ແຂວງບໍ່ແກ້ວ ສົ່ງເສີມ ໃຫ້ບໍຣິໂພກສິນຄ້າ ພາຍໃນປະເທດ ຫຼາຍຂຶ້ນ

ພອນ ພູມມີທອນ
2024.01.04
ແຂວງບໍ່ແກ້ວ ສົ່ງເສີມ ໃຫ້ບໍຣິໂພກສິນຄ້າ ພາຍໃນປະເທດ ຫຼາຍຂຶ້ນ ສິນຄ້ານຶ່ງເມືອງ ນຶ່ງຜລິຕພັນ ຫຼື One District One Product (ODOP) ທີ່ຜູ້ຜລິດນຳມາຈຳນ່າຍໃນງານວາງສແດງສິນຄ້າ ບຸນນະມັສການພຣະທາດຫຼວງວຽງຈັນ ເດືອນພຶສຈິກາ ປີ 2023.
ນັກຂ່າວ ພົລເມືອງ

ຜແນກອຸຕສາຫະກັມ ແລະ ການຄ້າ ແຂວງບໍ່ແກ້ວ ໄດ້ດໍາເນີນການຊຸກຍູ້ ໃຫ້ພໍ່ແມ່ປະຊາຊົນ ຊົມໃຊ້ ສິນຄ້າພາຍໃນ ເປັນຕົ້ນ ສິນຄ້າອຸປະໂພກ-ບໍຣິໂພກ, ອາຫານ-ເຄື່ອງດື່ມ ແລະ ສິນຄ້າຫັດຖະກັມ ນຶ່ງເມືອງ-ນຶ່ງຜລິດພັນ ຫລື ສິນຄ້າ ໂອດ໋ອບ (ODOP) ເນື່ອງໃນໂອກາສງານບຸນ ຫລື ວັນສໍາຄັນຕ່າງໆ ເພື່ອຫລຸດຜ່ອນ ການນໍາເຂົ້າສິນຄ້າ ຈາກຕ່າງປະເທດ. 

ແຕ່ເຖິງຢ່າງໃດກໍຕາມ, ພໍ່ຄ້າ-ແມ່ຄ້າ ຢູ່ຫລາຍເມືອງ ໃນແຂວງບໍ່ແກ້ວ ຍັງຈໍາເປັນ ຕ້ອງໄດ້ນໍາເຂົ້າສິນຄ້າ ອຸປະໂພກ-ບໍຣິໂພກ ເປັນປະຈໍາທຸກມື້.

ດັ່ງ ແມ່ຄ້າຂາຍເຄື່ອງຍົກ-ເຄື່ອງຍ່ອຍ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 4 ມົກຣາ 2024 ນີ້ວ່າ: 

ແມ່ນ ມັນຢູ່ສາມຫລ່ຽມ ແລ້ວກໍຢູ່ແຖວຕົ້ນເຜິ້ງ ສ່ວນລາຄາຊ່ຳກັນເນາະ. ມີທົ່ວໄປເນາະ ອ້າຍຢູ່ພີ້ ກໍພໍເຫັນຣົຖ ຂະເຈົ້າໄປແກຢູ່ໄດ໋. ທາງແຖວຕົ້ນເຜິ້ງ ຈາກຈີນ ໝາກໄມ້ ຈາກຈີນແນ່, ຈາກໄທຍແນ່. ກໍສ່ວນຫລາຍກໍເອົາມາຈາກໄທຍ ແອັບເປີ້ນ, ໝາກກ້ຽງ. 

ເຖິງແມ່ນວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະສນັບສນູນ ໃຫ້ພໍ່ແມ່ປະຊາຊົນ ນໍາໃຊ້ສິນຄ້າ ປະເພດພືດຜັກ, ໝາກໄມ້, ຜລິດພັນສັດ ແລະ ສິນຄ້າ ອຸດສາຫກັມ ແລະ ຫັດຖກັມ ທີ່ຜລິດພາຍໃນປະເທດ, ແຕ່ເປັນຍ້ອນຄວາມຫຍຸ້ງຍາກ ແລະ ມີສິນຄ້າຫລາຍປະເພດ ທີ່ບໍ່ສາມາດຜລິດພາຍໃນ ໄດ້ດີພໍເທົ່າໃດ ເປັນຕົ້ນ ເຊີຣີ້, ອະງຸ່ນ ສາຍພັນຕ່າງໆ, ສະຕໍເບີຣີ້ ແລະ ກີວີ.

