ແຂວງວຽງຈັນ ເປີດຮັບຄົນງານລາວ ໄປເຮັດວຽກ ຢູ່ເກົາຫຼີໃຕ້

ໄຊຍາ
2023.10.20
ແຂວງວຽງຈັນ ເປີດຮັບຄົນງານລາວ ໄປເຮັດວຽກ ຢູ່ເກົາຫຼີໃຕ້ ບັນຍາກາດພາຍໃນງານ ຕລາດນັດພົບແຮງງານ ປີ 2022 ທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS). ເດືອນພຶສຈິກາ ປີ 2022.
RFA

ໃນໄລຍະເດືອນຕຸລາ 2023 ນີ້ ຫ້ອງການຜແນກແຮງງານ ແລະ ສວັດດີການສັງຄົມ 6 ເມືອງໃນແຂວງວຽງຈັນ ໄດ້ເປີດຮັບສະມັກຄົນງານລາວ ທີ່ຕ້ອງການໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ຕາມຣະດູການໃນໄລຍະ 5-6 ເດືອນ ໂດຍໃນນີ້ມີເມືອງທຸລະຄົມ, ເມືອວຽງຄຳ, ເມືອງໂພນໂຮງ, ເມືອງແກ້ວອຸດົມ, ເມືອງກາສີ ແລະ ເມືອງວັງວຽງ ເຊິ່ງຈະຮັບທັງໝົດ 419 ຄົນ, ຍິງ 355 ຄົນ ເພື່ອຈະໄປເຮັດວຽກໃນເດືອນທັນວາ 2023 ແລະ ເດືອນມົກກະຣາ 2024 ຢູ່ເມືອງເມັຍຢາງ, ເມືອງຊັງຢອງ ແລະ ເມືອງເຢວຈູ ໃນປະເທດເກົາຫຼີໃຕ້.

ເຈົ້າໜ້າທີ່ແຮງງານ ເມືອງໂພນໂຮງ ແຂວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 20 ຕຸລານີ້ວ່າ ສຳລັບໃນເມືອງໂພນໂຮງນີ້ ມີຄົນໃຫ້ຄວາມສົົນໃຈ ກັນຫຼາຍເຊິ່ງມີຄົນມາສະມັກແລ້ວ ເກືອບ 200 ຄົນ. ເບື້ອງຕົ້ນເມືອງຈະຮັບເອົາພຽງ 200 ປາຍຄົນ ຈະປິດຮັບສະມັກແລ້ວ ຈາກນັ້ນຈະລໍຖ້າສຳພາດ ໃນວັນທີ 25 ຕຸລາ 2023 ເມື່ອຜ່ານສຳພາດ ທາງບໍຣິສັດຈັດຫາງານ ຈະອອກຄ່າໃຊ້ຈ່າຍໃຫ້ກ່ອນ ແລ້ວຫັກພາຍຫຼັງ. ເບື້ອງຕົ້ນ ມີພຽງແຕ່ການຄໍ້າປະກັນ ເທົ່ານັ້ນ ແລະສ່ວນໃຫຍ່ ຫຼາຍຄົນຈະເອົາໃບຕາດິນ ຄໍ້າປະກັນ.

ດັ່ງທ່ານກ່າວວ່າ:

“ລົງທະບຽນໂອ້ 100 ປາຍ, 200 ແລ້ວແຕ່ວ່າເພິ່ນໃຫ້ຮັບ 200 ປາຍເດ້ລະ. ລົງທະບຽນໄວ້ແລ້ວ ກາມາສຳພາດ ຄ່າໃຊ້ຈ່າຍບໍ່ມີດອກ ສ່ວນຫຼາຍເຂົາເອົາໃບຕາດິນ ຄໍ້າປະກັນນ່າຕຣຽມໄປພຸ້ນ.”

ເຈົ້າໜ້າທີ່ ຜແນກແຮງງານ ໃນເມືອງວຽງຄໍາ ກ່າວວ່າ ທາງເມືອງ ໄດ້ປິດຮັບສະມັກ ໃນວັນທີ 19 ຕຸລາ 2023 ເຊິ່ງມາຮອດມື້ນີ້ ມີຄົນມາສະມັກປະມານ 50 ຄົນ. ສໍາລັບຜູ້ຈະສະມັກໄດ້ ຕ້ອງອາຍຸ 25-40 ປີ ແລະ ໄລຍະໄປເຮັດວຽກ ກະສິກັມ ໃນປະເທດເກົາຫຼີໃຕ້ນີ້ ເປັນໄລຍະສັ້ນ 5-6 ເດືອນ ສ່ວນໃຫຍ່ທີ່ມາສະມັກ ເປັນຜູ້ທີ່ຫວ່າງງານ ເຮັດໄຮ່ ເຮັດນາ ແລະ ຍ້ອນເສຖກິຈ ບໍ່ດີ.

