ຣັຖ ບໍ່ເດັດຂາດຕໍ່ກຸ່ມສໍ້ຣາສ: ປະຊາຊົນ
2019.04.04
ປັດຈຸບັນ ເຈົ້າໜ້າທີ່ຣັຖກອນ ທີ່ຢູ່ຕາມອົງການຕ່າງໆ ມີຄວາມຣະມັດຣະວັງ ເຣື້ອງການອະນຸມັດ ໂຄງກ່ານຕ່າງໆ ຍ້ອນວ່າ ຣັຖບານກຳລັງ ມີການກວດສອບ ແລະ ເອົາຜິດ ເຈົ້າໜ້າທີ່ກ່ຽວຂ້ອງ. ເຈົ້າໜ້າທີ່ ຈາກກົມອ້ອມຂ້າງ ສຳນັກງານນາຍົກຣັຖມົນຕຼີ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ເອເຊັຍເສຣີ ໃນວັນທີ 22 ມີນາ ວ່າ:
(ສຽງສັມພາດ)
ອັນນັ້ນ ເປັນຄຳສັມພາດ ຂອງເຈົ້າໜ້າທີ່ ຈາກກົມອ້ອມຂ້າງ ສຳນັກງານນາຍົກ ຣັຖມົນຕຼີ, ແຕ່ ໃນຄວາມຄິດເຫັນ ປະຊາຊົນ ກໍຄື ການ ປາບປາມ ຍັງບໍ່ທັນເຫັນ ເປັນຮູບປະທັມ ເພາະຢູ່ ປະເທດລາວ ຍັງມີຣະບົບ ໃຊ້ໜີ້ບຸນຄຸນ ຕົວຢ່າງ ອະດີດຣັຖມົນຕຼີກະຊວງການເງິນ ທີ່ຖືກຈັບ ຜ່ານມາ ກໍຍັງບໍ່ມີການຢຶດຊັບ:
(ສຽງສັມພາດ)
ອີງຕາມຂໍ້ມູນ ຈາກອົງການກວດກາຣັຖບານ ໃນປີ 2018 ທີ່ຜ່ານມາ, ໃນທົ່ວປະເທດ ມີພະນັກງານຣັຖກອນ ຂແນງການບໍລິຫານຫຼາຍກ່ວາ 800 ຄົນ ຖືກປະຕິບັດວິໃນ ຍ້ອນມີພຶດຕິກຳ ສໍ້ຣາສບັງຫລວງ. ຄວາມເສັຽຫາຍ ຈາກການສໍ້ຣາສບັງຫລວງ ໃນທົ່ວປະເທດ ໃນປີ 2018 ຄິດເປັນມູນຄ່າເງິນ ຫຼາຍກ່ວາ 800 ຕື້ກີບ, 300 ລ້ານບາດ, ເກືອບ 6 ແສນໂດລາ, ແຕ່ຣັຖບານ ສາມາດເກັບກູ້ຄືນໄດ້ 370 ຕື້ກີບ; 24 ລ້ານບາດ, ແລະ 2 ແສນໂດລາ. ອົງການຄວາມໂປ່ງໃສສາກົນ ທີ່ມີ ສຳນັກງານໃຫຍ່ ຢູ່ປະເທດເຢັຽຣະມັນ, ຈັດລາວເປັນ ປະເທດນຶ່ງ ທີ່ຍັງມີການສໍ້ຣາສບັງຫລວງຫລາຍຄືເກົ່າ.
ອົງການຄວາມໂປ່ງໃສ ໄດ້ຈັດສປປລາວ, ເປັນປະເທດທີ່ ມີການສໍ້ຣາສບັງຫຼວງຫຼາຍ ອັນດັບທີ່ 132 ໃນຈຳນວນທັງໝົດ 180 ປະເທດ ໃນໂລກ. ຖ້າປະເທດໃດ ໄດ້ອັນດັບນຶ່ງ, ປະເທດນັ້ນຈະເປັນປະເທດ ທີ່ມີການສໍ້ຣາສບັງຫຼວງໜ້ອຍທີ່ສຸດ, ແຕ່ຖ້າ ປະເທດໃດ ຢູ່ໃນອັນດັບ ສຸດທ້າຍ ປະເທດນັ້ນ ຈະມີການສໍ້ຣາດບັງຫຼວງຫຼາຍທີ່ສຸດ. ໃນປີ 2017 ປະເທດລາວ ກໍຖືກຈັດອັນດັບທີ 132 ໃນຈຳນວນ ທັງໝົດ 180 ປະເທດ ໃນໂລກ ເຊັ່ນດຽວກັນ.