ຄົນງານລາວຢູ່ຊຽງຂວາງ ຈະໄດ້ໄປເຮັດວຽກ ຢູ່ເກົາຫຼີໃຕ້ ໃນເດືອນກຸມພາປີໜ້າ

ສຸພັດຕາ
2023.12.19
ຄົນງານລາວຢູ່ຊຽງຂວາງ ຈະໄດ້ໄປເຮັດວຽກ ຢູ່ເກົາຫຼີໃຕ້ ໃນເດືອນກຸມພາປີໜ້າ ຮູບໂຕຢ່າງປະກອບ: ບັນຍາກາດພາຍໃນງານ ຕລາດນັດພົບແຮງງານ ປີ 2022 ທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS), ເດືອນພຶສຈິກາ 2022.
RFA

ໃນໄລຍະເດືອນກຸມພາ ປີ 2024 ຜແນກແຮງງານ ແລະສວັດດີການສັງຄົມ ໃນແຂວງຊຽງຂວາງ ຈະຈັດສົ່ງຄົນງານລາວ ເອົາສະເພາະຄົນເມືອງຄໍາ ແຂວງຊຽງຂວາງ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ຈໍານວນ 80 ຄົນ.

ໂດຍຄົນງານລາວ ທີ່ຈະຈັດສົ່ງໄປຄັ້ງນີ້ ກໍຍ້ອນວ່າ ເປັນໄປຕາມຂໍ້ຕົກລົງ ໃນການເຊັນສັນຍາ MOU ຮ່ວມກັນ ກັບທາງການເກົາຫຼີໃຕ້ ທີ່ທາງການລາວ ຈະຈັດສົ່ງຄົນງານລາວ ໃຫ້ຕາມຕ້ອງການ ຢ່າງຖືກຕ້ອງຕາມກົດໝາຍ.

ແລະເທື່ອນນີ້ ທາງການເກົາຫຼີໃຕ້ ຕ້ອງການສະເພາະເພດຊາຍ ອາຍຸລະຫວ່າງ 20-40 ປີ ໂດຍໄປເຮັດວຽກຂແນງກະສິກັມ ເປັນຕົ້ນ ເຮັດວຽກໃນສວນ ຫຼື ເກັບໝາກໄມ້ ຕາມລະດູການ ໃນໄລຍະ 5 ເດືອນ ຢູ່ເມືອງ ກິມຊອນ ປະເທດເກົາຫຼີໃຕ້.

ດັ່ງເຈົ້າໜ້າທີ່ແຮງງານ ໃນແຂວງຊຽງຂວາງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ທັນວາ ນີ້ວ່າ:

“ສັມພາດເອົາ 80 ຄົນ ນີ້ແມ່ນເອົາ ເພດຊາຍໝົດ ຕາມລະດູການ ໄປ 5 ເດືອນ ໄປອານາມັຍສວນ ໄປເກັບໝາກໄມ້ຕາມລະດູການ ທີ່ວ່າ ໝາກໄມ້ຂອງເຂົາເຈົ້າເປັນ ຊິສົ່ງໄປໄລຍະເດືອນ 2 ນີ້ ມັນຈະມີ MOU ລະຫວ່າງ ສ ເກົາຫຼີ ກັບລະຫວ່າງ ເມືອງຄໍາ ຂອງແຂວງຊຽງຂວາງ ໂດຍຜ່ານກະຊວງແຮງງານ ແລະ ກະບໍຣິສັດຈັດຫາງານເປັນຜູ້ຈັດສົ່ງ.”

ທ່ານກ່່າວຕື່ມວ່າ ການຮັບສມັກຄົນງານລາວ ໄປເຮັດວຽກຕາມລະດູການ 5 ເດືອນນີ້ ເຖິງແມ່ນວ່າ ບໍ່ຕ້ອງໃຊ້ພາສາເກົາຫຼີ ແຕ່ກໍຕ້ອງໄດ້ສັມພາດວີຊ້າ ແລະຕ້ອງມີຄວາມຮູ້ໃນເບື້ອງຕົ້ນ.

