ຣັຖບານ ຈະໂຈະການນຳເຂົ້າ ສິນຄ້າບາງຊະນິດ ເພື່ອສົ່ງເສີມສິນຄ້າລາວ

ໄຊຍາ
2023.11.08
ຣັຖບານ ຈະໂຈະການນຳເຂົ້າ ສິນຄ້າບາງຊະນິດ ເພື່ອສົ່ງເສີມສິນຄ້າລາວ ຫ້າງຊັພສິນຄ້າແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ມີຜູ້ຄົນຫາຊີ້ສິນຄ້າ ແລະ ສິນຄ້າສ່ວນໃຫຍ່ ເປັນສິນຄ້ານຳເຂົ້າ ຈາກຕ່າງປະເທດ. ເດືອນສິງຫາ ປີ 2023.
ນັກຂ່າວ ພົລເມືອງ

ປັດຈຸບັນປະເທດລາວ ນໍາເຂົ້າສິນຄ້າຈາກຕ່າງປະເທດ ເກືອບທຸກໝວດ ໂດຍສະເພາະເຄື່ອງອຸປະໂພກ-ບໍຣິໂພກ ແລະ ເຄື່ອງໃຊ້ໃນຄົວເຮືອນ ຈົນເຮັດໃຫ້ມູນຄ່າການນຳເຂົ້າ-ສົ່ງອອກ ຂາດດຸນການຄ້າ ເປັນຈຳນວນຫຼາຍໃນແຕ່ລະເດືອນ ເຊິງໃນໄລຍະທີ່ຜ່ານມາຣັຖບານລາວ ກໍພະຍາຍາມທີ່ສົ່ງເສີມ ການຜລິດສິນຄ້າ ຢູ່ພາຍໃນເພື່ອຫຼຸດຜ່ອນການນຳເຂົ້າ ຈາກຕ່າງປະເທດ ແຕ່ບໍ່ປະສົບຜົລສຳເຣັດເທົ່າທີ່ຄວນ. ຫຼ້າສຸດ ທ່ານ ມະໄລທອງ ກົມມະສິດ ຣັຖມົນຕຣີກະຊວງອຸດສາຫະກັມ ແລະ ການຄ້າໄດ້ຊີ້ແຈງເຣື່ອງດັ່ງກ່າວນີ້ຢູ່ກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ໃນວັນທີ 02 ພຶສຈິການີ້ວ່າ:

“ການອອກມາຕການຈຳກັດ ການນຳເຂົ້າສິນຄ້ານີ້ ແມ່ນສາມາດເຮັດໄດ້ ແຕ່ຕ້ອງມີການສຶກສາ ລະອຽດເຖິງເງື່ອນໄຂ ທີ່ອະນຸຍາດໃຫ້ມີການຈຳກັດໂດຍອົງການການຄ້າໂລກ ແລະສັນຍາກັບປະເທດຄູ່ຄ້າ ພ້ອມນີ້ກໍຕ້ອງມີຂໍ້ມູນຊັດເຈັນ ແລະມີການວິເຄາະຜົລກະທົບ ຕໍ່ຕົ້ນທືນການຜລິດຕໍ່ການສນອງສິນຄ້າ ຕໍ່ລາຄາສິນຄ້າ ແລະຕໍ່ມາຕການຕອບໂຕ້ຈາກຄູ່ຄ້າ. ຖ້າພວກເຮົາຄິດວ່າຊິອອກ ລະອອກເລີຍແນວນີ້ ບາງເທື່ອນີ້ອອກໄປແລ້ວ ເຮັດໃຫ້ສິນຄ້າແພງຂຶ້ນ ກະຊິກັບມາແກ້ຄືນ ຄືເກົ່າອີກ.”

ອີງຕາມການຣາຍງານ ຂອງສູນຂໍ້ມູນຂ່າວສານ ດ້ານການຄ້າກະຊວງອຸດສາຫະກກັມ ແລະການຄ້າໄດ້ ຣາຍງານໃຫ້ຮູ້ວ່າ ສປປ ລາວ ນຳເຂົ້າແລະສົ່ງອອກສິນຄ້າ ໄລຍະ 8 ເດືອນຂອງປີ 2023 ລວມມູນຄ່າ 8,212 ລ້ານໂດລ້າຣ໌ສະຫະຣັຖ ໃນນັ້ນມູນຄ່າການສົ່ງອອກລວມ 4,080 ລ້ານໂດລ້າຣ໌, ມູນຄ່າການນໍາເຂົ້າລວມ 4,133 ລ້ານໂດລ້າຣ໌, ຂາດດຸນການຄ້າລວມ 457 ລ້ານໂດລ້າຣ໌, ເກີນດຸນການຄ້າລວມ 73 ລ້ານໂດລ້າຣ໌. ປະເທດທີ່ຣັຖບານລາວຂາດດຸນການຄ້າ ຫຼາຍທີ່ສຸດຄື ໄທຍ ແລະ ຈີນ.

