ລາວ ຂາດດຸນການຄ້າ ເດືອນມົກກະຣາປີນີ້ 188 ລ້ານໂດລ້າຣ໌

ຈຳປາທອງ
2024.03.22
ລາວ ຂາດດຸນການຄ້າ ເດືອນມົກກະຣາປີນີ້ 188 ລ້ານໂດລ້າຣ໌ ການຂາຍສິນຄ້າ ທີ່ສ່ວນໃຫຍ່ນຳເຂົ້າ ຈາກປະເທດເພື່ອນບ້ານ ທີ່ຕລາດແຫ່ງນຶ່ງໃນແຂວງຈຳປາສັກ. ເດືອນກໍຣະກະດາ ປີ 2023.
RFA

ປະເທດລາວ ຂາດດຸນການຄ້າ ໃນເດືອນມົກກະຣາ ທີ່ຜ່ານມາ ເຖິງ 188 ລ້ານໂດລ້າຣ໌ສະຫະຣັຖ ຍ້ອນໄດ້ນໍາສິນຄ້າ ຈາກຕ່າງປະເທດເຂົ້າມາຫລາຍ ມູນຄ່າ 749 ລ້ານໂດລ້າຣ໌ສະຫະຣັຖ ແລະໄດ້ສົ່ງອອກພຽງ 561 ລ້ານໂດລ້າຣ໌. ການຂາດດຸນການຄ້າທີ່ວ່ານີ້ ບໍ່ລວມເອົາມູນຄ່າການສົ່ງອອກ ແລະນໍາເຂົ້າໄຟຟ້າເຂົ້ານໍາ, ອີງຕາມການຣາຍງານ ຂອງສູນຂໍ້ມູນຂ່າວສານ ດ້ານການຄ້າຂອງ ສປປ ລາວ ທີ່ອ້າງອີງໃສ່ຂໍ້ມູນ ຂອງກະຊວງການເງິນ.

ສາເຫດນຶ່ງ ທີ່ເຮັດໃຫ້ລາວຍັງຂາດດຸນການຄ້າ ກໍຍ້ອນວ່າ ພື້ນຖານການຜລິດໃນລາວ ບໍ່ແໜ້ນໜາ, ສ່ວນໃຫຍ່ເປັນສິນຄ້າ ຂອງນັກລົງທຶນຕ່າງປະເທດ ທີ່ສົ່ງອອກໂດຍກົງ.

ດັ່ງເຈົ້າໜ້າທີ່ການຄ້າລາວ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ມີນານີ້ວ່າ:

ບັນຫາໂຕນີ້ຫລາຍຄົນ ກໍຖຽງກັນຢູ່ກອງປະຊຸມ ການຖົມຂຸມກໍບໍ່ແມ່ນເຣື່ອງງ່າຍ ພື້ນຖານການຜລິດພາຍໃນປະເທດນ່າ. ມັນບໍ່ແນ້ນໜາ ແລ້ວຈຶ່ງເຮັດໃຫ້ການຂາດດູນເກີດຂຶ້ນ ໄດ້ຢ່າງງ່າຍດາຍ. ມັນບໍ່ແມ່ນຣັຖບານເຮົາ ເປັນຜູ້ຄຸ້ມຄອງແລະສົ່ງອອກ ໂດຍກົງ. ສ່ວນຫລາຍມັນກໍເປັນຕ່າງປະເທດ ເຂົ້າມາສໍາຣວດສັມປະທານ ເຮັດແລ້ວກໍສົ່ງອອກໂດຍກົງເລີຍຫັ້ນນ່າ. ຜົລກໍາໄລກໍຈະເປັນຂອງເຂົາເຈົ້າ.

ແລະຜູ້ປະກອບການທຸຣະກິຈໃນລາວ ທ່ານນຶ່ງ ກໍເວົ້າວ່າ ການທີ່ລາວຍັງຂາດດຸນການຄ້າ ຢູ່ນີ້ ກໍຍ້ອນວ່າ ການຜລິດສິນຄ້າໃນລາວ ມີໜ້ອຍ ຕ້ອງໄດ້ນໍາສິນຄ້າຕ່າງປະເທດເຂົ້າມາຫລາຍ ແລະສ່ວນນຶ່ງກໍມີບັນຫາການສໍ້ຣາດບັງຫລວງ, ລາ ຄາສິນຄ້າແພງ, ປະຊາຊົນສ່ວນຫລາຍລໍາບາກ.