ຫຼ້າສຸດ ໄດ້ສັມພາດສໍາເຣັດຮຽບຮ້ອຍແລ້ວ ໃນໄລຍະນີ້ ຢູ່ໃນຂັ້ນຕອນທີ່ຄົນງານລາວ ຈໍານວນທີ່ສັມພາດຜ່ານນັ້ນ ຈະຕ້ອງຕຣຽມເອກກະສານໃຫ້ຄົບ ຖືກຕ້ອງຕາມກົດໝາຍ ເຊິ່ງຄົນງານລາວ ທີ່ຈະໄປເຮັດວຽກໃນປະເທດເກົາຫຼີໃຕ້ນີ້ ຈະຕ້ອງເປັນຄົນມີເງື່ອນໄຂ ເພາະທຸກຄົນ ຕ້ອງມີຄ່າໃຊ້ຈ່າຍປະມານ 1,600 ໂດລ້າຣ໌ສະຫະຣັຖ ໃນການດໍາເນີນການຕ່າງໆ ຖ້າຜູ້ໃດບໍ່ມີເງິນ ກໍສາມາດນໍາໃບຕາດິນໄປກູ້ຢືມເງິນ ຈາກທະນາຄານກ່ອນໄດ້ ໂດຍທາງບໍຣິສັດຈັດຫາງານ ກໍຈະຫັກເງິນຕາມຫຼັງໃນແຕ່ລະເດືອນ ເມື່ອໄປເຮັດວຽກຢູ່ປະເທດເກົາຫຼີໃຕ້.

“ຍັງຂັ້ນຕອນດໍາເນີນເອກກະານ ແລ້ວກະກວດສຸຂພາບ ແລ້ວວີຊ້າ ແມ່ນຫຍັງຫັ້ນນ່າ ຄ່າໃຊ້ຈ່າຍ ຖ້າວ່າຄອບຄົວ ມີເງື່ອນໄຂ ຈະເປັນຜູ້ຈ່າຍເອງເນາະ ກະຄື 1,500-1,600 ໂດລ້າຣ໌ ນີ້ແຫຼະ ຄອບຄົວບໍ່ມີຄວາມສາມາດຈ່າຍ ກໍແມ່ນ ສາມາດກູ້ຢືມເງິນ ເຂົາເຈົ້າຈະຕັດແຕ່ລະເດືອນຫັ້ນ ເວລາໄປທໍາງານຢູ່ເກົາຫຼີ ຫັ້ນນ່າ.”

ກ່ອນໜ້ານີ້ ໃນວັນທີ 13 ທັນວາ 2023 ຫົວໜ້າກົມນະໂຍບາຍກະສິກັມ ເມືອງກິມຊອນ ແຂວງຄອງຊັງບຸກໂຕ ປະເທດເກົາຫຼີໃຕ້ ກໍໄດ້ມາຢ້ຽມຢາມ ທາງແຂວງຊຽງຂວາງ ເວົ້າລົມເຣື່ອງ ຕ້ອງການຄົນງານລາວໃນແຂວງຊຽງຂວາງ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ແລະບໍຣິສັດສວັນຈັດຫາງານ ທີ່ຮ່ວມກັບກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ ກໍໄດ້ລົງໄປສັມພາດ ເອົາຄົນງານລາວ ຢູ່ເມືອງຄໍາ ແຂວງຊຽງຂວາງ ໂດຍເອົາຄົນງານລາວໄປໃນຄັ້ງນີ້ ເປັນຊຸດທີ 4.

ການສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ນີ້ ຖືວ່າ ທາງການລາວ ສົ່ງເສີມໃຫ້ຄົນງານລາວມີວຽກເຮັດງານທໍາ, ສ້າງສີມືແຮງງານ, ສ້າງຄວາມຮູ້, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃນແຂວງຊຽງຂວາງໃຫ້ດີຂຶ້ນ ອີງຕາມຄໍາເວົ້າ ຂອງທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງ ແຂວງຊຽງຂວາງ ໃນວັນທີ 13 ທັນວາ 2023.

ຕໍ່ກັບເຣື່ອງນີ້ ຊາວລາວທ່ານນຶ່ງ ກ່າວວ່າ ເມື່ອຫຼາຍຄົນ ທີ່ມີໂອກາດ ກໍບໍ່ຮູ້ສຶກລັງເລໃຈ ສາມາດຕັດສິນໃຈ ໄປເຮັດວຽກໃນປະເທດເກົາຫຼີໃຕ້ໄດ້ເລີຍ ເພາະເງິນເດືອນໃນປະເທດເກົາຫຼີໃຕ້ຂ້ອນຂ້າງສູງຫຼາຍເທົ່າ ກວ່າຢູ່ລາວ ແລະໄປແບບຖືກກົດໝາຍອີກ ໂດຍສະເພາະ ການເຮັດວຽກຕາມລະດູການ ທີ່ເປັນໄລຍະເວລາສັ້ນ ພຽງ 5 ເດືອນເທົ່ານັ້ນ ກໍໄດ້ກັບປະເທດລາວແລ້ວ ແລະເມື່ອກັບມາກໍມີເງິນເກັບ ກັບມາລ້ຽງຄອບຄົວ ເພາະເຮັດວຽກຢູ່ລາວ ບໍ່ກຸ້ມກິນ.