ທ່ານ ຄໍາມວນ ຊົມສີຫາປັນຍາ ສະມາຊິກສະພາແຫ່ງຊາຕ ແຂວງຜົ້ງສາລີ ໄດ້ກ່າວສເນີບັນຫາ ແລະຂໍ້ແນະນໍາ ຢູ່ກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 02 ພຶສຈິກາທີຜ່ານມາວ່າ ມາຕການຫຼຸດຜ່ອນ ການນຳເຂົ້າສິນຄ້າ ແລະມາຕການສົ່ງເສີມ ການຜລິດຢູ່ພາຍໃນທີ່ຣັຖບານລາວ ພະຍາຍາມຊຸກຍູ້ສົ່ງເສີມ ໃນປັດຈຸບັນຍັງບໍ່ທັນເຫັນການປະຕິບັດໂຕຈິງ ແລະບໍ່ເຫັນພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ເທົ່າທີ່ຄວນ ເຊິງຣັຖບານລາວ ຕ້ອງນຳເອົາບັນຫານີ້ໄປແກ້ໄຂ ຢ່າງຮີບດ່ວນ ສ່ວນປະເພດສິນຄ້າ ທີ່ນໍາມາຂາຍຢູ່ໃນຕລາດ ແລະຮ້ານຄ້າທົ່ວໄປ ສ່ວນໃຫຍ່ກໍຍັງເຫັນເປັນສິນຄ້າ ທີ່ນຳເຂົ້າຈາກໄທຍ, ຈີນ ແລະ ວຽດນາມ ເປັນຫຼັກສ່ວນສິນຄ້າລາວ ເກືອບຈະບໍ່ເຫັນນຳມາຂາຍ.

ດັ່ງທ່ານກ່າວຕອນນຶ່ງວ່າ:

“ເວົ້າກັນວ່າດຽວນີ້ພວກເຮົາຕ້ອງສົ່ງເສີມ ການຜລິດພາຍໃນຫຼຸດຜ່ອນການນຳເຂົ້າ ແຕ່ວ່າດຽວນີ້ອັນເຮັດໂຕຈີງນີ້ ມັນແມ່ນອີ່ຫຍັງກັນແທ້ຂ້າພະເຂົ້າມາເບິ່ງນີ້ ສິນຄ້ານຳເຂົ້າເບິ່ງປາແດກແທ້ໆ ນີ້ກາຍັງນຳເຂົ້າມາທັງໆ ທີ່ບ້ານເຮົາບໍ່ອຶດຈັກໜ້ອຍ ປາແດກນີ້ ແປ້ງນົວ ໃນລາວເຮົາກາເຮັດໄດ້ ນໍ້າປາລາວ ເຮົາກາເຮັດໄດ້ແລ້ວກໍບໍ່ເຫັນວ່າໃຜຊິສົ່ງເສີມ.”

ກ່ຽວກັບເຣື່ອງນີ້ ຊາວແຂວງຫຼວງນໍ້າທາ ກ່າວວ່າສິນຄ້າເກືອບທຸກໝວດໝູ່ ທີ່ຂາຍຢູ່ຕລາດ ແລະຮ້ານຄ້າທົ່ວໄປສ່ວນໃຫຍ່ ແມ່ນການນໍາເຂົ້າມາຈາກຕ່າງປະເທດ ເຊິງຜູ້ຊື້ສິນຄ້າກໍໝັ້ນໃຈ ໃນຄຸນນະພາບ ແລະ ມາຕຖານສິນຄ້າ ລວມເຖິງມີລາຄາ ທີ່ຈັບຕ້ອງໄດ້ ບໍ່ໄດ້ແພງຈົນເກີນໄປ ສ່ວນສິນຄ້າລາວຖືວ່າມີຂາຍໜ້ອຍ ແລະບໍ່ເປັນທີ່ນິຍົມປານໃດ ເນື່ອງຈາກຜູ້ຊື້ສິນຄ້າ ຍັງບໍ່ທັນໝັ້ນໃຈ ຕໍ່ຄຸນນະພາບ ແລະມາຕຖານອີກທັງສິນຄ້າລາວ ນຳມາຂາຍກໍມີລາຄາແພງກ່ວາສິນຄ້າ ນຳເຂົ້າ ຫຼືລາຄາເທົ່າກັບສິນຄ້ານຳເຂົ້າ ຈຶ່ງເຮັດໃຫ້ສິນຄ້ານຳເຂົ້າຂາຍດີ ແລະເປັນທີ່ນິຍົມ.