ການຂາດດູນການຜລິດສິນຄ້າ ພາຍໃນນີ້ມັນໜ້ອຍ ແລະອັນນໍາເຂົ້າຈາກຕ່າງປະເທດນີ້ມັນຫລາຍ. ມັນສໍ້ຣາດບັງຫລວງນີ້ແຫລະກໍມີສ່ວນ. ເອີ! ອັນທີ່ວ່າໃນບັນຊີແລ້ວໄປຍັກຍອກ ກະສິມີຢູ່ຫລືວ່າ ສົມຮູ້ຮ່ວມຄິດກັນ ມັນກໍສົ່ງຜົນຫັ້ນແຫລະເນາະ ກະຖືວ່າເງິນກີບມັນກໍອ່ອນຄ່າ ລາຄາສິນຄ້າມັນສູງຂຶ້ນ. ປະຊາຊົນສ່ວນຫລາຍນີ້ຕີ້ 70-80% ມັນລໍາບາກ.

ໃນຂະນະດຽວກັນ ນັກວິຊາການທີ່ກ່ຽວຂ້ອງໃນລາວທ່ານນຶ່ງ ກໍເວົ້າເຖິງບັນຫາດັ່ງກ່າວວ່າ ສ່ວນຫລາຍ ລາວຍັງບໍ່ມີຜົລຜລິດ ທີ່ເປັນຂອງຕົນເອງໂດຍກົງ, ສ່ວນໃຫຍ່ເປັນຂອງນັກລົງທຶນຕ່າງປະເທດ ເປັນຕົ້ນເຣື່ອງແຮ່ທາດ ແລະໄຟຟ້າ ກໍແມ່ນນາຍທຶນມາລົງທຶນ, ຣັຖບານລາວຖືຮຸ້ນໜ້ອຍ.

ບ້ານເຮົາຜລິດເອງ ມັນບໍ່ມີເດ້ສ່ວນຫລາຍ ການກະເສດ ກະມັນ ກໍບໍ່ເຮັດແບບມືອາຊີບ ແລ້ວບາດນີ້ເວົ້າເຣື່ອງແຮ່ທາດ ເຣື່ອງວິຊາການບໍ່ເກັ່ງ. ລາຍຮັບມັນກໍຕໍ່າ ສ່ວນຫລາຍຫັ້ນໄຟຟ້າຫັ້ນ ແມ່ນນາຍທຶນມາລົງທຶນ ບໍ່ແມ່ນຣັຖບານລາວ. ລາວມັນຖືຫຸ້ນໜ້ອຍກວ່າ ແລ້ວເວົ້າເຣື່ອງປັນຜົລກະໄດ້ໜ້ອຍຫັ້ນນ່າ.

ທ່ານກ່າວຕື່ມວ່າ ແລະເຣື່ອງການສໍ້ຣາສບັງຫລວງກໍມີສ່ວນ ປະຕິເສດບໍ່ໄດ້, ແຕ່ມັນບໍ່ເປັນປະເດັນ ທີ່ເຮັດໃຫ້ລາວຂາດດຸນການຄ້າ, ແຕ່ລະປີມີການກວດສອບ, ການຂາດດຸນການຄ້າ ຈະສົ່ງຜົລໃຫ້ເງິນກີບອ່ອນຄ່າລົງ.

ເຣື່ອງຄໍຣັບຊັນນີ້ກະມີສ່ວນ ກໍປະຕິເສດບໍ່ໄດ້ເນາະ ໂຕນີ້ແຕ່ວ່າມັນບໍ່ເປັນປະເດັນ ແຕ່ລະປີພວກກວດສອບແຫ່ງຣັຖ ເພິ່ນກໍໄດ້ກວດສອບ. ຄັນວ່າມັນຂາດດູນຈັ່ງຊີ້ມັນເວົ້າເຣື່ອງອັນ ເໜັງຕີງໃນເຣື່ອງ...ອັນ ເຮັດໃຫ້ເງິນກີບເຮົາມັນອ່ອນຄ່າເນາະ.

ພ້ອມດຽວກັນນັ້ນ ປະຊາຊົນລາວຜູ້ນຶ່ງ ກໍເວົ້າວ່າ ເມື່ອລາວນໍາສິນຄ້າເຂົ້າມາ ຫລາຍກວ່າການສົ່ງອອກ ເງິນກີບກໍຈະອ່ອນຄ່າລົງ, ດຽວນີ້ກໍອ່ອນຄ່າຫລາຍແລ້ວ, ລາຄາສິນຄ້າແພງ ກະທົບໃສ່ປະຊາຊົນ, ພະນັກງານ-ຣັຖອນຈໍານວນນຶ່ງ ພາກັນອອກການ ຍ້ອນໄດ້ເງິນເດືອນໜ້ອຍ ອອກໄປເຮັດວຽກຢູ່ຕ່າງປະເທດ.