“ເປີດມື້ວານນີ້ ກໍລົງທະບຽນຢູ່ປະມານ 50 ນີ້ແຫຼະ ເພິ່ນກໍບໍ່ໄດ້ຈໍາກັດເນາະ ຍັງຈະມີການຄັດເລືອກເດ້ ພໍຮອດວັນທີ 25 ລະສຳພາດໄດ້ຜູ້ທີ່ຈະໄປ ອອກແຮງງານຕ່າງປະເທດຫັ້ນ ຍ້ອນເສຖກິຈ ຢູ່ກໍຢູ່ລ້າ ບໍ່ມີວຽກເຮັດງານທຳ ເງິນກໍບໍ່ໄດ້ບໍ່ມີເງິນໃຊ້ ຖ້າເຮັດນາ ກໍເຮັດໄດ້ຣະດູດຽວ ໄດ້ເຂົ້າມາກິນຢູ່ເລົ້າລະແລ້ວ.”

ສ່ວນການສໍາພາດ ແຕ່ລະເມືອງ ກໍານົດວັນຕ່າງກັນ ໂດຍເມືອງທຸລະຄົມ ຈະສໍາພາດໃນວັນທີ 24 ຕຸລາ 2023, ເມືອງວຽງຄໍາ ແລະ ເມືອງໂພນໂຮງ ຈະສໍາພາດ 25 ຕຸລາ 2023, ເມືອງແກ້ວອຸດົມ ຈະສຳພາດ 27 ຕຸລາ 2023, ເມືອງກາສີ ຈະສຳພາດວັນທີ 01 ພຶສຈິກາ 2023 ແລະ ເມືອງວັງວຽງ ຈະສໍາພາດວັນທີ 03 ພຶສຈິກາ 2023.

ກ່ຽວກັບເຣື່ອງນີ້ ປະຊາຊົນລາວ ທີ່ຫວ່າງງານ ຫຼາຍຄົນ ໃນແຂວງວຽງຈັນ ຮູ້ຂ່າວ ແລະມີເງື່ອນໄຂ ໃຫ້ຄວາມສົນໃຈ ແຕ່ບາງຄົນບໍ່ໄດ້ສົນໃຈ ເພາະມີວຽກເຮັດຢູ່ແລ້ວ ມີທຸຣະກິຈຄ້າຂາຍ ພໍລ້ຽງຄອບຄົວໄດ້ແລ້ວ.

ດັ່ງ ຄົນລາວຜູ້ນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າສຳລັບເຣື່ອງນີ້ ເຫັນຫຼາຍຄົນໃຫ້ຄວາມສົນໃຈ ຫຼາຍເພາະເປັນເຣື່ອງທີ່ດີ ທີ່ຈະມີວຽກເຮັດງານທຳ ມີເງິນລ້ຽງຄອບ ເຊິ່ງຖ້າເຮັດຢູ່ລາວ ຈະຕ່າງກັນຫຼາຍ ເຣື່ອງເງິນເດືອນ ແຕ່ຕ້ອງຜ່ານການສຳພາດ ຈິງຈະໄປໄດ້ ແລະຕ້ອງມີເງິນ ຫຼື ໃບຕາດິນຄໍ້າປະກັນ ເຊິ່ງຄົນນຶ່ງບໍ່ຫຼຸດ 5-6 ລ້ານ ຫຼື ຖ້າຜູ້ໃດມີໃບຕາດິນ ມັດຈຳແທນເງິນໄດ້ແລ້ວ ເມື່ອກັບມາຈາກເກົາຫຼີໃຕ້ ທາງການຈະຄືນເງິນມັດຈຳໃຫ້.

