ຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ, ຂາດແຄນແຮງງານ ພາຍໃນປະເທດ
2023.11.07
ໃນວັນທີ 3 ພຶສຈິກາ 2023 ທີ່ຜ່ານມາ, ທ່ານ ປະເດີມພອນ ສົນທະນີ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດິການສັງຄົມ ໄດ້ຊີ້ແຈງຕໍ່ກອງປະຊຸມ ສະພາແຫ່ງຊາຕສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ກ່ຽວກັບສາເຫດທີ່ຄົນງານລາວ ຫຼັ່ງໄຫຼໄປເຮັດວຽກ ຢູ່ຕ່າງປະເທດ.
ດັ່ງທີ່ທ່ານກ່າວວ່າ:
“ອັນທີນຶ່ງລະແມ່ນອັນນ່າປະເທດຮັບ, ໝາຍຄວາມປະເທດທີ່ເຮົາສົ່ງໄປຫັ້ນເນາະ ພົບພໍ້ກັບບັນຫາຂາດແຄນແຮງງານສູງ. ມີຕ້ອງການແຮງງານຕ່າງປະເທດ ເຂົ້າໄປທົດແທນ. ອັນທີສອງ ລະແມ່ນໂອກາດການສ້າງລາຍຮັບ ແລະ ການຝຶກສີມືແຮງງານສູງ. ອັນທີສາມລະແມ່ນ ຢູ່ຕົ້ນທາງຂອງປະເທດ ອັນທີ່ສົ່ງໄປນີ້ (ປະເທດລາວ) ແມ່ນມີລາຍຮັບ ແລະ ມີຄ່າຄອງຊີບສູງ. ອັນທີສີ່ ຕຳແໜ່ງຫວ່າງຢູ່ພາຍໃນປະເທດຍັງບໍ່ທັນຮັບປະກັນໄດ້ ວຽກທີ່ມີຄຸນຄ່າ ແລະ ເປັນທັມ. ອັນທີຫ້າ ແມ່ນແຮງງານລາວ ມີຄວາມພ້ອມແລະສາມາດຊອກວຽກເຮັດງານທຳ ຢູ່ຕ່າງປະເທດໄດ້ຫຼາຍຂຶ້ນ.”
ທ່ານກ່າວຕຶ່ມວ່າ ສາເຫດການຂາດແຄນຄົນງານ ຢູ່ລາວ ປະກອບມີ 4 ປັດໄຈ ເປັນຕົ້ນ
- ຍ້ອນໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງໂຄວິດ-19 ແລະ ການຜັນແປ ຂອງເສຖກິຈໂລກ ໃນປັດຈຸບັນ ເຊິ່ງເຮັດໃຫ້ເກີດສະພາບເງິນເຟີ້, ຕົ້ນທຶນການຜລິດ ແລະ ລາຄາສິນຄ້າສູງຂຶ້ນ ແລະ ສົ່ງຜົລກະທົບແກ່ຊີວິດຄວາມເປັນຢູ່ຂອງຄົນງານລາວ,
- ປະເທດເພື່ອນບ້ານ ສ້າງນະໂຍບາຍເພື່ອດຶງດູດ ຄົນງານລາວ ເຂົ້າໄປເຮັດວຽກ,
- ໂຮງງານ ພາຍໃນປະເທດ ບໍ່ສາມາດຕອບສນອງເງິນເດືອນ ແລະ ສວັດດິການທີ່ສອດຄ່ອງກັບຄ່າຄອງຊີບ ຂອງຄົນງານລາວ ອີກທັງຄົນງານລາວ ຈຳນວນຫຼາຍ ບໍ່ສາມາດເຮັດວຽກ ທີ່ຕ້ອງການທັກສະສູງໄດ້,
- ຄົນງານລາວ ຈຳນວນຫຼາຍມີຄ່ານິຍົມ ຢາກໄປເຮັດວຽກ ຢູ່ຕ່າງປະເທດ ຢູ່ແລ້ວ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມ ຄົນງານລາວ ຢູ່ແຂວງບໍຣິຄຳໄຊ ນາງນຶ່ງ ທີ່ເຮັດວຽກ ຢູ່ປະເທດໄທຍ ກ່າວວ່າ ນາງໄດ້ມາເຮັດວຽກ ຫຼາຍປີແລ້ວ ຕັ້ງແຕ່ກ່ອນການແຜ່ຣະບາດ ຂອງໂຄວິດ-19 ໂດຍເຄີຍເຮັດວຽກ ໃນຫຼາຍໜ້າວຽກ ເຊິ່ງຕອນນີ້ ນາງກຳລັງຊອກຫາວຽກງານໃໝ່ຢູ່.
ດັ່ງທີ່ນາງ ກ່າວໃນມື້ວັນທີ 7 ພຶສຈິກາ ນີ້ວ່າ:
“ແຂວງບໍຣິຄໍາໄຊ, ດຽວນີ້ຢູ່ໄທຍແລ້ວ. ເຄີຍແລ້ວ, ເຄີຍຢູ່ໂຮງແຮມ ເຄີຍຢູ່ລ້າງຣົຖ ເຄີຍຢູ່ກໍ່ສ້າງ. ຮ້ານອາຫານຍັງບໍ່ທັນເຄີຍ. ເສີບແບບບຸບເຟ່ອາຫານເຊົ້າຕົກອັນປະມານ 10 ໂມງຫັ້ນລະກະລົງໄປເປີດຄາເຟ່ຫວະ ແລະກະກາຍນັ້ນລະມັນມີຕຳຣວດເຂົ້າລະ. ຕອນນັ້ນມານຳບໍຣິສັດ ແຕ່ວ່າບໍຣິສັດຫັ້ນບໍຮັບຜິດຊອບ ກໍເລີຍຫາວຽກເອງ.”
ຍານາງເວົ້າຕຶ່ມວ່າ ສາເຫດທີ່ນາງຢາກເຂົ້າມາເຮັດວຽກຢູ່ໄທຍ ນອກຈາກວ່າຈະໄດ້ເງິນເດືອນສູງກວ່າ ຢູ່ລາວແລ້ວ, ທາງການໄທຍມີນະໂຍບາຍ ເອື້ອອຳນວຍຄົນງານຕ່າງຊາຕ ໂດຍໃຫ້ການອະນຸໂລມ ຄົນງານລາວທີ່ເຂົ້າມາເຮັດວຽກແບບຜິດກົດໝາຍ ສາມາດຂໍເຮັດບັດສີບົວ ຫຼື ກັບໄປເຮັດ MOU ເພື່ອສືບຕໍ່ເຮັດວຽກຢູ່ໄທຍໄດ້. ສ່ວນການໃຊ້ຊີວິດຢູ່ໄທຍ ກໍມີຄວາມລຳບາກຢູ່ບໍ່ໜ້ອຍ ເຮັດໃຫ້ເຂົາເຈົ້າຕ້ອງໄດ້ປະຢັດອົດອອມ ເພື່ອໃຊ້ຈ່າຍປະຈຳວັນ ແລະ ສົ່ງເງິນສ່ວນນຶ່ງໄປລ້ຽງດູຄອບຄົວ ຢູ່ລາວນຳອີກ.

ກຸ່ມຄົນງານລາວ ທີ່ພວມຢູ່ໃນໄລຍະລໍຖ້າ ການຂຶ້ນທະບຽນແຮງງານ, ຕ້ອງອອກໄປປະທັບຕຣາເຂົ້າ-ອອກເມືອງ ທຸກໆເດືອນ ທີ່ດ່ານສາກົລ ໄທຍ-ພະມ້າ ເພື່ອຮັກສາສິດ ຢູ່ປະເທດໄທຍ ຢ່າງຖືກຕ້ອງ (TS). ເດືອນຕຸລາ ປີ 2023.
