ຄົນລາວ ຕ້ອງດິ້ນຮົນ ໄປເຮັດຢູ່ຕ່າງປະເທດ ຫຼາຍຂຶ້ນ

ສຸພັດຕາ
2023.02.09
ຄົນລາວ ຕ້ອງດິ້ນຮົນ ໄປເຮັດຢູ່ຕ່າງປະເທດ ຫຼາຍຂຶ້ນ ກະຊວງແຮງງານ ແລະສວັດດີການສັງຄົມ ຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການ ທີ່ເມືອງເມັ໋ຽຢ໋າງ ແລະເມືອງຊັງຈອງ ປະເທດເກົາຫລີໃຕ້ ຈຳນວນ 80 ຄົນ. ສນາມບິນວັດໄຕ, ນະຄອນຫຼວງວຽງຈັນ ວັນທີ 8 ກຸມພາ ປີ 2023.
ຮູບພາບຈາກ: ຂ່າວສານແຮງງານ ແລະສະຫວັດດີການສັງຄົມ-ຮສສ

ປັດຈຸບັນ ຄົນລາວ ໄດ້ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ເກືອບ 1,000 ຄົນແລ້ວ ສາເຫດກໍຍ້ອນວ່າ ຢາກໄດ້ເງິນເດືອນຫຼາຍເທົ່າ ກວ່າເຮັດວຽກໃນລາວ ທີ່ປັດຈຸບັນເງິນເດືອນໃນລາວໜ້ອຍເກີນໄປ ເຊິ່ງເງິນເດືອນໃນລາວ ໃນປັດຈຸບັນ ປະມານເດືອນລະ 1,500,000 ກີບ ບາງວຽກເງິນເດືອນ 900,000 ກີບກໍມີ ບໍ່ພໍຄ່າໃຊ້ຈ່າຍໃນແຕ່ລະເດືອນ ເພາະສິນຄ້າຕ່າງໆ ລາຄາແພງຂຶ້ນຫຼາຍເທົ່າ ເງິນເດືອນທີ່ໄດ້ມາ ບໍ່ສາມາດລ້ຽງຄອບຄົວໃນແຕ່ລະເດືອນໄດ້.

ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 9 ກຸມພາ 2023 ນີ້ວ່າ:

“ແບບວ່າສະພາບຄອບຄົວ ພໍ່ແມ່ກະລໍາບາກຫັ້ນນ່າ ເຮົາຢາກໄປຫາເງິນ ມັນໄດ້ຫຼາຍກວ່າຢູ່ລາວເຮົາ ເງິນເດືອນຢູ່ລາວເຮົາ ເດືອນນຶ່ງ ກໍມີແຕ່ລ້ານຫ້າ ຄັນເຮົາມາເຊົ່າຫ້ອງຢູ່ ຫ້ອງນຶ່ງກໍຫ້າແສນແລ້ວ ບໍ່ພໍຊື້ຢູ່ຊື້ກິນ ກະບໍ່ມີສົ່ງໃຫ້ພໍ່ແດ່ຫັ້ນນ່າ ບາງວຽກຍັງມີເງິນເດືອນ ເກົ້າແສນກີບ ເຈົ້າເບິ່ງມັນຊິກຸ້ມຫຍັງ ຄ່າເຊົ່າກະແພງ ອາຫານການກິນກໍແພງ ຢູ່ບ້ານເຮົາມັນບໍ່ກຸ້ມກິນຫັ້ນນ່າ.”

ຂະນະທີ່ ຊາວລາວອີກທ່ານນຶ່ງ ກໍຕ້ອງການໄປເຮັດວຽກ ຢູ່ປະເທດເກົາຫຼີເຊັ່ນກັນ ສາເຫດຫຼັັກ ກໍຍ້ອນຢາກໄດ້ເງິນເດືອນຫຼາຍ ເພາະຢູ່ລາວ ເງິນເດືອນໜ້ອຍ ບໍ່ພໍກຸ້ມກິນ, ແຕ່ປັດຈຸບັນນີ້ ຫຼາຍຄົນຮູ້ແລ້ວວ່າ ຖ້າຢາກຈະໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ຕ້ອງໄປຜ່ານບໍຣິສັດຈັດຫາງານ ທີ່ຂຶ້ນກັບກົມການຈັດຫາງານ ກະຊວງແຮງງານ ແລະສວັດດີການສັງຄົມ ເພາະຖ້າໄປຜ່ານນາຍໜ້າ ກໍຈະສ່ຽງທີ່ຈະຖືກຕົວະ ແລະເສັຽເງິນໄປຟຣີ, ຊາວລາວ ທ່ານນຶ່ງ ກ່າວວ່າ:

