ການແຂ່ງຂັນສີມືອາຊີບ ໄດ້ເປີດຂຶ້ນຢູ່ລາວ ແຕ່ມີຜູ້ສະໝັກເຂົ້າຮ່ວມໜ້ອຍ

ຈຳປາທອງ
2024.11.14
ການແຂ່ງຂັນສີມືອາຊີບ ໄດ້ເປີດຂຶ້ນຢູ່ລາວ ແຕ່ມີຜູ້ສະໝັກເຂົ້າຮ່ວມໜ້ອຍ ນີ້ເປັນພຽງຮູບປະກອບເຊິ່ງແມ່ນ ການທົດສອບສີມືແຮງງານ ສາຂາອາຊີບຊ່າງສ້ອມແປງ ແລະຕິດຕັ້ງຄອມພິວເຕີ, ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ, ເດືອນພຶດສະພາ 2022.
ປະເທດລາວ Pathedlao

ເມື່ອບໍ່ດົນມານີ້ ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະສະຫວັດດິການສັງຄົມ ໄດ້ຈັດການແຂ່ງຂັນສີມືແຮງງານຂຶ້ນ ແຕ່ປະຊາຊົນລາວ ບໍ່ໃຫ້ຄວາມສົນໃຈນໍາພໍເທົ່າໃດ ມີພຽງ 31 ຄົນເທົ່ານັ້ນ ທີ່ເຂົ້າຮ່ວມແຂ່ງຂັນ ໃນ 5 ສາຂາຊ່າງ ຄືຊ່າງຕິດຕັ້ງໄຟຟ້າ, ຊ່າງເວບເຕັກໂນໂລຍີ, ຊ່າງກຣາຟິກດີຊາຍ, ຊ່າງໄມ້ ແລະສາຂາປຸງແຕ່ງອາຫານ ໃນຂະນະທີ່ທາງການ ຄາດຫວັງວ່າ ຈະມີຜູ້ສະໝັກ ປະມານ 60-70 ຄົນ. ການທີ່ມີຜູ້ເຂົ້າແຂ່ງຂັນໜ້ອຍ ກໍຍ້ອນຫຼາຍປັດໃຈ ເປັນຕົ້ນ ການຈໍາກັດອາຍຸຜູ້ເຂົ້າແຂ່ງຂັນ ດັ່ງເຈົ້າໜ້າທີ່ ສະຖາບັນພັດທະນາສີມືແຮງງານ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 14 ພະຈິກນີ້ວ່າ:

ມັນກໍໜ້ອຍ ເພາະວ່າ ບາງສາຂາກໍມີ 4 ຄົນ ບາງສາຂາກໍມີ 6 ຄົນ ພວກເຮົາປະກາດກໍບໍ່ໄດ້ຕັ້ງເປົ້ານໍ ກໍເອົາຕາມການສະໝັກຂອງເຂົາເຈົ້າ ກະເຄີຍຄາດໄວ້ຢູ່ ຢ່າງໜ້ອຍກະວິຊານຶ່ງ ກະບໍ່ຕໍ່າກວ່າ 10-15 ຄົນ ໃນ 5 ສາຂາ ມັນບໍ່ຮອດກະສິໜ້ອຍ ຍ້ອນຈໍາກັດອາຍຸ 22 ປີ.

ທ່ານກ່າວຕື່ມວ່າ ຈໍານວນ 31 ຄົນ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນ ຄັ້ງທີ 1 ນັ້ນ ເປັນນັກສຶກສາ ແລະຄົນງານ ທີ່ມີອາຍຸບໍ່ເກີນ 22 ປີ ແລະກ່ອນຈະເຂົ້າແຂ່ງ ຂັນ ຕ້ອງໄດ້ຜ່ານການຮຽນ ແລະການຝຶກ ໂດຍທີ່ຕ້ອງໄດ້ໃຊ້ທຶນຂອງຕົນເອງ ຊຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ມີຜູ້ເຂົ້າແຂ່ງຂັນໜ້ອຍ ແລະນັກສຶກສາຜູ້ນຶ່ງກໍເວົ້າວ່າ ສະພາບສັງຄົມລາວປັດຈຸບັນ ຖືວ່າຫຼາຍຄົນບໍ່ສົນໃຈ ທີ່ຈະໄປແຂ່ງຂັນ ຍ້ອນຕ້ອງໄດ້ໃຊ້ທຶນຂອງຕົນເອງຫຼາຍສົມຄວນ ແລະຜູ້ຄົນ ສົນໃຈໄປຫາເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນປະເທດໄທ ທີ່ໃຫ້ຄ່າຈ້າງຫຼາຍກວ່າຢູ່ລາວ ແລະໄວໜຸ່ມຈໍານວນນຶ່ງ ກໍສົນໃຈຮຽນພາສາຈີນ ຍ້ອນຫວັງຈະໄດ້ເຮັດວຽກນໍາບໍລິສັດຈີນ.

ຄິດວ່າໄວລຸ້ນຍຸກໃໝ່ນີ້ ເຂົາເຈົ້າບໍ່ຄ່ອຍຈະມັກໃນດ້ານນັ້ນຫຼາຍນໍ ສ່ວນຫຼາຍເຂົາເຈົ້າຈະເຂົ້າມາທາງພາສາຫຼາຍກວ່າ ສ່ວນຫຼາຍຈະເຂົ້າພາສສາຈີນ ເພາະວ່າ ດຽວນີ້ຄົນຈີນເຂົາເຈົ້າເຂົ້າມາເຮັດຫຼາຍໆຢ່າງຢູ່ໃນລາວເຮົານີ້ ຄົນທີ່ໄດ້ພາສາຈີນ ເຂົາເຈົ້າກະຊິໄດ້ປຽບໜ້ອຍນຶ່ງໃນການເຮັດວຽກ.

ໃນຂະນະດຽວກັນ ປະຊາຊົນນາງນຶ່ງ ກໍເວົ້າວ່າ ຊາວໜຸ່ມຫຼາຍຄົນ ບໍ່ສົນໃຈທີ່ຈະຝຶກວິຊາຊີບໃນລາວ ຍ້ອນຕ້ອງໄດ້ເສຍຄ່າຝຶກເອົາເອງ ທີ່ຂ້ອນຂ້າງສູງ ແລະເມື່ຶອຝຶກຈົບມາແລ້ວ ກໍຊອກວຽກເຮັດໄດ້ຍາກ ແລະຄ່າແຮງງານກໍຕໍ່າຫຼາຍ ດັ່ງນັ້ນ ພວກເຂົາເຈົ້າຈຶ່ງຄິດຢາກໄປເຮັດວຽກຢູ່ຕ່າງປະເທດຫຼາຍກວ່າ ເພື່ອຄວາມຢູ່ລອດ.

ພວກໄວລຸ້ນກໍຍັງມີອາຍຸໜ້ອຍ ຊອກມາຫາກິນຢູ່ບ້ານເຮົາມັນຍາກ ມັນໄດ້ໜ້ອຍ ຄ່າຄອງຊີບມັນກໍສູງ ຊິໄປບໍ່ໄດ້ ເຂົາບໍ່ມີທຶນ ບໍ່ມີຫຍັງ ໄປນີ້ແຫຼະ ຊິເຮັດອາຫານອີ່ຫຍັງ ແມ່ນເຮົາກໍໄດ້ຊື້ມາ ເຂົາເຈົ້າກໍໄດ້ດິ້ນລົນໄປຈັ່ງຊັ້ນແຫຼະ.” 

ແລະຊາວລາວອີກນາງນຶ່ງ ກໍເວົ້າວ່າ ການຮຽນວິຊາຊີບ ນອກຈາກຈະຕ້ອງໄດ້ໃຊ້ທຶນຂອງຕົນເອງແລ້ວ ເມື່ອຮຽນຈົບມາແລ້ວ ກໍຊອກຫາວຽກເຮັດງານທໍາຍາກ ແລະລາຍໄດ້ກໍບໍ່ຫຼາຍ ບໍ່ກຸ້ມຢູ່ບໍ່ກຸ້ມກີນ ເຮັດໃຫ້ຫຼາຍຄົນ ບໍ່ຮຽນຂະແໜງການທີ່ວ່ານັ້ນ ແລະພາກັນຫຼັ່ງໄຫຼອອກໄປຊອກຫາເຮັດວຽກຢູ່ຕ່າງປະເທດ ດີກວ່າ ດັ່ງ ນັ້ນຈຶ່ງມີຄົນສະໝັກເຂົ້າແຂ່ງຂັນສີມືແແຮງງານ ພຽງ 31 ຄົນເທົ່ານັ້ນ.

ເປັນທຶນ ເປັນຮອນ ກໍຂ້ອນຂ້າງສູງໜ້ອຍນຶ່ງຫັ້ນນະ ຮຽນຈົບມາແລ້ວ ກະຍາກບ່ອນເຮັດວຽກຫັ້ນເດ ລູກຫຼານຂອງຂ້ອຍ ບໍ່ຢາກໄປຮຽນ ກໍຍ້ອນໂຕນີ້ແຫຼະ ກະຫຼາຍຄົນຫຼັ່ງໄຫຼໄປຊອກວຽກເຮັດຢູ່ຕ່າງປະເທດ.” 

ອີງຕາມລາຍງານ ກ່ຽວກັບຜົນຂອງການສໍາຫຼວດ ກໍາລັງແຮງງານໃນປະເທດ ຄັ້ງທີ 3 ທີ່ທາງການລາວ ຮ່ວມກັບອົງການຈັດຕັ້ງສາກົນຈັດການສໍາຫຼວດ ຊຶ່ງໄດ້ເຜີຍແພ່ໃນເດືອນເມສາ 2023 ທີ່ຜ່ານມາ, ແຕ່ປີ 2022 ມາເຖິງປັດຈຸບັນ ປະເທດລາວ ມີພົນລະເມືອງປະມານ 7.4 ລ້ານຄົນ, ສໍາລັບພົນລະເມືອງ ທີ່ຢູ່ໃນເກນອອກ ແຮງງານ ຊຶ່ງມີອາຍຸ 15 ປີຂຶ້ນໄປ ມີ 5,382,000 ຄົນ ໃນຈໍານວນນັ້ນ ມີວຽກເຮັດງານທໍາ 2,475,100 ຄົນ.

ສໍາລັບຄົນວ່າງງານໃນລາວ ທີ່ມີຢູ່ປະມານ 61,000 ຄົນນັ້ນ ມາເຖິງປັດຈຸບັນ ກໍຍັງຊອກຫາວຽກເຮັດຢູ່ ຊຶ່ງສ່ວນໃຫຍ່ ເປັນຄົນຢູ່ຊົນນະບົດ ທີ່ມີເຖິງ 33,100 ຄົນ ຄືກວມເອົາປະມານ 54% ແລະເປັນຜູ້ທີ່ມີອາຍຸ 25 ປີຂຶ້ນໄປ ຫຼາຍກວ່າ 37,000 ຄົນ ຫຼືປະມານ 60.6% ຂອງຈໍານວນຜູ້ວ່າງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.