ລາວ-ເກົາຫຼີໃຕ້ ຮ່ວມມືສົ່ງເສີມດ້ານຂະແໜງກະສິກໍາ ໃຫ້ທັນສະໄໝ
2024.10.04
ໃນໄລຍະທ້າຍເດືອນກັນຍາ ປີ 2024 ມານີ້ ກະຊວງກະສິກໍາ ແລະປ່າໄມ້ ຂອງລາວ ໄດ້ມີການເຊັນບົດທຶກຄວາມເຂົ້າໃຈ (MOU) ກັບທາງການເກົາຫຼີໃຕ້ ເພື່ອຮ່ວມມືໃນເຂດ ກະສິກໍາ ແລະການພັດທະນາຊົນນະບົດ ໃນຮູບແບບໃໝ່ ໂດຍສະເພາະ ການຜະລິດກະສິກໍາ ການພັດທະນາຄວາມສາມາດ ໃຫ້ແກ່ພະນັກງານວິຊາການ, ການນໍາໃຊ້ນະວັດຕະກໍາ ແລະເຕັກໂລໂລຊີທີ່ທັນສະໄໝ ໂດຍທາງການເກົາຫຼີໃຕ້ ເປັນຜູ້ສະໜັບສະໜູນທຶນຕ່າງໆໃຫ້ລາວ ແລະທີ່ສໍາຄັນໃນຕໍ່ໜ້າ ແຮງງານລາວ ເມື່ອມີຄວາມຮູ້ຄວາມສາມາດ ກໍ່ໄປເຮັດວຽກ ໃນປະເທດເກົາຫຼີໃຕ້ໄດ້ຫຼາຍຂຶ້ນ ເພາະປັດຈຸບັນນີ້ ເສດຖະກິດການເງິນຂອງລາວ ຕົກຕໍ່າແຮງ ຄ່າແຮງງານໜ້ອຍ ແຕ່ຄ່າຄອງຊີບສູງ ຫຼາຍຄົນຫາເງິນເດືອນໜຶ່ງ ກໍ່ບໍ່ກຸ້ມຢູ່ກຸ້ມກິນ, ດັ່ງເຈົ້າໜ້າທີ່ ກະຊວງກະສິກໍາ ແລະປ່າໄມ້ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ຕຸລາ ນີ້ວ່າ:
“ເພື່ອຢາກໃຫ້ຝຶກໃຫ້ຄົນລາວ ທີ່ເຮັດອາຊີບກະສິກໍານີ້ ນໍາໃຊ້ເຕັກໂນໂລຊີ ອັນທັນສະໄໝຂຶ້ນ ທີ່ເກົາຫຼີເຂົາພັດທະນາແລ້ວ ຝຶກໃຫ້ລາວ ຈາກນັ້ນ ຖ້າວ່າ ມີແຮງງານເຫຼືອ ເກົາຫຼີສາມາດເອົາໄປ ໃຊ້ວຽກຢູ່ບ້ານເຂົາໄດ້ ສົ່ງໄປຕະຫຼອດນ່າ ຄ່າແຮງງານມັນສູງເດ້ຢູ່ພຸ້ນ ເພາະພວກເຮົາມີບັນຫາ ເລື່ອງວິກິດການເສດຖະກິດ ຄ່າຄອງຊີບເຮົາສູງ ເງິນເດືອນຕໍ່າ ເຮັດໃຫ້ປະຊາຊົນຢູ່ຍາກ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ສູນຝຶກອົບຮົມ ຂອງເກົາຫຼີໃຕ້ນີ້ ຢູ່ໃນນະຄອນຫຼວງວຽງຈັນ ປະຊາຊົນທີ່ສົນໃຈ ກໍ່ສາມາດເຂົ້າໄປຝຶກອົບຮົມໄດ້ ບໍ່ມີຄ່າໃຊ້ຈ່າຍ ເຊິ່ງເມື່ອເຂົ້າໄປຝຶກອົບຮົມແລ້ວ ກໍ່ຈະໄດ້ຄວາມຮູ້ ໃນດ້ານການພັດທະນາກະສິກໍາ ໃຫ້ເປັນສິນຄ້າ ແລະການຜະລິດກະສິກໍາແນວໃດ ໃຫ້ມີຜົນຜະລິດຫຼາຍຂຶ້ນ ແລະຮູ້ຈັກ ການນໍາໃຊ້ນະວັດຕະກໍາໃໝ່ ທີ່ທັນສະໄໝ ຫຼືມີຄວາມຮູ້ ທີ່ຈະໄປເຮັດວຽກຢູ່ເກົາຫຼີໃຕ້ໄດ້:
“ສູນຝຶກອົບຮົມຂອງເກົາຫຼີ ສູນໂຕນີ້ ບໍລິການຟຣີ ຖ້າວ່າເຮົາບໍ່ພັດທະນາ ພາກກະສິກໍາ ກໍ່ບໍ່ສາມາດ ເຂົ້າສູ່ຕະຫຼາດສາກົນໄດ້ເດ້ ເວລາເພິ່ນເອົາແຮງງານລາວໄປນໍາໃຊ້ ສະແດງວ່າ ເຂົາກໍ່ມີຄວາມຮູ້ທາງດ້ານວິຊາການ ທາງດ້ານກະສິກໍານີ້ແລ້ວຊັ້ນນ່າ.”