ດັ່ງຊາວແຂວງຫຼວງນໍ້າທາ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ສິນຄ້າລາວກາຊື້ຂອງຕ່າງປະເທດ ນຳເຂົ້າກາຊື້ສ່ວນຫຼາຍ ມັນກາຊິເປັນນຳເຂົ້າຫັ້ນແຫຼະ ເບິ່ງຕາມຄວາມຕ້ອງການ ທີ່ວ່າໂຕເອັງຕ້ອງການແບບໃດເນາະ ນຳໃຊ້ໂຕເຂົ້າມາຫັ້ນຈະຫຼາຍກ່ອນເນາະ ຊິໄດ້ເໜັ້ນເຖິງຄຸນນະພາບ.”

ຊາວແຂວງສາຣະວັນ ກ່າວວ່າເທົ່າທີ່ສັງເກດເຫັນ ກໍມີສິນຄ້າລາວບາງປະເພດ ເທົ່ານັ້ນ ທີ່ນຳມາຂາຍໃນຕລາດ ແລະ ຮ້ານຄ້າທົ່ວໄປເຊັ່ນເກືອ, ແປ້ງນົວ ແລະ ປາແດກ ແຕ່ຖືວ່າມີໜ້ອຍ ເມື່ອທຽບໃສ່ສິນຄ້າ ທີ່ນຳເຂົ້າມາຂາຍ ເພາະສ່ວນໃຫຍ່ແມ່ນສິນຄ້າ ຈາກໄທຍເກືອບທັງໝົດ ເຊິງລາຄາສິນຄ້າລາວ ກັບສິນຄ້ານຳເຂົ້າກໍບໍ່ໄດ້ລຸດລື່ນກັນປານໃດ.

ດັ່ງຊາວແຂວງສາຣະວັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ມີຢູ່ເຈົ້າເອີມັນກາມີຫຼາຍຢ່າງຢູ່ ສ່ວນຫຼາຍການຳເຂົ້າຫຼາຍກ່ວາ ມັນກາດີໝົດ ສອງຫັ້ນແຫຼະ ລຸດລື່ນກັນກາບໍ່ຫຼາຍ, ດ້າມ 10-20 ພັນກີບ.”

ຜູ້ປະກອບການຮ້ານມິນີມາດ ຢູ່ແຂວງຫຼວງພຣະບາງ ກ່າວວ່າຄົນລາວ ສ່ວນໃຫຍ່ພ້ອມຈະ

ສນັບສນູນສິນຄ້າລາວຢູ່ແລ້ວ ແຕ່ວ່າໃນປັດຈຸບັນສິນຄ້າລາວ ເກືອບທັງໝົດໂດຍສະເພາະເຄື່ອງອຸປະໂພກ-ບໍຣິໂພກ ຍັງຜລິດບໍ່ໄດ້ຄຸນນະພາບ ແລະມາຕຖານເຮັດໃຫ້ຄົນລາວບໍ່ເຊື່ອໝັ້ນ ແລະຊື້ສິນຄ້າລາວເທົ່າທີ່ຄວນ ແຕ່ສິນຄ້ານຳເຂົ້າມາຂາຍນັ້ນ ຖືວ່ານຳເຂົ້າມາເທົ່າໃດກໍຂາຍໄດ້ ຈົນໝົດ ເພາະສິນຄ້າມີຄຸນນະພາບ ແລະມາຕຖານສູງ, ແຕ່ກໍຢາກໃຫ້ຣັຖບານລາວ ຊຸກຍູ້ສົ່ງເສີມຢ່າງຈິງຈັງ ໃນການຜລິດສິນຄ້າພາຍໃນ ໃຫ້ມີຄຸນນະພາບແລະມາຕຖານສູງ ທຽບເທົ່າກັບສິນຄ້າ ຈາກຕ່າງປະເທດ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ.

