ຄ່າເຮັດ Passport ປັບຂຶ້ນຕາມອັດຕາ ເງິນໂດລ້າຣ໌
2024.04.04

ໃນວັນທີ 1 ເມສາ 2024 ທີ່ຜ່ານມາ ກົມການເງິນ ກະຊວງການຕ່າງປະເທດ ໄດ້ອອກໜັງສື ແຈ້ງການເລກທີ 1008/ຕປທ.ກງ ເລຶ້ອງການນໍາໃຊ້ ອັດຕາແລກປ່ຽນ ຈາກສະກຸນເງິນໂດລ້າ ສະຫະລັດ ມາເປັນສະກຸນເງິນກີບ ໃນການເກັບຄ່າທໍານຽມ ແລະ ຄ່າບໍລິການ ໃນການອອກໜັງສືຜ່ານແດນໃໝ່ (Passport) ໂດຍອີງຕາມອັດຕາແລກປ່ຽນ ຂອງທະນາຄານກາງ ໃນວັນທີ 1 ເມສາ 2024 ເຊິ່ງ 1 ໂດລ້າຣ໌ສະຫະລັດ ເທົ່າກັບ 21,080 ກີບ ແຕ່ກົມການເງິນ ກະຊວງການຕ່າງປະເທດ ໄດ້ຜັນຂະຫຍາຍຈາກ ເລກເສດປັບເປັນເລກຖ້ວນຄື ປັບລົງ ເປັນ 21,050 ກີບ ຕໍ່ 1 ໂດລ້າຣ໌ສະຫະລັດ ເພື່ອໃຫ້ປະຊາຊົນລາວ ສະດວກໃນການຊຳລະເງິນ ໂດຍໄດ້ມີຜົນບັງຄັບໃຊ້ແລ້ວ ນັບແຕ່ວັນທີ 2 ຫາ 30 ເມສາ 2024 ສ່ວນຫລັງຈາກນັ້ນ ແມ່ນການກໍານົດ ໃນແຕ່ລະເດືອນ.
ເຊິ່ງລັດຖະບານ ຍັງກໍານົດລາຄາ ການເຮັດໜັງສືພາດສະປອດ ແບບທໍາມະດາ ລາຄາ 40 ໂດລ້າຣ໌ ສະຫະລັດ ແລະແບບ ອິເລັກໂທນິກ ລາຄາ 60 ໂດລ້າຣ໌ສະຫະລັດ ຄືເກົ່າ, ແຕ່ປະຊາຊົນ ຕ້ອງຈ່າຍເປັນເງິນກີບ ໃນລາຄາໃໝ່ ໂດຍຈະເອົາອັດຕາຄ່າເງິນກີບ ທີ່ພາກລັດກໍານົດ ຕາມທະນາຄານກາງ ຄູນໃສ່ອັດຕາແລກປ່ຽນ ເງິນໂດລ້າຣ໌ສະຫະລັດ ໂດຍລາຄາ 40 ໂດລ້າຣ໌ສະຫະລັດ ຈະເພີ່ມເປັນ 842,000 ກີບ ຈາກແຕ່ກ່ອນ ປະຊາຊົນຈ່າຍປະມານ 400,000 ກີບຕໍ່ຫົວ ສ່ວນລາຄາ 60 ໂດລ້າຣ໌ສະຫະລັດ ຈະເພີ່ມເປັນ 126,3000 ກີບ ຈາກແຕ່ກ່ອນລາຄາ 600,000 ກີບຕໍ່ຫົວ.
ດັ່ງ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ຍານາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 4 ເມສາ ນີ້ວ່າ:
“ສໍາລັບເຮັດໜັງສືຜ່ານແດນນີ້ເນາະ ເຮົາຈະເອົາເງິນ ໂດລ້າຣ໌. ຫົວອິເລັກໂທນິກ ແມ່ນ 60 ໂດລ້າຣ໌ ແຕ່ວ່າເຮົາບໍ່ເກັບເປັນເງິນໂດລ້າຣ໌. ເຮົາຈະເກັບເປັນເງິນກີບ ຕາມທີ່ກົມການເງິນເພິ່ນຈະຕິດລາຄາໄວ້ວ່າ 1 ໂດລ້າຣ໌ເທົ່າໃດ ກະມາຄູນ ກໍອອກເປັນຄ່າໂຕນັ້ນ.”
