ສະຫະຣັຖ, ສປປລາວ ຍົກລະດັບ ການຮ່ວມມື

ໄມ​ຊູ​ລີ ແລະ ໄຊ​ຍາ
2022.12.11
ສະຫະຣັຖ, ສປປລາວ ຍົກລະດັບ ການຮ່ວມມື ສະຫະຣັຖ ອາເມຣິກາ ແລະ ສປປລາວ ຈັດກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ຄັ້ງທີ 10 ທີ່ນະຄອນຫລວງວຽງຈັນ ໃນວັນທີ 14 ຕຸລາ 2022.
ຮູບພາບ: U.S. Embassy in Vientiane

ການຮ່ວມມື ແບບກວມລວມ ລະຫວ່າງ ສະຫະຣັຖ ອາເມຣິກາ ກັບ ສປປ ລາວ ແມ່ນມີ ຜົລສຳເຣັດມາແລ້ວ ໃນໄລຍະ 5 ປີ ຜ່ານມາ. ພາຍຫລັງ ໂຄວິດ-19 ຜ່ານພົ້ນໄປ ສະຫະຣັຖ ກຽມຍົກລະດັບ ຄວາມສັມພັນ ເພີ່ມຂຶ້ນ ເພື່ອນຳເອົາ ການລົງທຶນ ໂດຍເນັ້ນໃສ່ ໄລຍະຍາວ ແບບຍືນຍົງ ແລະ ເທັກໂນໂລຢີ ດິຈີຕອລ. ໃນຂະນະທີ່ ປະເທດລາວ ຕ້ອງການ ລະດົມທຶນ ເພື່ອໃຫ້ແຜນພັທນາ ເສຖກິຈ-ສັງຄົມ ສຳເຣັດ ນຳປະເທດ ອອກຈາກ ສະຖານະພາບ ດ້ອຍພັທນາ ໂດຍຈະຫວັງ ເພິ່ງຈີນ ຝ່າຍດຽວ ບໍ່ໄດ້ແລ້ວ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າສູ່ ຣາຍການ ມາຟັງນໍາກັນ”, ຣາຍການນີ້ ພ້ອມທີ່ ຈະນຳສເນີ ຂ່າວສານ ທີ່ເປັນປໂຍດ ໃຫ້ກັບທ່ານຜູ້ຟັງ ເທົ່າທີ່ ສາມາດເຮັດໄດ້. ໃນສັປດານີ້ ຫົວຂໍ້ ໃນຣາຍການ ແມ່ນ ສະຫະຣັຖ ອາເມຣິກາ ຍົກຣະດັບ ຮ່ວມມື ແບບກວມລວມ ກັບປະເທດລາວເພີ່ມຂຶ້ນ. ຜ່ານມາ ການຮ່ວມມື ແບບກວມລວມ ກໍມີຫລາຍໂຄງການ ທີ່ພົ້ນເດັ່ນ ແຕ່ນັບຈາກ ປີ 2022 ໄປ ຣັຖບານ ສະຫະຣັຖ ອາເມຣິກາ ແລະ ຣັຖບານລາວ ກຽມຍົກລະດັບ ການຮ່ວມມື ເພີ່ມຂຶ້ນຫລາຍດ້ານ ໂດຍສະເພາະ ດ້ານເສຖກິຈ ເພື່ອສ້າງປໂຍດ ສູງສຸດ ໃຫ້ເປັນຮູບປະທັມ ແກ່ປະຊາຊົນ ກໍຄື ຣັຖບານລາວ.