ຄັນວ່ານໍາເຂົ້າຫລາຍກວ່າການສົ່ງອອກນີ້ ເງິນກີບເຮົາມັນຕ້ອງອ່ອນຄ່າເນາະ ບາດນີ້ເງິນເຮົາມັນອ່ອນຫລາຍດຽວນີ້ເນາະ ສິນຄ້າກໍແພງ. ກາຍທົບສອງທົບສາມທົບນີ້ນ່າລາຄາກະແມ່ນ ປະຢັກເອົາຫັ້ນແຫລະ ແນ່ນອນແລ້ວ ປະຊາຊົນ ນັກຮຽນ ພະນັກງານຈໍານວນນຶ່ງ ຄືເປັຮຄຣູ ທະຫານ ຕໍາຣວດ ຫລັ່ງໄຫລກັນອອກການ ເຮັດວຽກຢູ່ຕ່າງປະເທດ ເງິນເດືອນໜ້ອຍັນບໍ່ກຸ້ມກິນເດ້ ເຮັດຈັ່ງໃດ.

ແລະປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ການນໍາສິນຄ້າເຂົ້າມາຫລາຍ ກວ່າການສົ່ງອອກ ມັນກໍຈະເຮັດໃຫ້ລາຄາສິນຄ້າຢູ່ພາຍໃນແພງຂື້ນຫລາຍ ອີງຕາມອັດຕຣາການແລກປ່ຽນ ເງິນຕຣາຕ່າງປະເທດ ແລະວ່າ ທີ່ຜ່ານມາ ກໍເຫັນພາກຣັຖເພິ່ນພະຍາຍາມແກ້ໄຂບັນຫາດັ່ງກ່າວ ມາຕລອດ ແຕ່ກໍແກ້ໄຂບໍ່ໄດ້ ຊຶ່ງແນ່ນອນວ່າ ເຈົ້ານາຍຜູ້ມີອໍານາດ ຕ້ອງໂກງກິນ, ຖ້າບໍ່ມີການໂກງກິນ ປານນີ້ປະເທດລາວ ມີການພັທນາ ຈະເຣີນໄປຫລາຍແລ້ວ.

ໂອ້ຍ! ສົ່ງອອກມີແຕ່ເຈົ້ານາຍ ເຊັນສັນຍາກັນຢູ່ເທິງພຸ້ນ ຄັນວ່າເຂົ້າຣັຖດີດີ ມັນຊ່ວຍ ສ້າງສາພັທນາບ້ານເມືອງ ມັນກໍຈະເຣີນໝົດແລ້ວ ນາຍກັບນາຍກິນກັນລະ ແກ້ກະເວົ້າຢູ່ດອກແກ້ ກະຄືເກົ່າ. ເຄື່ອງນັ້ນດີມັນຂຶ້ນຕາມຂອງເຂົານໍາເຂົ້າມາ. ຍົກໂຕຢ່າງເຂົ້າມາແຕ່ໄທຍ ໄລ່ເປັນລາຄາເງິນບາດ ເງິນກີບແຕ່ພັດແພງຫັ້ນນ່າ ມັນກໍຫາເງິນຊື້ຍາກ.

ສິນຄ້າ ທີ່ລາວສົ່ງອອກ ສ່ວນໃຫຍ່ເປັນ ແຮ່ທອງ, ຄໍາປະສົມ, ຄໍາແທ່ງ, ແຮ່ເຫລັກ, ເຈັ້ຍ ແລະເຄື່ອງທີ່ເຮັດດ້ວຍເຈັ້ຍ, ກ້ວຍ, ມັນຕົ້ນ, ແປ້ງມັນຕົ້ນ, ຢາງພາລາ, ນໍ້າຕານ.

ເມື່ອກ່ອນໜ້ານີ້ ໃນເດືອນພຶສຈິກາ 2023 ລາວຂາດດຸນການຄ້າ 297.5 ລ້ານໂດລ້າຣ໌ສະຫະຣັຖ, ອີງຕາມຂໍ້ມູນຂອງສູນຂໍ້ມູນຂ່າວສານ ດ້ານການຄ້າຂອງ ສປປລາວ.

ແລະໃນເດືອນຕຸລາ 2023 ລາວຂາດດຸນການຄ້າ 264 ລ້ານໂດລ້າຣ໌ສະຫະຣັຖ, ເດືອນກັນຍາ ຂາດດຸນ 218 ລ້ານໂດລ້າຣ໌ ແລະເດືອນສິງຫາ ຂາດດຸນ 88 ລ້ານໂດລ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.