ຄ່າເຮັດໜັງສືຜ່ານແດນ ຖືກປັບຂຶ້ນຕາມ ອັດຕາແລກປ່ຽນ
2024.06.17
ກົມກົງສຸນ ກະຊວງການຕ່າງປະເທດ ຂອງລາວ ໄດ້ປະກາດ ຂຶ້ນຄ່າທຳນຽມເຮັດໜັງສືຜ່ານແດນ ຫຼືພາສປອດ ຕາມອັດຕາແລກປ່ຽນເງິນຕາ ປະຈຳເດືອນ. ໃນເດືອນມິຖຸນານີ້ ຄ່າເຮັດໜັງສືຜ່ານແດນທຳມະດາ ຂຶ້ນຈາກຫົວລະ 852,000 ກີບ ເປັນ 860,000 ກີບ, ແລະ ໜັງສືຜ່ານແດນເອເລັກໂຕຣນິກ (ໜັງສືຜ່ານແດນ ແບບຫົວໜາ ແລະ ມີ microchip ເກັບຂໍ້ມູນ) ຂຶ້ນຈາກຫົວລະ 1,278,000 ກີບ ເປັນ 1,290,000 ກີບ.
ນອກຈາກບັນຫາຂຶ້ນຄ່າເຮັດໜັງສືຜ່ານແດນແພງແລ້ວ, ການເຮັດໜັງສືຜ່ານແດນກໍຫຍຸ້ງຍາກ ໄດ້ລໍຖ້າດົນ ດັ່ງປະຊາຊົນລາວນາງນຶ່ງ ຢູ່ແຂວງສະຫວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມິຖຸນານີ້ວ່າ ການເຮັດໜັງສືຜ່ານແດນ ນຳສູນຮັບຄຳຮ້ອງ ຢູ່ແຂວງນີ້ ມີຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະ ເລື່ອງການໄປເອົາຄິວສຳພາດ, ຄັນວ່າໄປຮອດຫ້ອງການສວາຍ ກໍຈະຕ້ອງໄດ້ລຽນຄິວຍາວ, ໄດ້ລຽນຄິວແລ້ວ ຫຼາຍຄົນກໍບໍ່ຖືກເອິ້ນຊື່, ກໍຕ້ອງໄດ້ກັບເມືອເຮືອນ, ແລ້ວມາລໍຖ້າສຳພາດໃນມື້ຕໍ່ໄປ. ດ້ວຍເຫດນີ້ ຈຶ່ງມີຫຼາຍຄົນ ຍອມຈ່າຍເງິນ ໃຫ້ເຈົ້າໜ້າທີ່ ເພື່ອລັດຄິວສຳພາດ.
ດັ່ງທີ່ນາງເວົ້າວ່າ:
“ນັດຄິວສຳພາດ, ຄືສົມມຸດວັນນີ້ມີ 50 ຄົນນີ້ນ່າ ຖ້າເຮົາບໍ່ໄປແຕ່ເຊົ້າເນາະ ຄິວກະຈະຍາວໄປເລີຍ ແລະກະລໍ. ບໍ່ໄດ້ເອິ້ນ, ບໍ່ຖືກຮຽກຊື່ ກະກັບ ແລະກໍມາລໍໃໝ່ຕອນບ່າຍ ກໍຕ້ອງໄປຕາມຄິວຫັ້ນນ່າ. ແຕ່ວ່າຫຼາຍຄົນເຂົາເຈົ້າກະຊື້ຄິວເລີຍ. ຄວາມຈິງນີ້ແບບ ທຸກຄົນກະຈະເຂົ້າໃຈເໝິດວ່າມັນ ມັນເປັນແນວໃດຫັ້ນນ່າ.”
ຢູ່ນະຄອນຫຼວງວຽງຈັນ ນາຍໜ້າ ຮັບແລ່ນເຮັດໜັງສືຜ່ານແດນ ນາງນຶ່ງ ເວົ້າວ່າ ຄ່າບໍລິການແລ່ນເຮັດໜັງສືຜ່ານແດນໃນປັດຈຸບັນ ແພງຂຶ້ນຫຼາຍກວ່າແຕ່ກ່ອນ ຍ້ອນທາງການ ປັບຂຶ້ນຄ່າເຮັດໜັງສືຜ່ານແດນ, ຖ້າຕ້ອງການດ່ວນ ແຮ່ງແພງຂຶ້ນອີກຫຼາຍ.
