໃຈ ທີ່ທາງການລາວມີການເປີດຈອງ ອ໋ອນລາຍນ໌ ໃນການນັດຍື່ນເອກະສານ ຄຳຮ້ອງຂໍເຮັດຫນັງສືຜ່ານແດນ ແລະຈອງມື້ນັດສຳພາດໄດ້ ຊຶ່ງກໍເປັນເຣື່ອງທີ່ຈະສະດວກຫລາຍຂຶ້ນ ສຳລັບຄົນທີ່ຢູ່ໃນນະຄອນຫລວງວຽງຈັນ ແລະແຂວງໃກ້ຄຽງທີ່ບໍ່ຕ້ອງໄປຢືນ ຕໍ່ຄີວດົນຖ້າຫາກເປັນໄປໄດ້ ກໍຢາກໃຫ້ມິການຂຍາຍ ໄປຕ່າງແຂວງນຳດ້ວຍ.
ດັ່ງຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:
“ກໍມີຜົນສະດວກຫລາຍ ອັນຫັ້ນແຫລະມັນກໍຫາງ່າຍ ໄປຢ່າງນຶ່ງເດ້ມັນບໍ່ມີບັດຄີວ ແລ້ວເດ້ດຽວນີ້ຫັ້ນນ່າຢາກໃຫ້ເຂົາຂຍາຍ ໄປທຸກແຂວງຫັ້ນແຫລະ ກໍຢາກໃຫ້ທຸກແຂວງຫັ້ນ ກໍຢາກໃຫ້ມີຫັ້ນແຫລະ.”
ຊາວລາວ ໃນແຂວງສວັນນະເຂດ ທ່ານນຶ່ງກໍກ່າວວ່າ ເຫັນເພິ່ນຖແລງຂ່າວ ແຕ່ແຂວງສວັນນະເຂດ ຍັງບໍ່ມີຈອງຜ່ານອ໋ອນລາຍນ໌ເທື່ອ ແຕ່ຖ້າຫາກທາງການເຮັດໄດ້ ທຸກແຂວງແນວນັ້ນ ມັນກໍສະດວກຫລາຍຂຶ້ນ ກ່ວາເກົ່າ ບໍ່ວ່າຢູ່ໃສກໍສາມາດຈອງນັດມື້ ເຮັດຫນັງສືຜ່ານແດນໄດ້ງ່າຍ.
“ເຮັດໄດ້ແນວນັ້ນ ກະດີສຳລັບປະຊາຊົນເນາະ ເພື່ອມັນສະດວກສະບາຍ ຢູ່ໃສກາຈອງຄີວຍື່ນ ພາສປອດໄດ້ຊິນ່າ.”
ຊາວລາວ ໃນແຂວງໄຊຍະບູຣີ ກ່າວວ່າປັດຈຸບັນນີ້ ທາງພາກເຫນືອທີ່ມີສູນ ຍື່ນເຮັດຫນັງສືເດີນທາງ ກໍຍັງບໍ່ມີການຈອງນັດມື້ ເຮັດຫນັງສືເດີນທາງຜ່ານທາງ ອ໋ອນລາຍເທື່ອ ຍັງເຮັດແບບປົກກະຕິ ຜ່ານມາໂດຍທີ່ຄົນທາງ ພາກເຫນືອ ກໍຕ້ອງໄປເຮັດຢູ່ແຂວງໃກ້ທີ່ສຸດ ບໍ່ຕ່າງຈາກພາກໃຕ້ ແລະນະຄອນຫລວງວຽງຈັນ.
“ອັນນີ້ຕາມທີ່ວ່າຄົນທາງເຫນືອເນາະເພິ່ນໃຫ້ເຮັດຢູ່ພາກເຫນືອວ່າຊັ້ນສາຢູ່ພາກໃຕ້ກໍໄປເຮັດຢູ່ພາກໃຕ້ພາກກາງກໍໃຫ້ເຮັດຢູ່ນະຄອນຫລວງໄຊຍະບູຣີນີ້ເຂົາກໍປະກອບເອກະສານຢູ່ໄຊຍະ ໄປເຊັນຢູ່ບ້ານໄປເຊັນຫຍັງຕ່າງ ໆ ເພິ່ນຈະນັດມື້ນເນາະມາສຳພາດມາອີ່ຫນັງຫັ້ນນ່າຂໍ້ມູນຕ່າງ ໆ ຫັ້ນແຫລະ.”
