ເດືອນ 7 ນີ້, ລາວ ຂາດດຸນການຄ້າກັບຈີນ 108 ລ້ານໂດລ້າຣ໌
2024.08.20

ໃນເດືອນກໍລະກົດ 2024 ທີ່ຜ່ານມາ, ປະເທດລາວ ຂາດດຸນການຄ້າກັບຈີນ 108 ລ້ານໂດສະຫະລັດ, ເຊິ່ງປະເທດລາວ ມີມູນຄ່າການສົ່ງອອກ ໄປຈີນ 188 ລ້ານໂດລ້າຣ໌ສະຫະລັດ. ສ່ວນມູນຄ່າການນຳເຂົ້າສິນຄ້າ ຈາກຈີນ ຢູ່ທີ່ 296 ລ້ານໂດລ້າຣ໌ສະຫະລັດ.
ສິນຄ້າທີ່ລາວ ສົ່ງອອກເປັນຫຼັກ ປະກອບມີ ຄຳປະສົມ, ໄຟຟ້າ, ເກືອກາລີ, ຢາງພາລາ, ເຈ້ຍ, ເຫຍື່ອໄມ້, ນ້ຳຕານ, ແປງມັນຕົ້ນ, ແຮ່ທອງ ແລະ ມັນຕົ້ນ ຕາມລຳດັບ. ສ່ວນສິນຄ້າ ທີ່ລາວ ນຳເຂົ້າເປັນຫຼັກ ປະກອບມີ ນ້ຳມັນກາຊວນ, ອຸປະກອນກົລຈັກ, ຜະລິດຕະພັນເຄມີປະສົມ ສຳເລັດຮູບ, ພາຫະນະທາງບົກ, ເຄື່ອງໃຊ້ໄຟຟ້າ, ເຫຼັກ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ, ນ້ຳມັນແອັດຊັງ, ຊິ້ນສ່ວນອາໄຫຼ່ລົດ ແລະ ເຄື່ອງດື່ມ, ອີງຕາມຂໍ້ມູນ ຈາກກະຊວງອຸດສາຫະກຳ ແລະ ການຄ້າ.
ສະເພາະຢູ່ແຂວງຫຼວງນ້ຳທາ, ສິນຄ້າສົ່ງອອກຫຼັກ ແມ່ນຢາງພາລາອົບແຫ້ງ ແລະ ສິນຄ້າການກະເສດຕ່າງໆ ເປັນຕົ້ນ ໝາກຖົ່ວ, ໝາກກ້ວຍ ແລະ ໝາກໂມ, ເຊິ່ງສິນຄ້າສ່ວນຫຼາຍ ຈະສົ່ງອອກໄປຈີນ ເປັນຫຼັກ ຜ່ານຊາຍແດນບໍ່ເຕັນ ຍ້ອນແຂວງ ມີຊາຍແດນຕິດຕໍ່ກັບ ປະເທດຈີນ. ສະເພາະຢາງພາລາ ນັ້ນ, ຈະມີໂຮງງານແປຮູບ ຂອງນາຍທຶນຈີນ ຕັ້ງຢູ່ພາຍໃນແຂວງ ແລະ ກໍມີບໍລິສັດຈີນ ມາເຮັດສັມປະທານ ໃຫ້ຊາວບ້ານ ປູກຢາງພາລາ ເພື່ອຮັບຊື້. ສ່ວນສິນຄ້າ ທີ່ແຂວງນຳເຂົ້ານັ້ນ, ສ່ວນຫຼາຍ ຈະເປັນອຸປະກອນກໍ່ສ້າງ ເປັນຕົ້ນ ເຫຼັກ, ສິນຄ້າຊົມໃຊ້ ແລະ ເຄື່ອງໃຊ້ຟຸມເຟືອຍຕ່າງໆ.
