ສສຊ ສເນີໃຫ້ຈຳກັດ ການນຳເຂົ້າສິນຄ້າ ຈາກຕ່າງປະເທດ

ໄຊຍາ
2022.12.09
ສສຊ ສເນີໃຫ້ຈຳກັດ ການນຳເຂົ້າສິນຄ້າ ຈາກຕ່າງປະເທດ ການຊື້-ຂາຍ ເຄື່ອງອຸປໂພກ ແລະບໍຣິໂພກ ທີ່ຕລາດແຫ່ງນຶ່ງ ໃນໄລຍະທີ່ເຂົ້າຍາກ ໝາກແພງ ເງິນກີບເຟີ້ຫຼາຍ ໂດຍສະເພາະ ສິນຄ້າຫຼາຍຢ່າງນຳເຂົ້າຈາກ ຕ່າງປະເທດ.
RFA

ວັນທີ 08 ທັນວາ 2022 ທີ່ຜ່ານມາທ່ານ ດຣ. ວໍລະສິດ ສີວົງດາວ ສະມາຊິກສະພາ ແຫ່ງຊາຕ ຈາກເຂດເລືອກຕັ້ງທີ 13 ແຂວງສວັນນະເຂດ ໄດ້ສເນີກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອ 4 ຂອງສະພາແຫ່ງຊາຕຊຸດ 9 ໃຫ້ພິຈາຣະນາ ແກ້ໄຂໃນການນຳເຂົ້າ ສິນຄ້າບາງປະເພດ ຍ້ອນວ່າສິນຄ້າທີ່ຜລິດ ຢູ່ພາຍໃນປະເທດເອງ ບໍ່ສາມາດຂາຍ ໃນລາຄາແຂ່ງຂັນໄດ້ ເຊັ່ນປາແດກ ບໍ່ໄດ້ຮັບຄວາມນິຍົມຈາກຄົນລາວ ດ້ວຍກັນ ແລະທາງຣັຖບານ ຫາວິທິແກ້ໄຂ ເພື່ອໃຫ້ສິນຄ້າລາວ ສາມາດຕີຕລາດ ລາວໄດ້ແລະຕ້ອງໃຫ້ປະຊາຊົນລາວ ຫັນມາໃຊ້ສິນຄ້າລາວ ໃຫ້ຫລາຍຂຶ້ນ ລວມເຖິງເຈົ້າໜ້າທີ່ ຕ້ອງໄດ້ເຜີຍແຜ່ເຮັດເປັນໂຕຢ່າງ ແລະໂຄສະນາສິນຄ້າລາວ ໃຫ້ຫລາຍຂຶ້ນເຊັ່ນກັນ.

ດັ່ງ ດຣ. ວໍລະສິດ ສີວົງດາວ ສະມາຊິກສະພາ ແຫ່ງຊາຕ ຈາກເຂດເລືອກຕັ້ງທີ 13 ແຂວງສວັນນະເຂດກ່າວໃນຕອນນຶ່ງວ່າ:

ຜົນຜລິດພາຍໃນ ຂອງພວກເຮົາ ບໍ່ໄດ້ຂາຍຍ້ອນວ່າ ບໍ່ສູ້ກັບຜົລຜລິດ ແລະສິນຄ້າ ທີ່ນຳເຂົ້າຈາກປະເທດເພື່ອນບ້ານ ໂດຍສະເພາະແມ່ນສິ່ງທີ່ເຮົາເຮັດໄດ້ ເປັນຜັກ, ເປັນໝາກໄມ້, ເປັນຊີ້ນ, ເປັນປາ, ເປັດ, ໄກ່. ຮອດປາແດກ ຍັງແມ່ນປາແດກຂອງເພື່ອນບ້ານ ສິນຄ້າດັ່ງກ່າວມາ ຕີຜົນ ຜລິດຂອງຊາວບ້ານເຮົານັ້ນແຫລະ ຕໍ່ບັນຫາດັ່ງກ່າວ ຖ້າບໍ່ສະກັດການນຳເຂົ້າ ອັນນີ້ຊິສົ່ງເສີມແນວໃດ ເຂົາເຈົ້າກໍບໍ່ຜລິດໃຫ້ເຮົາຢູ່ດີ.

ຂະນະທີ່ຊາວລາວຫລາຍຄົນ ຢາກໃຫ້ແກ້ໄຂເຣື່ອງສິນຄ້າລາວ ໃຫ້ດີຂຶ້ນ ເພາະຄຸນນະພາບສິນຄ້າ ບາງຢ່າງເມື່ອທຽບກັບສິນຄ້າ ຕ່າງປະເທດແລ້ວ ຍັງບໍ່ໄດ້ມາຕຖານເທົ່າທີ່ຄວນ ຄົນລາວເລີຍຫັນໄປໃຊ້ ສິນຄ້າຈາກຕ່າງປະເທດ ເປັນສ່ວນໃຫຍ່ເຊັ່ນ ສະບູ, ແຟັບ ທີ່ປະເທດລາວຜລິດຂາຍ ພາຍໃນປະເທດໄດ້ຢູ່ ແຕ່ວັນເດືອນປີໝົດອາຍຸ ພັດບໍ່ມີການບອກ ໃຫ້ຈະແຈ້ງ ເມື່ອໄປທຽບໃສ່ ສິນຄ້າຕ່າງປະເທດ ເຊັ່ນສິນຄ້າໄທຍ ຈະມີການບອກ ວັນເດືອນປີໝົດອາຍຸຈະແຈ້ງ ທຸກຢ່າງ ແລະລາຄາກໍແຕກຕ່າກັນ ດັ່ງນັ້ນຄົນລາວຈຶ່ງຕ້ອງເລືອກໃຊ້ ສິນຄ້າທີ່ມີຄຸນນະພາບ ລວມເຖິງປາແດກຄົນລາວ ຜລິດເອງໄດ ກໍມີບາງຢີ່ຫໍ້ ໃສ່ຂວດ, ບາງຢີ່ຫໍ້ບໍ່ໃສ່ ແຕ່ສູ້ປາແດກໄທຍບໍ່ໄດ້ ຊຶ່ງມີຄຸນນະພາບ ແລະຣົດຊາດດີກ່ວາຫລາຍ ຄົນລາວຈຶ່ງນິຍົມສິນຄ້າໄທຍ ດັ່ງຊາວລາວທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ຊິເປັນເຣື່ອງຄຸນນະພາບ ເພາະສິນຄ້າລາວເຮົາ ມັນບໍ່ຄ່ອຍມີມາຕຖານເນາະ ການຄວບຄຸມແບບ ອຢ ນີ້ກໍບໍ່ຜ່ານ ຢ່າງລູກຊີ້ນ ຮອດດອກອີ່ຫຍັງ ກໍບໍ່ໄດ້ລະບຸວ່າ ເອີຜລິດວັນທີເທົ່ານັ້ນ ເທົ່ານີ້ ໝົດອາຍຸວັນທີເທົ່ານັ້ນ ເທົ່ານີ້ເນາະ. ສະບູກໍບໍ່ໄດ້ລະບຸ ວັນທີແບບວ່າ ແນ່ຊັດ ກໍໃຊ້ໄດ້ຕລອດການເລີຍ ແຟັບຄືກັນ ປາແດກລາວ ກໍໃສ່ຂວດຢູ່ ພັດຂາຍແພງກວ່າ ຂອງໄທຍເດ້ ຢ່າງປາແດກບ່າວວິນນ່າ ຂາຍປຸກນຶ່ງ 25 ພັນ, ບາດຝາເຫລືອງ ຂອງໄທຍຂາຍ 6-7 ພັນ.

ຊາວລາວອີກທ່ານນຶ່ງ ກໍກ່າວວ່າກ່ຽວກັບເຣື່ອງດັ່ງກ່າວນີ້ ນອກຈາກການແກ້ໄຂ ຄຸນນະພາບສິນຄ້າ ໃຫ້ດີຂຶ້ນແລ້ວ ກໍຢາກໃຫ້ເຈົ້າໜ້າ ທີ່ໂຄສະນາສິນຄ້າລາວ ໃຫ້ຫລາກຫລາຍກ່ວານີ້ ເພື່ອສົ່ງເສີມໃຫ້ຄົນລາວຫັນມາໃຊ້ສິນຄ້າ ຂອງລາວ ໃຫ້ຫລາຍຂຶ້ນ ແລະຍັງເປັນການອຸດໜຸນ ສົ່ງເສີມຜູ້ປະກອບການລາວ ດ້ວຍກັນເພື່ອໃຫ້ລາຍຮັບທີ່ດີຂຶ້ນ.