ນອກຈາກນີ້ແລ້ວ, ນະໂຍບາຍຫຼ້າສຸດທີ່ທາງການໄທຍ ວາງອອກສຳລັບຄົນງານຕ່າງຊາຕ 4 ປະເທດປະກອບມີ ລາວ, ກັມພູຊາ, ພະມ້າ ແລະ ວຽດນາມ ແມ່ນການຫຼຸດຄ່າທໍານຽມວີຊ້າ ຈາກ 2,000 ບາທ ເປັນ 500 ບາທ ແລະ ຄ່າທໍານຽມຕໍ່ອາຍຸວີຊ້າ ຈາກ 1,900 ບາທ ເປັນ 500 ບາທ ເຊັ່ນດຽວກັນໂດຍກໍານົດໄລຍະເວລາ ຫຼຸດຄ່າທໍານຽມດັ່ງກ່າວ ເປັນເວລາ 4 ປີ. ເພື່ອສົ່ງເສີມໃຫ້ຄົນງານຕ່າງຊາຕ ດັ່ງກ່າວສາມາດເຮັດວຽກ ໃນໄທຍໄດ້ຢ່າງຖືກຕ້ອງ ຕາມກົດໝາຍ ແລະ ຫຼຸດພາຣະຄ່າໃຊ້ຈ່າຍ ສຳລັບຄົນງານ ແລະນາຍຈ້າງ ອັນຈະເປັນການສົ່ງເສີມ ການຈ້າງງານຄົນງານຕ່າງຊາຕ ແລະ ເສີມຂຍາຍສັກກະຍະພາບຂອງພາກສ່ວນ ການຜລິດຂອງໄທຍ ນຳດ້ວຍ.
ທາງດ້ານເຈົ້າໜ້າທີ່ ບໍຣິສັດຈັດຫາງານຍານາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ທາງບໍຣິສັດຂອງຍານາງ ໄດ້ມີການຮັບສມັກຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະປະເທດໄທຍ ແລະ ປະເທດຍີ່ປຸ່ນ ໃນຫຼາຍໜ້າວຽກ, ເຊິ່ງຄົນງານທີ່ຍັງບໍ່ທັນມີທັກສະຫຼາຍ ຈະເລືອກໄປເຮັດວຽກ ຢູ່ປະເທດໄທຍຫຼາຍກວ່າ.
ດັ່ງທີ່ຍານາງກ່າວວ່າ:
“ໂດຍ, ຍັງຮັບຢູ່. ມີໄທຍກັບຍີ່ປຸ່ນ. ແມ່ນ, ທາງຝັ່ງໄທຍ ອັນນີ້ເພິ່ນຈະໃຫ້ຂໍ້ມູນ ທາງຝັ່ງໄທຍ. ທາງຍີ່ປຸ່ນຈະໄດ້ເຂົ້າມາສມັກແບບຟອມ.”
