ຄົນງານລາວ ຕ້ອງການ ໄປເຮັດວຽກ ຢູ່ເກົາຫລີໃຕ້ ຫຼາຍຂຶ້ນ

ຈຳປາທອງ
2022.12.05
ຄົນງານລາວ ຕ້ອງການ ໄປເຮັດວຽກ ຢູ່ເກົາຫລີໃຕ້ ຫຼາຍຂຶ້ນ ບັນຍາກາດ ພາຍໃນງານ ຕລາດນັດພົບແຮງງານ ປີ 2022 ທີ່ຜແນກແຮງງານ ແລະ ສວັດດີການສັງຄົມ. ບ້ານໜອງໄຮ, ນະຄອນຫຼວງວຽງຈັນ (TS), ເດືອນພຶສຈິກາ ປີ 2022.
RFA

ມາເຖິງປັດຈຸບັນ ກໍຍັງມີຄົນງານລາວຢູ່ຫລາຍເມືອງ ຫລາຍແຂວງໃນທົ່ວປະເທດ ຈໍານວນບໍ່ໜ້ອຍ ສົນໃຈເດີນທາງ ໄປເຮັດວຽກດ້ານການກະເສຕ ຢູ່ປະເທດເກົາຫລີໃຕ້ ຊຶ່ງເປັນປະເທດ ປະຊາທິປະໄຕ ທີ່ໄດ້ຄ່າແຮງງານຫລາຍກວ່າ ຢູ່ລາວຫລາຍເທົ່າ ໃນຂະນະທີ່ໂຄຕ້າ ທີ່ເກົາຫລີໃຕ້ ຮັບເອົາໄດ້ມີຈໍານວນ ຈໍາກັດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ພຶສຈິກາ 2022 ນີ້ວ່າ:

ຂະເຈົ້າໄປຫາງານທີ່ເກົາຫລີ ຍັງໄດ້ບໍ່ພຽງພໍໃຫ້ຂະເຈົ້າຫັ້ນນ່າ ຈິງໆ ຄົນທີ່ຢາກໄປນີ້ມີຫລາຍ ເພາະວ່າໄປໄລຍະສັ້ນນີ້ ຂະເຈົ້າບໍ່ໄດ້ຮຽນພາສາເກົາຫລີ ແມ່ນບໍ່ ສ່ວນຫລາຍຄົນຂະເຈົ້າ ບໍ່ຢາກຮຽນໜັງສືຫັ້ນນ່າ ຂະເຈົ້າສົນໃຈຢາກໄປກວ່າ ແຕ່ວ່າງວຽກທີ່ວ່າຂະເຈົ້າ ຊອກເປັນວຽກກະເສຕ ແມ່ນຫຍັງນີ້ ກໍຍັງໜ້ອຍສໍາລັບຄົນລາວຫັ້ນນ່າ ກໍເລີຍຍັງໄປບໍ່ໄດ້ຫລາຍ.

ນອກຈາກ ຈະມີໂຄຕ້າ ຈໍາກັດຄືທີ່ວ່ານັ້ນແລ້ວ  ຂັ້ນຕອນການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫລີໃຕ້ ກໍຫຍຸ້ງຍາກ. ບໍຣິສັດຈັດຫາງານ ຫລາຍບໍຣິສັດ ຢູ່ປະເທດລາວ ຍັງບໍ່ສາມາດ ສົ່ງຄົນງານໄປເຮັດວຽກ ຕາມລະດູການ ໃນໄລຍະສັ້ນ 5-6 ເດືອນຢູ່ຕາມເມືອງ ແລະແຂວງຕ່າງໆຂອງເກົາຫລີໃຕ້ ໄດ້ສະດວກ ຍ້ອນຕ້ອງໄດ້ຊອກຫາຟາມ ທີ່ຈະຮັບເອົາຄົນງານ ໄປເຮັດວຽກເອງ ແລະມັນມີສັນຍານັ້ນ, ສັນຍານີ້ ຂ້ອນຂ້າງຫຍຸ້ງຍາກ.