ທ່ານກ່າວຕື່ມວ່າ ສາເຫດທີ່ລັດຖະບານລາວ ປັບຄ່າເຮັດພາດສະປອດ ລາຄາໃໝ່ນີ້ ກໍຍ້ອນວ່າ ລັດຖະບານຍັງຕ້ອງອາໄສ ການນໍາເຂົ້າສິນຄ້າ ຈາກຕ່າງປະເທດເປັນສ່ວນຫລາຍຢູ່ ເພາະຕ້ອງການນໍາເງິນໄປໃຊ້ໜີ້ ທີ່ເອົາສິນຄ້າເຂົ້າມາ.
“ຍ້ອນວ່າການນໍາເຂົ້າຂອງເຮົາຫັ້ນນ່າ ເຮົາບໍ່ໄດ້ຜະລິດເອງ ເຮົານໍາເຂົ້າ ເຮົາຊື້ນໍາເຂົາແພງ ເຮົາກໍຕ້ອງໄດ້ຂຶ້ນລາຄາ ຕາມທ້ອງຕະຫລາດ ໃນເມື່ອອັດຕາແລກປ່ຽນມັນສູງຂຶ້ນ ເຮົາຈະເກັບອັດຕາເກົ່າ 4 ແສນກີບຄືເກົ່າບໍ່ໄດ້ ເຮົາຕ້ອງຂຶ້ນຕາມປັດຈຸບັນ. ເວລາເຮົາຈະໄປໃຊ້ໜີ້ ເຂົາເຈົ້າຫັ້ນນ່າ ເຮົາຂາດທຶນ ເຮົາບໍ່ມີງົບ ເກັບລາຄາເກົ່າຢູ່ ເຮົາຈະເອົາໂຕໃດໄປຖົມຂຸມ.”
ຂະນະທີ່ຊາວລາວ ໃນນະຄອນຫລວງວຽງຈັນ ຍານາງນຶ່ງ ກໍກ່າວວ່າ ເຖິງແມ່ນວ່າລັດຖະບານລາວ ຈະປັບລາຄາເຮັດໜັງສື ພາດສະປອດ ອັນໃໝ່ ທີ່ອີງຕາມອັດຕາ ແລກປ່ຽນເງິນ ໂດລ້າຣ໌ສະຫະລັດ ກໍຕາມ, ຊາວລາວຫລາຍຄົນ ບໍ່ມີສິດບໍ່ມີສຽງເວົ້າຫຍັງໄດ້ຄືເກົ່າ ຜູ້ຢາກໄປເຮັດໜັງສື ພັດສະປອດ ກໍຕ້ອງຍອມໄປຕາມຄືເກົ່າ ແມ່ນວ່າ ລາຄາຈະແພງ ຍ້ອນວ່າຕ້ອງການໄປເຮັດວຽກຢູ່ຕ່າງປະເທດ ທີ່ໄດ້ເງິນຫລາຍກວ່າໃນປະເທດ ເພາະຢູ່ລາວເງິນກໍຍັງເຟີ້ຢູ່ຄືເກົ່າ ເວລາຈັບຈ່າຍ ກໍຕ້ອງໃຊ້ເງິນກີບແພງຂຶ້ນ ແຕ່ເງິນເດືອນພັດສ່ໍາເກົ່າ ເຊິ່ງທຸກຢ່າງກໍຍັງມີລາຄາແພງຢູ່ ເພາະຊາວຄ້າຂາຍທີ່ເຂົາເຈົ້າ ນໍາສິນຄ້າເຂົ້າມາ ຕ້ອງອີງລາຄາ ໃສ່ອັດຕາແລກປ່ຽນເງິນຕາ ຕ່າງປະເທດທັງໝົດ.