“ບ້ານເຮົາເນາະການຊອກຢູ່ຫາກິນ ກາຕ່າງກັນວ່າຊັ້ນສະເນາະ ຫຼາຍຄົນກໍຢາກໄປພຸ້ນເງິນເດືອນ ກາຖືວ້າກຸ້ມຄ້າວ່າຊັ້ນສະ ເຣື່ອງໃຊ້ຈ່າຍກໍບໍ່ໄດ້ໃຊ້ຈ່າຍຫຍັງດອກ ລາຍຈ່າຍເບື້ອງຕົ້ນ ກໍມີແຕ່ວ່າເຮັດພາສປອດແລ້ວກໍເງິນຄໍ້າປະກັນ ພຽງຜູ້ນຶ່ງກໍ 5-6 ລ້ານ ອັນນຶ່ງກໍເປັນໃບຕາດິນ.”

ປະຊາຊົນລາວ ຢູ່ແຂວງວຽງຈັນ ອີກທ່ານນຶ່ງກ່າວວ່າ ທ່ານເອງໄດ້ຍິນຂ່າວແລ້ວເຊັ່ນກັນ ເຫັນປີນີ້ທາງການຮັບຫຼາຍທ່ານ ຄິດວ່າຄົນທີ່ຫວ່າງງານ ຈະໄປສະມັກຫຼາຍ ເຊິ່ງຖືວ່າເປັນເຣື່ອງດີ ເຂົາເຈົ້າຈະໄດ້ມີໂອກາດຫາເງິນ ສ່ວນໂຕທ່ານເອງ ມີທຸຣະກິຈຄ້າຂາຍແລ້ວ ຈຶ່ງບໍ່ໄດ້ສົນໃຈ.

“ໄດ້ຍີນຄ້າວໆ ຢູ່ເພິ່ນເວົ້າ 2-3 ມື້ນີ້ແຕ່ວ່າປີນີ້ເຂົາເຈົ້າຮັບຫຼາຍເດ້ ເຂົາເຈົ້າກາມາລົງແຕ່ລະເມືອງ ແຕ່ລະເມືອງຫັ້ນນ່າ ແຕ່ວ່າເຮົາມີທຸຣະກິຈແລ້ວ ເຮົາບໍ່ໄປພວກບໍ່ມີວຽກເຮັດງານທຳຫັ້ນແຫຼະ ເຂົາເຈົ້າໄປນ່າບາງຄົນກໍບໍ່ໄດ້ຫາເງິນຊີ້ເນາະ ເຂົາເຈົ້າກໍຢາກໄປຊິນ່າ.”

ຊາວລາວ ໃນແຂວງວຽງຈັນອີກທ່ານນຶ່ງກ່າວວ່າ ສໍາລັບເຣື່ອງນີ້ກໍເປັນເຣື່ອງທີ່ດີ ສໍາລັບຊາວໜຸ່ມ ທີ່ຫວ່າງງານເພາະເຮັດວຽກບ້ານເຮົາ ເງິນເດືອນໜ້ອຍ ແລ້ວເງິນກີບລາວຕອນນີ້ ບໍ່ມີລາຄາເຊິ່ງຖ້າໄດ້ໄປເຮັດວຽກໃນຕ່າງປະເທດ ຈະແຕກຕ່າງກັນຫຼາຍ ໂດຍເງິນທາງເກົາຫຼີໃຕ້ ກໍມີລາຄາຫຼາຍກ່ວາ.

“ມັນກໍດີຫັ້ນແລ້ວຄັນວ່າອີງໃສ່ບ້ານນອກ ພວກໄທເຮົາເນາະ ເຂົາເຈົ້າມາຮັບສະມັກແດ່ ກໍດີແລ້ວກໍຈະດີກ່ວາຫັ້ນແຫຼະ ຄັນວ່າມັນກໍໄປຕ່າງປະເທດເນາະ ເງິນເຂົາເປັນລາຄາກ່ວາເງິນເຮົາ ເງິນເຮົາມັນກໍບໍ່ມີລາຄາ.”