ກ່ອນຫນ້ານີ້ໃນປີ 2022 ຕົ້ນເດືອນມິຖຸນາ ເຄີຍເກີດປະກົດການ ຊາວລາວຫລາຍແຂວງ ພາກັນໄປຕໍ່ຄີວຢູ່ກົມກົງສຸນ ກະຊວງການຕ່າງປະເທດ ເພື່ອໄປເຮັດຫນັງສືເດີນທາງກັນ ຈຳນວນຫລວງຫລາຍໃນແຕ່ລະມື້ ໂດຍມີສະພາບແອອັດບາງຄົນ ມາຈາກຕ່າງແຂວງ ຕ້ອງໄດ້ມາກາງມຸ້ງນອນລໍຖ້າຄີວ ແຕ່ທາງການລາວ ໄດ້ແກ້ໄຂບັນຫາສະເພາະຫນ້າ ໂດຍມື້ນຶ່ງເປີດຮັບຄຳຮ້ອງ ເຮັດຫນັງສືເດິນທາງ ໄດ້ບໍ່ເກີນ 500 ຄົນ ແລະເຈົ້າຫນ້າທີ່ຕ້ອງເຮັດວຽກເກີນໂມງ ແຕ່ກໍຍັງບໍ່ສາມາດແກ້ໄຂບັນຫາ ຊັກຊ້າໄດ້. ຈົນທາງການຕ້ອງເປີດຮັບຄຳຮ້ອງ ເຮັດຫນັງສືເດີນທາງເພີ່ມ 6 ແຂວງເພື່ອຫລຸດບັນຫາ ແອອັດ ຄືແຂວງອຸດົມໄຊ, ແຂວງໄຊຍະບູຣີ, ແຂວງຊຽງຂວາງ, ແຂວງຄຳມວນ, ແຂວງສວັນນະເຂດ, ແຂວງຈຳປາສັກ, ແຕ່ປື້ມຫນັງສືຜ່ານແດນ ພັດສາມາດອອກໄດ້ພຽງແຫ່ງດຽວ ຄືກົມກົງສຸນ ກະຊວງການຕ່າງປະເທດ ຈຶ່ງຍັງຊັກຊ້າ. ບັນຫາການອອກປື້ມຜ່ານແດນ ໄດ້ພຽງແຫ່ງດຽວນີ້ ຈຶ່ງເຮັດໃຫ້ມີນາຍຫນ້າ ຮ່ວມກັບເຈົ້າຫນ້າທີ່ ຣັຖພາຍໃນສວຍໂອກາດ ຮັບລັດຄີວເຮັດຫນັງສືຜ່ານແດນ ໂດຍຮຽກເກັບໃນລາຄາສູງເກີນເຫດ ແລະເຮັດໃຫ້ຄົນທີ່ມາຍື່ນຄຳຮ້ອງ ເຮັດຫນັງສືຜ່ານແດນຕາມຂັ້ນຕອນໄດ້ ຫນັງສືລ້າຊ້າກ່ວາເກົ່າ ຊຶ່ງລໍຖ້າເປັນເດືອນກໍມີ ຍ້ອນຖືກລັດຄີວ.
ຫລ້າສຸດບັນຫານາຍຫນ້າ ຮັບລັດຄີວນີ້ ກົມກົງສຸນ ກະຊວງການຕ່າງປະເທດ ກໍໄດ້ອອກມາຖແລງຂ່າວຮັບປາກກັບປະຊາຊົນວ່າ ຈະເຂັ້ມງວດ ແລະກວດກາຕື່ມ ຫາກພົບພະນັກງານຮ່ວມມື ກັບນາຍຫນ້າລັດຄີວ ເຮັດຫນັງສືເດີນທາງ ຈະຖືກລົງໂທດ ຕາມລະບຽບວິໄນ ທັນທີ.