“ຢາກໄປຫາຢູ່ພຸ້ນແຫຼະ ເພາະວ່າຢູ່ພຸ້ນ ມັນໄປຫາມັນຈະໄດ້ເງິນຫຼາຍກວ່າ ຢູ່ບ້ານເນາະ ຢູ່ບ້ານມັນເງິນເດືອນມີແຕ່ ລ້ານປາຍ ສອງລ້ານຊິນ່າ ຖ້າເຮົາອາໄສແຕ່ເງິນ ຊື້ກໍບໍ່ກຸ້ມກິນຫັ້ນແຫຼະ ຢູ່ພຸ້ນມັນກໍໄດ້ເດືອນນຶ່ງຊາວລ້ານຊິນ່າ ເຮົາຕ້ອງໄປນໍາບໍຣິສັດ ທີ່ຜ່ານກະຊວງແຮງງານຊີ້ນ່າ ຈຶ່ງຈະດີກວ່າ ມີຄົນມາຕົ້ມເອົາໄປ ແບບນາຍໜ້າອິຫຍັງເດ້.”

ຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ຄົນລາວສ່ວນຫຼາຍ ບໍ່ແມ່ນແຕ່ຈະຢາກໄປເຮັດວຽກໃນປະເທດເກົາຫຼີໃຕ້ເທົ່ານັ້ນ ກໍຍັງນິຍົມໄປເຮັດວຽກຢູ່ປະເທດໄທຍເຊັ່ນກັນ ເພາະໄປງ່າຍກວ່າປະເທດເກົາຫຼີໃຕ້ ແຕ່ຖ້າຫາກຄົນລາວ ໄດ້ມີໂອກາດໄປປະເທດເກົາຫຼີໃຕ້ ກໍຈະດີກວ່າ ເພາະໄດ້ເງິນເດືອນຫຼາຍກວ່າເທົ່າໂຕ ກວ່າຢູ່ໄທຍ:

“ແບບວ່າ ລາຍຈ່າຍເຮົາຫຼາຍຂຶ້ນ ແຕ່ວ່່າລາຍຮັບເຮົາຍັງສໍ່າເກົ່າ ແລ້ວເງິນມັນຍັງບໍ່ພໍໃຊ້ ໄປເກົາຫຼີນີ້ຢ່າງຕໍ່ານີ້ ມັນໄດ້ຕັ້ງວ່າ 10 ປາຍລ້ານ 20 ລ້ານ ຢູ່ໄທຍ ມີແຕ່ ໄດ້ 6 ລ້ານ 7 ລ້ານ ຊີ້ນ່າ.”

ອີງຕາມການຣາຍງານ ຂອງຍານາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະສວັດດີການສັງຄົມ ຣາຍງານເມື່ອບໍ່ດົນມານີ້ວ່າ ໄດ້ເຊັນສັນຍາຮ່ວມມື ກັບສະຖາບັນການເງິນຈຸລະພາກ ບໍ່ຮັບຝາກເງິນ ບີເອັນເຄ ແຄັບປີ້ລາວ ຈໍາກັດ ເພື່ອສນອງເງິນກູ້ ໃຫ້ແກ່ຜູ້ອອກແຮງງານລາວ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ເພາະຄົນລາວ ໃຫ້ຄວາມສົນໃຈໄປເຮັດວຽກໃນປະເທດເກົາຫຼີໃຕ້ເພີ່ມຂຶ້ນ.

ມາຮອດປັດຈຸບັນ ມີຄົນງານລາວໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ຕາມລະບົບ MOU ຈໍານວນ ເກືອບ 1,000 ຄົນ ໃນນີ້ ມີແມ່ຍິງ ເກືອບ 200 ຄົນ ແລະຫຼ້າສຸດ ກົມຈັດຫາງານ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ເປີດຮັບສມັກ ຜູ້ທີ່ຕ້ອງການໄປເຮັດວຽກ ໃນປະເທດເກົາຫຼີໃຕ້ແລ້ວ ໃນໄລຍະ 3 ປີ ສ່ວນໃຫຍ່ຈະເປັນເຮັດວຽກ ໃນໂຮງງານອຸດສາຫະກັມ ໂດຍເປີດຮັບສມັກ ຕັ້ງແຕ່ວັນທີ 6-10 ກຸມພາ 2023 ນີ້ ໂດຍບໍ່ຈໍາກັດຈໍານວນ ແຕ່ຜູ້ທີ່ສມັກ ຈະຕ້ອງເສັງໃຫ້ຜ່ານຕາມທີ່ທາງການ ກໍານົດຄະແນນໄວ້ ເມື່ອສອບເສັງຜ່ານ ກໍຈະຕ້ອງລໍຖ້າທາງນາຍຈ້າງເກົາຫຼີເລືອກ ເຖິງຈະເຮັດເອກກະສານເດີນທາງໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ໄດ້.

