ວັນທີ 3 ທັນວານີ້ ກໍເປັນມື້ຄົບຮອບ 1 ປີຂອງການເປີດໃຊ້ທາງຣົຖໄຟລາວ-ຈີນ ທີ່ ຕລອດໄລຍະ 1 ປີຜ່ານມາ ໄດ້ໃຊ້ຂົນຜູ້ໂດຍສານ 7.5 ລ້ານເທື່ອຄົນ ແລະຂົນສິນຄ້າເກືອບ 10 ລ້ານຕັນ, ແຕ່ກໍຍັງມີບັນຫາຫລາຍຢ່າງ ເປັນຕົ້ນ ເຣື່ອງການຈ່ອງປີຍາກ, ບໍ່ມີບ່ອນນັ່ງລໍຖ້າ, ບໍ່ມີຫ້ອງນໍ້າໃຊ້ (ພາຍນອກ ອາຄານ).
ການໃຫ້ການບໍຣິການຣົຖໄຟນີ້ ຕາມຫາງສຽງຂອງນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ຈໍານວນຫລວງຫລາຍ ແມ່ນຍັງມີຄວາມຫຍຸ້ງຍາກ ຫລາຍຢ່າງ ເປັນຕົ້ນເຣື່ອງການຈ່ອງປີ້ ໂດຍສານຍາກ ຈົນກາຍເປັນຊ່ອງວ່າງ ໃຫ້ມີການສໍ້ໂກງເກີດຂຶ້ນ ຍ້ອນບໍ່ມີລະບົບ ການຈ່ອງປີ້ທາງອອນລາຍນ໌.
ດັ່ງປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 2 ທັນວານີ້ວ່າ:
" ຖ້າວ່າເຮົາບໍ່ຈອງລ່ວງໜ້າ ບາງທີຣົຖໄຟມັນເຕັມ ຂະເຈົ້າບໍ່ໄດ້ເປີດໃຫ້ ຊື້ທາງເວັບໄຊຕ໌ເທື່ອ ມີແຕ່ສາມາດຈ່ອງເອົາ ກະສ່ຽງອີກ ເຮົາກະຕ້ອງເບິ່ງອີກ ບາງຄົນນີ້ກະຖືກນັກ ຕົ້ມຕຸນເນາະ ຂະເຈົ້າຕົວະເອົາເງິນ ໄປລ້າໆ ນີ້ກະບໍ່ໄດ້ຣົຖໄຟ ກະບໍ່ໄດ້ຂຶ້ນຫັ້ນນ່າ ສະນັ້ນເຮົາຕ້ອງກວດສອບ ເບິ່ງວ່າ ເຮົາຊິຈ່ອງນໍາໃຜ ທີ່ນ່າເຊື່ອຖືຫັ້ນນ່າ. "
ທ່ານເວົ້າຕື່ມວ່າ ຢາກໃຫ້ທາງການລາວ ແລະຜູ້ມີອໍານາດ ໃນການຄຸ້ມຄອງ ຊ່ອຍຫາລືກັບບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ເພື່ອແກ້ໄຂບັນຫາ ການຈ່ອງປີ້ຣົຖໄຟ ທີ່ຫຍຸ້ງຍາກ ໃຫ້ມີຄວາມສະດວກ ແລະວ່ອງໄວຂຶ້ນ ເພື່ອບໍ່ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ຫຍຸ້ງຍາກ-ສັບສົນ ແລະປ້ອງກັນບໍ່ໃຫ້ມີການສໍ້ໂກງ.
ພ້ອມດຽວກັນນັ້ນ ຊາວລາວຜູ້ນຶ່ງ ຢູ່ແຂວງວຽງຈັນ ກໍເວົ້າວ່າ ຕັ້ງແຕ່ມີການເປີດໃຫ້ບໍຣິການ ຣົຖໄຟມາ, ຕົນເອງໄດ້ເດີນທາງ ນໍາຣົຖໄຟນີ້ຢູ່ຕລອດ ຍ້ອນມັນສະດວກ ສະບາຍ ແລະປະຢັດເວລາ ແຕ່ການຈ່ອງປີ້ນັ້ນຍາກທີ່ສຸດ. ຢາກໃຫ້ທາງການລາວ ແລະບໍຣິສັດຜູ້ລົງທຶນ ໃຊ້ລະບົບການຈອງປີ້ໂດຍສານ ຜ່ານທາງອອນລາຍນ໌ ເພື່ອຄວາມສະດວກ.