ດັ່ງພະນັກງານ ບໍຣິສັດຈັດຫາງານ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ກໍເອົາຄົນໄປບໍ່ໄດ້ຫັ້ນນ່າ ເພາະວ່າຊອກຟາມລົງເອງບໍ່ໄດ້ຫັ້ນນ່າ ຖ້າຊອກຟາມຢູ່ເກົາຫລີໄດ້ຫັ້ນນ່າ ຖ້າທາງຟາມຢູ່ເກົາຫລີໄດ້ເນາະ ຖ້າຄັນຟາມຢູ່ເກົາຫລີ ຮັບຄົນຊີ້ນ່າ ເອົາຄົນທີ່ວ່າມາສມັກນີ້ໄປ ຖ້າຟາມຫວ່າງ ແຕ່ຊ່ວງນີ້ຊອກຟາມຫວ່າງບໍ່ມີ ກໍຕ້ອງຍາດກັນຫັ້ນນ່າ ຂະເຈົ້າເອົາແຮງງານເກົາຫລີ ເຮັດເລີຍ ແລ້ວກໍແລ້ວຫັ້ນນ່າ ເອົາແຮງງານລາວມັນຫຍຸ້ງຍາກແດ່ ມັນໄດ້ສັນຍາອັນນັ້ນອັນນີ້ ຂະເຈົ້າເລີຍຮັບແຮງງານຄົນໄທຍຢູ່ພຸ້ນ ຫລືວ່າຄົນລາວຢູ້ພຸ້ນ ເຮັດວຽກເລີຍແລ້ວ.

ກ່ຽວກັບການສມັກ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ຄືທີ່ວ່ານັ້ນ ທາງການລາວ ກໍໄດ້ເຕືອນບໍ່ໃຫ້ປະຊາຊົນຫລົງເຊື່ອ ກຸ່ມມິດສາຊີພ, ໃຫ້ມີຄວາມລະມັດລະວັງ, ເຮັດໄປຕາມຂັ້ນຕອນ ຂອງລະບຽບກົດໝາຍ ເຖິງແມ່ນວ່າມັນຈະຊັກຊ້າແດ່ ກໍຕາມ.

ດັ່ງຊາວນະຄອນຫລວງວຽງຈັນ ທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽ ເສຣີໃນມື້ວັນທີ 25 ພຶສຈິການີ້ວ່າ:

ໂອ໋ຍ ກ່ອນສິມີຫັ້ນ ປະຊາຊົນທຸກກ່ອນແລ້ວ ເອີ ດຽວນີ້ກໍໄດ້ຍິນພັກ-ຣັຖ ອອກມາເວົ້າແລ້ວວ່າຫ້າມໄປແລ່ນ ໄປຫລົງເຊື່ອກຸມຄົນເອົາໄປເກົາຫລີ ເຂົາກໍບໍ່ເວົ້າ ເຂົາເອົາໄປເບິດຫັ້ນແລ້ວ ແທນທີ່ຊິໄປປະກາດຕອນຫັ້ນເລີຍວ່າ ຣັຖບານເຮົາຍັງບໍ່ທັນມີໂຕເລກ ເອົາຄົນໄປເຮັດວຽກເດ໋ ຄືບໍ່ບອກເຂົາ ຄັນບອກເຂົາຕອນນັ້ນ ເຂົາກໍບໍ່ໄປເຮັດແລ້ວ ເຂົາບໍ່ໄປເຊື່ອຄົນໂລໆເລໆແລ້ວ.

ຄົນງານລາວຜູ້ໃດ ຕ້ອງການເດີນທາງ ໄປເຮັດວຽກຢູ່ເກົາຫລີໃຕ້ ຈະຕ້ອງໄດ້ຈ່າຍ ຄ່າແລ່ນເອກກະສານ, ຄ່າທໍານຽມຕ່າງໆປະມານ 2,780 ໂດລ້າຣ໌ ສະຫະຣັຖ, ແຕ່ກໍມີຫລາຍບໍຣິສັດ ຈັດຫາງານ ຄິດໄລ່ເອົາຄ່າຕ່າງໆທີ່ວ່ານັ້ນ ຫລາຍກວ່າ ທີ່ທາງກະຊວງແຮງງານ ແລະສວັດດິການສັງຄົມ ກໍານົດອອກ ຄືເກັບເຖິງ 3,000 ໂດລ້າຣ໌ ສະຫະຣັຖກໍມີ ແລະວ່າ ເງິນເດືອນພື້ນຖານ ຂອງຄົນງານຢູ່ເກົາຫລີໃຕ້ ແມ່ນຊໍ່າກັນໝົດ.

