ບັນຫານາຍໜ້າ ຮັບແລ່ນໜັງສືເດີນທາງ ລາຄາແພງ ຍັງບໍ່ໄດ້ຮັບການແກ້ໄຂ
2024.02.12

ບັນຫານາຍໜ້າ ເຮັດໜັງສືເດີນທາງ ໃນລາວ ທີ່ລາຄາສູງເກີນຈິງ ຍັງບໍ່ໄດ້ຮັບການແກ້ໄຂ ຢ່າງຈິງຈັງ ຈາກພາກຣັຖໂດຍນາຍໜ້າ ທີ່ຮັບເຮັດໜັງສືເດີນທາງ ໄດ້ມີຫຼາຍຂຶ້ນແຕ່ລະຄົນ ຄິດໄລ່ລາຄາແຕກຕ່າງກັນ, ບາງຄົນຄິດໄລ່ລາຄາ 4,500,000 ກີບຕໍ່ຄົນ, ບາງຄົນ 5,500,000 ກີບຕໍ່ຄົນ ແລະ ບາງຄົນຄິດລາຄາ 6,000,000 ກີບຕໍ່ຄົນ ເຊິ່ງໄລຍະເວລາໄດ້ໜັງສືເດີນທາງ ພຽງ 2-3 ວັນ ໂດຍນາຍໜ້າກຸ່ມນີ້ ທີ່ຄິດໄລ່ລາຄາແພງ ເພື່ອເອົາເງິນໄປຊື້ຄິວ ກັບເຈົ້າໜ້າທີ່ ພາຍໃນທີ່ກ່ຽວຂ້ອງ ເພື່ອລັດຄິວ ໃຫ້ລູກຄ້າ ທີ່ມາໃຊ້ບໍຣິການ ສົ່ງຜົລໃຫ້ຜູ້ເຮັດຕາມຂັ້ນຕອນ ຕ້ອງລໍຖ້າຫຼາຍເດືອນ.
ຂະນະທີ່ຊາວລາວ ທີ່ຕ້ອງການເຮັດໜັງສືເດີນທາງ ຕາມຂັ້ນຕອນ ຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງລົງກວດກາໂຕຈິງວ່າ ຄົນທີ່ຈອງຄິວຕາມລະບົບ ຕ້ອງມາລໍຄິວຫຼາຍເດືອນ ເພາະຖືກລັດຄິວ ຈາກກຸ່ມນາຍໜ້າ ແລະໃນຍຸກເສຖກິຈລາວ ທີ່ຍັງມີບັນຫາເງິນເຟີ້ ຫຼາຍຄົນກໍຢາກໄດ້ໜັງສືເດີນທາງໄວເຊັ່ນກັນ ເພື່ອຕ້ອງການໄປເຮັດວຽກຢູ່ຕ່າງປະເທດ. ການລັດຄິວຖືວ່າເອົາປຽບກັນຫຼາຍ ເພາະບາງຄົນບໍ່ມີເງິນຫຼາຍ ທີ່ຈະໄປຈ້າງນາຍໜ້າ ໃນລາຄາແພງໄດ້.
ດັ່ງຊາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 09 ກຸມພາ ນີ້ວ່າ:
“ນາຍໜ້າ ມັນກໍມີຫຼາຍຄົນຫັ້ນນ່າ ເຣດລາຄາມັນຈະຕ່າງກັນ. ສໍາລັບຜູ້ທີ່ເຂົາເຈົ້າ ອັນບໍ່ມີງົບຫຼາຍ ພໍເນາະ ເຂົາເຈົ້າຕ້ອງການພາສປອດດ່ວນໆ ແພງແທ້. ຢາກໃຫ້ມີເຈົ້າໜ້າທີ່ຄວບຄຸມ ກວດກາໂຕນີ້ໃຫ້ລະອຽດ ເພາະວ່າເອົາລັດເອົາປຽບ. ປະເທດເຮົາມັນຄ່າແຮງງານຕໍ່າ ແລະຫຼາຍຄົນ ກໍຕ້ອງການເຂົ້າໄປເຮັດວຽກນອກປະເທດ.”
