ການຈັດຕັ້ງປະຕິບັດ ກົດໝາຍແຮງງານລາວ ຍັງພົບຄວາມຫຍຸ້ງຍາກ

ໄຊຍາ
2024.09.25
ການຈັດຕັ້ງປະຕິບັດ ກົດໝາຍແຮງງານລາວ ຍັງພົບຄວາມຫຍຸ້ງຍາກ ຮູບໂຕຢ່າງປະກອບ ບັນຍາກາດ ພາຍໃນງານ ຕະຫລາດນັດພົບແຮງງານ ປີ 2022 ທີ່ຜແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS), ເດືອນພະຈິກ ປີ 2022.
RFA

ຈາກກອງປະຊຸມຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານໃນວັນທີ 19 ກັນຍາ 2024 ທີ່ສະພາແຫ່ງຊາດ. ທາງກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ເຫັນວ່າຍັງມີຂໍ້ຄົງຄ້າງແລະສິ່ງທ້າທາຍ ຫຼາຍບັນຫາທີ່ການຈັດຕັ້ງປະຕິບັດຍັງມີຂໍ້ຫຍຸ້ງຍາກ ເປັນຕົ້ນການຄຸ້ມຄອງແຮງງານຕ່າງປະເທດທີ່ເຂົ້າມາອອກແຮງງານ ໃນປະເທດລາວ, ການສົ່ງແຮງງານໄປເຮັດວຽກ ຢູ່ຕ່າງປະເທດທີ່ຜ່ານມາຂາດການຕິດຕາມກວດກາ ປະເມີນຢ່າງຕໍ່ເນື່ອງ, ນາຍຈ້າງຈຳນວນຫຼາຍບໍ່ປະຕິບັດຕາມກົດໝາຍຫຼືລະເມີດກົດໝາຍ ລວມເຖິງການພັດທະນາສີມືແຮງງານໃນລາວ.

ຂະນະທີ່ເຈົ້າໜ້າທີ່ແຮງງານໃນລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ກັນຍາວ່າ ຫາກເວົ້າເຖິງເລື່ອງການຄຸ້ມຄອງແຮງງານຕ່າງປະເທດ ທີ່ເຂົ້າມາອອກແຮງງານໃນລາວທີ່ຜ່ານມາກໍ່ຍັງພົບບັນຫາ ມີແຮງງານຕ່າງປະເທດເຊັ່ນ ພະມ້າ, ຈີນ ລັກລອບເຂົ້າເມືອງແບບຜິດກົດໝາຍຢຸ່ໂດຍບໍ່ມີໜັງສືຜ່ານແດນ ເອກະສານຕ່າງໆ ກໍ່ເຂົ້າມາອາໃສແລະເຮັດວຽກໃນລາວ. ສາເຫດກໍ່ມາຈາກເຈົ້າໜ້າທີ່ມັກຮັບສີນບົນຫຼືຮຽກເອົາເງິນຫາກີນກັບເຂົາເຈົ້າ ແລະກໍ່ປ່ອຍເຂົ້າມາເມື່ອເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກວດພົບກໍ່ໄດ້ແຕ່ສົ່ງກັບຄືນປະເທດ.

“ແກ້ໄຂບໍ່ໄດ້ກໍ່ຍ້ອນສ່ວນຫຼາຍກາມີຜູ້ລັກລອບຫັ້ນແຫຼະພວກທີ່ມາແບບບໍ່ມີບັດມີໃບກັບໄປກໍລັກມາອີກປັບໄໝອີ່ຫຍັງເຂົາເຂົາກໍ່ບໍ່ມີເງິນມຽນມ້າກັບຈີນນີ້ແຫຼະຄັນເຈົ້າໜ້າທີ່ໄປກວດໄປເຫັນເຂົາກໍ່ແລ່ນກໍ່ລີ້ກົດໝາຍລາວນີ້ມັນແກ້ຍາກລະປະຕິບັດບໍ່ໄດ້ແຫຼະເຈົ້າໜ້າທີ່ຢຸ່ດ່ານໄປເຂົາກໍ່ເອົາເງິນໃສ່ຍ້າຍຜູ້ໃໝ່ຜູ້ໃໝ່ໄປກາຄືເກົ່າມັນເປັນໄປແນວນັ້ນ.”

ຂະນະທີ່ເຈົ້າໜ້າທີ່ແຮງງານ ອີກທ່ານກໍ່ກ່າວເຖິງເລື່ອງການສົ່ງແຮງງານ ໄປເຮັດວຽກຕ່າງປະເທດວ່າໂດຍສະເພາະໃນໄທກໍ່ມັກພົບບັນຫາເລື່ອງການໃຊ້ພາສປອດເຂົ້າໄປເຮັດວຽກໃນໄທທັງທີ່ຕາມກົດໝາຍບໍ່ສາມາດເຮັດໄດ້ບັນຫານີ້ກໍເຮັດໃຫ້ບໍ່ສາມາດກວດກາຕິດຕາມປະເມີນໄດ້.