ປັດຈຸບັນ, ແຂວງຫຼວງນ້ຳທາ ມີການນຳເຂົ້າສິນຄ້າ ຫຼາຍກວ່າການສົ່ງອອກ ຍ້ອນປັດຈຸບັນ ສິນຄ້າທີ່ສົ່ງອອກນັ້ນ ຍັງບໍ່ມີມູນຄ່າຫຼາຍ ເທົ່າກັບສິນຄ້າ ທີ່ຕ້ອງນຳເຂົ້າ ແລະ ຜູ້ປະກອບການພາຍໃນ ຍັງບໍ່ສາມາດ ຜະລິດສິນຄ້າເຫຼົ່ານັ້ນໄດ້. ດັ່ງເຈົ້າໜ້າທີ່ ຜະແນກອຸດສາຫະກຳ ແລະ ການຄ້າ ຢູ່ແຂວງຫຼວງນ້ຳທາ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ສິງຫາ 2024 ນີ້ວ່າ:
“ຖືວ່າໄປອີງໃສ່ສະຖິຕິ ສ່ວນຫຼາຍ ກໍນຳເຂົ້າ ຫຼາຍກວ່າສົ່ງອອກເດ້ ຢູ່ແຂວງເຮົາ ເພາະວ່າ ຢູ່ພາຍໃນເຮົາ ກໍຕອບສະໜອງບໍ່ພຽງພໍ ພວກເຫຼັກ ເຮົາກໍນຳເຂົ້າໝົດ. ບໍ່ໄດ້ເທື່ອ ບໍ່ມີບ່ອນລົງທຶນເທື່ອ ມັນເປັນໂຮງງານ ຂະໜາດໃຫຍ່ ມັນການລົງທຶນຫຼາຍ, ມັນກໍບໍ່ມີ.”
ຢູ່ແຂວງຫົວພັນ ກໍມີການນຳເຂົ້າ ຫຼາຍກວ່າການສົ່ງອອກ ຍ້ອນໃນແຂວງ ຍັງບໍ່ມີໂຮງງານແປຮູບ ຫຼືປຸງແຕ່ງເທື່ອ. ສິນຄ້ານຳເຂົ້າ ແມ່ນເປັນອຸປະກອນ ການກໍ່ສ້າງ. ສ່ວນສິນຄ້າສົ່ງອອກ ແມ່ນສິນຄ້າດ້ານການກະເສດ ແລະ ແຮ່ທາດ ເປັນຕົ້ນ ມັນຕົ້ນ, ສາລີ, ໝາກລຳໄຍ, ໝາກມ່ວງ, ອ້ອຍ, ຂີງ ແລະ ແຮ່ເຫຼັກ.
ສ່ວນໃຫຍ່ ໝາກໄມ້ທີ່ຜະລິດ ໃນແຂວງຫົວພັນ ຈະມີພໍ່ຄ້າຄົນກາງ ມາຮັບຊື້ ເພື່ອສົ່ງສິນຄ້າ ຜ່ານແຂວງຫຼວງພຣະບາງ ຫຼືແຂວງຜົ້ງສາລີ ເພື່ອສົ່ງຕໍ່ໄປຂາຍ ທີ່ຈີນ ອີກເທື່ອໜຶ່ງ. ຢ່າງໃດກໍຕາມ, ການຜະລິດໃນແຂວງຫົວພັນ ຖືວ່າເປັນການຜະລິດ ຂະໜາດນ້ອຍ ບໍ່ໄດ້ເຮັດ ເພື່ອການສົ່ງອອກ ເປັນຫຼັກປານໃດ. ດັ່ງເຈົ້າໜ້າທີ່ ຜະແນກອຸດສາຫະກຳ ແລະ ການຄ້າ ຢູ່ແຂວງຫົວພັນ ນາງໜຶ່ງ ກ່າວວ່າ:
“ການນຳເຂົ້າຈະຫຼາຍກວ່າ ເພາະວ່າຍັງບໍ່ມີໂຮງງານ ອຸດສາຫະກຳປຸງແຕ່ງ. ສ່ວນຫຼາຍ ການສົ່ງອອກ ກໍເປັນວັດຖຸດິບ. ນຳເຂົ້າ ກໍເປັນປະເພດ ເຄື່ອງກໍ່ສ້າງ (ສົ່ງອອກ) ສ່ວນຫຼາຍ ກໍເປັນກ່ຽວກັບສິນຄ້າ ກະສິກຳ ເປັນປະເພດມັນຕົ້ນ, ສາລີ. ຊ່ວງໄລຍະນີ້ ຈະມີໝາກລຳໄຍ, ໝາກມ່ວງ ກໍມີ. ໝາກມ່ວງນີ້ ສົ່ງທາງຈີນ, ມີຂີງແດ່ ສົ່ງໄປຈີນ, ຫັ້ນນ່າ.”
ຢູ່ແຂວງວຽງຈັນ ສ່ວນຫຼາຍ ຈະມີການສົ່ງອອກສິນຄ້າ, ໂດຍໃຊ້ລົດໄຟລາວ-ຈີນ, ເຊິ່ງສິນຄ້າ ທີ່ສົ່ງອອກໄປຈີນ ຜ່ານສະຖານີໂພນໂຮງ ຈະເປັນແຮ່ທາດ ເປັນຫຼັກ, ໂດຍແຮ່ທາດ ຈະເປັນຂອງບໍລິສັດ ຂຸດຄົ້ນບໍ່ແຮ່ ຂອງນັກລົງທຶນຈີນ ທີ່ເຂົ້າມາລົງທຶນ ໃນແຂວງ. ສ່ວນສິນຄ້າ ທີ່ລາວນຳເຂົ້າ ຜ່ານລົດໄຟລາວ-ຈີນ ນັ້ນ, ກໍມີຫຼາຍປະເພດ, ໜຶ່ງໃນນັ້ນ, ແມ່ນເປັນເຄື່ອງໃຊ້ໄຟຟ້າ. ດັ່ງພະນັກງານ ບໍລິສັດລົດໄຟລາວ-ຈີນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ນາງໜຶ່ງ ກ່າວວ່າ:
“ຢູ່ສະຖານີໂພນໂຮງ ຍັງບໍ່ມີປະເພດໝາກໄມ້ ຫຼືວ່າສິນຄ້າອື່ນ ສ່ວນຫຼາຍຈະມີແຕ່ແຮ່. ຖ້າສົ່ງມາແຕ່ຈີນຫັ້ນ ຈະເປັນສິນຄ້າ ຫຼາຍປະເພດ, ແຕ່ບໍ່ແມ່ນແຮ່ ປະເພດເຄື່ອງໃຊ້ໄຟຟ້າ. ມັນກໍມີຫຼາຍປະເພດ ສ່ວນຫຼາຍມັນເປັນພາສາຈີນ, ຫັ້ນນ່າ ເຮົາກໍບໍ່ຮູ້ວ່າ ພາສາລາວ ມັນຄືຫຍັງ ເພາະວ່າ ເຮົາກໍບໍ່ສາມາດແກະເບິ່ງ ຂ້າງໃນໄດ້.”
ໃນລະດັບ ຜູ້ປະກອບການທົ່ວໄປນັ້ນ, ກໍມີການນຳເຂົ້າ ແລະ ສົ່ງອອກສິນຄ້າ ຈາກລາວ ໄປຈີນ ແລະ ຈາກຈີນ ໄປລາວ ຜ່ານບໍລິສັດຂົນສົ່ງນຳ, ໂດຍຄົນລາວ ຈະສົ່ງສິນຄ້າ ປະເພດອາຫານເສີມ, ຄີມ, ເຄື່ອງສຳອາງ ແລະ ຢາ ໄປຈີນ. ຢ່າງໃດກໍຕາມ, ສິນຄ້າເຫຼົ່ານີ້ ບໍ່ແມ່ນສິນຄ້າ ທີ່ຜະລິດໃນລາວ ອາດເປັນສິນຄ້າ ທີ່ຜະລິດຈາກປະເທດອື່ນ ແລະ ນຳມາແປະປ້າຍລາວ ອີກເທື່ອໜຶ່ງ.
