ສະມາຊິກສະພາແຫ່ງຊາດ ສະເນີໃຫ້ລັດຖະບານ ຈຳກັດການນຳເຂົ້າສິນຄ້າ ທີ່ຜະລິດເອງໄດ້

ສຸພັດຕາ
2024.06.24
ສະມາຊິກສະພາແຫ່ງຊາດ ສະເນີໃຫ້ລັດຖະບານ ຈຳກັດການນຳເຂົ້າສິນຄ້າ ທີ່ຜະລິດເອງໄດ້ ຄົນງານທີ່ເຮັດວຽກຂາຍສິນຄ້າ ທີ່ມີທັງນຳເຂົ້າຈາກ ປະເທດໄທ ແລະ ຈີນ ຂາຍໃນຕະຫຼາດແຫ່ງໜຶ່ງ ຂອງແຂວງອຸດົມໄຊ. ເດືອນມີນາ 2024.
ຮູບພາບຈາກພົນລະເມືອງ

ທ່ານ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ ເຂດ 15 ແຂວງຈໍາປາສັກ ມີຄໍາເຫັນ ຕໍ່ກອງປະຊຸມ ສະໄໝສາມັນເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອບໍ່ດົນມານີ້ ວ່າ ສະເໜີໃຫ້ລັດຖະບານ ມີນະໂຍບາຍສະໜັບສະໜູນ ການຊື້-ຂາຍສິນຄ້າ ທີ່ພາຍໃນ ສາມາດຜະລິດເອງໄດ້ ແລະກີດກັນ ຫຼືຈໍາກັດສິນຄ້ານໍາເຂົ້າ ທີ່ເຮົາສາມາດຜະລິດເອງໄດ້ພາຍໃນປະເທດ ຫ້າມນໍາເຂົ້າ ຜ່ານທຸກດ່ານ.

ຕໍ່ກັບປະເດັນນີ້, ທາງກະຊວງກະສິກໍາ ແລະປ່າໄມ້ ກໍ່ໄດ້ອອກແຈ້ງການ ຫ້າມແລ້ວ ຕັ້ງແຕ່ວັນທີ 20 ເດືອນມິຖຸນາ 2024, ຫາກແຕ່ວ່າ ຫ້າມສະເພາະ ການນໍາເຂົ້າຜ່ານດ່ານທ້ອງຖິ່ນ ແລະດ່ານ ປະເພນີ ຊື່ໆ ແຕ່ວ່າ ດ່ານສາກົນ ຍັງອະນຸຍາດ ໃຫ້ນໍາເຂົ້າສິນຄ້າ ທີ່ລາວສາມາດຜະລິດເອງໄດ້ນັ້ນຢູ່.

ໃນຂະນະທີ່ ນັກທຸລະກິດ ແຈ່ວປີ້ງຈີນ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ນະໂຍບາຍ ສະໜັບສະໜູນ ການຊື້-ຂາຍສິນຄ້າ ທີ່ພາຍໃນສາມາດຜະລິດເອງໄດ້ນັ້ນ ຈະຊ່ອຍສ້າງອາຊີບ ແລະລາຍໄດ້ ໃຫ້ແກ່ຊາວກະສິກອນພາຍໃນລາວ ເນື່ອງຈາກ ສ່ວນຜະສົມ ທີ່ຈະນໍາມາປຸງແຕ່ງແຈ່ວປີ້ງຈີນ ແມ່ນໝາກເຜັດ ຈະໃຊ້ໝາກເຜັດຂອງຊາວກະສິກອນ ເມືອງຊໍາເໜືອ ຈົນເຮັດໃຫ້ແຈ່ວປີ້ງຈີນ ຂອງຄົນລາວ ວາງຈໍາໜ່າຍ ທົ່ວປະເທດລາວ ທັງໃນມິນິມາດ, ຊຸບເປີມາເກັດ, ຕະຫຼາດຂາຍສົ່ງ ແລະ ຂາຍຍ່ອຍ ແລະໄປໄກ ເຖິງປະເທດອອດສະເລຍ ແລະໄທ.