“ສ່ວນຫຼາຍມັນການຄຸ້ມຄອງແຮງງານ ໄປຕ່າງປະເທດສະເພາະແຮງງານ ໄປໄທເຮົານີ້ແຫຼະໄປກໍ່ຖືແຕ່ພາສປອດໄປແລ້ວກາໄປເຮັດວຽກ ຢູ່ພຸ້ນເດ້ດຽວນີ້ຫັ້ນນ່າໂຕນີ້ມັນຍັງຄ້າງກໍ່ຫາກຄາຢູ່ເນາະ ບໍ່ວ່າໄປຈຳນວນເທົ່າໃດຈະໄປເຮັດວຽກຫຍັງຊີໄປອັນໃດແດ່ເນາະ.”

ທ່ານກ່າວຕື່ມວ່າ ສ່ວນການພັດທະນາສີມືແຮງງານລາວ ສ່ວນໜຶ່ງກໍ່ຕິດພັນເລື່ອງງົບປະມານ, ບຸກຄະລາກອນ,ສິ່ງອຳນວຍຄວາມສະດວກ ອຸປະກອນຕ່າງໆ ແລະ ອື່ນໆ ກໍ່ຍັງບໍ່ທັນພຽງພໍທີ່ຈະສົ່ງເສີມຊາວບ້ານໃຫ້ມີສີມື ແລະອາຊີບໝັ້ນຄົງ.

“ການຈັດຝຶກສີມືແຮງງານນີ້ພວກເຮົາ ຕ້ອງໄດ້ແກ້ໄຂຫັ້ນແຫຼະບັນດາສາຂາອາຊີບຕ່າງໆ ຊິໄດ້ປັບໃຫ້ມັນສອດຄ່ອງກັບຄວາມຕ້ອງການ ຂອງຕະຫຼາດແຮງງານມັນກໍ່ຕິດພັນກັນຫຼາຍ ອັນງົບປະມານບຸກຄະລາກອນທີ່ຈະມາເຮັດນີ້ກໍ່ຍັງບໍ່ທັນພຽງພໍ ສິ່ງຂອງທີ່ອຳນວຍຕົນງານສະດວກ ມັນກໍ່ຫຼາຍໆອັນຫັ້ນແຫຼະ ທີ່ຈະຕ້ອງໄດ້ແກ້ໆ ໄປພ້ອມໆກັນ.

ບັນຫາດັ່ງກ່າວນີ້ຄົນລາວທີ່ຜ່ານການຝຶກສືມື ແຮງງານຂອງເຈົ້າໜ້າທີ່ບໍ່ເຫັນຈະມີລົງໄປຍັງຊຸມຊົນ ຊາວບ້ານກໍຫາກີນຕາມເທົ່າທີ່ມີ. ບໍ່ມີງານທີ່ໝັ້ນຄົງຫາກເປັນໄປໄດ້ຢາກໃຫ້ເຈົ້າໜ້າທີ່ລົງພື້ນທີ່ສົ່ງເສີມຫຼືສ້າງໂຄງການຕ່າງໆ ເພື່ອໃຫ້ເຂົາເຈົ້າມີອາຊີບມີລາຍຮັບທີ່ໝັ້ນຄົງ.

“ກໍ່ຢາກໃຫ້ມີເດ້ເພາະວ່າຊາວບ້ານຈະໄດ້ມີວຽກເຮັດງານທໍາກ່ຽວກັບພວກປູແປ້ງບໍ່ຕັດຫຍິບແມ່ນຫຍັງຊິນ່າກັບພວກກ່ຽວກັບໂຄງການຕໍ່າຫູກຖ້າມີໄດ້ກໍ່ດີໃດເພາະວ່າຜູ້ທີ່ເຂົາເຈົ້າບໍ່ມີວຽກເຮັດເຂົາເຈົ້າຈະໄດ້ມີອາຊີບສ່ວນຫຼາຍເຂົາເຈົ້າກໍ່ກີນໄປມືຶ້ໆ ວັນໆ ນີ້.

ຂະນະທີ່ແຮງງານອີກທ່ານກໍ່ກ່າວເຖິງ ບັນຫາທີ່ເຮັດວຽກໃນລາວກໍ່ບໍ່ໄດ້ເຂົ້າເຖິງກົດໝາຍ ວ່າດ້ວຍແຮງງານຢ່າງແທ້ຈິງເຊັ່ນການເຂົ້າໄປເຮັດວຽກໃນສວນກ້ວຍບາງຄົນເຂົ້າໄປເຮັດວຽກແບບລາຍວັນກໍ່ບໍ່ໄດ້ມີສະຫວັດດີການດ້ານສຸຂະພາບກໍ່ມີ, ບາງເທື່ອຖືກນາຍຈ້າງໂກງເງິນກໍ່ມີໄປເຮັດວຽກແລ້ວບໍ່ຈ່າຍເງິນ.