ຊາວນະຄອນຫຼວງວຽງຈັນ ໄດ້ກ່າວຕື່ມວ່າ ນອກຈາກນີ້ ຍັງຢາກໃຫ້ພາກຣັຖ ແກ້ໄຂບັນຫາການເຮັດໜັງສືເດີນທາງ ທີ່ຍັງມີຄວາມຊັກຊ້າ ເຖິງແມ່ນວ່າເຮັດຕາມລະບົບສັນຍາແລ້ວກໍຕາມ ຍັງລໍຖ້າເປັນເດືອນພາກຣັຖ ຄວນແກ້ໄຂໃຫ້ສາມາດອອກໜັງສືເດີນທາງ ໄດ້ທຸກແຂວງຈະໄດ້ງ່າຍ ແລະສະດວກຫຼາຍຂຶ້ນ.
ຊາວລາວອີກທ່ານນຶ່ງກ່າວວ່າ ຢາກໃຫ້ພາກຣັຖຄວນກວດກາຈິງຈັງກວ່ານີ້ ເພາະເປັນເຣື່ອງບໍ່ຖືກຕ້ອງຕໍ່ສັງຄົມ ເພາະຄົນທີ່ເຮັດຜ່ານລະບົບຖືກຕ້ອງ ຕ້ອງມາລໍຖ້າດົນຍ້ອນຖືກລັດຄິວ ແລະຖ້າບາງຄົນຕ້ອງການດ່ວນ ຈະໄປຈ້າງນາຍໜ້າຖືວ່າລາຄາແພງເກີນໄປ ເຊິ່ງແຕ່ກ່ອນທີ່ຜ່ານມາເຄີຍຈ້າງນາຍໜ້າ 2-3 ປີກ່ອນກໍຍັງແພງຫຼາຍ.
“ບໍ່ຖືກບໍ່ຕ້ອງກໍເຫັນດີຫັ້ນແຫຼະ ເພື່ອສັງຄົມເພື່ອບ້ານເມືອງເດ້. ຜູ້ທີ່ວ່າເງິນໜ້ອຍ ແຕ່ວ່າຈໍາ ເປັນຕ້ອງແລ່ນຕ້ອງເຮັດຢູ່ນີ້ເນາະເຂົາເຈົ້າວ່າ 4-5 ລ້ານກໍແພງຫັ້ນແຫຼະເນາະ. ຕອນເອື້ອຍໄປເຮັດກໍບໍ່ໝົດຫຼຍປານນີ້ເນາະ. ມີແຕ່ 2-3 ປີແລ້ວທີ່ເອື້ອຍໄປເຮັດນ່າ ຕອນນັ້ນກໍສະເລັ່ຍກໍໝົດເທົ່າໃດ. ມັນບໍ່ຮອດລ້ານຊໍ້າ.”
ນາຍໜ້າທີ່ ຮັບເຮັດໜັງສືຜ່ານແດນ ກ່າວວ່າປັດຈຸບັນການເຮັດໜັງສືເດີນທາງ ຕາມຂັ້ນຕອນຕາມລະບົບກໍຍັງລໍຖ້າດົນ ເປັນເດືອນແຕ່ຖ້າຈ້າງນາຍໜ້າ ຈະໄດ້ໄວຂຶ້ນໂດຍທ່ານເຮັດໜັງສືເດີນທາງ ແບບດ່ວນ ລາຄາ 5,500,000 ກີບຕໍ່ຄົນ ເຊິ່ງໃຊ້ເວລາລໍຖ້າ 2-3 ວັນ ຈະໄດ້ໜັງສືເດີນທາງ ແຕ່ລໍຖ້າ 14 ວັນຢູ່ປະມານ 2,500,000 ກີບຕໍ່ຄົນ ເຊິ່ງທາງນາຍໜ້າຈະໄປຊື້ຄິວກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃຫ້. ໝາຍຄວາມວ່າ ຕ້ອງຈ່າຍເງິນໃຫ້ເຈົ້າໜ້າທີ່ ເພື່ອລັດຄິວໃຫ້ລູກຄ້າ ຈຶ່ງຈະໄດ້ໜັງສືເດີນທາງໄວ.
