ຄົນວ່າງງານລໍຖ້າເງິນ ອຸດໜູນ
2020.06.04
ໃນກໍຣະນີ ຂອງກຸ່ມຄົນວ່າງງານ ທີ່ເຄີຍເຮັດວຽກນໍາ ບໍຣິສັດ ຊໍ-ການຊ່າງ ມາໄດ້ 4 ປີປາຍ ແລະໄດ້ຈ່າຍເງິນເຂົ້າໃນຣະບົບປະກັນສັງຄົມ ແຫ່ງຊາດ ມາຕັ້ງແຕ່ເລີ່ມເຂົ້າເຮັດວຽກ, ເມື່ອສິ້ນສຸດສັນຍາຈ້າງ ກັບ ຊໍ-ການຊ່າງ ໃນໂຄງການເຂື່ອນໄຟຟ້າ ໄຊຍະບູຣີ ນັ້ນແລ້ວ ກໍເລີຍ ພາກັນຕົກງານ ຍ້ອນທາງບໍຣິສັດ ບໍ່ມີຕໍາແໜ່ງວ່າງສນອງໃຫ້ ຊຶ່ງໃນໄລຍະນັ້ນ ກໍມີຢູ່ 2 ຮ້ອຍ ປາຍຄົນ.
ຕໍ່ມາ ເມື່ອເດືອນ 12 ປີ 2019, ພວກຄົນວ່າງງານ ກໍເລີ້ມພາກັນໄປປະກອບເອກກະສານ ຂໍຮັບເງິນອຸດໜູນວ່າງງານ ຈາກອົງການປະກັນ ສັງຄົມແຫ່ງຊາດ ສາຂາປະຈໍາແຂວງ ຂອງໃຜລາວ ແລະເອກກະສານ ຂອງຄົນວ່າງງານ ກໍຖືກສົ່ງໄປຍັງ ອົງການປະກັນສັງຄົມແຫ່ງຊາດ ທີ່ຂຶ້ນກັບກະຊວງແຮງງານ ແລະສວັດດີການສັງຄົມ ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນສູນກາງໃຫ່ຍ ຮັບໜ້າທີ່ເບີກຈ່າຍເງິນອຸດໜູນຕ່າງໆ.
ແຕ່ຈົນມາຮອດປັດຈຸບັນ ກໍຖືວ່າພວກຄົນວ່າງງານ ໄດ້ຍື່ນເອກກະສານ ຂໍຮັບເງິນອຸດໜູນວ່າງງານນັ້ນ ເປັນຄັ້ງທີ 5 ແລ້ວ ແລະສາມາດຍື່ນ ປະກອບເອກກະສານ ໄດ້ອີກພຽງເທື່ອດຽວ ເປັນເທື່ອສຸດທ້າຍ ແຕ່ກໍຍັງບໍ່ທັນ ໄດ້ຮັບຄໍາຕອບ ວ່າຈະໄດ້ຮັບເງິນອຸດໜູນເມື່ອໃດ.
ຄວາມໝາຍອີກນຶ່ງເທື່ອ ເປັນຄັ້ງສຸດທ້າຍຄື; ສາຂາປະຈໍາແຂວງ ຊ່ອຍປະກອບເອກກະສານພຽງແຕ່ 6 ເທື່ອ, ເຫຼືອນັ້ນກໍຍັງບໍ່ຮູ້ວ່າຈະໄປ ຫາຫ້ອງການໃດ, ດັ່ງຜູ້ວ່າງງານ ຈາກບໍຣິສັດ ຊໍ-ການຊ່າງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 2 ມິຖຸນາ ນີ້ວ່າ:
“ຈຸເຂົາອອກກ່ອນເນາະ ເຂົາຂຽນໃບ ແຕ່ໃບດຽວເນາະ ຈຸເຮົານີ້ອອກ ຕັ້ງແຕ່ທ້າຍ ເດືອນ 10 ປີ 2019 ນີ້ນ່າ ລະຍັງບໍ່ທັນໄດ້ເທື່ອດຽວນີ້ ກໍາລັງຖ້າ ແຕ່ບໍ່ຮູ້ວ່າ ທາງຂັ້ນເທິງຊິໃຫ້ຫຼືບໍ່ໃຫ້ນ່າ ດຽວນີ້ນະເຮົາຂຽນ ຕັ້ງແຕ່ເດືອນ 12 ມາຮອດເດືອນ 4 ຖືວ່າໄດ້ແຕ່ 5 ເທື່ອ ນໍ້ ຂຽນ ໄປຂຽນໄປ ແລ້ວ ໂທຖາມທາງ ວິຊາການເຂົາ ຢູ່ວຽງຈັນ ເພິ່ນວ່າດຽວນີ້ຍັງ ບໍ່ຮູ້ເທື່ອ ເງິນສ່ວນນີ້ ລໍຖ້າຂັ້ນເທິງ ຊິອະນຸມັດ ຫຼືບໍ່ອະນຸມັດ ຈ່າຍທໍ່ນັ້ນ ໂອ່ຫຼາຍໃດ໋ ອອກຫັ່ນແທ້ ປະມານ 200 ປາຍ 200 ປາຍຄົນໃດ໋.”
ຄົນງານລາວທ່ານນີ້ ກ່າວຢໍ້າອີກວ່າ ຄົນວ່າງງານພ້ອມກັນ 200 ປາຍຄົນ ຍັງລໍຖ້າເງິນອຸດໜູນວ່າງງານ ນັ້ນຢູ່. ໃນຂນະດຽວກັນຄົນວ່າງ ງານອີກຄົນນຶ່ງ ທີ່ໄດ້ຍື່ນ ເອກກະສານ ຂໍຮັບເງິນອຸດໜູນວ່າງງານ ເຊັ່ນກັນ ແລະ ກໍຍັງລໍຖ້າຄໍາຕອບຢູ່:
“ຍັງລໍຖ້າຄໍາຕອບຢູ່ ຖາມລະທາງປະກັນ ເພາະວ່າລໍຖ້າທາງກະຊວງເຂົາຊິແກ້ແນວໃດ ໃຫ້ລໍຖ້າກ່ອນເງິນໂຕນີ້ ເປັນເງິນຂອງປະກັນສັງຄົມ ເນາະ ເຮັດວຽກກັບບໍຣິສັດ ຊໍ-ການຊ່າງເນາະ ແລ້ວຂະເຈົ້າ ລົດ ພະນັກງານອອກ ແລ້ວກະເລີຍເອົາໃບໂຕນີ້ ໄປຍື່ນເອົາ ເງິນອຸດໜູນ ວ່າງງານ ຕອນນີ້ ວ່າງງານຢູ່ ເຮັດວຽກກັບ ບໍຣິສັດ ຊໍ-ການຊ່າງ ໄດ້ 4 ປີ ກັບ 3 ເດືອນ ຂະເຈົ້າຕັດແຕ່ເດືອນ ທໍາອິດເລີຍ ມື້ທີ່ເຮົາຢຸດ ວຽກ ອອກຈາກບໍຣິສັດລະ ເຂົາກະບໍ່ຕັດລະ ບໍ່ມີເງິນໃຫ້ຕັດ, ໄປທໍາອິດເຂົາເຈົ້າຕັດ ເດືອນນຶ່ງ ແສນກັບສິບພັນ ມາຕອນຫຼັງເຂົາຈະຕັດ ຕາມກົດເກນ ຂອງເງິນເດືອນ ແຕ່ເດືອນພະຈິກ ປີທີ່ແລ້ວມາລະ ຍື່ນມາ 5 ສະບັບລະ ຍັງສບັບທີ່ 6.”
ອະດີດຄົນງານ ເຮັດໜ້າທີ່ເປັນແມ່ບ້ານ ຂອງບໍຣິສັດ ຊໍ-ການຊ່າງ ທີ່ໝົດສັນຍາຈ້າງໄປ ແລະວ່າງງານໄປແລ້ວ, ກ່ອນໜ້ານີ້ ເມື່ອຕົ້ນປີ 2019 ລາວໄດ້ຍື່ນເອກກະສານ ຂໍຮັບເງິນອຸດໜູນ ພຽງເທື່ອດຽວ ກໍໄດ້ຮັບເລີຍ ຈຶ່ງບໍ່ເຂົ້າໃຈວ່າ ເປັນຫຍັງ ສາມີຂອງຕົນ ທີ່ເປັນຜູ້ນຶ່ງໃນ ຈໍານວນຄົນວ່າງງານ 2 ຮ້ອຍ ປາຍຄົນ ຄືນານຮູ້ຄໍາຕອບແທ້ ທັ້ງໆທີ່ ຂັ້ນຕອນຍື່ນເອກກະສານ ກໍຄືກັນໝົດ:
“ເຮົາບໍ່ເຂົ້າໃຈປານໃດນະ ເຂົາກະວ່າ ເອົາໃບນີ້ໄປແລ່ນໃຫ້ເຈົ້າ ຄັນວ່າເຈົ້າບໍ່ແລ່ນ ເຈົ້າບໍ່ໄດ້ເງິນຄືນເດີ້ ບໍຣິສັດເຂົາວ່າແນວນີ້ ຂ້ອຍກະມາ ແລ່ນຕາມເຂົາເວົ້ານີ້ລະ ເຂົາຈຶ່ງສົ່ງເງິນມາໃຫ້ເຮົາຂ້ອຍນີ້ສົ່ງໄປ ເທື່ອດຽວໄດ້ແລ້ວແຕ່ວ່າດຽວນີ້ຜົວ ພະນັກງານເຂົານະໂຍບາຍໃຫ້ສົ່ງໄປ 5 ເທື່ອ ບໍ ຫຼືວ່າ 6 ເທື່ອນາ.”
ເຈົ້າໜ້າທີ່ ຂອງອົງການປະກັນສັງຄົມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ອະທິບາຍ ຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບເຣື້ອງການ ປະກອບ ເອກກະສານ ເຖິງ 5 ຄັ້ງ ນັ້ນວ່າ:
“ກະຄືວ່າ ຄັນວ່າຍື່ນມາເອກກະສານ ມາຮອດ 5 ເທື່ອ ວ່າຊິບໍ່ຄໍາຕອບ ແຕ່ເທື່ອດຽວ ເຮົາກະມີຄໍາຕອບໃຫ້ແລ້ວ ໂຕນີ້ເຮົາມີກົດໝາຍ ບັງຄັບໃຊ້ຢູ່ເນາະ ຄັນຖ້າຜູ້ໃດອອກ ລະຖືກຕາມເງື່ອນໄຂ ຂອງກົດໝາຍ ເຮົາ ກະສາມາດມາຍື່ນຮັບໄດ້ ປັດຈຸບັນນີ້ ສະມາຊິກຂອງ ຊໍ-ການຊ່າງ ຫຼືວ່າຂອງໂຄງການ ເຂື່ອນໄຟຟ້ານໍ້າຂອງ ກະມີຫຼາຍພາກສ່ວນ ທີ່ມາຮັບອຸດໜູນວ່າງງານ ນໍາເຮົາ ຖ້າຖືກຢູ່ໃນເງື່ອນໄຂ ຕາມຣະບຽບ ຂອງເຮົາເນາະ ທັມມະດາແລ້ວ ກະບໍ່ຈໍາເປັນ ວ່າຍື່ນມາຫຼາຍເທື່ອ ປານນັ້ນ ຄັນຖ້າຍື່ນມາ ຖ້າຕົກຢູ່ໃນເງື່ອນໄຂ ຕາມ ຣະບຽບຂອງເຮົາ ຂະເຈົ້າກະຈະຄິດໄລ່ໃຫ້ ຖ້າບໍ່ຖືກຂະເຈົ້າກໍຈະແຈ້ງ ວ່າບໍ່ໄດ້ຍ້ອນ ເຫດຜົນໂຕໃດ.”
ແລະເຈົ້າໜ້າທີ່ ອົງການປະກັນສັງຄົມແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ ສໍາລັບຜູ່ທີ່ປະກັນສັງຄົມ ທີ່ເພິ່ນກວດ ເບິ່ງເລຂຣະຫັດ ບັດປະກັນສັງຄົມ ແລ້ວນັ້ນ ແມ່ນຈະໄດ້ຮັບເງິນ ອຸດໜູນ ວ່າງງານ 6 ເດືອນ:
“ຈະໄດ້ຮັບອຸດໜຸນວ່າງງານເນາະ ສໍາລັບຜູ້ນີ້ ຈະໄດ້ຮັບຢູ່ 6 ເດືອນ ມີເບີໂທຂອງ ຜູ້ຍື່ນບໍ ດຽວນ້ອງຊິໂທຫາລາວ ວ່າລາວຍື່ນຢູ່ໃສ ບາງເທື່ອເນາະ ຄັນເຮົາປະກອບມາ ຄັນມັນບໍ່ຖືກຫັ່ນນາ ປະກັນສັງຄົມ ກະຕ້ອງແຈ້ງຄືນ 4 ເທຶ່ອ 5 ເທື່ອ ໂຕນີ້ເຮົາກະຕ້ອງກວດ ກ່ອນວ່າຜູ້ປະກັນຕົນຜູ້ນັ້ນ ເພິ່ນສົ່ງມາແທ້ບໍ່ ຫຼືວ່າ ເອກກະສານຕົກເຮັ່ຍເສັຍຫາຍ ຫຼືບໍເຖິງ ໂຕນີ້ເຮົາກະຕ້ອງກວດ ກ່ອນເດີ້ສາວເດີ້.”
ຕໍ່ມາໃນມື້ດຽວກັນ ພາຍຫຼັງທີ່ເອເຊັຽເສຣີ ໄດ້ສອບຖາມໄປຍັງ ອົງການປະກັນສັງຄົມ ທີ່ນະຄອນຫຼວງວຽງຈັນ ກໍໄດ້ຮູ້ຣາຍລະອຽດວ່າ, ທາງເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ໂທຣະສັບຫາ ຜູ່ທີ່ໄດ້ຍື່ນ ເອກກະສານ ແລະ ລໍຖ້າເງິນອຸດໜູນວ່າງງານມາ 7 ເດືອນນັ້ນແລ້ວ, ເພື່ອ ຊີ້ແຈງໃຫ້ຜູ້ວ່າງງານ ໄດ້ຮັບຮູ້ແລະເຂົ້າໃຈວ່າ:
“ຂະເຈົ້າກະບອກວ່າ ພຍາຍາມຊິໃຫ້ໄດ້ເດືອນນີ້ໜິ ລະຂ້ອຍຖາມວ່າ ຊິໄດ້ບໍ່ເດືອນນີ້ນະ ຂະເຈົ້າວ່າ ເອີ່ໄດ້ວ່າຊັ້ນ ພຍາຍາມຊິໃຫ້ໄດ້ ເດືອນນີ້ແຫຼະ ເພາະວ່າມັນມີຫຼາຍບໍຣິສັດ ທີ່ບໍ່ໄດ້ຈ່າຍຄືນຫຼັງ ໃຫ້ເຂົານ່າ ເພິ່ນວ່ານະ ລະຈິຈ່າຍໃຫ້ເບິດເລີຍວ່າຊັ້ນ ຍິນເພິ່ນເວົ້ານະ ໂທມາຫາມື້ນີ້ເນາະ ກະລໍເບິ່ງ ໝູ່ຄູ່ກະຖາມວ່າເປັນແນວໃດ ກະບອກເຂົາວ່າ ເດືອນນີ້ເຂົາຈິຈ່າຍໃຫ້ ກະບອກຂະເຈົ້າວ່າຈະນີ້ເນ້ ຂ້ອຍກະແນະນໍາ ວ່າເດືອນນີ້ ເຂົາຊິຈ່າຍໃຫ້ ເຂົາກະດີໃຈຢູ່.”
ເຖິງຢ່າງໃດກໍດີ ວິທຍຸເອເຊັຽເສຣີ ກໍຍັງຈະຕິດຕາມ ເຣື່ອງເງິນອຸດໜູນວ່າງງານ ຂອງຄົນວ່າງງານ 2 ຮ້ອຍປາຍ ຄົນນີ້ອີກຕໍ່ໄປວ່າເງິນ ອຸດໜູນວ່າງງານນັ້ນຈະເບີກຈ່າຍມື້ໃດ.