ຢາກໃຫ້ຄົນລາວເຮົານີ້ນ່າ ຊົມໃຊ້ຜລິດພັນຂອງລາວຫັ້ນນ່າ ມັນກໍດີກ່ວາ ແລ້ວຢາກໃຫ້ຄົນລາວ ຫັນມາໃຊ້ຂອງຄົນລາວ ຊ່ອຍຄົນລາວດ້ວຍກັນ ຊ່ອຍກັນໄປຫັ້ນນ່າ ຢາກໃຫ້ໂຄສະນາຫລາຍໆ ສ່ວນນຶ່ງຂອງຄົນລາວຫັ້ນນ່າເນາະ ເຂົາກໍບໍ່ຄ່ອຍໂຄສະນາ.

ທາງດ້ານຜູ້ປະກອບການ ທີ່ຂາຍສິນຄ້ານຳເຂົ້າ ໃນລາວທ່ານນຶ່ງ ກໍໄດ້ກ່າວວ່າທີ່ລາວເອງ ໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດ ເປັນສິນຄ້າທີ່ຄົນລາວຮູ້ຈັກດີ ເຊັ່ນປາແດກຈາກໄທຍ ເພາະວ່າ ຂາຍງ່າຍ ແລະຖ້າກຫາກຄົນລາວ ຜລິດຂາຍເອງກໍຍັງບໍ່ເປັນ ທີ່ຮູ້ຈັກ ເພາະບໍ່ແມ່ນຄົນດັງ ຊຶ່ງກໍຕ້ອງໃຊ້ຕົ້ນທຶນ ໃນການໂຄສະນາ ທີ່ສູງ ແລະຖ້າຂາຍບໍ່ໄດ້ກໍຂາດທຶນ.

ສ່ວນຫລາຍ ກໍໃຊ້ຂອງໄທຍຫັ້ນແຫລະ ບາງເທື່ອປາແດກມໍ່າບໍ່ ປາແດກເພັດບໍ່ ໂອ້ມັນກໍຫລາຍປາແດກເຫລືອເກີນ ກໍຄົນຮູ້ຈັກລາວຫລາຍ ເຖິງຈະແຊບບໍ່ແຊບ ເຮົາກາຂາຍໄດ້ ເຮົາເປັນແມ່ຄ້າຊີ້ ເຮົາຈະໄປເຮັດປາແດກ ສົ່ງບໍ່ໄດ້ເນາະ ເພາະເຮົາຂາຍເຄື່ອງ ເຮັດອີ່ຫຍັງ ມັນກໍຕ້ອງໄດ້ໃຊ້ເງິນລົງທຶນ ຫລາຍເດ້ ຖ້າບໍ່ມີເງິນ ກໍເຮັດອີ່ຫຍັງບໍ່ໄດ້.

ສ່ວນຜູ້ປະກອບການ ທີ່ຜລິດປາຕາກແຫ້ງ ຂາຍໃນລາວ ກໍກ່າວວ່າ ທ່ານເອງໄດ້ຜລິດປາຕາກແຫ້ງ ຂາຍເອງໃນລາວ ໂດຍຂາຍຕາມສື່ສັງຄົມອ໋ອນລາຍນ໌ ຫລື ມີລູກຄ້າປະຈຳ ມາຮັບໄປຂາຍ ຢູ່ຕ່າງເມືອງ ຕ່າງແຂວງ ເທົ່ານັ້ນ ບໍ່ມີຕລາດທີ່ເປີດກ້ວາງ ແລະບໍ່ມີໜ່ວຍງານ ມາສົ່ງເສີມ ຮອງຮັບຕລາດ ໄດ້ເຮັດເອງໝົດຊຶ່ງທ່ານພໍຂາຍລ້ຽງຊີພໄດ້ ແລະຄົນລາວບໍ່ນິຍົມສິນຄ້າລາວ ປານໃດ ສ່ວນໃຫຍ ຈະນິຍົມສິນຄ້າ ມາຈາກໄທຍ ເພາະວ່າຄຸນນະພາບ ດີກ່ວາ.

ແບບເປັນຊີ້ນແຫ້ງ ມີແຕ່ເຮົາເຮັດເອງ ຂາຍເອງ ແບບນີ້ເລີຍ ກໍພໍໄດ້ຢູ່ ສ່ວນຫລາຍເພິ່ນ ແມ່ນນິຍົມໃຊ້ຂອງຕ່າງປະເທດ ປະເພດເຄື່ອງແຫ້ງ ອີຫຍັງ ມັນກໍມີຫລາຍຢ່າງນ່າ ຂອງລາວມັນກໍດີຄືກັນ ແຕ່ວ່າສ່ວນຫລາຍເຂົາເຈົ້າ ມັກນິຍົມໃຊ້ຂອງປະເທດອື່ນ ເຂົາເຈົ້າກໍຄິດວ່າ ຄຸນນະພາບມັນຈະດີກ່ວາ ແບບນີ້ນ່າ.

ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຄ້າໃນລາວ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ໃຫ້ຄວາມເຫັນວ່າ ໃນຄວາມເປັນຈິງແລ້ວ ສິນຄ້າລາວ ບາງປະເພດ ມີຄົນລາວຈຳນວນນຶ່ງ ໃຊ້ຢູ່ ແລະສິນຄ້າບາງປະເພດ ຄົນລາວບໍ່ໃຊ້ແລ້ວ ເພາະບໍ່ໄດ້ຄຸນນະພາບ ເຊັ່ນ ແຟັບສະບາຍດີ ບໍ່ຄ່ອຍເຫັນຜລິດມາຂາຍ ຊຶ່ງຜູ້ປະກອບການລາວ ຄວນຈະປັບປຸງ ເຣື່ອງຄຸນນະພາບ ໃຫ້ດີ ແລະໂຄສະນາຕໍ່ເນື່ອງ ແລະກໍເຊື່ອວ່າຄົນລາວ ຈະຫັນມາໃຊ້ແນ່ນອນ ແລະກໍຄວນຈະເຂັ້ມງວດ ໃນການນຳເຂົ້າສິນຄ້າ ບາງປະເພດ ນຳດ້ວຍເພື່ອຈະໃຫ້ຄົນລາວ ຂາຍສິນຄ້າຜລິດເອງໄດ້ ໃນປະຣິມານທີ່ ກຸ້ມຄ່າກັບການຜລິດ.

ກໍມີຫລາຍຄົນໃຊ້ຢູ່ດອກ ຂອງລາວແຕ່ລາຄາແພງ ຄຸນນະພາບບໍ່ດີ ເຂົາກໍເຊົາໃຊ້ສິນຄ້າລາວ ຕ້ອງເວົ້າເຣື່ອງການໂຄສະນາ ເຜີຍແຜ່ ແລ້ວກາເຮັດໃຫ້ສິນຄ້າ ເຮົານີ້ເປັນສິນຄ້າທີ່ດີ ເຮົາບໍ່ໄດ້ເຂັ້ມງວດ ເຣື່ອງຄຸນນະພາບ ຂອງສິນຄ້າໂຕໃດ ທີ່ບໍ່ຄວນໃຫ້ນຳເຂົ້າຫັ້ນນ່າ ເຮົາຍັງບໍ່ທັນໄດ້ກວດ ເທົ່າທີ່ຄວນຫັ້ນນ່າ ປັດຈຸບັນນີ້ແມ່ນຄ້າເສຣີເດ້ ນຳເຂົ້າມາອີຫຍັງກໍໄດ້.

ປັດຈຸບັນປະເທດລາວ ຍັງຕ້ອງນຳເຂົ້າສິນຄ້າ ຫລາຍຢ່າງຈາກຕ່າງປະເທດ ຢ່າງຕໍ່ເນື່ອງ ແລະບັນຫານີ້ກໍເຮັດໃຫ້ປະເທດລາວ ປະສົບບັນຫາຂາດດຸນ ການຄ້າ ກັບປະເທດເພື່ອນບ້ານ ຕລອດມາ. ນັບແຕ່ເດືອນເມສາປີ 2022 ຊຶ່ງອີງຕາມການຣາຍງານ ຂອງສູນຂໍ້ມູນຂ່າວສານ ການຄ້າ ຂອງລາວ ໃນວັນທີ 6 ຕຸລາ 2022 ທີ່ຜ່ານມາ ວ່າມູນຄ່າການນຳເຂົ້າ ແລະສົ່ງອອກສິນຄ້າ ຂອງປະເທດລາວ ປະຈຳເດືອນ ກັນຍາ  ປີ 2022 ບັນລຸໄດ້ປະມານ 1,146 ລ້ານໂດລ້າຣ໌ສະຫະຣັຖ ໃນນັ້ນມູນຄ່າການສົ່ງອອກ ປະມານ 456 ລ້ານໂດລ້າຣ໌ ສະຫະຣັຖ ຫລື ເທົ່າກັບວ່າ ຂາດດຸນການຄ້າ 233 ລ້ານໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.