“ໄປບບບໍ່ຜ່ານເມືອງບໍ່ຜ່ານສະຫວັດດີການອີ່ຫຍັງມັນຈຶ່ງບໍ່ມີຜູ້ໃດຄຸ້ມຄອງນາຍຈ້າງກໍ່ລັກສະນະເຮັດເຖື່ອນພວກລູກຈ້າງກໍ່ລັກສະນະເຮັດເຖື່ອນໄປຊິນ່າຍົກຕົວຢ່າງສວນກ້ວຍກໍ່ບໍລິສັດຂອງຈີນເນາະສ່ວນທີ່ເຫຼືອແມ່ນກຳມະກອນລາຍວັນຊິນ່າໄດ້ຍີນຂ່າວຄາວຄັນເຂົ້າຜິດໜ້ອຍໜຶ່ງເຂົາກໍ່ບໍ່ໃຫ້ເລີຍ.

ສ່ວນແຮງງານລາວທີ່ໄປເຮັດວຽກຕ່າງປະເທດຖ້າເຂົ້າໄປຖືກຕ້ອງຕາມລະບົບ MOU ແນ່ນອນວ່າຈະໄດ້ຮັບການຄຸ້ມຄອງວ່າດ້ວຍກົດໝາຍແຮງງານທັງສະຫວັດດີການ, ສຸຂະພາບ ແລະ ອື່ນ ໆ ຕາມກົດໝາຍ. ແຕ່ສຳລັບຜູ້ທີ່ເຂົ້າໄປດ້ວຍພາສປອດບໍ່ມີໜັງສືເຮັດວຽກກໍ່ຈະບໍ່ໄດ້ເຂົ້າເຖິງສະຫວັດດີການທີ່ດີ, ກົດໝາຍຄຸ້ມຄອງເພາະການກວດກາເຂົ້າບໍ່ເຖິງ, ບາງຄົນກໍ່ພົບນາຍຈ້າງບໍ່ດີກໍ່ຖືກກັກຂັງທຳຮ້າຍຮ່າງກາຍກໍ່ມີ. ເປັນຕົ້ນເມື່ອເດືອນມີນາ 2024 ຜ່ານມາສາວລາວອາຍຸ 18 ປີ ເຂົ້າໄປເຮັດວຽກໃນແຂວງອຸດອນທານີເພື່ອໄປເປັນແມ່ບ້ານຊ່ວຍເບີ່ງແຍງຄົນປ່ວຍອາຍຸ 85 ປີ ກໍ່ຖືກນາຍຈ້າງທີ່ເປັນນາຍແພດພະຍາຍາມຂືນໃຈຈົນທົນບໍ່ໄຫວຈຶ່ງປີນກຳແພງໜີແລະຂໍໃຫ້ຄອບຄົວມາຊ່ວຍ, ຄອບຄົວຈຶ່ງແຈ້ງເຈົ້າໜ້າທີ່ຕຳຫຼວດເຂົ້າໝາຍຊ່ວຍ.

ເນື່ອງໃນໂອກາດປີໃໝ່ລາວທີ່ຜ່ານມາກະຊວງແຮງງານແລະສະຫວັດດີການສັງຄົມໄດ້ອອກແຈ້ງການລະດົມໃຫ້ແຮງງານລາວເຮັດວຽກພາຍໃນປະເທດເພາະບໍ່ມີຄວາມສ່ຽງ ແລະ ຍັງໄດ້ຢູ່ໄກ້ຊິດກັບຄອບຄົວ.

ແຈ້ງການລະບຸຕື່ມວ່າສໍາລັບຜູ້ທີ່ຕ້ອງການຢາກໄປອອກແຮງງານຢູ່ຕ່າງປະເທດ ກໍຂໍໃຫ້ຄຳນຶງເຖິງກົນໄກ ແລະ ຮູບແບບການໄປອອກແຮງງານແບບຖຶກຕ້ອງຕາມລະບຽບກົດໝາຍ, ມີຄວາມປອດໄພ ແລະ ຮັບປະ ກັນຜົນປະໂຫຍດໄດ້ດີກວ່າ ໂດຍ ທ່ານສາມາດພົວພັນກັບບັນດາພາກສ່ວນທີ່ກ່ຽວຂ້ອງ. ການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖຶກຕ້ອງຕາມກົດໝາຍ ແມ່ນເປັນການບໍ່ສົມຄວນ, ເປັນຊ່ອງທາງທີ່ມີຄວາມສ່ຽງທີ່ສຸດ ແລະ ຈະບໍ່ໄດ້ຮັບການປົກ ປ້ອງໃນດ້ານສິດທິຂອງຕົນຫຍິ່ງໄປກວ່ານັ້ນ ກໍ່ຈະກາຍເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດ  ມີຄວາມສ່ຽງສູງໃນການຖືກຂູດຮີດ ແລະ ລ່ວງລະເມີດສິດສ່ວນຕົວຂອງແຮງງານ, ຄວາມສ່ຽງທີ່ຈະໄດ້ເຮັດວຽກຢູ່ບ່ອນທີ່ມີອັນຕະລາຍໄດ້ຮັບຜົນກະທົບທາງດ້ານຮ່າງກາຍ, ຈິດໃຈ ແລະ ມີບັນຫາອື່ນໆຕື່ມອີກ.