ຂະນະທີ່ ນັກວິຊາການ ດ້ານແຮງງານທ່ານໜຶ່ງ ກໍ່ກ່າວວ່າ ການສົ່ງເສີມ ໃຫ້ປະຊາຊົນລາວ ມີວຽກເຮັດງານທໍາເປັນສິ່ງທີ່ດີ ເຊິ່ງປັດຈຸບັນ ປະຊາຊົນລາວ ກໍ່ສົນໃຈໄປເຮັດວຽກ ໃນປະເທດເກົາຫຼີໃຕ້ຫຼາຍຂຶ້ນ ເພາະໄດ້ເງິນເດືອນຫຼາຍ ແຕ່ທາງພາກລັດ ກໍ່ຕ້ອງເບິ່ງເຖິງບັນຫາ ແລະຜົນສະທ້ອນ ທີ່ຕາມມານໍາດ້ວຍ ໂດຍສະເພາະ ປັດຈຸບັນນີ້ ພາຍໃນລາວ ຂາດແຄນຄົນງານ ພະນັກງານລັດຖະກອນ ພາກັນລາອອກຫຼາຍຂຶ້ນ ເພື່ອຕ້ອງການໄປເຮັດວຽກຢູ່ຕ່າງປະເທດ:
“ເອີ່...ຄັນເພິ່ນສົ່ງເສີມແນວນີ້ເນາະ ແຮງງານທີ່ບໍ່ມີວຽການທໍາ ເຂົາເຈົ້າກໍ່ ດິ້ນຮົນໄປ ຕາມມາເບິ່ງນີ້ ກໍ່ເຫັນວ່າແຮງງານ ພາຍໃນລາວເຮົານີ້ ກະຢາກວ່າຂາດແຄນເດ້ ຂາດໄປຫຼາຍແຫຼະເນາະ ແລ້ວກໍ່ເກີດຜົນສະທ້ອນ ເຖິງພະນັກງານນີ້ໃດ໋ ມີການອອກໄປເດ້ ຢາກວ່າໄປຢູ່ຕ່າງປະເທດຫຼາຍ.”
ຂະນະທີ່ ຄົນງານລາວ ໃນເຂດເສດຖະກິດພິເສດ ໃນນະຄອນຫຼວງວຽງຈັນ ນາງໜຶ່ງ ກໍ່ກ່າວວ່າ ປັດຈຸບັນ ພາຍໃນລາວ ຂາດແຄນຄົນງານລາວ ຈໍານວນຫຼາຍ ແຕ່ກໍ່ບໍ່ມີຄົນງານລາວສົນໃຈ ເພາະເຂົາເຈົ້າບອກວ່າ ເງິນເດືອນຕໍ່າ ຫຼາຍຄົນ ກໍ່ໄປຊອກເຮັດວຽກຢູ່ຕ່າງປະເທດ:
“ແມ່ນຂາດເຂີນອີ່ຫຼີ ເງິນເດືອນໜ້ອຍ ລະບາງຄົນເຂົາເຈົ້າກໍ່ມາຕັ້ງໃຈເຮັດເພື່ອ ແບບວ່າໄດ້ຄ່າໃຊ້ຈ່າຍໄປໄທ ໄປຕ່າງປະເທດອີ່ຫຍັງ ບໍ່ໄດ້ມີແບບວ່າ ເຮັດແບບຄົງທີ່ ມີຢູ່ ແຕ່ມັນກໍ່ສ່ວນໜ້ອຍ.”