ສ່ວນພືດຜັກ ທີ່ທາງການສັ່ງຫ້າມ ບໍ່ໃຫ້ນໍາເຂົ້າ ຍັງມີການນໍາເຂົ້າຄືເກົ່າ.

ດັ່ງ ແມ່ຄ້າຂາຍໝາກໄມ້ ຢູ່ພາຍໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: 

ກໍບໍ່ຮູ້ເດ້ ເຮົາກໍຂາຍ (ໝາກໄມ້ນໍາເຂົ້າ) ປົກກະຕິເດ້ລະ ໂດຍ ມັນກໍ ກໍນໍາເຂົ້າໄປ ບາງຊະນິດ ຫັ້ນນ່າ ເຈົ້າ ຜັກ ບໍ່ໃຫ້ເຂົ້າ ຜັກຂະເຈົ້າບໍ່ໃຫ້ເອົາເຂົ້າ. 

ທີ່ຜ່ານມາ ພໍ່ຄ້າ-ແມ່ຄ້າ ຢູ່ແຂວງບໍ່ແກ້ວ ພັດນໍາເຂົ້າສິນຄ້າ ອຸປະໂພກ-ບໍຣິໂພກ ຈາກປະເທດໄທຍ ແລະ ປະເທດຈີນ ທັງນີ້ ສິນຄ້າຈາກປະເທດໄທຍ ໄດ້ຮັບຄວາມນິຍົມຫລາຍກ່ອນ ເຊິ່ງຈະມີການນໍາເຂົ້າ ເປັນປະຈຳທຸກມື້ ຢູ່ 2 ບ່ອນ ຄື ບໍຣິເວນ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ທ່າເຮືອຊຽງຂອງ ແຂວງຊຽງຮາຍ ຂອງໄທຍ ທີ່ຕັ້ງຢູ່ກົງກັນຂ້າມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ດັ່ງ ຄົນງານລາວ ທີ່ເຮັດວຽກຢູ່ພາຍໃນເຂດ ເສຖກິຈ ພິເສດ ສາມຫລ່ຽມຄໍາ ທ່ານນຶ່ງ ກ່າວວ່າ: 

ນໍາເຂົ້າທຸກມື້ ດຽວນີ້ນໍາເຂົ້າແຕ່ທາງສາມຫລ່ຽມ ແຮງເອົາເຂົ້າຫລາຍ ເອົາເຂົ້າທຸກຢ່າງເລີຍນ່າ (ບໍ່ເຫັນເຈົ້າໜ້າທີ່ມາກວດ) ເຂົາຮັກມີ 2 ທາງເຂົາເອົາເຂົ້າສາມຫລ່ຽມຫັ້ນ ທ່າຊຽງຂອງ ອິຫຍັງຫັ້ນກໍມີ ຈີນກໍມີ ໄທຍກໍມີ. 

ໃນຮອບ 2 ປີ ທີ່ຜ່ານມາ ສິນຄ້າທີ່ຈໍາເປັນຕ້ອງໄດ້ນໍາເຂົ້າ ຈາກຕ່າງປະເທດ ເປັນຕົ້ນ ໄທຍ, ຈີນ ແລະ ວຽດນາມ ພັດມີລາຄາເພີ່ມຂຶ້ນໜ້ອຍນຶ່ງ, ອີງຕາມ ຕົ້ນທຶນການຜລິດ ໃນແຕ່ລະໄລຍະ ແຕ່ເມື່ອນໍາສິນຄ້າດັ່ງກ່າວນີ້ ມາຂາຍພາຍໃນປະເທດລາວ ເປັນເງິນກີບ ພັດມີລາຄາສູງຂຶ້ນ ແບບທົບເທົ່າ ເນື່ອງຈາກບັນຫາອັຕຣາເງິນເຟີ້ ພາຍໃນປະເທດ.