ດັ່ງນັກທຸລະກິດ ແຈ່ວປີ້ງຈີນ ທ່ານນີ້ ຂະຫຍາຍຄວາມວ່າ:

“ທີ່ນໍາເຂົ້າ ເຮົາກະບໍ່ຢາກໃຫ້ມີ ເພາະວ່າ ໂຕຢ່າງ ເຊັ່ນ: ເຄື່ອງປູກ ພວກຫອມເນາະ. ເຮົານໍາມາຈາກທາງພາກເໜືອ ໂດຍສະເພາະຊໍາເໜືອ ແລ້ວກໍ່ໝາກເຜັ ເຮົາກໍ່ປູກດ້ວຍໂຕເອງ ແລ້ວກໍ່ເຮົາກໍ່ຮັບຊື້ ເພາະວ່າ ໝາກເຜັດລາວເຮົາ ມັນກໍ່ມີຫຼາກຫຼາຍ. ມັນກໍ່ສາມາດທົດແທນໄດ້ ໂຕຢ່າງເຊັ່ນ ໝາກເຜັດໃນແຈ່ວເຮົາ ມາແຕ່ງເປັນສີ ແລ້ວກໍ່ກິ່ນມັນຊື່ໆ ເຮົາມີການອົບແຫ້ງ ບາງຄົນບໍ່ເຂົ້າໃຈວ່າ ເອີ່ ອາດຈະໃຊ້ ໝາກເຜັດຕ່າງປະເທດ ແຕ່ທີ່ຈິງຂອງລາວເຮົາເອງ ເຮົາຕາກແຫ້ງເອງ ເຮົາຕາກແຫ້ງເອງ ແລ້ວກໍ່ມາບົດ ອີ່ຫຍັງເອງ ແລ້ວກໍ່ມີມາດຕະຖານຂອງເຮົາ ແລ້ວເຮົາຈະບໍ່ເຮັດແບບທົ່ວໄປ ໂຕຢ່າງເຊັ່ນ ແບບຈີນເນາະ ຄັນບໍ່ແມ່ນ ຄົນທີ່ຢູ່ຈີນແທ້ໆນີ້ ກໍ່ຈະກິນບໍ່ໄດ້ ມັນຈະບໍ່ແຊບ ຫວານເກີນໄປບໍ່ ຫຼືວ່າ ມັນເຮົາເຮັດເປັນເອກກະລັກແລ້ວ ໃນລົດຊາດໃນແບບຂອງເຮົາເອງ ເຮົາສົ່ງແຈ່ວອອກໄປ ອອສ ຫຼືວ່າ ໄປຂາຍຢູ່ໄທນີ້ນ່າ ເຮົາມີລູກຄ້າ ເຂົາກໍ່ຊື້ເປັນເງິນຕາຕ່າງປະເທດ ເຂົາມາຢູ່ແລ້ວ ສະນັ້ນ ຖ້າຄຸນນະພາບສິນຄ້າເຮົາ ມັນໄດ້ ແລ້ວກໍ່ບວກກັບການຫຼຸດຢ່ອນພາສີ ຫຼືວ່າ ການຍົກເວັ້ນ ອີ່ຫຍັງຊ່ວຍ ເພີ່ມມາດຕະດານ ມັນໄປໄດ້.”

ທ່ານ ຈັນທະບູນ ຍັງກ່າວວ່າ ນະໂຍບາຍ ສະໜັບສະໜຸນ ການຊື້-ຂາຍສິນຄ້າ ທີ່ພາຍໃນສາມາດຜະລິດເອງໄດ້ ເປັນການສົ່ງເສີມ ວິສາຫະກິ SME ຂະໜາດນ້ອຍ ແລະຂະໜາດກາງ ໄປໃນໂຕນໍາດ້ວຍ.

ຂະນະທີ່ ສະພາບໂຕຈິງ ການເຮັດວິສາຫະກິດ SME ພາຍໃນລາວ ທັ້ງໆທີ ພາຍໃນປະເທດ ມີບັນຫາເສດຖະກິດ-ການເງິນ ຈະເຮັດໃຫ້ ວິສາຫະກິດ SME ບໍ່ເຂັ້ມແຂງ ເປັນຕົ້ນ ເຈົ້າຂອງວິສາຫະກິດຜະລິດເສັ້ນເຂົ້າປຸ້ນ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ ໂຕເອງ ໄດ້ຢຸດດໍາເນີນ ວິສາຫະກິດ SME ຜະລິດເສັ້ນເຂົ້າປຸ້ນແລ້ວ ເນື່ອງຈາກ ເງິນກີບອ່ອນຄ່າ.

IMG_7662.JPG
ສິນຄ້າທີ່ນຳເຂົ້າຈາກປະເທດໄທ ຂາຍໃນຕະຫຼາດແຫ່ງໜຶ່ງຂອງແຂວງອຸດົມໄຊ. ເດືອນມີນາ 2024.

ອີກທັງ ໂຕຈິງ ເວົ້າສະເພາະເຂົ້າສານ ເຊິ່ງເປັນສິນຄ້າກະສິກໍາ ທີ່ີພາຍໃນຜະລິດເອງໄດ້ນັ້ນ ກໍ່ບໍ່ພຽງພໍຊົມໃຊ້ພາຍໃນແລ້ວ ບວກກັບເສັ້ນເຂົ້າປຸ້ນ, ເສັ້ນເຝີ, ເສັ້ນເຂົ້າປຽກ ທີ່ຜະລິດໃນລາວ ສ່ວນໃຫຍ່ ແມ່ນໃຊ້ເຂົ້າສານ ປະເພດເມັດຫັກ ແລະເຂົ້າແຂງ ແຕ່ພາຍໃນ ບໍ່ສາມາດສະໜອງເຂົ້າສານ ປະເພດນີ້ໄດ້ ຈຶ່ງເຮັດໃຫ້ ກຸ່ມນັກທຸລະກິດຜະລິດເສັ້ນເຂົ້າປຸ້ນ ຕ້ອງໃຊ້ເຂົ້າສານເມັດຫັກ ແລະເຂົ້າແຂງ ຈາກໄທ ແລະຫວຽດນາມແທນ.

ດັ່ງເຈົ້າຂອງວິສາຫະກິດ ຜະລິດເສັ້ນເຂົ້າປຸ້ນ ນາງນີ້ ຂະຫຍາຍຄວາມຕື່ມວ່າ:

“ອັນແຕ່ກີ້ ແມ່ນ ກະຕ່າຢາງ ແມ່ນ ສັ່ງມາແຕ່ໄທເນາະ ເອົາມາເປັນພວງເນາະ ແບບທຸກມື້ນີ້ ກໍ່ເງິນບາດຂຶ້ນ ມີຫຍັງຂຶ້ນກໍ່ຍອມ ແຕ່ກີ້ ກະຕ່າ ຊື້ໜ່ວຍເທົ່າໃດ ໜ່ວຍໜຶ່ງ ພັນກີບ ພັນປາຍກີບ ດຽວນີ້ ກະຕ່າ ໜ່ວຍ 5 ພັນ ຄື ວ່າແຫຼະ ວັດສະດຸ ຂຶ້ນ 3-4 ທົບ ແຕ່ເຂົ້າປຸ້ນຂຶ້ນໄດ້ ແຕ່ທົບດຽວ ຄື ແຕ່ກີ້ ຂາຍໝື່ນຫ້າສິບ ດຽວນີ້ ໄດ້ແຕ່ໝື່ນລະແສນນ່າ ເອົານ້ອງຂຶ້ນດຸ ແຕ່ກີ ເຂົ້າເປົາໜຶ່ງ ເອື້ອຍຊື້ ລະແມ່ນ ເປົາໜຶ່ງແສນເຈັດ ແສນແປດ ດຽວນີ້ ເຂົ້າເປົາໜຶ່ງຫ້າແສນ ຫົກແສນ ສິເຮັດໄດ້ຈ່ັງໃດ ເຂົ້າເຮົາເອົາມາຈາກໄທ ກັບຫວຽດນາມ ເຂົ້າສິເອົາຜະລິດເຂົ້າປຸ້ນນ່າ ບໍ່ມີບ້ານເຮົາ ເຂົ້າສິຜະລິດເຂົ້າປຸ້ນ ມັນຕ້ອງປະມານມ້ອງ ປີປາຍ ຂຶ້ນເມືອຫາສອງປີ ເຂົ້າປຽກເຝີ ແມ່ນໝົດແຫຼະ ຕ້ອງແມ່ນເຂົ້າແຂງ ເຂົ້າເມັດຫັກ ເຂົ້າບ້ານເຮົາມີເຂົ້າເມັດຫັກບໍ່ ເຂົ້າກິນກໍ່ຍັງບໍ່ພໍ ນ້ອງເອີ່ຍ.”

ສະມາຊິກ ສະພາແຫ່ງຊາດ ເຂດ 15 ຍັງກ່າວຕື່ມວ່າ “ຕ້ອງກີດກັນ ຫຼື ຈໍາກັດສິນຄ້ານໍາເຂົ້າ ທີ່ເຮົາສາມາດ ຜະລິດເອງໄດ້ ໃນປະເທດ ຍົກໂຕຢ່າງ ນໍ້າດື່ມ ພວກເຮົາ ກໍ່ຍັງນໍາເຂົ້າ ເຊິ່ງມັນບໍ່ໜ້າຈະເປັນໄປໄດ້.”