“ລາຄາມັນຂຶ້ນຫຼາຍແຫຼະດຽວນີ້. ຖ້າວ່າບໍ່ດ່ວນອັ່ນ ສອງອາທິດໄດ້ຫັ້ນລະແມ່ນ 2,250,000 ກີບ. ຖ້າວ່າດ່ວນນີ້ອັ່ນ ມັນຈະມີ 1 ມື້ ກັບ 2 ມື້, 2 ມື້ຫັ້ນ 3,150,000, ຖ້າວ່າ 1 ມື້ຫັ້ນລະແມ່ນ 6,300,000. ແມ່ນລະ, ແຕ່ວ່າຕ້ອງໄດ້ປະກອບຟອມເຮັດໃໝ່ເລີຍແບບວ່າ ໄດ້ປະກອບຟອມອັນດຽວກັນກັບອອກຫົວໃໝ່ເລີຍນ່າ.”
ປະຊາຊົນຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ຕົນປະກອບເອກະສານ ເຮັດໜັງສືຜ່ານແດນດ້ວຍຕົນເອງ ເພື່ອປະຢັດຄ່າໃຊ້ຈ່າຍ. ແຕ່ກໍຍັງໄດ້ເສຍເງິນຫຼາຍຕໍ່ເຊັ່ນກັນ ເປັນຕົ້ນ ຄ່າແບບຟອມເອກະສານ, ຄ່າຖ່າຍຮູບ, ຄ່າລາຍເຊັນຈາກນາຍບ້ານ ແລະຄ່າເດີນທາງໄປເຮັດເລື່ອງນີ້.
“ປົກກະຕິທຳມະດາ ລ່ະແມ່ນເຮົາເຂົ້າໄປເຮັດເອງກະໄດ້. ເອົາລາຍເຊັນຈາກບ້ານ ເຮົາໄປຊື້ອັ່ນ ຟອມເທົ່າໃດ 4,000-5,000 ກີບນຶ່ງດອກຢູ່ອັ່ນ ບ່ອນຖ່າຍຮູບມັນກະມີ ບາງເທື່ອຫັ້ນນ່າ. ລະບາດນີ້ ບາງບ່ອນຫັ້ນມັນກະມີ, ບາງບ່ອນກະບໍ່ມີ ຄັນບໍ່ມີລ່ະເຂົ້າໄປຊື້ທີ່ແຂວງທີ່ວ່າເຈົ້າຢູ່ຫັ້ນນ່າ.”
ເຈົ້າໜ້າທີ່ກ່ຽວຂ້ອງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນາງບໍ່ຮູ້ລາຍລະອຽດ ກ່ຽວກັບການເຮັດໜັງສືຜ່ານແດນ ເສຍເງິນແພງກວ່າທາງການກຳນົດ. ມີແຕ່ວ່າ ຖ້າເຮັດໜັງສືຜ່ານແດນແບບດ່ວນ ກໍຈະຕ້ອງໄດ້ເສຍເງິນເພີ່ມ ຕາມລະບຽບການ. ນອກຈາກນີ້ແລ້ວ, ຍ້ອນສະພາບການເງິນເຟີ້ ເງິນກີບອ່ອນຄ່າ ເຮັດໃຫ້ຕົ້ນທຶນການພິມໜັງສືຜ່ານແດນ ສູງຂຶ້ນ, ທາງການຈຶ່ງຕ້ອງໄດ້ກຳນົດຄ່າອອກໜັງສືຜ່ານແດນ ໂດຍອີງໃສ່ສະກຸນເງິນໂດລ້າສະຫະລັດ ເພື່ອໃຫ້ສອດຄ່ອງກັບຕົ້ນທຶນທີ່ແທ້ຈິງ ແລະຕ້ອງໄດ້ພິມໜັງສືຜ່ານແດນ ແບບທຳມະດາ ອອກມາຫຼາຍກວ່າ ແບບເອເລັກໂທຣນິກ ຍ້ອນຕົ້ນທຶນຖືກກວ່າ.