“ບໍ່ມີສິດວ່າຫຍັງແຫລະ ແຕ່ເຂົາເຈົ້າກໍຕ້ອງໄດ້ເຮັດ ເພາະວ່າໄປຫາເງິນບ່ອນອື່ນກໍຫາເງິນໄດ້ຫລາຍກ່ວາບ້ານເຮົາເດ້. ເຮົາກໍແຮງໄປ ເພາະວ່າຄ່າເງິນສ່ໍາເງິນເດືອນ ເຮົາກໍບໍ່ໄດ້ປັບໃຫ້ບໍ່ເທົ່າໃດແດ່ ຈະແພງສ່ໍາໃດກໍໄດ້ໄປ ເຄື່ອງ ແຮງບໍ່ມີຢຸດເລີຍ ຂຶ້ນຕະຫລອດ ແຮງແຍ່ ແພງໄປນ່າ ເງິນຂຶ້ນເຂົາກໍໄລ່ຕາມ ເລດຂຶ້ນ ຊື້ກໍຕ້ອງໄດ້ຊື້ ຊີ້ນ່າ.”
ພ້ອມດຽວກັນນີ້ ແມ່ຄ້າຍານາງນຶ່ງ ກໍກ່າວວ່າ ກໍເຫັນຂ່າວແລ້ວ ເລື້ອງການປັບລາຄາ ເຮັດໜັງສື ພາດສະປອດນີ້ ກໍຖືວ່າສູງຂຶ້ນ ແຕ່ບາງຄົນກໍຈໍາເປັນຕ້ອງໄປເຮັດ ເພາະຢາກໄປເຮັດວຽກຕ່າງປະເທດ ກໍຕ້ອງຍອມຈ່າຍ ແລະ ທ່ານເອງກໍພໍເຂົ້າໃຈວ່າ ເປັນຫຍັງພາກລັດ ຄືປັບລາຄາໃໝ່ ໂດຍອີງຕາມອັດຕາແລກປ່ຽນເງິນ ໂດລ້າຣ໌ສະຫະລັດ ເພາະປະເທດລາວ ຍັງນໍາເຂົ້າສິນຄ້າຕ່າງປະເທດຢ່າງດຽວ ຖ້າບໍ່ອີງໃສ່ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ກໍຕ້ອງເຮັດໃຫ້ຂາດທຶນ ຄືແມ່ຄ້າທີ່ນໍາເຂົ້າສິນຄ້າ ຈາກຕ່າງປະເທດເຊັ່ນກັນ ກໍຕ້ອງອີງຕາມອັດຕາ ແລກປ່ຽນເງິນຕາ ຕ່າງປະເທດ.
“ເພິ່ນຫາກວ່າປັບ 2 ມື້ຫລັງນີ້ນ່າ ມັນກະ ກະທົບຫັ້ນແຫລະ ແຕ່ມັນກໍຈໍາເປັນ ສ່ວນຫລາຍກໍເສັຍຫລາຍ ແຕ່ວ່າເພິ່ນຈະໄປຫາເງິນທາງພາຍໜ້າເດ້ ຄົນສ່ວນຫລາຍໄປເຮັດງານຢູ່ຕ່າງປະເທດແຫລະໝົດນ່າ. ຄັນວ່າເວົ້າຕາມຈິງ ຢູ່ປະເທດລາວກະ ສ່ວນຫລາຍເປັນເຄື່ອງນໍາເຂົ້າ ຖ້າຊິບໍ່ອີງຕາມ ເລດເງິນ ຕ່າງປະເທດ ຄົນແບບ ຫລື ແບບຄ້າຂາຍກໍຕາມແຕ່ເນາະ ຈະຫລຸບຫັ້ນນ່າ.”
ຂະນະ ຜູ້ຮັບເຮັດ ພາດສະປອດ ຍານາງນຶ່ງ ກ່າວວ່າ ເຖິງແມ່ນລັດຖະບານລາວ ຈະປັບລາຄາ ພາດສະປອດ ເປັນລາຄາໃໝ່ ທີ່ແພງຂຶ້ນຫລາຍກໍຕາມ ຫລາຍຄົນກໍຍັງຫລັງໄຫລ ໄປເຮັດໜັງສື ພາດສະປອດ ກັນເອງຄືເກົ່າ ຍ້ອນວ່າຢາກໄປເຮັດວຽກຕ່າງປະເທດ ທີ່ໄດ້ເງິນຫລາຍກວ່າລາວ ແຕ່ບັນຫາການຈອງຄີວດຽວນີ້ ທີ່ເຂົາເຈົ້າໄປເຮັດເອງເຕັມໝົດ ເຖິງແມ່ນວ່າທາງການຈະມີການ ຈອງຄີວ ອອນລ່າຍກໍຕາມ.