“ດ່ວນແມ່ນ 5.5 ລ້ານປະມານ 2-3 ມື້ ກໍອອກແລ້ວ. ປື້ມຊ້າສຸດກໍ 4-5 ມື້. ມີ 14 ມື້. 2.5 ລ້ານຄັນພວກເຈົ້າລົງທະບຽນໄວ້ ດຽວນີ້ຄິວວ່າງກໍເດືອນ 7-8 ຄັນວ່າ ພວກເຈົ້າຢາກເຮັດໄວ ພວກຂ້ອຍກາລັດຄິວໃຫ້ພວກຂ້ອຍ ກໍຕ້ອງໄດ້ຊື້ຄິວນໍາເຂົາ.”
ນາຍໜ້າອີກທ່ານນຶ່ງກ່າວວ່າ ສໍາລັບທ່ານຄິດໄລ່ລາຄາເຮັດໜັງສືເດີນທາງລໍຖ້າ 7 ວັນ ລາຄາ 4,800,000 ກີບຕໍ່ຄົນ ລໍຖ້າ 3 ວັນ ລາຄາ 5,600,000 ກີບຕໍ່ຄົນ. ບາງຄົນກໍຄິດລາຄາ 6,000,000 ກີບຕໍ່ຄົນສ່ວນລໍຖ້າ 14 ວັນ 2,200,000 ກີບຕໍ່ຄົນ ບາງຄົນຄິດໄລ່ລາຄາ 2,800,000 ກີບຕໍ່ຄົນ ເຊິ່ງທາງນາຍໜ້າ ຈະຕ້ອງໄປຈ້າງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃຫ້ລັດຄິວອີກເທື່ອນຶ່ງ.
“ມັນຂຶ້ນກັບບາງຄົນແຕ່ເອື້ອຍຮັບລູກຄ້າ ທົ່ວໄປຫັ້ນ 7 ມື້ 4.8 ລ້ານ. ໂຕ 3 ມື້, ຮັບ 5 ລ້ານປາຍ ຫາ 5.6 ລ້ານ. ບາງຄົນກໍ 6 ລ້ານ. ໂຕ 14 ມື້ 2.2 ລ້ານ. ບາງຄົນກໍຮັບຢູ່ 2.8 ລ້ານ. ບໍ່ແມ່ນເອື້ອຍສັມພາດໂດຍກົງຫັ້ນນ່າ. ມັນກໍມີຄົນຂອງເຂົາຫັ້ນນ່າ.”
ບັນຫານີ້ທາງການລາວ ຍັງບໍ່ມີການລົງໂທດ ຫຼື ແກ້ໄຂເຣື່ອງນາຍໜ້າ ທີ່ຮັບເຮັດໜັງສືເດີນທາງ ຢ່າງຈິງຈັງ. ດັ່ງເຈົ້າໜ້າທີ່ກົມກົງສູນ ກະຊວງການຕ່າງປະເທດ ກ່າວວ່າ ໃນຄວາມເປັນຈິງ ຢາກໃຫ້ຄົນທີ່ຕ້ອງການເຮັດໜັງສືເດີນທາງ ໄປເຮັດດ້ວຍຕົນເອງ ຈະດີກ່ວາບໍ່ຕ້ອງຜ່ານນາຍໜ້າ ເພາະປັດຈຸບັນກໍມີການຈອງຜ່ານລະບົບອ໋ອນລາຍນ໌ ແລ້ວເຊິ່ງກໍຕ້ອງລໍຕາມຄິວ ແຕ່ລໍຖ້າດົນ ແລະຕ້ອງການໃຊ້ດ່ວນມີຄວາມຈຳ ເປັນຫຼາຍຢ່າງກໍນໍາຫຼັກຖານ ໄປສເນີຕໍ່ກົມກົງສູນ ໄດ້ເພື່ອໃຫ້ພິຈາຣະນາ ເຮັດດ່ວນໃຫ້ ແລະຖ້າຜູ້ໃດຖືກເອົາລັດເອົາປຽບ ຕໍ່ນາຍໜ້ານຳຫຼັກຖານ ໄປໃຫ້ເຈົ້າໜ້າທີ່ ກວດສອບໄດ້.