ດັ່ງ ແມ່ຄ້າຂາຍພືດຜັກ-ໝາກໄມ້ ທີ່ນໍາເຂົ້າຈາກຕ່າງແຂວງ ແລະ ຕ່າງປະເທດ ນາງນຶ່ງ ກ່າວວ່າ: 

ມັນກໍເວົ້າບໍ່ໄດ້ເນາະ ມັນຫລາຍອັນ ຫລາຍທາງມາເນາະ ຢູ່ໃສກໍມີ ໂຕໃດຖືກ ກໍຊື້ໂຕນັ້ນມາຂາຍ ໂຕໃດກໍ ໂຕໃດຖືກກໍເອົາໂຕນັ້ນມາເນາະ. ບາງເທື່ອກໍເອົາມາແຕ່ວຽດແດ່ ບາງເທື່ອກໍຂອງລາວອອກ ບາງເທື່ອກໍຂອງໄທຍ ອອກມາ ປະສົມກັນ ຈັ່ງຊີ້ແຫລະ ເຮົາຂາຍໄປທົ່ວໄປເນາະ ເຮົາຂາຍຂອງລາວ, ຂອງໄທຍ, ຂອງວຽດ, ຂອງຈີນ. ເຮົາຂາຍໄປເບິດ ບໍ່ໄດ້ຊິຂາຍແຕ່ອັນດຽວ. 

ກ່ຽວກັບເຣຶ່ອງນີ້, ເນື່ອງຈາກສະພາບ ບັນຫາເງິນເຟີ້ພາຍ ໃນປະເທດ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງຢາກໃຫ້ພໍ່ຄ້າ-ແມ່ຄ້າ ແລະ ພໍ່ແມ່ປະຊາຊົນ ຊື້-ຂາຍ ສິນຄ້າປະເພດຕ່າງໆ ທີ່ຜລິດພາຍໃນປະເທດ ເປັນລໍາດັບທໍາອິດ, ແຕ່ເຖິງຢ່າງໃດກໍຕາມ ຖ້າຫາກສິນຄ້າປະເທດໃດ ບໍ່ສາມາດຜລິດພາຍໃນປະເທດ ເພື່ອຕອບສນອງຄວາມຕ້ອງການ ຂອງຕລາດໄດ້ ສາມາດນໍາເຂົ້າຈາກຕ່າງປະເທດໄດ້.

ດັ່ງ ເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບເລຶ້ອງນີ້ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງກ່າວວ່າ:

ຖ້າ ໂຕທີ່ເຮົາຜລິດໄດ້ກໍ ເຮົາກໍຢາກໃຊ້ຂອງເຮົາ ຖ້າໂຕໃດຜລິດບໍ່ໄດ້ ກໍຢາກໃຫ້ນໍາເຂົ້າ ກໍຢູ່ບໍ່ແກ້ວ ກໍນ່າຈະນໍາເຂົ້າສ່ວນໃຫຍ່ຫັ້ນແຫລະ. ຜລິດບໍ່ທັນດອກ (ໃນຊ່ວງລະດູແລ້ງນີ້).”

IMG_6896.JPG
ຜລິຕພັນສິນຄ້າລາວ ທີ່ຜູ້ຜລິດນຳມາຈຳນ່າຍ ໃນງານວາງສແດງສິນຄ້າ ບຸນນະມັສການພຣະທາດຫຼວງວຽງຈັນ ເດືອນພຶສຈິກາ ປີ 2023. ຮູບພາບໂດຍ: ນັກຂ່າວ ພົລເມືອງ