ຂະນະທີ່ນັກວິຊາການ ແຮງງານຢູ່ປະເທດໄທຍ ເຊິ່ງບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ ສາເຫດທີ່ປະເທດໄທຍ ຈຳເປັນຕ້ອງເພິ່ງພາຄົນງານຕ່າງຊາຕ ຄືຄົນງານລາວ ຍ້ອນວ່າ ໂຄງສ້າງປະຊາກອນຂອງໄທຍ ແມ່ນຫຼຸດລົງເຮັດໃຫ້ສັງຄົມໄທຍ ກາຍເປັນສັງຄົມຜູ້ສູງອາຍຸ ເຊິ່ງມີຈຳນວນໄວແຮງງານຫຼຸດລົງ ລວມທັງການພັທນາ ການສຶກສາຂອງໄທຍ ເຮັດໃຫ້ ຄົນງານໄທຍ ຫັນໄປເຮັດວຽກ ໃນງານທີ່ຕ້ອງໃຊ້ທັກສະຫຼາຍ ແລະມີເງິນເດືອນສູງ, ສົ່ງຜົລໃຫ້ປະເທດໄທຍ ຂາດແຄນແຮງງານພາກການຜລິດ ແລະ ການບໍຣິການ ທີ່ບໍ່ຈຳເປັນຕ້ອງມີທັກສະຫຼາຍ. ຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງນຳໃຊ້ແຮງງານ ຕ່າງຊາຕ ເຂົ້າໃນວຽກງານດັ່ງກ່າວ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:
(ພາສາໄທຍ) ທ່ານກ່າວວ່າ: “ການຂຍາຍໂຕຂອງເສຖກິຈນີ້ ທີ່ຈິງຂອງໄທຍອາດຈະບໍ່ໄດ້ຂຍາຍໂຕ ໄປຫຼາຍກວ່ານີ້ແລ້ວ. ແຕ່ວ່າດ້ວຍໂຄງສ້າງປະຊາກອນນີ້ ທີ່ມັນໜ້ອຍລົງລວມເຖິງການພັທນາ ທາງການສຶກສາທີ່ເຮັດໃຫ້ວຽກງານໃນບາງລະດັບ ມັນຫາຄົນເຮັດວຽກຍາກຄິດວ່າ ມັນຕ້ອງມີຄວາມຕ້ອງການຄົນງານຕ່າງຊາຕ ໃນອະນາຄົດທີ່ຫຼາຍກວ່ານີ້ດ້ວຍ.”
ອີງຕາມຂໍ້ມູນສະຖິຕິ ຈຳນວນຄົນງານຕ່າງຊາຕ ທີ່ໄດ້ຮັບອະນຸຍາດເຮັດວຽກ ທົ່ວປະເທດ ຂອງສຳນັກງານບໍຣິຫານແຮງງານ ຕ່າງດ້າວ, ກະຊວງແຮງງານ ຂອງໄທຍ ປະຈຳເດືອນຕຸລາ 2023 ລະບຸວ່າ ຈໍານວນຄົນງານລາວ ທີ່ໄດ້ຮັບອະນຸຍາດ ເຮັດວຽກຢູ່ໄທຍໂດຍລະບົບ MOU ມີ 150,522 ຄົນ, ເພີ່ມຂຶ້ນຈາກເດືອນກັນຍາ 4,627 ຄົນ. ໂດຍສ່ວນຫຼາຍຄົນງານລາວຕາມລະບົບ MOU ເຮັດວຽກຢູ່ໃນພາກການຜລິດຫຼື ການຈຳໜ່າຍອາຫານ ແລະເຄື່ອງດື່ມຫຼາຍທີ່ສຸດ ຈຳນວນ 36,509 ຄົນ, ຮອງລົງມາແມ່ນພາກການຜລິດ ຈຳນວນ 31,421 ຄົນ.
ຂະນະທີ່ຄົນງານລາວ ທີ່ມີບັດສີບົວ ຈຳນວນ 75,762 ຄົນ, ຫຼຸດລົງຈາກເດືອນກັນຍາ 199 ຄົນ ເຊິ່ງສ່ວນຫຼາຍ ເຮັດວຽກໃນພາກການຜລິດ ຫຼື ການຈຳໜ່າຍອາຫານ ແລະເຄື່ອງດື່ມຫຼາຍທີ່ສຸດ ເຊັ່ນດຽວກັນຈຳນວນ 14,061 ຄົນ, ຮອງລົງມາແມ່ນພາກກະສິກັມ ແລະລ້ຽງສັດຈຳນວນ 13,844 ຄົນ. ທັງນີ້, ຍັງມີຄົນງານລາວ ທີ່ຍັງບໍ່ທັນຖືກຮິບໂຮມເກັບກຳ ຂໍ້ມູນອີກເປັນຈຳນວນຫຼາຍ.