ກ່ຽວກັບເລື່ອງນີ້ ແມ່ຄ້າຂາຍເຄື່ອງທົ່ວໄປ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ເຄື່ອງປຸງແຕ່ງອາຫານ ທີ່ຄົນລາວຊົມໃຊ້ ໃນຊິີວິດປະຈໍາວັນ ສ່ວນໃຫຍ່ ພາຍໃນຮ້ານຈະນໍາເຂົ້າຈາກປະເທດໄທ ເປັນຕົ້ນ ແປ້ງນົວ ເນື່ອງຈາກລູກຄ້າ ທີ່ມາຊື້ສ່ວນໃຫຍ່ ນິຍົມແປ້ງນົວຂອງໄທ ຍ້ອນມັນເຮັດໃຫ້ອາຫານ ແຊບນົວ ສ່ວນແປ້ງນົວຂອງລາວ ກໍ່ມີວາງຂາຍໃນຮ້ານ ເພື່ອເປັນໂຕເລືອກໃຫ້ລູກຄ້າເລືອກຊື້.

ດັ່ງນາງກ່າວວ່າ:

“ສ່ວນຫຼາຍຂອງໄທເນາະ ຂອງໄທເປັນ ແປ້ງນົວ ອາຍິ່ໂນໂມະໂຕ໊ະຫັັ້ນນ່າ ເພາະວ່າຫຼາຍຄົນກໍ່ກິນ ມັນເປັນແປ້ງນົວ ທີ່ວ່າຄົນເຂົາໃຊ້ມາ ແລ້ວກໍ່ກິນມາດົນ ມານານແລ້ວ ແລ້ວບາດນີ້ ແຕ່ລະໂຮງງານເນາະ ຄືຄ້າຍໆຄືແບບ ເປັນຄູ່ແຂ່ງກັນ ເພື່ອໃຫ້ເຄົນເຮົາຊົມໃຊ້ ເຂົາເຈົ້າມັກກາຈອງບໍ ຫຼືມັກ ກາສາລິກາ ອີ່ຫຍັງຈັ່ງຊີ້ນ່າ ຍົກໂຕຢ່າງ ຈັ່ງຊີ້ນ່າ ສໍາລັບຂ້ອຍເນາະ ຂ້ອຍວ່າ ໂຕກາຂອງໄທຫັ້ນແຫຼະ ອາຍິ່ໂນະໂມະໂຕະຫັ້ນແຫຼະ ທີ່ວ່າເຂົາເຈົ້ານິຍົມໃຊ້ ສ່ວນຫຼາຍ ພວກແມ່ຄ້າ ທີ່ວ່າ ເປີດຮ້ານເຝີ ເຂົ້າປຽກ ອີ່ຫຍັງຈັ່ງຊີ້ນ່າ ແມ່ນແຫຼະ ໂຕນີ້ຫຼາຍກວ່າ.”

IMG_7657.JPG
ສິນຄ້າທີ່ນຳເຂົ້າຈາກປະເທດຈີນ ຂາຍໃນຕະຫຼາດແຫ່ງໜຶ່ງຂອງແຂວງອຸດົມໄຊ. ເດືອນມີນາ 2024.

ຫຼ້າສຸດ ໃນວັນທີ 20 ເດືອນມິຖຸນາ ປີ 2024 ກະຊວງກະສິກໍາ ແລະປ່າໄມ້ ອອກແຈ້ງການ ເລກທີ 3171/ກປ ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະໜີ້ສິນ ສາທາລະນະ ຈຶ່ງສັ່ງເຮັດທົດລອງ ຫ້າມການນໍາເຂົ້າສິນຄ້າກະສິກໍາ ທີ່ສາມາດຜະລິດພາຍໃນໄດ້ ຢູ່ບັນດາ ດ່ານທ້ອງຖິ່ນ ແລະດ່ານປະເພນີ ແຕ່ອະນຸຍາດໃຫ້ນໍາເຂົ້າ ຜ່ານສະເພາະ ດ່ານສາກົນ ທີ່ມີລະບົບກວດກາກັກກັນພືດ ແລະສັດເທົ່ານັ້ນ ປະກອບມີ ເຂົ້າສານ-ເຂົ້າເປືອກ ທຸກຊະນິດ, ຊີ້ນ ທຸກປະເພດ, ໄຂ່ໄກ່, ປານໍ້າຈືດ ທຸກຊະນິດ ແລະພືດຜັກກິນໃບ-ກິນຫົວ- ກິນໝາກ ບາງປະເພດ.