ທ່ານຜູ້ຟັງ ທ່ານໃດ ທີ່ຕິດຕາມ ຮັບຟັງ ຣາຍການ ຂອງພວກເຮົາ ຕ້ອງການ ເຂົ້າຮ່ວມ ຣາຍການ ດ້ວຍຮູບແບບ ສັມພາດ ຫລື ທ່ານສາມາດ ສົ່ງເຣື່ອງຣາວ ຂອງທ່ານ ມາຍັງ ພວກເຮົາ ກໍໄດ້ ໃນນັ້ນ ຢ່າລືມສົ່ງເບີ ໂທຣະສັບ ໃສ່ໃນ ຊ່ອງຄອມເມັ້ນ ພວກເຮົາ ຈະໄດ້ຕິດຕໍ່ຫາ ເພື່ອນຳເອົາ ຄວາມຈິງ ມາອອກ ຣາຍການ. ດຳເນີນ ຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ມື້ນີ້ ພວກເຮົາ ມາເວົ້າເຖິງ ສາຍພົວພັນ ລະຫວ່າງ ອາເມຣິກາ ກັບ ລາວ, ໂດຍສະເພາະ ໃນໄລຍະ ທີ່ປະເທດລາວ ຜ່ານພົ້ນ ໂຄວິດ-19 ຣັຖບານ ທັງສອງຝ່າຍກຽມຍົກະດັບ ການຮ່ວມມືກັນ ເພີ່ມຂຶ້ນອີກ, ໂດຍສະເພາະ ແມ່ນ ທາງດ້ານເສຖກິຈ ຊຶ່ງໃນນັ້ນ ຣັຖບານ ສະຫະຣັຖ ກໍໄດ້ກະກຽມ ແຜນການ ທີ່ຈະມີ ການລົງທຶນ ຮ່ວມກັນ ໃນຫລາຍຂແນງການ ແຕ່ໃນນັ້ນ ແມ່ນ ເນັ້ນໜັກໃສ່ ການລົງທຶນ ໄລຍະຍາວ ແບບຍືນຍົງ. ໂດຍການລົງທຶນ ຂອງສະຫະຣັຖ ຈະມີຄວາມແຕກຕ່າງ ຈາກການເຂົ້າມາ ລົງທຶນ ຂອງຈີນ ໂດຍຈະເນັ້ນໄປ ທີ່ເສຖກິຈ ແບບດີຈີຕອລ. ໃນຂະນະທີ່ ປະເທດລາວ ຈະເພິ່ງພາ ແຕ່ປະເທດຈີນ ພຽງປະເທດດຽວ ກໍຍາກແລ້ວ. ຖ້າປະເທດລາວ ຫລຸດພົ້ນ ອອກຈາກ ສະຖານະພາບ ປະເທດ ດ້ອຍພັທນາ ປະເທດລາວ ກໍຈະເສັຽສິດ ທາງດ້ານເສຖກິຈຫລາຍຢ່າງ ສະນັ້ນ ການລະດົມທຶນ ການລົງທຶນ ຈາກຫລາຍແຫລ່ງ ຈຶ່ງເປັນສີ່ງ ຈຳເປັນ ຂອງຣັຖບານ. ໃນນັ້ນ ຣັຖບານ ທັງສອງ ກໍໄດ້ຫາລື ຮ່ວມກັນ ເພື່ອເຂົ້າສູ່ ຂະບວນການ ການລົງທຶນ ຂອງສະຫະຣັຖໃນລາວ ດັ່ງເຊັ່ນ ການສຶກສາ ດ້ານດີຈີຕອລ, ການຂົນສົ່ງ, ທຸຣະກິຈ ຂນາດນ້ອຍ ຫລື SME, ພລັງງານ ທາງເລືອກ ແລະ ການກະເສຕ. ທີ່ຜ່ານມາ ທຸຣະກິຈ ທາງດ້ານນີ້ ຂອງປະເທດລາວ ເຖິງຈະມີ ການລົງທຶນ ຈາກຫລາຍປະເທດ ແຕ່ວ່າ ຍັງສ້າງລາຍໄດ້ ບໍ່ໄດ້ຫລາຍ. ສະນັ້ນ ນຶ່ງທາງເລືອກ ທີ່ຈະຊ່ອຍພັທນາ ເສຖກິຈ ຂອງລາວ ກໍຄື ການລະດົມທຶນ ຈາກສະຫະຣັຖ ໃຫ້ຫລາຍຂຶ້ນ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.