ປັດຈຸບັນ ຄົນງານລາວ ໃນຂອບເຂດທົ່ວປະເທດ ຍັງມີຄວາມຕ້ອງການໄປເຮັດວຽກ ຢູ່ຕ່າງປະເທດ ເພີ່ມຂຶ້ນຕໍ່ເນື່ອງ ໃນແຕ່ລະປີ ເປັນຕົ້ນປະເທດໄທຍ, ເກົາຫຼີໃຕ້ ແລະ ຢີ່ປຸ່ນ ເນື່ອງຈາກວ່າຕຳແໜ່ງງານ ຢູ່ໃນປະເທດດັ່ງກ່າວ ມີຫຼາຍໃຫ້ເລືອກ ແລະມີຄວາມສອດຄ່ອງ ກັບຄວາມຮູ້ຄວາມສາມາດ ຂອງຄົນງານລາວເປັນສ່ວນຫຼາຍ ພ້ອມນີ້ຄ່າຈ້າງເງິນເດືອນ ສູງກ່ວາ ແລະ ຄ່າຄອງຊີບພຽງພໍ ກັບລາຍຮັບ ເຊິ່ງເຮັດໃຫ້ຄົນງານສາມາດເກັບອອມ ແລະ ສົ່ງເງິນກັບປະເທດໄດ້ ໃນແຕ່ລະເດືອນ.

ທ່ານ ບຸນສວນ ໄຊຍະສີນ ຫົວໜ້າຜແນກຈັດຫາງານ ຕ່າງປະເທດ ກະຊວງແຮງງານ ແລະ ສວັດດີການສັງຄົມໃຫ້ສຳພາດ ຕໍ່ສື່ມວນຊົນພາຍໃ ນເມື່ອວັນທີ 23 ສິງຫາ 2023 ນີ້ວ່າ ຜ່ານມາກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ຮ່ວມກັບໄທຍ, ເກົາຫຼີໃຕ້ ແລະຢີ່ປຸ່ນ ໃນນັ້ນໄທຍເປັນອັນດັບທີ 1 ທີ່ຄົນງານລາວເຮົາໄປເຮັດວຽກ ເປັນຈຳນວນຫຼາຍ ເຊິ່ງກົມການຈັດຫາງານໄດ້ ຈັດສົ່ງຄົນງານລາວ ໄປໃນລະບົບນັບແຕ່ເປີດປະເທດ ໃນເດືອນມີນາ 2022 ຫາ ເດືອນມິຖຸນາ 2023 ຈັດສົ່ງໄດ້ທັງໝົດ 96,000 ປາຍຄົນ ເປັນຍິງ 53,800 ປາຍຄົນ.

ສໍາລັບການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ແມ່ນຈັດຕັ້ງປະຕິບັດໂດຍຜ່ານ 2 ລະບົບຄື ລະບົບການອະນຸຍາດ ຈ້າງງານ (EPS) ແລະ ລະບົບແຮງງານ ຕາມຣະດູການ (SWP). ນັບແຕ່ຕົ້ນປີ 2022 ຫາ ເດືອນມິຖຸນາ 2023 ສາມາດຈັດສົ່ງ ໄດ້ທັງໝົດ 2,600 ປາຍຄົນ, ຍິງ 860 ປາຍຄົນ. ໃນນັ້ນລະບົບການຈ້າງງານ 990 ປາຍຄົນ, ຍິງ 100 ປາຍຄົນ ແລະ ລະບົບຕາມຣະດູການ 1,670 ປາຍຄົນ, ຍິງ 760 ປາຍຄົນ. ສ່ວນການຈັດສົ່ງຄົນງານລາວ ໄປປະເທດຢີ່ປຸ່ນ ນັບແຕ່ຕົ້ນປີ 2022 ຫາເດືອນມິຖຸນາ 2023 ສາມາດຈັດຄົນງານລາວ ໄດ້ທັງໝົດ 720 ຄົນ, ຍິງ 255 ຄົນ.

ທ່ານ ບຸນສວນ ໄດ້ກ່າວອີກວ່າ ສໍາລັບຄົນງານລາວ ທີ່ບໍ່ມີເງື່ອນໄຂ, ບໍ່ມີເງິນສໍາລັບແລ່ນເອກະສານ ຕ່າງໆ ລວມເຖິງຄ່າເດີນທາງ ແລະ ອື່ນໆ ກະຊວງແຮງງານ ແລະ ສວັດດີ ການສັງຄົມ ຄືກົມຈັດຫາງານ ໄດ້ເຊັນສັນຍາກັບທະນາຄານ ພັທນາລາວ ແລະ ສະຖາບັນປ່ອຍເງິນກູ້ BNK ປ່ອຍເງິນໃຫ້ຄົນງານລາວ ກູ້ຢືມໃນອັດຕຣາດອກເບັ້ຍ 2% ຕໍ່ເດືອນ ແລະ 1.4-1.7% ຕໍ່ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.