ດັ່ງເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ:

“ເຮົາກໍາລັງເປີດຢູ່ 3 ປີເດ້ ໄລຍະຍາວ ວັນທີ 6-10 ເຮົາຮັບເລື້ອຍໆ ເທົ່າໃດກໍໄດ້ ແຕ່ວ່າຕ້ອງໄດ້ເສັງຄັດເລືອກ ລົງທະບຽນເສັງນີ້ ແມ່ນ 28 ໂດລ້າຣ໌ເນາະ ສົມມຸດເຮົາເສັງຜ່ານແລ້ວ ມັນຂຶ້ນກັບນາຍຈ້າງ ເຂົາເຈົ້າຈະເລືອກເອົາເຮົານ່າ ແມ່ນໂຮງງານແບບໃດ ນາຍຈ້າງເລືອກແລ້ວ ຄ່າເດີນທາງຈະຢູ່ທີ່ 1,618 ໂດລ້າຣ໌.”

ທ່ານກ່າວຕື່ມວ່າ ສ່ວນຄ່າໃຊ້ຈ່າຍ ຜູ້ມາສມັກເສັງ ຕ້ອງເສັຽຄ່າສອບເສັງ ຈໍານວນ 28 ໂດລ້າຣ໌ສະຫະຣັຖ ຖ້າຫາເສັງຜ່ານແລ້ວ ຕ້ອງໄດ້ລໍຖ້ານາຍຈ້າງເປັນຜູ້ເລືອກ ເຖິງຈະເດີນທາງໄປເຮັດວຽກໃນເກົາຫຼີໃຕ້ໄດ້.

ເມື່ອນາຍຈ້າງເລືອກແລ້ວ ຄ່າໃຊ້ຈ່າຍໃນການເດີນທາງໄປເກົາຫຼີໃຕ້ ທັງໝົດປະມານ 1,600 ໂດລ້າຣ໌ສະຫະຣັຖ ແຕ່ລາຍຈ່າຍໂຕນີ້ ທາງກົມຈັດຫາງານຈະອອກໃຫ້ຄ່າໃຊ້ຈ່າຍໃຫ້ກ່ອນ ແລະເມື່ອໄປເຮັດວຽກໃນເກົາຫຼີໃຕ້ ກໍຈະຖືກຫັກຕາມສັນຍາທີ່ຕົກລົງກັນໄວ້.

ສໍາລັບການໄປເຮັດວຽກ ຕາມຣະດູການ ດ້ານການສະເສດ ໃນໄລຍະເວລາ 5 ເດືອນ ກໍຕ້ອງລໍຖ້າ ທາງການເກົາຫຼີໃຕ້ ຕ້ອງການອີກກ່ອນ ແລ້ວທາງການລາວ ກໍຈະແຈ້ງໄປຍັງເມືອງ ຍັງແຂວງທີ່ຕ້ອງການຕາມຈໍານວນຈໍາກັດ.

ດັ່ງເຈົ້າໜ້າທີ່ບໍຣິສັດ ຈັດຫາງານ ໄປປະເທດເກົາຫຼີໃຕ້ ທ່ານນຶ່ງກ່າວວ່າ:

“ຖ້າວ່າ ທາງເກົາຫຼີ ຂະເຈົ້າໄດ້ມາເຊັນສັນຍາກັບແຂວງໃດ ເພິ່ນກໍຈະເອົາຄົນແຂວງນັ້ນ ຈໍາກັດເມືອງ ຈໍາກັດແຂວງຄືກັນເນາະ ໄລຍະ 5 ເດືອນ ການກະເສຕ ແລະກະສິກັມນີ້ ຈະບໍ່ໄດ້ຮຽນພາສາ ເພາະວ່າໂຕໄລຍະ 3 ປີ ຈະໄດ້ຮຽນ 3 ເດືອນ ມີເສັງ ມີສັມພາດ ມີນາຍຈ້າງເລືອກຈຶ່ງໄດ້ໄປ.”

ການຈັດສົ່ງຄົນງານາວ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ຈະມີ 2 ລະບົບ ຄື ການຈັດສົ່ງຄົນງານລາວໄປເຮັດວຽກ ໃນລະບົບການອະນຸຍາດຈ້າງງານ ໄປຍັງໂຮງງານອຸດສາຫະກັມ ຂນາດນ້ອຍ ຫຼື Employment Permission System (EPS) ມີໄລຍະເວລາ 3-5 ປີ ແລະການຈັດສົ່ງຄົນງານລາວຕາມຣະດູການ ເປັນການສົ່ງໄປເຮັດວຽກ ໃນດ້ານກະສິກັມ ເປັນສ່ວນໃຫຍ່ ຫຼື Seasonal Worker (SW) ໃນໄລຍະ 3-5 ເດືອນ.

ຫຼ້າສຸດ ໃນວັນທີ 8-9 ກຸມພາ 2023 ນີ້ ກົມການຈັດຫາງານ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການ ທີ່ເມືອງເມັ໋ຽຢ໋າງ ແລະເມືອງຊັງຈອງ ປະເທດເກົາຫຼີໃຕ້ ຈໍານວນ 80 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.