ສປປ ລາວ ຍັງປະເຊີນ ບັນຫາຄົນວ່າງງານ ຫຼາຍຂຶ້ນ
2022.12.14

ທ່ານ ຄໍາໃບ ດໍາລັດ ຮອງປະທານ ສະພາແຫ່ງຊາຕ ໄດ້ກ່າວກ່ຽວກັບຜົລການພິຈາຣະນາ ບົດຣາຍງານຂອງຣັຖບານ ຕໍ່ກອງປະຊຸມໄສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 13 ທັນວານີ້ວ່າ ສະມາຊິກສະພາແຫ່ງຊາຕ ຕ້ອງການໃຫ້ຣັຖບານ ເລັ່ງແກ້ໄຂບັນຫາການວ່າງງານ ແລະຫລຸດຜ່ອນອັຕຣາ ການວ່າງານໃຫ້ເຫລືອ 15% ພາຍໃນປີ 2025.
ກ່ຽວກັບເຣື່ອງນີ້ ຄົນງານລາວຜູ້ນຶ່ງ ທີ່ກໍາລັງຊອກຫາວຽກເຮັດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ທັນວານີ້ວ່າ ຄົນງານລາວຈໍານວນຫລວງຫລາຍ ບໍ່ຕ້ອງການເຮັດວຽກຢູ່ພາຍໃນປະເທດ ຍ້ອນໄດ້ຄ່າແຮງງານໜ້ອຍ ແລະບໍ່ເໝາະສົມກັບຄ່າຄອງຊີບສູງໃນປັດຈຸບັນ.
“1 ມາກໍຄິດວ່າເງິນເດືອນ ຄັນເງິນເດືອນມັນໂອເຄເຮົາກໍເຮັດ ຖ້າເງິນເດືອນມັນໜ້ອຍກະບໍ່ເຮັດ ກໍແລ້ວແຕ່ຜູ້ມັກຜູ້ບໍ່ມັກຊີ້ນ່າ ບາງບ່ອນເຂົາໄປສມັກ ເຂົາກໍບໍ່ຮັບເຮົາເດ໋ ເລີ່ມຕົ້ນກໍ 1,100,000-1,200,000-1,300,000 ໄປຊີ້ນ່າ ເລີປບໍ່... ຢູ່ຮ້ານເສີມສວຍບໍ່.”
ຄ່າແຮງງານຢູ່ປະເທດລາວ ນອກຈາກຈະໜ້ອຍເມື່ອທຽບໃສ່ສະພາບເງິນກີບເຟີ້ຫລາຍໃນປັດຈຸບັນແລ້ວ, ຄົນງານຈໍານວນຫລວງຫລາຍ ຍັງໄດ້ຮັບຄ່າແຮງງານຈາກນາຍຈ້າງ ບໍ່ກົງກັບເວລາທີ່ຄວນໄດ້ຮັບ ເຮັດໃຫ້ມີຜົລກະທົບຕໍ່ການດໍາລົງຊີວິຕ ປະຈໍາວັນຂອງພວກເຂົາເຈົ້າ.
ດັ່ງພະນັກງານຮັກສາຄວາມປອດໄພຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າໃນມື້ດຽວກັນນັ້ນວ່າ:
“ມັນຊອກວຽກຍາກຫັ້ນນ່າ ເງິນເດືອນຖືກ ຍາກຍ້ອນວ່າເງິນເດືອນໜ້ອຍນີ້ແຫລະ ເງິນເດືອນໜ້ອຍແລ້ວເຂົາບໍ່ຢາກເຮັດ ແລ້ວມັນຊອກວຽກຍາກ. ແລ້ວອີກອັນນຶ່ງ ນາຍຈ້າງມັນບໍ່ຢາກຈ້າງແພງຊີ້ນ່າ ເງິນເດືອນໄດ້ຍາກ ກໍຄືວ່າຢູ່ຮອດເດືອນມາແລ້ວມັນບໍ່ໄດ້ ແລ້ວມັນກາຍເດືອນໄປ ບາງເທື່ອນີ້ມັນເດືອນເຄິ່ງບາງເທື່ອນີ້ກໍ 2 ເດືອນ ເຮັດວຽກທົ່ວໄປຄືກັນ ກັມກອນຄືກັນ ແບບເປັນຄົນຍາມບໍ່ ຄືວ່າເຮັດວຽກກັມກອນບໍ່ແບບແມ່ບອກແມ່ບ້ານຄືກັນສ່ວນຫລາຍ ເປັນບໍຣິສັດຈີນມາລົງທຶນຢູ່ລາວ.”