ກ່ຽວກັບເລື່ອງນີ້ ຊາວກະສິກອນ ຈາກແຂວງໄຊຍະບູລີ ກ່າວວ່າ ຫາກເປັນສິນຄ້າກະສິກໍາ ປະເພດເຂົ້າສານ ພາຍໃນແຂວງກຸ້ມກິນແລ້ວ ບໍ່ຕ້ອງນໍ້າເຂົ້າຈາກຕ່າງປະເທດ ແຕ່ຖ້າເປັນຊີ້ໝູ, ຊີ້ນໄກ່ ແລະ ສໍາຄັນ ແມ່ນຜັກກາດ, ກະຫຼໍ່າປີ ຈະມີການລັກລອບນໍາເຂົ້າຈາກຕ່າງປະເທດ ເຂົ້າມາພາຍໃນ ເນື່ອງຈາກ ພາຍໃນແຂວງ ມີເນື້ອທີ່ປູກຝັງບໍ່ພຽງພໍ ຍ້ອນທາງການ ເອົາດິນໃຫ້ນັກລົງທຶນຈີນ ໄປປູກໝາກໂມ.

ດັ່ງນາງກ່າວວ່າ:

“ຢູ່ແຂວງໄຊຍະບູລີເຮົາ ສະເພາະເຂົ້າຫັ້ນ ເຮົາກໍ່ກຸ້ມຕົນເອງໄດ້ແລ້ວເນາະ ຈັບບໍ່ໄດ້ນໍາເຂົ້າດອກ ຄື ຢູ່ບ່ອນອື່ນຫັ້ນ ແມ່ກໍ່ບໍ່ຮູ້ເນາະ ແມ່ກໍ່ບໍ່ໄດ້ໄປ ແລ້ວເພິ່ນກະປະກາດແລ້ວ ເພິ່ນກໍ່ຫ້າມນໍາເຂົ້າແລ້ວເດ້ ອັນເລື່ອງລັກລອບຫັ້ນແທ້ ມັນກໍ່ມີອັນຊິ້ນສ່ວນ ຄືໄກ່ບໍ ໝູ ນີ້ ມັນກໍ່ມີເລັກໆໜ້ອຍໆຫັ້ນແຫຼະ ອັນລັກລັບເຂົ້າຫັ້ນນ່າ ຈັກແມ່ນ ເອົາມາທາງອັນຊາຍແດນ ທາງຫົງສານີ້ບໍ່ ຫຼື ວ່າແມ່ນ ທາງໄຊຍະ ກໍ່ບໍ່ຮູ້ ອັນນີ້ນ່າ ເຮົາມັນບໍ່ກຸ້ມເຮົາເທື່ອ ຄື ຜັກກາດຫໍ່ ຜັກກະຫຼໍ່າ ຄື ແມ່ວ່າຫັ້ນແຫຼະ ເພາະວ່າ ທົ່ງນາ ດຽວນີ້ກໍ່ ຊ່ວງໜ້າແລ້ງ ບ່ອນທີ່ງາມ ບ່ອນທີ່ ນໍ້າໄປຮອດໄປເຖິງຫັ້ນ ເພິ່ນໃຫ້ຈີນ ເຮັດສວນໝາກໂມໝົດເດ້ ຄົນລາວເຮົາ ກໍໍ່ເຈົ້າຂອງນາ ເຈົ້າຂອງທີ່ດິນ ກໍ່ໄດ້ປູກເລັກໆໜ້ອຍໆ ຢູ່ຕາມບ່ອນ ທີ່ເຂົາເຈົ້າບໍ່ເອົາວ່າຊີ້ສາ.”

ເຖິງຢ່າງໃດກໍ່ຕາມ ໃນໄລຍະທີ່ຜ່ານມາ ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານ ກໍ່ໄດ້ມີການ ປັບຂຶ້ນພາສີ ແລະອາກອນມູນຄ່າເພີ່ມ ຂອງສິນຄ້າຟຸມເຟືອຍບາງປະເພດ ເພື່ອເປັນການຫຼຸດ ການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ແລະເປັນການຫຼຸດຄວາມຕ້ອງການ ເງິນຕາຕ່າງປະເທດລົງເຊັ່ນກັນ ເຊັ່ນ ເສື້ອຜ້າ, ນໍ້າຫອມ, ອຸປະກອນຕົບແຕ່ງເຮືອນລາຄາແພງ, ອີງຕາມການລາຍງານ ຂອງ ສໍານັກຂ່າວ Vientianetimes ພາສາລາວ ໃນວັນທີ 19 ເດືອນມິຖຸນາ 2024.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.