“ຖ້າວ່າຮູ້ຂໍ້ມູນວ່າ ແລ້ວເຂົາເຈົ້າເອົາເງິນ ເອົາລາຄານີ້. ເຈົ້າໄປມາ ແຈ້ງເຮົາ ກໍໄດ້ດີແທ້. ເຮົາກໍຢາກໃຫ້ຜູ້ກ່ຽວ ເຂົ້າມາເຮັດເອງ ບໍ່ຕ້ອງໄປຜ່ານນາຍໜ້າ. ປັດຈຸບັນນີ້ ຕ້ອງລົງອ໋ອນລາຍນ໌ ໄວ້. ມື້ໃດທີ່ເຈົ້າເລືອກມັນເຕັມ ເຈົ້າກໍຕ້ອງເລືອກເປັນມື້ໃໝ່. ຄັນຄິວທີ່ເຈົ້າຈອງຫັ້ນ ຍັງອີກດົນແຕ່ເຈົ້າມີຄວາມຈຳ ເປັນຕ້ອງພາສປອດໄວ. ເຈົ້າກໍຕ້ອງມີຫຼັກຖານຄັດຕິດມາ ແລ້ວກໍສເນີທາງທາງເຮົາ.”
ປັດຈຸບັນນີ້ ຄ່າເຮັດໜັງສືເດີນທາງ ຂອງທາງການຍັງຢູ່ໃນລາຄາ 400,000 ກີບຕໍ່ຄົນ ແລະມີລະບົບຈອງຜ່ານອ໋ອນລາຍນ໌ ແລ້ວແຕ່ກໍຍັງຕ້ອງລໍຖ້າ ຕາມຄິວ ເຊິ່ງກໍມີຄວາມຫຼ້າຊ້າ ເພາະປັດຈຸບັນນີ້ຄົນຕ້ອງການໄປເຮັດວຽກ ຕ່າງປະເທດມີຈຳນວນຫຼາຍເຄື່ອງ ຜລິດໜັງສືເດີນທາງ ບໍ່ໄດ້ພຽງພໍສາມາດອອກໜັງສືໄດ້ແຫ່ງດຽວ ຄືນະຄອນຫຼວງວຽງຈັນເທົ່ານັ້ນ.
ຫຼ້າສຸດ ຄິວໃນລະບົບອ໋ອນລາຍນ໌ ຢູ່ນະຄອນຫຼວງວຽງຈັນ ເຕັມຈົນຮອດວັນທີ 19 ກໍຣະກະດາ 2024. ຜູ້ທີ່ຈະຈອງ ເຮັດໜັງສືເດີນທາງ ຕ້ອງຈອງຫຼັງ ວັນທີດັ່ງກ່າວ ຫຼືເດືອນຖັດໄປຂອງເດືອນກໍຣະກະດາ. ສ່ວນຄ່າທຳນຽມ ແລະຄ່າບໍຣິການເຮັດໜັງສື ເດີນທາງສະບັບປັບປຸງໃໝ່ ຕາມຣັຖບານແຈ້ງການ ເລກທີ 001/ປປທ ລົງວັນທີ 26 ມົກຣາ 2024 ຍັງບໍ່ທັນຈັດຕັ້ງປະຕິບັດເທື່ອ.