ດັ່ງຜູ້ປະກອບການຮ້ານມິນີມາດ ຢູ່ແຂວງຫຼວງພຣະບາງໄດ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຄີຍໃຊ້ສິນຄ້າຕ່າງປະເທດ ມັນມີຄຸນນະພາບເດ້ຄົນລາວ ເຮົາກາບໍ່ຄ່ອຍຢາກເຊື່ອໝັ້ນ ຄຸນນະພາບລາວປານໃດ (ຂໍ້ແນະນຳ) ສິນຄ້າປະເພດໃດທີ່ວ່າ ຢູ່ພາຍໃນເຮົາຜລິດໄດ້ແລ້ວ ກາຈຳກັດໂຕນັ້ນເອົາ ເພື່ອວ່າເປັນການສົ່ງເສີມ ຜູ້ຜລິດພາຍໃນນີ້ຄ່ອຍໆພັທນາ ຄຸນນະພາບສິນຄ້າຂຶ້ນ ເຮັດແນວນັ້ນຈັ່ງຊິໄດ້.”

ສໍາລັບມາຕການຕ່າງໆ ທີ່ຣັຖບານລາວ ຈະກໍານົດເພື່ອຄຸ້ມຄອງການນໍາເຂົ້າສິນຄ້າ ໃນຕໍ່ໜ້າເປັນຕົ້ນແຈ້ງການກ່ຽວກັບມາຕການ ທາງດ້ານການຄ້າທີ່ບໍ່ແມ່ນພາສີ ເພື່ອຈຳກັດການນຳເຂົ້ານໍ້າດື່ມ, ຊິເມັນ, ປາແດກ, ກາເຟຊອງ ສຳເຣັດຮູບ ຈາກຕ່າງປະເທດ ພ້ອມທັງຈະຄົ້ນຄ້ວາ ແລະກຳນົດຣາຍການສິນຄ້າອື່ນໆອີກ. ຈະຄົ້ນຄ້ວາໂຄງປະກອບ ການນໍາເຂົ້າສິນຄ້າ ເພື່ອກໍານົດປະເພດສິນຄ້າ ນໍາເຂົ້າທີ່ສາມາດຜລິດທົດແທນການນຳເຂົ້າ, ຈະສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກຳນົດນິຍາມ ແລະຂຍາຍກອບຂອງຣາຍການສິນຄ້າຟຸມເຟືອຍ ໄປຫາປະເພດສິນຄ້າອື່ນຕື່ມ ໄດ້ເຊັ່ນ ໂມງ, ເສື້ອຜ້າ, ກະເປົາແບຣນເນມ ແລະ ອອກມາຕການ ເພື່ອຈຳກັດການນຳເຂົ້າ. ຈະກໍານົດໂຄຕ້າການນໍາເຂົ້າ ແລະລະບົບອອກໃບອະນຸຍາດ ນໍາເຂົ້າກໍານົດປະຣິມານສິນຄ້ານໍາເຂົ້າ ບາງປະເພດ ທີ່ຈຳເປັນ, ປັບປຸງລະບຽບການ ແລະຂອດຂັ້ນການຄ້າ, ການລົງທຶນ ແລະການດຳເນີນທຸຣະກິຈ ເພື່ອສ້າງຄວາມສະດກ ໃຫ້ແກ່ການຜລິດ ພາຍໃນຊຸກຍູ້ການສົ່ງເສີມການຖ່າຍທອດ ເທັກໂນໂລຈີ ແລະຄວາມຮູ້ຂອງບໍຣິສັດ ຕ່າງປະເທດ ໃຫ້ແກ່ຜູ້ຜລິດພາຍໃນ ດ້ວຍການສົ່ງເສີມການຮ່ວມມື ແລະຮ່ວມທຶນ. ເຈຣະຈາສັນຍາການຄ້າ ສອງຝ່າຍກັບປະເທດຄູ່ຄ້າ ທີ່ປະເທດລາວຂາດດຸນການຄ້າຫຼາຍ ເພື່ອໃຫ້ໄດ້ດຸນການຄ້າທີ່ດີຂຶ້ນ ແລະໄດ້ເງື່ອນໄຂ ທີ່ດີຕໍ່ຜູ້ຜລິດພາຍໃນ ແລະຈະຄົ້ນຄ້ວາ ແກ້ໄຂບັນຫາຂໍ້ຫຍຸ້ງຍາກ ໃນການເຂົ້າເຖິງແຫຼ່ງທຶນ ໃຫ້ກັບຜູ້ຜລິດພາຍໃນ ທີ່ມີຄວາມສາມາດແຂ່ງຂັນ ກັບສິນຄ້ານຳເຂົ້າໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.