ດັ່ງພະນັກງານ ບໍຣິສັດຈັດຫາງານ ຢູ່ນະຄອນຫລວງວຽງຈັນນາງນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເງິນເດືອນພື້ນຖານມັນກໍຄືກັນເບິດເລີຍ ມັນກໍບໍ່ແຕກຕ່າງກັນ ເງິນເດືອນພື້ນຖານຂະເຈົ້າ ມັນຈະສໍ່າໆກັນເບິດ ຄ່າແລ່ນເອກສານ ເຮົາກໍບໍ່ຄ່ອຍແນ່ໃຈເດ໋ ມັນຂຶ້ນກັບບາງບໍຣິສັດຫັ້ນນ່າ ບາງບໍຣິສັດກໍອາຈເກັບ 3,000 ຫລືວ່າບາງບໍຣິສັດ ຂະເຈົ້າກໍອາຈເກັບໜ້ອຍ ຫລືວ່າເກັບຫລາຍກວ່ານີ້ ເຮົາກໍບໍ່ແນ່ໃຈຄືກັນຫັ້ນນ່າ ອ໋າ ໂຕນີ້ເຮົາເວົ້າບໍຣິສັດອື່ນເນາະ ແຕ່ວ່າບໍຣິສັດເຮົາ ເກັບມີແຕ່ 2,000 ໂດລ້າຣ໌ ຫັ້ນນ່າເນາະ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ອີກທ່ານນຶ່ງ ກໍກ່າວຕໍ່ວິທຍຸເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ການໄປເຮັດວຽກຂອງຄົນງານລາວ ຢູ່ປະເທດເກົາຫລີໃຕ້ ເປັນເວລາປະມານ 5 ເດືອນ ຈະມີລາຍໄດ້ທັງໝົດ 7,850 ໂດລ້າຣ໌ ສະຫະຣັຖ ຫລືສເລັ່ຍເດືອນລະປະມານ 1,570 ໂດລ້າຣ໌ ສະຫະຣັຖ. ເມື່ອເອົາລາຍຈ່າຍ ຄ່າແລ່ນເອກສານຫັກອອກ ຄົນງານລາວ ຈະເຫລືອເງິນເກັບພຽງ 5,070 ໂດລ້າຣ໌ ສະຫະຣັຖຕໍ່ຄົນ ພ້ອມກັນນັ້ນຍັງມີຄ່າເດີນທາງອີກ. ຍ້ອນເຫດຜົລຄືດັ່ງກ່າວນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ຈຶ່ງມີຂໍ້ສເນີໃຫ້ທາງເກົາຫລີໃຕ້ ຂຍາຍເວລາ ການເຮັດວຽກ ຕາມຣະດູການນັ້ນອອກໄປຕື່ມ ເພື່ອປ້ອງກັນ ບໍ່ໃຫ້ຄົນງານລາວໂຕນໜີ ໄປເຮັດວຽກຢູ່ບ່ອນໃໝ່.

ດັ່ງທີ່ທ່ານກ່າວວ່າ:

ຄ່າໃຊ້ຈ່າຍໃນການເດີນທາງ ມັນຖືກຢູ່ປະມານ 2,000 ໂດລາ ຂອງບໍຣິສັດຮັບ 1,500-2000 ແມ່ນບໍ່ ໄລຍະ 5-6 ເດືອນຫັ້ນນ່າ ຣະດູການຫັ້ນນ່າ ດຽວນີ້ຂະເຈົ້າໄປລົມນໍາ ທາງເກົາຫລີແລ້ວ ເຂົາຢາກຂໍ 10 ເດືອນ ເພາະວ່າຄົນໄປເຮັດກັບມາ ແລ້ວເຂົາລົງທຶນຫລາຍແລ້ວ ມັນບໍ່ໄດ້ເງິນ ໄດ້ເງິນໜ້ອຍວ່າງ່າຍໆ ສາ ຄັນຂຍາຍເປັນ 10 ເດືອນໄດ້ຄົນໄປຫລາຍ.