ສ່ວນສິນຄ້າ ທີ່ຄົນລາວ ນຳເຂົ້າຈາກຈີນ ສ່ວນຫຼາຍ ແມ່ນສິນຄ້າ ທີ່ມີມູນຄ່າສູງກວ່າ ເປັນຕົ້ນ ເຄື່ອງໃຊ້ໄຟຟ້າ, ແອຣ໌, ລຳໂພງ, ຕູ້ເຢັນ, ຊິ້ນສ່ວນອາໄຫຼ່ລົດ ແລະ ອຸປະກອນເຄື່ອງຈັກ, ໂດຍລູກຄ້າໃນຝັ່ງລາວ ນຳເຂົ້າ ຈະຫຼາຍກວ່າ ລູກຄ້າສົ່ງອອກ. ດັ່ງພະນັກງານ ບໍລິສັດຂົນສົ່ງ ລະຫວ່າງປະເທດ ລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
“ຈາກຈີນມາລາວຫຼາຍ, ແມ່ນ. ຈາກລາວ ໄປຈີນ ສ່ວນຫຼາຍ ເຫັນເຂົາເຈົ້າສົ່ງ ແມ່ນປະເພດອາຫານເສີມ ປະເພດຄີມ ກັບຢາ. ໜ້າຈະນຳເຂົ້າມາ ອີກເທື່ອໜຶ່ງ ແລ້ວເຂົາເຈົ້າຕີແບຣນ ເປັນແບຣນລາວ. (ນຳເຂົ້າຈາກຈີນ ມາລາວ) ເຄື່ອງໃຊ້, ເຄື່ອງນຸ່ງ, ເຄື່ອງໃຊ້ທົ່ວໄປ, ເຄື່ອງໃຊ້ໄຟຟ້າ, ຕູ້ເຢັນ ເປັນອີ່ຫຍັງ ມີຫຼາຍ.”
ໃນເດືອນມິຖຸນາ ປີ 2024, ຈີນ ກໍເປັນປະເທດ ທີ່ລາວນຳເຂົ້າ-ສົ່ງອອກສິນຄ້າ ເປັນລຳດັບໜຶ່ງ ຄືກັນ, ເຊິ່ງໃນເດືອນມິຖຸນາ ນັ້ນ, ມູນຄ່າການສົ່ງອອກສິນຄ້າ ໄປຈີນ ຢູ່ທີ່ 199 ລ້ານໂດລ້າຣ໌ສະຫະລັດ. ສ່ວນມູນຄ່າການນຳເຂົ້າ ຢູ່ທີ່ 271 ລ້ານໂດລ້າຣ໌ສະຫະລັດ, ເຮັດໃຫ້ລາວ ຂາດດຸນການຄ້າກັບຈີນ ໃນເດືອນມິຖຸນາ 72 ລ້ານໂດລ້າຣ໌ສະຫະລັດ ແລະ ເມື່ອສົມທຽບ ລະຫວ່າງເດືອນກໍລະກົດ ແລະ ເດືອນມິຖຸນາ ເຫັນວ່າ ລາວ ຂາດດຸນການຄ້າກັບຈີນ ເພີ່ມຂຶ້ນ 36 ລ້ານໂດລ້າຣ໌ສະຫະລັດ, ອີງຕາມຂໍ້ມູນ ຈາກເວັບໄຊ້ ສູນຂໍ້ມູນຂ່າວສານ ທາງດ້ານການຄ້າ ຂອງ ສປປ ລາວ.
ກ່ອນໜ້ານີ້, ໃນເດືອນກຸມພາ 2024, ທ່ານ ບຸດສະກອນ ອິນທະລັງສີ, ຫົວໜ້າຜະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ກ່າວວ່າ ຈີນເປັນຕະຫຼາດສົ່ງອອກຫຼັກ ສິນຄ້າດ້ານການກະເສດ ຂອງແຂວງໄຊຍະບູລີ. ສິນຄ້າທີ່ສົ່ງອອກໄປຈີນ ຫຼາຍ ຄື ແປ້ງມັນຕົ້ນ, ໝາກຖົ່ວເຫຼືອງ, ໝາກໂມ, ໝາກກ້ວຍ ແລະ ຢາງພາລາ.