" ແມ່ນແລ້ວ ມັນບໍ່ມີເວັບໄຊທໃຫ້ຈ່ອງ ເຈົ້າ ເພິ່ນຍັງບໍ່ໄດ້ເປີດນໍາໃຊ້ ເຈົ້າ, ເພາະວ່າມັນ ມີອັນນັກທ່ອງທ່ຽວໄທຍຫລາຍຢູ່ ຈ່ອງຍາກສຸດໆເລີຍ. "
ທີ່ແຂວງຫລວງພຣະບາງ ຊາວລາວຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 2 ທັນ ວານີ້ວ່າ ເຖິງຈະມີຄວາມສະດວກ ໃນການເດີນທາງ ໄປ-ມາ ທາງຣົຖໄຟ ລະຫວ່າງແຂວງຕໍ່ແຂວງ, ແຕ່ຫລາຍບັນຫາ ກໍຍັງບໍ່ໄດ້ຮັບການແກ້ໄຂເທື່ອ ໂດຍສະເພາະ ເຣື່ອງສິ່ງອໍານວຍຄວາມສະດວ ກຕ່າງໆ ທີ່ສະຖານີຣົຖໄຟ ໃຫ້ການບໍຣິການບໍ່ດີ ເທົ່າທີ່ຄວນ ຫ້ອງນໍ້າກໍບໍ່ມີ.
" ຄືລູກຄ້າໄປ ກະຕ້ອງໄປລໍ ໄປຢືນຖ້າຢູ່ນອກຫັ້ນນ່າ ຫ້ອງນໍ້າກະບໍ່ມີໃຫ້ໃຊ້. "
ໃນຂະນະດຽວກັນ ພະນັກງານໄທຍ ທີ່ເຮັດວຽກໃນບໍຣິສັດ ທ່ອງທ່ຽວໄທຍ ຊຶ່ງໃຊ້ການບໍຣິການ ຂອງຣົຖໄຟ ປະຈໍາ ເວົ້າວ່າ ທາງຣົຖໄຟ ລາວ-ຈີນ ນີ້ ດຶງດູດນັກທ່ອງທ່ຽວ ທີ່ເປັນຄົນໄທຍ ແລະຄົນປະເທດອື່ນໆ ໄປທ່ຽວລາວໄດ້ຫລາຍ ຍ້ອນມີຄວາມສະດວກ ແລະວ່ອງໄວ, ແຕ່ທ່ານກໍຢາກໃຫ້ທາງການລາວ ແລະບໍຣິສັດຜູ້ລົງທຶນ ໃຊ້ລະບົບການຈ່ອງປີ້ ໂດຍສານ ໃຫ້ມີຄວາມສະກວກຂຶ້ນກວ່ານີ້, ປັບປຸງສິ່ງອໍານວຍຄວາມສະດວກ ຮວມທັງໃຫ້ມີຫ້ອງນໍ້າ ທັງພາຍໃນ ແລະນອກສະຖານີຣົຖໄຟ ທຸກແຫ່ງ.
" ຂ້ອຍເອງ ຂ້ອຍເປັນທົວຣ໌ ທ່ອງທ່ຽວ ກະຍັງຕ້ອງໄດ້ລໍຖ້າ. ໃຫ້ເຂົາມີລະບົບອອນລາຍນ໌, ສາມາດຈ່ອງປີ້ບ່ອນນັ່ງໄດ້ ມັນຈະໄດ້ຈັດການງ່າຍ, ເຂົາອາດຄາເຣື່ອງຜົນປໂຍດທັບຊ້ອນ ຫລືບໍ່ແນວໃດ. ສ່ວນເຣື່ອງຂອງອາຄານທາງນອກ ຈະບໍ່ມີຈຸດພັກຄອຍ ເຂົາບໍ່ໄດ້ກຽມໄວ້ໃຫ້ ແລ້ວກະເຣື່ອງຫ້ອງນໍ້າ ມັນກະບໍ່ຄ່ອຍສະດວກ. "
ນອກຈາກນັ້ນ ກໍຍັງມີຄົນໄທຍຈໍານວນນຶ່ງ ທີ່ເຄີຍໃຊ້ບໍຣິການຣົຖໄຟ ລາວ-ຈີນ ໄດ້ໂພສຕ໌ ຂໍ້ຄວາມຜ່ານສື່ສັງຄົມອອນລາຍນ໌ ທີ່ເວົ້າເຖິງຄວາມສະດວກ ແລະຄວາມຫຍຸ້ງຍາກ ຊຶ່ງຢາກໃຫ້ມີການແກ້ໄຂ ໃນທໍານອງດຽວກັນນັ້ນ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກະຊວງໂຍທາທິການ ແລະຂົນສົ່ງ ກໍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ການເປີດໃຫ້ບໍຣິການ ຣົຖໄຟລາວ-ຈີນ ກໍຫາເຣີ່ມມາໄດ້ 1 ປີ ຊຶ່ງການໃຫ້ບໍຣິການ ກໍແມ່ນຍັງບໍ່ມີຄວາມພ້ອມ, ບໍ່ມີຄວາມສະດວກ ສະບາຍ ເທົ່າທີ່ຄວນ ໂດຍສະເພາະ ເຣື່ອງລະບົບການຈ່ອງປີ້ໂດຍສານ ແລະລະບົບການຈ່ອງຕູ້ ຄັອນເທນເນີ້ຣ໌ ເພື່ອຂົນສົ່ງສິນຄ້າ, ແຕ່ທາງການລາວ ກໍບໍ່ໄດ້ເມີນເສີຍ ທີ່ຈະແກ້ໄຂ ຂໍ້ຫຍຸ້ງຍາກເຫລົ່ານັ້ນ, ມີການຫາລືກັນກັບບໍຣິສັດ ຜູ້ລົງທຶນຢ່າງຕໍ່ເນື່ອງ ເພື່ອພັທນາລະບົບ ບໍຣິການຕ່າງໆ ໃຫ້ມີຄວາມພ້ອມຂຶ້ນຕື່ມ.
ດັ່ງທີ່ທ່ານກ່າວ່າ:
" ຈັ່ງວ່າ ຍັງບໍ່ທັນເຂົ້າໃຈຄັກວ່າ ເພິ່ນຊິເອົາກັນແນວໃດ, ທັງເຣື່ອງຂົນສິນຄ້າ ທັງຂົນສົ່ງໂດຍສານ ຕ້ອງໄດ້ມີກົລໄກມາແກ້ ມີວິທີການແກ້ ໃຫ້ມັນເໝາະສົມຫັ້ນແຫລະ ເວົ້າກັນໜັກຢູ່. "
ນອກຈາກບັນຫາ ເຣື່ອງການໃຫ້ບໍຣິການແລ້ວ ໂຄງການເສັ້ນທາງ ຣົຖໄຟລາວ-ຈີນ ກໍຍັງມີບັນຫາ ເຣື່ອງການບໍ່ທັນໄດ້ຈ່າຍ ເງິນຊົດເຊີຍຢ່າງຄົບຖ້ວນ ໃຫ້ປະຊາຊົນ ຜູ້ໄດ້ຮັບຜົລກະທົບ, ເສັຽທີ່ດິນ ແລະ ໄດ້ໂຍກຍ້າຍບ້ານເຮືອນ ຢູ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຫລວງພຣະບາງ, ອຸດົມໄຊ ແລະແຂວງຫລວງນໍ້າທາ ຊຶ່ງອີງຕາມການປະເມີນ ຂອງຣັຖບານລາວ ກ່ອນການກໍ່ສ້າງເສັ້ນທາງນັ້ນ ແມ່ນມີທັງໝົດ 4,411 ຄອບຄົວ ແລະຣາຍງານລ້າສຸດ ຈາກກະຊວງໂຍທາທິການ ແລະຂົນສົ່ງ ລະບຸວ່າ ຍັງເຫລືອຈໍານວນໜ້ອຍຄອບຄົວ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ໃນນັ້ນ ກໍມີຢູ່ເມືອງໄຊເສດຖາ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ປະມານ 100 ຄອບຄົວ ແລະຢູ່ເມືອງງາ, ເມືອງນາໝໍ້ ແຂວງອຸດົມໄຊ ແຕ່ບໍ່ໄດ້ມີການເປີດເຜີຍ ຈໍານວນຄອບຄົວໃຫ້ຮູ້ ແລະບໍ່ມີຣາຍງານເທື່ອວ່າ ມາຮອດປັດຈຸບັນ ມີຈັກຄອບຄົວແທ້ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ແລະຈັກຄອບຄົວ ທີ່ໄດ້ຮັບເງິນຊົດເຊີຍໄປແລ້ວ.