ເມື່ອກ່ອນໜ້ານີ້ ຄືວັນທີ 23 ພຶສຈິກາທີ່ຜ່ານມາ ຍານາງ ໃບຄໍາ ຂັດທິຍະ ຣັຖມົນຕຣີ ກະຊວງແຮງງານ ແລະສວັດດິການສັງຄົມ ແລະທ່ານ ຈຸງ ຢຸງ ຊູ (Jung Yung Soo) ທູຕເກົາກລີໃຕ້ ປະຈໍາລາວ ໄດ້ຮ່ວມກັນ ປຶກສາຫາລື ກ່ຽວກັບການຈັດສົ່ງຄົນງານລາວ ໄປເຮັດວຽກູ່ເກົາຫລີໃຕ້ ຕາມລະບົບ MOU ແລະກ່ຽວກັບຄວາມຫຍຸ້ງຍາກ ໃນການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ໄລຍະສັ້ນ ທີ່ມີຄ່າໃຊ້ຈ່າຍສູງ, ຄົນງານລາວໂຕນໜີ ອອກຈາກບ່ອນເຮັດວຽກເກົ່າ ໄປຊອກຫາເຮັດວຽກບ່ອນໃໝ່ ອັນເຮັດໃຫ້ ພາກສ່ວນທີ່ກ່ຽວຂ້ອງ ປະສົບຄວາມຫຍຸ້ງຍາກ ໃນການຄຸ້ມຄອງພວກເຂົາເຈົ້າ ແລະໃນລະຫວ່າງວັນທີ 21-22 ພຶສຈິກາທີ່ຜ່ານມານີ້ ຍານາງ ທິບພະກອນ ຈັນທະວົງສາ ຮອງຣັຖມົນຕຣີ, ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ຜູ້ປະຕິບັດໜ້າທີ່ໂຄສົກຣັຖບານ ໄດ້ຖແລງເຖິງຜົລກອງປະຊຸມຣັຖບານ ປະຈໍາເດືອນພຶສຈິກາ 2022 ວ່າທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະເລັ່ງແກ້ໄຂສະພາບ ການວ່າງງານ, ການຍົກສູງຄຸນນະພາບ ສີມືແຮງງານ ເພື່ອຕອບສນອງ ໃຫ້ແກ່ຕລາດແຮງງານພາຍໃນ ແລະຈະສົ່ງຄົນງານລາວ ອອກໄປເຮັດວຽກຕ່າງປະເທດ ໃຫ້ຫລາຍຂຶ້ນ ເພື່ອນໍາເງິນຕຣາຕ່າງປະເທດເຂົ້າມາລາວ. 

ເມື່ອວັນທີ 20 ຕຸລາ ທີ່ຜ່ານມາ ຍານາງ ອານຸສອນ ຄຳສິງສວັດ ຫົວໜ້າກົມການຈັດຫາງານ ແລະ ທ່ານ ກິມ ອີວ ກອນ ຮອງເຈົ້າເມືອງ ເມືອງກິມຊອນ ແຂວງຈິຢອນຊັງບຸກໂດ ໄດ້ເຂົ້າຮ່ວມເປັນສັກຂີພະຍານ ເຊັນບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງຄົນງານລາວ ໄປເຮັດວຽກ ດ້ານການກະເສຕ ຕາມຣະດູການ ໄລຍະສັ້ນ ປະມານ 5 ເດືອນ ຂະນະທີ່ ຄົນລາວ ຍິ່ງມີຄວາມກະຕຶລືລົ້ນ ຢາກເດີນທາງໄປເຮັດວຽກ ຢູ່ເກົາຫລີໃຕ້ຫລາຍຂຶ້ນ ແລະເມື່ອວັນທີ 31 ສິງຫາ ທີ່ຜ່ານມາ ເຈົ້າໜ້າທີ່ ທາງການລາວ ກໍໄດ້ໄປ ເມືອງກິມຊອນ ເພື່ອປຶກສາຫາລື ກ່ຽວກັບການຈັດສົ່ງ ຄົນງານລາວ ໄປເຮັດວຽກດ້ານການກະເສຕ ຢູ່ປະເທດເກົາຫລີໃຕ້ ຈົນບັນລຸຂໍ້ຕົກລົງ ແລະ ສາມາດຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເມືອງ ດັ່ງກ່າວນີ້ໄດ້ຕື່ມອີກ ຊຶ່ງກ່ອນໜ້ານັ້ນ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ໄດ້ຈັດສົ່ງຄົນງານລາວ ຈຳນວນ 326 ຄົນ ໄປເຮັດວຽກຢູ່ 4 ເມືອງ ຂອງປະເທດເກົາຫລີໃຕ້ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.