ຄົນງານຜູ້ນຶ່ງ ທີ່ກໍາລັງວ່າງງານຢູ່ໃນຂະນະນີ້ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ທັນວານີ້ວ່າ ຄົນງານລາວສ່ວນໃຫຍ່ ທີ່ບໍ່ມີວຽກເຮັດຍັງບໍ່ຮູ້ວ່າ ຈະຊອກຫາວຽກເຮັດໄດ້ຢູ່ບ່ອນໃດ ແລະການເຮັດວຽກຢູ່ພາຍໃນລາວ ຍັງມີຄວາມສ່ຽງຕໍ່ການທີ່ຈະຖືກນາຍຈ້າງ ໂກງຄ່າແຮງງານນໍາດ້ວຍ.
“ກໍມັນບໍ່ມີວຽກເຮັດ ກໍ່ສອກກໍສ້າງ ວຽກໂຄງສ້າງ ວຽກຈອດ ເຊື່ອມເຫລັກວັນລະ 200,000 ກີບກໍຊອກທາງກົມການຈັດຫາງານ ນີ້ແຫລະເນາະ ບາງເທື່ອກໍບໍ່ຮັບ ກໍບອກໃຫ້ຖ້າເນາະ ໄດ້ເງິນຍາກແບບວ່າຮັບໄປເຮັດວຽກ ແລ້ວເຂົາບໍ່ຈ່າຍນະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ທີ່ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່່າວໃນມື້ດຽວກັນນີ້ວ່າ ຄົນງານລາວ ທີ່ວຽກຕ້ອງການໃຫ້ໄປເຮັດຫລາຍກວ່າໝູ່ ແມ່ນຄົນງານກໍ່ສ້າງ ແລະຄົນງານໃນໂຮງຈັກ ໂຮງງານ ແຕ່ຄົນງານລາວຈໍານວນຫລວງຫລາຍບໍ່ຕ້ອງການ ເຮັດວຽກໃນຂແນງການນີ້ ຍ້ອນເປັນວຽກໜັກ ແຕ່ໄດ້ຄ່າແຮງງານໜ້ອຍ.
“ເຮັດວຽກກໍ່ສ້າງນີ້ຄົນລາວບໍ່ຄ່ອຍມັກ ເຂົາໃຊ້ແຮງງານຫລາຍ ເອີ ຕ້ອງການຫລາຍໂຕນີ້ ແຕ່ວ່າຂະເຈົ້າໄປເຮັດນີ້ ຂະເຈົ້າບໍ່ມັກວຽກງານໂຕນີ້ ຄົນຕ້ອງການຫລາຍ ສ່ວນຫລາຍກໍຕ້ອງການເມິດ ຄ່າຈ້າງຕໍ່າຈັ່ງຊີ້ ສເລັ່ຽນີ້ຄັນວ່າ ອັນນັ້ນກໍ ທັມດາກັມກອນ ຄົນໄປແບກປູນນີ້ວັນລະ ຄັນວ່າຕົກເປັນເງິນລາວກໍ 100,000 ກີບ.”