“ອັ່ນນັ້ນບໍ່ຮູ້ເດີ້ ອັ່ນນັ້ນເດີ້ເຈົ້າ, ແຕ່ຕາມລາຄາພວກເຮົາກະຊ່ຳນີ້ລ່ະເນາະ ເສຍຄ່າທຳນຽມ ເຮົາຢາກໄດ້ດ່ວນ. ເຈົ້າ, ອັ່ນລຸ້ນທຳມະດາກະ 40 ໂດລ້າ, ລຸ້ນເອເລັກໂທຣນິກກະ 60 ດອລເຈົ້າ. ເລດເຮົາຈະຂຶ້ນເປັນແຕ່ລະເດືອນເດ້ເຈົ້າ ເດືອນນີ້ຕົກຢູ່ອັ່ນ 860,000 (ກີບ). ໂຕ 60 ໂດລ້າ, ເຮົາບໍ່ໄດ້ຜະລິດມາຫຼາຍຫັ້ນນ່າເຈົ້າ ເພາະວ່າຕົ້ນທຶນມັນສູງແນ່ຫັ້ນນ່າເຈົ້າ. ແຕ່ມັນເປັນແບບເຮົາຈະໃຫ້ແຕ່ຄົນທີ່ວ່າຈຳເປັນເນາະ ໂຕ E-Passport ຫັ້ນນ່າ.”
ສຳລັບກຳນົດ ມາຮັບເອົາໜັງສືຜ່ານແດນແບບທໍາມະດາ ແມ່ນປະມານ 10 ຫາ 14 ມື້. ຖ້າແບບດ່ວນ ທີ່ຈະຕ້ອງໄດ້ເສຍຄ່າບໍລິການຕຶ່ມ ຄືແບບດ່ວນ 1 ວັນ ເສຍເພີ່ມ 1,000,000 ກີບ ຕໍ່ຫົວ, ດ່ວນ 3 ວັນ ເສຍເພີ່ມ 500,000 ກີບ ແລະ ດ່ວນ 5 ວັນ ເສຍເພີ່ມ 300,000 ກີບ.
ປັດຈຸບັນ, ທາງການລາວ ຄິດໄລ່ຄ່າເຮັດໜັງສືຜ່ານແດນ ຄື ໜັງສືຜ່ານແດນທຳມະດາ ຫົວລະ 40 ໂດລ້າສະຫະລັດ ແລະ ໜັງສືຜ່ານແດນເອເລັກໂຕຣນິກ (ໜັງສືຜ່ານແດນ ແບບຫົວໜາ ແລະ ມີ microchip ເກັບຂໍ້ມູນ) ຫົວລະ 60 ໂດລ້າສະຫະລັດ. ແຕ່ການເກັບເງິນຄ່າເຮັດໜັງສືຜ່ານແດນ ແມ່ນເກັບເປັນເງິນກີບ ຄິດໄລ່ຕາມອັດຕາແລກປ່ຽນ ທີ່ທາງກະຊວງການເງິນ ວາງອອກ. ໃນເດືອນມິຖຸນານີ້ ແມ່ນ 21,500 ກີບຕໍ່ 1 ໂດລ້າສະຫະລັດ.
ທີ່ຜ່ານມາ, ໃນປີ 2023 ເພື່ອແກ້ໄຂເລື່ອງການລຽນແຖວເຂົ້າຄິວ ເຮັດໜັງສືຜ່ານແດນ ຍາວ, ລໍຖ້າດົນ ທາງກົມກົງສຸນ ກະຊວງການຕ່າງປະເທດ ໄດ້ໃຊ້ລະບົບຈ່ອງຄິວທາງອອນລາຍນ໌. ແຕ່ໃນພາກປະຕິບັດ ກໍບໍ່ສາມາດແກ້ໄຂບັນຫານີ້ໄດ້ ຍ້ອນປະຊາຊົນ ຕ້ອງການເຮັດໜັງສືຜ່ານແດນຫຼາຍ, ເຮັດໃຫ້ມີຜູ້ຈ່ອງຄິວທາງອອນລາຍນ໌ເຕັມ ເປັນເວລາເຖິງ 3 ເດືອນ.
ໃນທີ່ສຸດ, ທາງການລາວ ກໍເຊົາໃຊ້ລະບົບຈ່ອງຄິວທາງອອນລາຍນ໌ແລ້ວ, ຈະໃຫ້ບໍລິການ ສະເພາະຜູ້ທີ່ມາລຽນຄິວ ຢູ່ກົມກົງສຸນ ທີ່ນະຄອນຫຼວງວຽງຈັນ ຫຼື ທີ່ສູນຮັບຄຳຮ້ອງ ຂໍໜັງສືຜ່ານແດນ ຢູ່ 6 ແຂວງ ຄືແຂວງອຸດົມໄຊ, ຊຽງຂວາງ, ໄຊຍະບູລີ, ຄຳມ່ວນ, ສະຫວັນນະເຂດ ແລະແຂວງຈຳປາສັກ ເທົ່ານັ້ນ.