ນາງຍັງກ່າວຕື່ມວ່າ ເຊິ່ງບໍລິສັດຕ່າງໆ ທີ່ຢູ່ໃນເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ກໍ່ຍັງຕ້ອງການຄົນງານລາວ ຫຼາຍພັນຄົນ ເປັນຕົ້ນ ບໍລິສັດຜະລິດຖົງຕີນ ຂອງຈີນ ຍັງຕ້ອງການຄົນງານເຖິງ 3,000 ພັນຄົນ ແຕ່ປັດຈຸບັນ ບໍ່ຮອດ 200 ຄົນ ເຂົາເຈົ້າກໍ່ແກ້ໄຂ ໂດຍນໍາເຂົ້າແຮງງານຕ່າງປະເທດ ເຂົ້າມາເຮັດວຽກໄດ້ ສ່ວນໃຫຍ່ເປັນຄົນມຽນມາ:
“ຖ້າໝົດໃນເຂດຫັ້ນນ່າ ຕ້ອງການຫຼາຍພັນຢູ່ ຄືເຂົາເຈົ້າເຮັດຖົງຕີນໃໝ່ຫັ້ນນ່າ ເຂົາເຈົ້າຕ້ອງການ 3 ພັນຄົນແບບຊີ້ນ່າ ແລ້ວເຂົາເຈົ້າມາຕັ້ງໄດ້ ປີໜຶ່ງແລ້ວ ແລ້ວແຮງງານເຂົາເຈົ້າ ກໍ່ໄດ້ບໍ່ຮອດ 2 ຮ້ອຍ ເພິ່ນກໍ່ປ່ອຍໃຫ້ເຂົາເຈົ້າແລ່ນເອົາແຮງງານມຽນມາ ເຂົ້າແຮງງານ ຕ່າງປະເທດເຂົ້າມາ ເຂົ້າມາກໍ່ຍັງບໍ່ພໍ.”
ທີ່ຜ່ານມາ ລັດຖະບານລາວ ກໍ່ໄດ້ຈັດສົ່ງຄົນງານລາວ ໄປເຮັດວຽກຢູູ່ປະເທດເກົາຫຼີໃຕ້ ຕໍ່ເນື່ອງ ໂດຍໄດ້ຄັດເລືອກເອົາແຕ່ລະເມືອງ ແລະສົ່ງໄປເຮັດວຽກຕາມລະດູການ ແຕ່ເຖິງຢ່າງໃດກໍ່ຕາມ ລັດຖະບານລາວ ກໍ່ໄດ້ພະຍາຍາມແກ້ໄຂ ດືງດູດໃຫ້ປະຊາຊົນລາວ ຢາກເຮັດວຽກໃນລາວ.
ຫຼ້າສຸດນີ້ ກະຊວງແຮງງານ ແລະສະຫວັດດີການສັງຄົມ ອອກແຈ້ງການ ໃຫ້ຜູ້ປະກອບການ ຈ່າຍເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ຄົນງານລາວ ເດືອນລະ 900,000 ກີບ/ຄົນ/ເດືອນ ເພີ່ມຕື່ມ ຈາກເງິນເດືອນຂັ້ນພື້ນຖານ 1,600,000 ກີບ/ຄົນ/ເດືອນ ເພື່ອໃຫ້ຄົນງານລາວ ມີລາຍໄດ້ບໍ່ຕໍ່າກວ່າ 2,500,000 ກີບ/ຄົນ/ເດືອນ ແຕ່ຄົນງານລາວມີຄວາມເຫັນວ່າ ຍັງເປັນອັດຕາຄ່າຈ້າງທີ່ໜ້ອຍຫຼາຍ ບໍ່ເໝາະສົມກັບຄ່າຄອງຊີບ ເຮັດໃຫ້ພວກຂະເຈົ້າ ສົນໃຈເດີນທາງໄປເຮັດວຽກ ຢູ່ຕ່າງປະເທດຄືເກົ່າ.