ກ່ອນໜ້ານີ້ ໃນຕົ້ນເດືອນ ມິຖຸນາ 2023 ຜ່ານມາ ທ່ານ ວັນໄຊ ແກ້ວກາງເພັງ, ຫົວໜ້າຜແນກ ການຄ້າພາຍໃນ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງບໍ່ແກ້ວ ກ່າວວ່າ ປັດຈຸບັນລາຄາສິນຄ້າ ແລະ ຄ່າບໍຣິການເພີ່ມຂຶ້ນ ເກືອບທຸກຣາຍການ ທົ່ວປະເທດ ແລະ ສຳລັບແຂວງບໍ່ແກ້ວ ໂດຍສະເພາະ ໝວດສະບຽງອາຫານ ເຊິ່ງປຽບທຽບໃສ່ ເດືອນ ພຶສພາ 2022 ນັ້ນ. ເຂົ້າກິນ ລາຄາ ສະເລັ່ຍເພີ່ມຂຶ້ນ 15.59%, ຊີ້ນເພີ່ມຂຶ້ນ 15.42%, ສ່ວນປະເພດນໍ້າປາ, ນໍ້າສະອີ້ວ, ແປ້ງນົວ ແລະ ນໍ້າມັນພືດ ເພີ່ມຂຶ້ນ 25.43%, ຂະນະທີ່ ປະເພດພືດຜັກ ເພີ່ມຂຶ້ນ 13.41%.

ທ່ານກ່າວອີກວ່າ ສາເຫດຫຼັກ ທີ່ເຮັດໃຫ້ລາຄາສິນຄ້າ ແພງຂຶ້ນຕໍ່ເນື່ອງ ເປັນຍ້ອນອັດຕຣາແລກປ່ຽນ ທີ່ເພີ່ມຂຶ້ນ ໂດຍສະເພາະສະກຸນເງິນບາທ ອີກທັງພາຍໃນຕລາດເທສບານ ມີສັດສ່ວນການນໍາເຂົ້າ ພືດຜັກ ຈາກຕ່າງປະເທດ ວາງຂາຍ ປະມານ 70%, ສ່ວນພືດຜັກ ຂາຍພາຍໃນປະເທດ ແມ່ມີພຽງແຕ່ ບາງຣາຍການ ເທົ່ານັ້ນ. ສະນັ້ນ ລາຄາສິນຄ້າຊື້-ຂາຍ ພືດຜັກຈຶ່ງເພີ່ມຂຶ້ນ ຕາມປະເທດຕົ້ນທາງ ທີ່ນຳເຂົ້າ.

ອີງຕາມຣາຍງານ ກ່ຽວກັບອັດຕຣາ ແລກປ່ຽນເງິນກີບ ແລະ ເງິນບາທ ຂອງທະນາຄານແຫ່ງປະເທດລາວ ສະແດງໃຫ້ເຫັນວ່າ ອັດຕຣາແລກປ່ຽນ ໃນຮອບ 5 ປີ ທີ່ຜ່ານມາ (ລະຫວ່າງ ປີ 2019-2023) ແມ່ນມີທ່າທີ່ເພີ່ມຂຶ້ນເລື້ອຍໆ ຄື ໃນປີ 2019 ປະເທດລາວ ມີອັດຕຣາແລກປ່ຽນ ຢູ່ທີ່ 300.76 ກີບ/ບາທ, ປີ 2020 ມີອັດຕຣາ ແລກປ່ຽນຢູ່ທີ່ 332.94 ກີບ/ບາທ, ປີ 2021 ມີອັດຕຣາແລກປ່ຽນ ຢູ່ທີ່ 349 ກີບ/ບາທ, ປີ 2022 ມີອັດຕຣາແລກປ່ຽນ ຢູ່ທີ່ 503.14 ກີບ/ບາທ ແລະ ປີ 2023 ມີອັດຕຣາແລກປ່ຽນ ຢູ່ທີ່ 641.81 ກີບ/ບາທ, ຂະນະທີ່ ຕລາດ ຊື້-ຂາຍ ນອກລະບົບ ສູງກວ່າທີ່ທາງການກໍານົດ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.