“ມັນກໍຕິດຢູ່ຫັ້ນເລີຍ ລາຄາພາດສະປອດ ເພິ່ນຕິດໂດລ້າຢູ່ ແຕ່ເຮົາໄປ ເຮົາໄດ້ຈ່າຍເປັນເງິນກີບ ກະສູງຂຶ້ນ ເພາະວ່າແຕ່ກີ້ມີແຕ່ 4 ແສນກີບ ດຽວນີ້ກໍ 8 ແສນ ທົບເຄິ່ງ 40 ໂດລ້າຣ໌ ເພິ່ນກໍໄລ່ຕົກຢູ່ 8 ແສນ 42 ພັນ 60 ໂດລ້າຣ໌ ກໍລ້ານປາຍ ທຸກມື້ນີ້ນ່າ ຄົນບັກຫລາຍໆ ເຮັດນ່າ ໄປຕ່າງປະເທດຫລາຍ ໄປເຮັດເອງ ແຕ່ວ່າມັນກະຄືເກົ່າ ມັນບໍ່ມີຄີວ. ຄີວອອນລາຍນ໌ ດຽວນີ້ມັນກໍເຕັມຫັ້ນນ່າ.”
ຍານາງທ່ານນີ້ ຍັງກ່າວຕື່ມວ່າ ບັນຫາຄີວເຕັມນີ້ ກໍເຮັດໃຫ້ຫລາຍຄົນ ທີ່ຢາກໄດ້ໜັງສື ພັດສະປອດ ໄວ ຫັນໄປເພິ່ງພາ ນາຍໜ້າທີ່ຮັບແລ່ນເຮັດໜັງສື ພາດສະປອດ ຄືເກົ່າ ເຊິ່ງລາຄາ ນາຍໜ້າແຕ່ລະຄົນກໍບໍ່ຄືກັນ ເປັນຕົ້ນທ່ານເອງທີ່ຮັບແລ່ນເຮັດໜັງສື ພາດສະປອດ ຖ້າຢາກໄດ້ໄວ 1 ມື້ ລາຄາປະມານ 4,000,000 ກີບ ສ່ວນ 3 ມື້ ລາຄາ 3,500,000 ກີບ 5 ມື້ ລາຄາ 3,000,000 ກີບ ແລະ 14 ມື້ ລາຄາປະມານ 2,300,000 ກີບ.
“ເພາະວ່າ ເຮົາຮັບເຮັດນີ້ມັນກໍມີລາຄາ 14 ມື້ 2 ລ້ານ 3 ນີ້ແຫລະ. ໄດ້ ຄັນວ່າຈະເອົາດ່ວນກໍມີ ມັນມີດ່ວນ 1 ມື້ 4 ລ້ານ. ແລ້ວກະດ່ວນ 3 ມື້ ຫັ້ນ 3 ລ້ານ 5. ແລ້ວກະ 5 ມື້ນັ້ນ 3 ລ້ານ.”
ເຖິງຢ່າງໃດກະຕາມ ການປັບລາຄາເຮັດໜັງສື ພາດສະປອດ ນີ້ ພາກລັດ ໄດ້ປັບທົ່ວປະເທດ ຢູ່ສູນຮັບຄໍາຮ້ອງ ອອກໜັງສືຜ່ານແດນ ທັງ 6 ແຫ່ງ ເຊິ່ງການເກັບຄ່າທໍານຽມ ແລະ ຄ່າບໍລິການ ອອກໜັງສື ພາດສະປອດ ໃນວິທີການດັ່ງກ່າວນີ້ ແມ່ນເພື່ອໃຫ້ມີງົບປະມານພຽງພໍ ໃນການຈັດຕັ້ງປະຕິບັດວຽກງານໜັງສືຜ່ານແດນ ໃຫ້ມີຄຸນນະພາບ ປະສິດທິຜົນ ແລະຍືນຍົງ ເພາະອຸບປະກອນ ໄອທີ ຕ່າງໆ ທີ່ກ່ຽວຂ້ອງ ນໍາມາຈາກຕ່າງປະເທດ ລວມເຖິງ ການບໍາລຸງຮັກສາລະບົບ ເຕັກນິກ ອອກໜັງສືຜ່ານແດນ ໃຫ້ສາມາດເຄື່ອນໄຫວ ໄດ້ຢ່າງເປັນປົກກະຕິ ຕໍ່ເນື່ອງ.