ອະດີດຜູ້ນຳ ແຂວງຊຽງຂວາງ ລະເມີດສັນຍາ ກິຈການ ສວນພູຄຳ
2022.12.18
ອະດີດ ເຈົ້າແຂວງ ແຂວງຊຽງຂວາງ ໄດ້ລະເມີດສັນຍາ ການລົງທຶນ ກິຈການ ສວນພູຄຳ ດ້ວຍການລຶບລ້າງ ສັນຍາສັມປະທານ ທີ່ລົງທຶນກໍ່ສ້າງ ໃນໄລຍະ 50 ປີ ສະບັບ ເລຂທີ 095/ພຜທ.ຊຂ ລົງວັນທີ 11 ສິງຫາ 2010. ການຍົກເລີກດັ່ງກ່າວ ເຮັດໃຫ້ກິຈການ ລົ້ມລະລາຍ ແລະ ເຈົ້າຂອງໂຄງການ ຍັງຖືກຕັ້ງຂໍ້ກ່າວຫາ ອີກຫລາຍຂໍ້ ຈົນຕ້ອງ ໄດ້ອອກນອກປະເທດ ມາຂໍຄວາມເປັນທັມ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າມາສູ່ ຣາຍການ “ມາຟັງນຳກັນ” ປະຈຳສັປດາ. ພວກເຮົາ ມາພົບກັນ ກັບປະເດັນທີ່ສຳຄັນ. ສັປດານີ້ ພວກເຮົາ ໄດ້ສັມພາດ ກັບນັກທຸຣະກິຈ ກ່ຽວກັບ ເຣື່ອງຄວາມບໍ່ເປັນທັມ ທີ່ທາງອະດີດຜູ້ນຳ ແຂວງຂຽງຂວາງ ໄດ້ຍົກເລີກ ການສັມປະທານ ທັງທີ່ວ່າ ໂຄງການດັ່ງກ່າວ ເປັນວຽກງານ ພັທນາຊີວິຕ ຊາວຊຽງຂວາງ ໃຫ້ດີຂຶ້ນ ແຕ່ກັບຖືກຍົກເລີກ ສັນຍາ ເຮັດໃຫ້ ກິຈການລົ້ມລະລາຍ ຈົນເຮັດໃຫ້ທ່ານ ຕ້ອງໄດ້ອອກນອກປະເທດ ແລະ ຂໍຄວາມເປັນທັມ ຈາກທາງການລາວ ໃນການຕໍ່ສູ້ຄະດີ ກິຈການ ສວນພູຄຳ ກັບ ອະດີດຜູ້ນຳ ແຂວງຊຽງຂວາງ.
ທ່ານຜູ້ຟັງ ທີ່ກຳລັງຕິດຕາມ ຮັບຟັງ ຣາຍການນີ້ຢູ່ ແລະ ຕ້ອງການ ເຂົ້າຮ່ວມ ໃນຣາຍການດ້ວຍຮູບແບບ ສັມພາດ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ລົງໃນອິກບ໊ອກ ຂອງພວກເຮົາ, ແລ້ວ ພວກເຮົາ ຈະໂທຫາ ເພື່ອສັມພາດ ມາອອກຣາຍການ. ດຳເນີນ ຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ... ມື້ນີ້ ພວກເຮົາ ຈະເຂົ້າສູ່ປະເດັນ ກ່ຽວກັບ ນັກທຸຣະກິຈ ຊາວລາວ ທີ່ບໍ່ໄດ້ຮັບ ຄວາມເປັນທັມ ຈາກການດຳເນີນ ທຸຣະກິຈ, ຊຶ່ງຜູ້ກ່ຽວ ກໍໄດ້ໃຫ້ສັມພາດ ກັບພວກເຮົາພ້ອມດ້ວຍ ຫລັກຖານ ຢືນຢັນຕ່າງໆ ກ່ຽວກັບ ການຍົກເລີກ ກິຈການ ໃນຄັ້ງນີ້. ຜ່ານມາ ເຣື່ອງດັ່ງກ່າວເຖິງແມ່ນວ່າ ໂຄງການນີ້ ຈະເປັນໂຄງການ ທີ່ຊາວຊຽງຂວາງ ມີຄວາມຍີນດິ ເພາະເປັນໂຄງການນຶ່ງ ທີ່ຊ່ອຍປັບປຸງ ຊີວິຕການເປັນຢູ່ ໃຫ້ດີຂຶ້ນ. ໂຄງການດັ່ງກ່າວນີິ້ ກໍແມ່ນ ໄດ້ຮັບການເຫັນດີ ຂອງຜູ້ນຳ ແຂວງຊຽງຂວາງ ຖືກຕ້ອງຕາມກົດໝາຽ ແລະ ດຳເນີນ ກິຈການ ມາໄດ້ 7-8 ປີແລ້ວ ແລະ ການສັມປະທານ ເທື່ອນີ້ ແມ່ນມີກຳນົດ 50 ປີ ແຕ່ມາເຖີງປີ 2018 ກັບຖືກຍົກເລີກສັນຍາ ແລະ ຜູ້ກ່ຽວໄດ້ຖືກທາງການ ແຂວງຊຽງຂວາງ ຕັ້ງຂໍ້ກ່າວຫາ ທີ່ໜັກໜ່ວງ ເພື່ອເອື້ອປໂຍດ ໃຫ້ກັບນາຍທຶນຄົນອື່ນ ສົ່ງຜົລ ເຮັດໃຫ້ກິຈການ ຂອງຜູ້ກ່ຽວ ລົ້ມລະລາຍ ຊຶ່ງໃນມື້ນີ້ ພວກເຮົາ ຈະໄດ້ຮັບຟັງ ຣາຍລະອຽດ ຈາກການໃຫ້ ສັມພາດຜູ້ກ່ຽວເອງ ເພື່ອໃຫ້ທ່ານ ໄດ້ຮັບຊາບເຖິງ ກໍຣະນີ ທີ່ຜູ້ກ່ຽວຮຽກຮ້ອງ ຂໍຄວາມເປັນທັມ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)