ໃນໂອກາດຂຶ້ນຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2024 ທ່ານ ນາງ ໃບຄໍາ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ສໍາລັບການຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແມ່ນໄດ້ມີລະບຽບການໃນການສົ່ງອອກແຮງງານລາວ ເພື່ອໄປເຮັດວຽກຢູ່ຕ່າງປະເທດ ໂດຍເລີ່ມຈາກການມີສັນຍາຮ່ວມມືກັບປະເທດຮັບ, ມີກົນໄກການຕິດຕາມ ແລະ ຄຸ້ມຄອງຂະບວນການ, ຂັ້ນຕອນໃນການຈັດຫາງານໄປຕ່າງປະເທດຢ່າງຮັດກຸມ ໄດ້ມີການປະສານສົມທົບກັບກະຊວງການຕ່າງປະເທດ ເພື່ອໃຫ້ສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ເຊັ່ນ: ສະຖານທູດ, ສະຖານກົງສູນຢູ່ປະເທດທີ່ມີແຮງງານລາວເຮັດວຽກຢູ່ໃຫ້ການຕິດຕາມ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານລາວ ພ້ອມທັງໄດ້ແຕ່ງຕັ້ງພະນັກງານຄຸ້ມຄອງແຮງງານລາວ ໄປປະຈຳຢູ່ຕ່າງປະເທດຕາມຄວາມເໝາະສົມ.

ມາຮອດປັດຈຸບັນ, ມີແຮງງານລາວອອກໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດຫມາຍ 212,795 ຄົນ ແລະ ແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203.161 ຄົນ. ສັງລວມເງິນທີ່ແຮງງານສົ່ງກັບຄືນປະເທດທັງໝົດ ປະມານ 52,110,961 ໂດລາສະຫະລັດຕໍ່ເດືອນ x 12 ເດືອນ ເທົ່າກັບ 625,331,532 ໂດລາສະຫະລັດຕໍ່ປີ.

 ອີງຕາມກົດໝາຍວ່າດ້ວຍແຮງງານມາດຕາ 68 ການຮັບແຮງງານຕ່າງປະເທດ ຜູ້ໃຊ້ແຮງງານມີໜ້າທີ່ໃນສ້າງແຜນງານຄວາມຕ້ອງການນໍາໃຊ້ແຮງງານຢູ່ໃນຫົວໜ່ວຍແຮງງານຂອງຕົນດ້ວຍການໃຫ້ບູລິມະສິດແກ່ແຮງງານລາວກ່ອນ, ແຕ່ຫາກເຫັນວ່າມີຄວາມຈຳເປນເຊີ່ງບໍ່ສາມາດຊອກຫາແຮງງານລາວໄດ້ຢ່າງພຽງພໍກັບຄວາມຕ້ອງການນັ້ນກໍ່ມີສິດໃນການສະເໜີນໍາໃຊ້ແຮງງານຈ່າງປະເທດ.

ສ່ວນອັດຕາສ່ວນຮັບເອົາແຮງງານຕ່າງປະເທດເຂົ້າມາເຮັດວຽກໃນຫົວໜ່ວຍແຮງງານ 15% ຂອງຈໍານວນຜູ້ແຮງງານລາວທັງໝົດໃນຫົວໜ່ວຍແຮງງານນັ້ນສຳລັບຜູ້ມີວິຊາສະເພາະທີ່ອອກແຮງງານດ້ວຍມັນສະໝອງ. ສຳລັບໂຄງການຂະໜາດໃຫຍ່, ໂຄງການບູລິມະສິດຂອງລັດຖະບານທີ່ມີແວລາແຕ່ຫ້າປີລົງມາການນຳໃຊ້ແຮງງານຕ່າງປະເທດໃຫ້ປະຕິບັດຕາມສັນຍາລະຫວ່າງເຈົ້າຂອງໂຄງການກັບລັດຖະບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.