ດັ່ງທ່ານກ່າວວ່າ:

“ຢູ່ລາວ ບໍ່ກຸ້ມປານໃດຫັ້ນແຫຼະ ມາໄລ່ເບິ່ງຄ່າຢູ່ຄ່າກິນ ອັນໃດມັນກະເຫຼືອໜ້ອຍ ງານເກົາຫຼີນີ້ ທາງນະໂຍບາຍຂອງຣັຖເຂົາເຈົ້າ ລົງເປັນແຂວງເນາະ ຄົນຢູ່ທາງພາກເໜືອສ່ວນຫຼາຍ ເຂົາເຈົ້າຈະບໍ່ໄປສຸ່ມສີ່ສຸ່ມຫ້າ ຄັນໄປຫາເງິນ ກໍຄືໄປຫາເງິນໂລດ ເຫັນເຂົາເຈົ້າໄປ ກໍຄືວ່າພໍໄດ້ຫັ້ນນ່າ.”

ຂະນະທີ່ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ລາວເອງ ກໍຕ້ອງການໄປເຮັດວຽກຕ່າງປະເທດເຊັ່ນກັນ ເພາະເສຖກິຈຕ່າງປະເທດດີກວ່າ ແຕກຕ່າງ ຢູ່ປະເທດລາວ ຄ່າຄອງຊີບສູງ ເງິນເດືອນໜ້ອຍ ບໍ່ພໍກຸ້ມກິນ ເສຖກິຈລາວ ກໍບໍ່ດີ.

“ຢູ່ລາວ ເງິນເດືອນມັນກະຕໍ່າແຫຼະ ຫາວຽກກໍບໍ່ຍາກ ແຕ່ເງິນເດືອນມັນຕໍ່າເທົ່ານັ້ນເນາະ ເພາະເສຖກິຈຂອງເຮົາ ມັນບໍ່ເຂັ້ມແຂງນ່າ ກໍຢາກໄປ ເພາະວ່າຫາເງິນຕ່າງປະເທດ ເສຖກິຈເຂົາມັນເຂັ້ມແຂງກວ່າ.”

ດ້ານຊາວລາວ ອີກນາງນຶ່ງ ກໍກ່າວວ່າ ສ່ວນໃຫຍ່ ປັດຈຸບັນນີ້ ຄົນລາວໄປເຮັດວຽກຢູ່ໄທຍ ແລະເກົາຫຼີໃຕ້ກັນຫຼາຍ ເພາະຕ້ອງການເງິນເດືອນສູງ ແຕ່ເງິນເດືອນຢູ່ລາວ ພັດຕໍ່າແຮງ ເງິນເດືອນຂັ້ນຕໍ່າ ພຽງລ້ານປາຍກີບເທົ່ານັ້ນ.

“ຄົນລາວສ່ວນຫຼາຍ ເຂົາເຈົ້າໄປໄທຍເດ້ ແລ້ວກໍໄປເກົາຫຼີ ເພາະວ່າ ຢູ່ລາວ ມັນຄ່າເງິນຕໍ່າເດ້ ປະມານ ລ້ານປາຍ ຫາ ສາມລ້ານ ປົກກະຕິ ກະລ້ານປາຍ.”

ຢ່າງໃດກໍຕາມ ຕັ້ງແຕ່ປີ 2020 ຫາ ປີ 2023 ກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ ໄດ້ເປີດຮັບສມັກຄົນງານລາວ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ທຸກປີ ເຊິ່ງແຕ່ລະປີ ມີຈໍານວນຄົນລາວ ໄປສມັກເຮັດວຽກ ໃນປະເທດເກົາຫຼີໃຕ້ ເພີ່ມຂຶ້ນຢ່າງໄວ ເປັນຕົ້ນ ໃນປີ 2020 ມີຜູ້ສມັກຜ່ານການຄັດເລືອກ 157 ຄົນ, ປີ 2021 ມີ ຈໍານວນ 56 ຄົນ, ປີ 2022 ມີ 837 ຄົນ ແລະມາໃນປີ 2023 ນີ້ ສູງເຖິງ 2,477 ຄົນ ແຕ່ທາງການລາວ ກໍບໍ່ໄດ້ຮັບໄປໝົດທຸກຄົນ ເພາະທາງເກົາຫຼີໃຕ້ ຈະມີໂຄຕ້າໃນການຮັບຈໍາກັດ.

ແລະໃນໄລຍະ 4 ປີນີ້ ຕັ້ງແຕ່ປີ 2020-2023 ທາງການລາວ ສົ່ງຄົນງານລາວ ໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ຈໍານວນ 1,437 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.