ທ.ໂບ່ຍ ນ.ແກ້ວ ຍັງຕິດຄຸກ
2020.03.31

ມາຮອດປັດຈຸບັນ ທ້າວ ໂບ່ຍ ແລະ ນາງແກ້ວ ຊາວບ້ານຊຽງດາ ເມືອງໄຊເສດຖາາ ນະຄອນຫລວງວຽງຈັນ ທີ່ຖືກຈັບໃນກໍຣະນີຂັດແຍ່ງ ທີ່ດິນຍັງບໍ່ທັນໄດ້ ຮັບການປ່ອຍໂຕອອກມາເທື່ອ ເຊີ່ງທາງຄອບຄົວໄດ້ ຍື່ນໃບສເນີຂໍປະກັນໂຕ ໄປຍັງຫ້ອງການຕຳຣວດ ເມືອງໄຊເສດຖາ ແລ້ວ ເຊີ່ງຕອນນີ້ຍັງລໍຖ້າຄຳຕອບ ຈາກເຈົ້າໜ້າທີ່ຕຳຣວດ. ດັ່ງຄົນຢູ່ໃນຄອບຄົວຂອງຜູ້ ຖືກກັກຂັງໄດ້ກ່າວຕໍ່ເອເຊຽເສຣີ ໃນວັນທີ 31 ມີນາ ວ່າ:
"ເອກກະສານເຮົາຂຽນຜ່ານຂຶ້ນໄປໝົດແລ້ວ ຂະເຈົ້າປົກຄອງບ້ານ ຍື່ນຜ່ານຂຶ້ນໄປໝົດແລ້ວ ຊິໄປຂໍອອກມາມື້ນີ້ແຫຼະ ເບິ່ງຫັ້ນນ່າຍື່ນໝົດ ແລ້ວ ເອກກະສານນະ ປະຊາຊົນກາເບິ່ງນຳກັນຢູ່ນີ້ແຫຼະ ສຶກສາອົບຮົມ ຊື່ ໆ ແມ່ນແຫລະ ຂະເຈົ້າກາຊິແລ່ນໃຫ້ ມັນທັນຫັ້ນແຫລະ."
ຄົນໃນຄອບຄົວເວົ້າຕື່ມວ່າຕັ້ງແຕ່ທັງສອງຄົນຖືກຈັບ ໃນມື້ເກີດເຫດທາງຄອບຄົວ ກໍໄດ້ປະກອບເອກກະສານຂໍໃຫ້ປ່ອຍໂຕ ເພື່ອຮ້ອງຂໍຄວາມ ເມດຕາໃຫ້ເຈົ້າໜ້າທີ່ປ່ອຍໂຕ ໂດຍໄວແຕ່ທາງເຈົ້າໜ້າທີ່ໄດ້ ຊີ້ແຈງວ່າ ທຸກຢ່າງຕ້ອງເປັນໄປຕາມຂັ້ນຕອນທາງກົດໝາຍ ເຊິ່ງຍັງໃຫ້ຄຳຕອບ ບໍ່ໄດ້ ວ່າຈະປ່ອຍເມື່ອໃດ.
ຕໍ່ກໍຣະນີດັ່ງກ່າວ ເອເຊັຽເສຣີ ໄດ້ໂທໄປສອບຖາມເຖິງສາເຫດວ່າ ເປັນຫຍັງບໍ່ປ່ອຍໂຕ ທັງສອງທີ່ກໍຣະນີຂັດແຍ່ງນັ້ນ. ທາງເຈົ້າໜ້າທີ່ ຍັງບໍ່ ທັນມີຄຳເຫັນ ໃນເຣື່ອງດັ່ງກ່າວ.
ທ້າວ ໂບ່ຍ ແລະ ນາງແກ້ວ ຖືກເຈົ້າໜ້າທີ່ຕຳຣວດຈັບໃນວັນທີ 16 ມີນາ ທີ່ຜ່ານມາ. ໃນຂໍ້ຫາຂັດຂວາງການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ໂຄງການກໍ່ສ້າງ ມະຫາວິທຍາລັຍ ວິທຍາສາດສຸຂພາບ ຍ້ອນບໍ່ພໍໃຈ ທີ່ເຈົ້າໜ້າທີ່ບຸກເບີກດິນຂອງຄອບຄົວ ເພາະ ຍັງບໍ່ທັນໄດ້ ຕົກລົງຄ່າ ຊົດເຊີຍເທື່ອ.
ການຄວບຄຸມສອງຄົນດັ່ງກ່າວ ເຈົ້າໜ້າທີ່ໄດ້ຊີ້ແຈງວ່າ ເນື່ອງຈາກຢ້ານວ່າແລ່ນໃສ່ຣົດດຸດດິນ ທີ່ກຳລັງບຸກເບີກເນື້ອທີ່ຢູ່. ປັດຈຸບັນທັງສອງ ຄົນທີ່ເປັນຄູ່ ກໍຣະນີຂັດແຍ່ງດິນຢູ່ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຖືກກັກຂັງໄວ້ ທີ່ຫ້ອງການຕຳຣວດ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ.