ຢູ່ລາວຄົນວ່າງງານ ອາດເພິ່ມຂຶ້ນ
2020.05.18
ທ່ານ ຄໍາແພງ ໄຊສົມແພງ ຣັຖມົນຕຣີ ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ເຂົ້າຮ່ວມ ປະຊຸມທາງໄກ ຣັຖມົນຕຣີອາຊຽນ ຜ່ານ video conference ໃນມື້ວັນທີ 14 ພຶສພາ 2020 ເພື່ອປຶກສາຫາຣື ເຣື່ອງຄົນຕົກງານເພີ່ມຂຶ້ນ ຍ້ອນຜົລກະທົບຈາກການຣະບາດຂອງເ ຊື້ອພຍາດໂຄວິດ-19 ຊຶ່ງທ່ານຣາຍງານວ່າ ຫາກການຣະບາດ ຂອງເຊື້ອພຍາດໂຄວິດ-19 ໃນບັນດາປະເທດອາຊຽນ ຍັງແກ່ຍາວ ອາຈເຮັດ ໃຫ້ປະເທດລາວ ມີຄົນວ່າງງານເພີ່ມຂຶ້ນ ຈາກປົກກະຕິ 2% ເປັນ 25% ໃນປີ 2020 ນີ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ກະຊວງ ແຮງງານ ແລະສວັດດິການສັງຄົມ ທ່ານນຶ່ງຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ພຶສພາ ນີ້G
“ມັນເປັນການຄາດການ ເພາະວ່າເພິ່ນຍັງບໍ່ໄດ້ survey ຫຍັງ, ມັນອາດເປັນການຄາດການສະເພາະພາຍໃນເນາະ, ມີຫຼາຍແນວທີ່ວ່າ ໜ້າຈະເບິ່ງຫລາຍບັນຫາ ເຈົ້າ, ເພາະວ່າມັນຂຶ້ນນໍາຕລາດແຮງງານນີ້ເດ໊ ເພາະວ່າ ແຮງງານເຮົາກະບໍ່ໄດ້ຫຼາຍປານໃດ.”
ທ່ານເວົ້າວ່າ ຕົວເລກຄົນວ່າງງານ ເປັນພຽງແຕ່ການຄາດຈາກກຸ່ມວັຍໜຸ່ມ ທີ່ຮຽນຈົບໃໝ່, ຈາກທຸຣະກິດໂຮງແຮມ, ບ້ານພັກ, ບໍຣິສັດ ທ່ອງທ່ຽວ, ຮ້ານຄ້າກາງຄືນ, ຮ້ານນວດ ແລະ ຮ້ານຄາຣາໂອເກ໊ ທີ່ປິດກິຈການຊົ່ວຄາວ.
ແລະອີກຈໍານວນນຶ່ງ ຄືເປັນຄົນງານລາວ ທີ່ກັບມາຈາກຕ່າງປະເທດ ແຕ່ຍັງບໍ່ສາມາດກັບຄືນໄປເຮັດວຽກ ຢູ່ປະເທດທີ່ພວກເຂົາເຄີຍເຮັດ ຢ່າງໜ້ອຍ 1 ແສນຄົນ ໃນທົ່ວປະເທດ.
ກ່ຽວກັບເຣຶ່ອງນີ້ ຊາວລາວຜູ້ນຶ່ງ ຢູ່ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຕົນມີອາຊີບຮັບຈ້າງ, ໃຜຈ້າງເຮັດ ວຽກຫຍັງ ກໍເຮັດໝົດ, ໄດ້ຕົກເປັນຄົນວ່າງງານ ມາຫລາຍເດືອນແລ້ວ ຍ້ອນການຣະບາດຂອງເຊື້ອ ພຍາດໂຄວິດ-19.
ຜ່ານມາໄປສະໝັກເຮັດວຽກຢູ່ໂຮງງານໃດ ເຂົາກໍບໍ່ຮັບ ຍ້ອນບໍ່ໄດ້ຮຽນໜັງສື ບໍ່ມີຄວາມຮູ້ ແລະວ່າ ຫາກມີໂຮງງານໃດຕ້ອງການຈ້າງໃຫ້ ໄປເຮັດວຽກນໍາ ຕົນເອງກໍຍິນດີທີ່ຈະໄປເຮັດ:
“ຄັນເຂົາຈ້າງກະໄປແຫລະ ກະບໍ່ມີຜູ້ທີ່ມີຄວາມຮູ້ ສູ້ຜູ້ໃດໄດ້ເນາະ ໂຄງການວ່າເປີດຈ້າງກັມກອນ ຈ້າງປະຊາຊົນເຂົາ ໄປແທ້ເຂົາໄປວ່າ ຄັນບໍ່ເຮັດ ແນວນັ້ນ ຈັກສິຫາແບບໃດນ່າຢູ່ພີ້ນ່າ.”
ຢູ່ແຂວງເຊກອງ ແມ່ຍິງຜູ້ນຶ່ງ ທີ່ຮຽນຈົບວິຊາຄຣູ ເວົ້າວ່າ, ໄລຍະຜ່ານມາ ເປັນຄຣູອາສາສະໝັກ ສອນເດັກນ້ອຍມາຫລາຍປີ ແຕ່ກໍບໍ່ຖືກ ສັບຊ້ອນເຂົ້າເປັນພະນັກງານຄຣູຈັກເທື່ອ ແລ້ວກໍອອກມາຊອກວຽກ ເຮັດ ແຕ່ຍ້ອນຄອບຄົວທຸກຍາກ ຢູ່ຫ່າງໄກຈາກຕົວເມືອງ ຈຶ່ງມີ ຄວາມຫຍູ້ງຍາກ ໃນການອອກໄປຊອກວຽກ ເຮັດງານທໍາ.
ດັ່ງນັ້ນຈຶ່ງກາຍເປັນຄົນວ່າງງານ ມາຫຼາຍປີແລ້ວ. ນາງເວົ້າວ່ານາງມີຄວາມຕັ້ງໃຈ ທີ່ຈະເສັງເຂົ້າເປັນຄຣູອີກ ແລະຈະເສັງໃຫ້ຜ່ານ, ແຕ່ກໍ ກັງວົນວ່າ ຫາກເສັງບໍ່ຜ່ານ ຈະຊອກວຽກຫຍັງເຮັດ:
“ເອີ໊ ຂ້ອຍຮຽນຈົບຄຣູມາເດ໋ ຕັ້ງແຕ່ມື້ທີ່ວ່າປີອອກມາພຸ້ນ ກະຍັງບໍ່ທັນມີຜູ້ໄດ້ ຈັກເທື່ອ ຕອນນີ້ກໍາລັງອັນນັ້ນ ວ່າຈະສິໄປເສັງຄຣູອີກ 2 ມື້ ຍັງບໍ່ທັນໄດ້ ເທື່ອໂຕນັ້ນ.”
ແລະນັກສຶກສາຜູ້ນຶ່ງ ທີ່ຮຽນຈົບມະຫາວິທຍາລັຍ ມາໄດ້ປີປາຍແລ້ວ ແຕ່ຍັງວ່າງງານຢູ່ນັ້ນ ກໍມີຄວາມກັງວົນວ່າ ໃນສະພາບທີ່ໂຄວິດ-19 ຍັງຣະບາດຢູ່ນີ້ ກໍຈະຍິ່ງເຮັດໃຫ້ຕົນ ແລະ ໝູ່ຄູ່ຫາວຽກເຮັດງານທໍາ ຍາກຂຶ້ນ ແລະ ຫຼາຍຄົນກໍເລີ້ມກັບຄືນບ້ານ ເພື່ອຕັ້ງຫລັກໃໝ່ເຮັດໄຮ່ ເຮັດສວນ:
“ນັກສຶກສາອອກມາໃໝ່ ຮຽນຈົບມາໃໝ່ນີ໊ ກະວ່າງງານຫລາຍຢູ່ ແຕ່ພໍມາຮອດ ຍັງຣະບາດນີ້ກະແຮ່ງຮ້າຍ ກໍເພີ່ມຂຶ້ນ ຄືດຽວນີ້ ຢູ່ບ້ານນ້ອງ ລະປີນີ້ເຫັນ ເຫັນແຕ່ປີນີ້ແຫລະ ເຂົາກະກັບມາເຮັດໄຮ່ຫລືວ່າ ເຮັດສວນ ມາປູກເຂົ້າປູກສາລີ.”
ແຕ່ເຖິງຢ່າງໃດກໍຕາມ ເພື່ອແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດິການສັງຄົມ ແຂວງສວັນນະເຂດ ທ່ານນຶ່ງກໍໄດ້ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ກໍາລັງເລັ່ງຂຶ້ນທະບຽນ ຄົນວ່າງງານ ໃນທົ່ງແຂວງຢູ່, ແຕ່ຍັງບໍ່ຮູ້ວ່າ ຣັຖບານຈະມີມາຕການ ຊ່ອຍເຫລືອ ຄົນວ່າງງານ ແນວໃດຕໍ່ໄປ:
“ຕາມຄໍາສັ່ງເພິ່ນນີ໊ ແມ່ນໄລຍະນີ້ ຂຶ້ນທະບຽນ ແລ້ວກໍສົ່ງຂຶ້ນເມືອໃຫ້ກະຊວງ ແຮງງານ ນີ໊ລະດຽວນີ້ ເພິ່ນຍັງບໍ່ໄດ້ປະຊຸມວ່າ ສິຮັບການ ແກ້ໄຂແນວໃດ ຕໍ່ກັບບັນດາ ຜູ້ທີ່ຂຶ້ນທະບຽນໄວ້ແລ້ວນີ໊ ຕໍ່ແຕ່ລະເປົ້າ ໝາຍຫັ້ນນະ.”
ກ່ຽວກັບມາຕການແກ້ໄຂ ຄົນວ່າງງານ ໃນປະເທດລາວ ເຈົ້າໜ້າທີ່ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສວັດດິການສັງຄົມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ ຍັງບໍ່ມີມາຕການຊ່ອຍເຫລືອ ທີ່ເປັນ ຮູປທັມ ເທື່ອ ແລະວ່າ ຫລັງຈາກພະນັກງານ-ຣັຖກອນ ກັບມາເຮັດວຽກ ເປັນປົກກະຕິແລ້ວ ຈະໄດ້ລົງພື້ນທີ່ ສໍາຣວດ ແລະ ຮິບໂຮມຂໍ້ມູນລະອຽດ ກ່ຽວກັບຈໍານວນ ຫົວໜ່ວຍທຸຣະກິດທົ່ວ ປະເທດວ່າໜ້ອຍຫຼາຍ ປານໃດ ເພື່ອທີ່ຈະສະໜອງຄົນງານ ໃຫ້ ດັ່ງທີ່ທ່ານກ່າວວ່າ:
“ປັດຈຸບັນນີ້ ຜູ້ທີ່ວ່າງງານໃນຊ່ວງ ການຣະບາດຂອງພພຍາດນີ້ ທີ່ວ່າງງານຢູ່ພາຍ ໃນປະເທດຫັ້ນນ່າ ເຊຶ່ງເຮົາຈະໄດ້ມີການ survey ຫົວໜ່ວຍແຮງງານ ໃນປະເທດ ຫລື ວ່າມີຈໍານວນ ຕໍາແໜ່ງວ່າງງານ ໜ້ອຍ-ຫລາຍ ປານໃດ ເພື່ອທີ່ຈະຈັດສັນ ຜູ້ວ່າງງານໃຫ້ມີ ວຽກເຮັດງານທໍາ ເຮົາໄດ້ພຽງແຕ່ການ ແນະນໍາວ່າ ມີຜູ້ຈົບຈາກທໍ່ໆ ແຕ່ວ່າເຮົາຍັງ ບໍ່ທັນມີຖານ ຂໍ້ມູນຜູ້ວ່າງງານ.”
ທ່ານເວົ້າຕື່ມອີກວ່າ ກະຊວງແຮງງານ ແລະສວັດດິການສັງຄົມ ຈະຂຶ້ນທະບຽນຄົນງານລາວ ທີ່ກັບມາຈາກຕ່າງປະເທດ ແລະຄົນງານລາວ ຢູ່ພາຍໃນປະເທດ ທີ່ໄດ້ຮັບຜົລກະທົບ ຈາກການຣະບາດຂອງ ເຊື້ອພຍາດໂຄວິດ-19 ເພື່ອບັນທຶກປວັດ ແລະຂໍ້ມູນລະອຽດ ຂອງຄົນງານ ລາວທັງໝົດ ແລະກຽມມາຕການຊ່ອຍເຫລືອ. ຫາກທຸຣະກິດໃດ ຕ້ອງການຄົນງານ ໄປເຮັດວຽກນໍາ ກໍຈະໄດ້ແຈ້ງໃຫ້ຄົນງານ ທີ່ຂຶ້ນທະບຽນ ເປັນຄົນວ່າງງານນັ້ນ ໄປສະໝັກ.
ຣາຍງານຂອງກະຊວງແຮງງານ ແລະສວັດດິການສັງຄົມ ເມື່ອເດືອນສິງຫາ ປີກາຍຣະບຸວ່າ ແຮງງານຂອງປະເທດລາວປີ 2019 ຢູ່ໃນ ຂະແໜງກະສິກັມ ແລະປ່າໄມ້ 69%, ອຸດສາຫະກັມ 7.8% ແລະ ບໍຣິການ 23.4%.