ນາງເວົ້າວ່າ ຂແນງວຽກງານໃນລາວ ສ່ວນຫລາຍແມ່ນເປັນວຽກ ທີ່ບໍ່ຕ້ອງໃຊ້ສີມືແຮງງານ ຫລືຮຽນຈົບຊັ້ນສູງ. ດັ່ງນັ້ນຈຶ່ງເຮັດໃຫ້ຄົນງານລາວສ່ວນນຶ່ງ ທີ່ມີຄວາມຮູ້ ຄວາມສາມາດຫລາຍຄົນ ບໍ່ໄປເຮັດວຽກນັ້ນ, ຕ້ອງການໃຊ້ຄວາມຮູ້ ຄວາມສາມາຂອງຕົນທີ່ມີ ແລະໄດ້ຄ່າແຮງງານພໍສົມມາສົມຄວນ. ຢູ່ໃນກອງປະຊຸມສໄມ ສາມັນຂອງສະພາແຫ່ງຊາຕເທື່ອນີ້ ສະມາຊິກສະພາຈະໄດ້ສເນີໃຫ້ຣັຖບານ ຄົ້ນຄວ້າປັບຂຶ້ນຄ່າແຮງງານຂັ້ນຕໍ່າຕື່ມ, ແຕ່ກໍຈະຕ້ອງໄດ້ຜ່ານຫລາຍຂັ້ນຕອນ ຊຶ່ງໃນນັ້ນ ອົງການທີ່ມີສ່ວນກ່ຽວຂ້ອງ ກໍແມ່ນສູນກາງສະຫະ ພັນກັມມະບານລາວ ໃນຖານະເປັນຜູ້ຕາງໜ້າ ຂອງຜູ້ອອກແຮງງານ, ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາຕ ໃນຖານະເປັນຜູ້ຕາງໜ້າຜູ້ໃຊ້ແຮງງານ ແລະກະຊວງແຮງງານ ແລະສວັດດິການສັງຄົມ.
ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ຢູ່ແຂວງຈໍາປາສັກ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງເວົ້າວ່າ:
“ອັນນີ້ຍັງບໍ່ທັນມີເທື່ອ ເພາະວ່າເພິ່ນສເນີຜ່ານສະພາ ພິຈາຣະນາຊື່ໆ ບໍ່ທັນໄດ້ມີການດໍາເນີນການ ເທື່ອ ມັນຈະມີຂະບວນການ ຕ່າງຫາກ ສໍາຣວດກວດກາເຫັນຄວາມເປັນໄປໄດ້ ຈະໃຊ້ຂັ້ນຕອນແລະໄລຍະເວລາດົນສົມຄວນ ມັນຕ້ອງຜ່ານກອງປະຊຸມປຶກສາຫາລື ກັນຫລາຍໆຂັ້ນຕອນເນາະ.”
ຍານາງ ຄໍາໃບ ຂັດທິຍະ ຣັຖມົນຕຣີກະ ຊວງແຮງງານ ແລະສວັດດິການສັງຄົມ ໄດ້ຣາຍງານຕໍ່ກອງປະຊຸມສະພາແຫ່ງຊາຕ ໃນມື້ວັນທີ 9 ທັນວານີ້ວ່າ ປັດຈຸບັນ ປະເທດລາວມີພົລເມືອງທັງໝົດ 7.4 ລ້ານຄົນ, ມີຄົນອາຍຸ 15 ປີຂຶ້ນໄປ 5.3 ລ້ານຄົນ, ມີກໍາລັງແຮງງານ 2.5 ລ້ານຄົນ, ມີວຽກເຮັດ 2.4 ລ້ານຄົນ ຫລືຄິດເປັນ 97.6%. ໃນນັ້ນ ເຮັດວຽກໃນຂແນງກະສິກໍາ 1.4 ລ້ານຄົນ; ຂແນງບໍຣິການ 814,300 ຄົນ ແລະຂແນງອຸດສາຫະກັມ 252,400 ຄົນ ແລະວ່າ ໃນປີ 2021 ປະເທດລາວມີຄົນວ່າງງານ 496,918 ຄົນ ຫລື ຄິດເປັນ 21.8% ຂອງຈໍານວນຄົນງານທັງໝົດ. ແລະປີ 2022 ນີ້ ວ່າງງານ 423,427 ຄົນ ຫລືຄິດເປັນ 18.5%.