ເຣື້ອງທີ່ເກັບບັນທຶກໄວ້
2021-12-20
ຣົຖໄຟ ລາວ-ຈີນ ຍັງບໍ່ສາມາດ ເວົ້າໄດ້ວ່າ ເປັນຄວາມຕ້ອງການ ຂອງປະຊາຊົນ ໝົດທຸກຄົນ ຍ້ອນວ່າ ກ່ອນທີ່ຈະສ້າງ ແລະ ຣິເຣີ່ມໂຄງການ ທາງຣົຖໄຟ ລາວ-ຈີນ ບໍ່ມີການ ສຳຣວດ ແລະ ບໍ່ມີການສຶກສາ, ວິຈັຍ ຄວາມຄິດເຫັນ ຂອງປະຊາຊົນ
2021-12-20
ສິນຄ້າ ດ້ານການກະເສຕ ສົ່ງອອກໄປ ປະເທດຈີນ ໄດ້ຮັບຜົລກະທົບ ຈາກມາຕການ ປ້ອງກັນ ໂຄວິດ-19 ແລະ ການຈຳກັດ ຈຳນວນຣົຖ ບັນທຸກສິນຄ້າ ເຂົ້າໄປຈີນ ເຮັດໃຫ້ມີຣົຖຂົນສົ່ງ ແລະສິນຄ້າຫຼາຍປະເພດ ຕົກຄ້າງ.
2021-12-20
ທາງການລາວ ໄດ້ກໍານົດ ເປີດດ່ານສາກົລ ອອກເປັນ ສອງໄລຍະ ໃນມື້ວັນທີ 17 ທັນວາ ທີ່ຜ່ານມານີ້ -ຊຶ່ງໄລຍະ ທໍາອິດທີ່ຈະເປີດ ແມ່ນວັນທີ 1 ມົກກະຣາ ຫາ ວັນທີ 30 ມິນາ ປີ 2022 ໂດຍຈະເປີດ 2 ດ່ານສາກົລກ່ອນ ຄື ສນາມບິນ ສາກົລວັດໄຕ ນະຄອນຫຼວງວຽງຈັນ ແລະ ດ່ານສາກົລ ຂົວມິຕພາບແຫ່ງທີ່ 1 ນະຄອນຫຼວງວຽງຈັນ-ໜອງຄາຍ.
2021-12-17
ເພື່ອເປັນການດຶງດູດ ນັກລົງທຶນ ຊາວເກົາຫຼີໃຕ້ ແລະກະຕຸ້ນເສຖກິຈ, ທາງການລາວ ອະນຸຍາດໃຫ້ ບໍຣິສັດ ອະສັງຫາຣິມະຊັພ ວ້ານເຝິງ (Wanfeng Property) ຂອງຈີນ ເຊັນສັນຍາຮ່ວມທຶນກັບ ບໍຣິສັດ ດີແອນດ໌ຊີ ມິນອຶນ (D&C Mineun) ປະເທດເກົາຫຼີໃຕ້ ພັທນາເຂດເສຖກິຈພິເສດ ບຶງທາດຫຼວງ.
2021-12-16
ທາງການລາວ ຕຣຽມຄວາມພ້ອມ ເພື່ອຕ້ອນຮັບ ນັກທ່ອງທ່ຽວ ໃນວັນທີ 1 ມົກກະຣາ 2022 ນີ້, ແຕ່ ຈະເປີດ ໃຫ້ສະເພາະ ແຕ່ເຂດ ທ່ອງທ່ຽວລາວ ສີຂຽວ ເພື່ອການ ທ່ອງທ່ຽວ ປອດພັຍຈາກ ໂຄວິດ-19.
2021-12-15
ລາຄາຂາຍໝູ ຢູ່ໜ້າຟາມ ລາຄາຖືກລົງຫຼາຍ ແລະ ບາງຄົນກໍຖືກພໍ່ຄ້າ-ແມ່ຄ້າ ຄົນກາງກົດລາຄາ ເຫຼືອພຽງ 18,000-20,000 ກີບ ຕໍ່ກິໂລກຼາມ, ຖ້າຄິດໄລ່ ຄ່າຫົວອາຫານ, ຄ່າລ້ຽງໝູ ກໍຖືວ່າຂາດທຶນ.
2021-12-15
ໃນໄລຍະ 2-3 ເດືອນ ຜ່ານມາ ຄົນລາວ ຈຳນວນນຶ່ງ ຖືກນັກຕົ້ມຕຸ໋ນ ຕ່າງປະເທດ ຕົວະ ໃຫ້ໂອນເງິນໃຫ້ ແລະ ບາງຄົນກໍຫຼົງເຊື່ອ ຈົນຕ້ອງໂອນເງິນ ໃຫ້ປະມານ 6 ລ້ານ ກີບ ຜ່ານຣະບົບ WhatsApp.
2021-12-14
ເຈົ້າໜ້າທີ່ ປກສ ເມືອງຈອມເພັດ ແຂວງຫຼວງພຣະບາງ ໄດ້ຈັບຊາວບ້ານ ຈໍານວນ 4 ຄົນ ທີ່ກໍ່ເຫດລັກຖອດເຫຼັກ ແລະນ໊ອດ ຈໍານວນຫຼາຍຣາຍການ ອອກຈາກ ແລວທາງຣົຖໄຟ ລາວ-ຈີນ ຢູ່ເຂດເມືອງຈອມເພັດ, ກຸ່ມຜູ້ຕ້ອງຫາດັ່ງກ່າວ ແມ່ນມີອາຊີບຮັບຊື້ ເຫຼັກເສດ ເພື່ອນໍາໄປຂາຍ ໃຫ້ໂຮງງານຮັບຊື້ ເຫຼັກເສດ.
2021-12-13
ດ້ວຍເຫດຜົນ ຄ່າໃຊ້ຈ່າຍສູງ, ຄົນງານລາວ ຈຶງບໍ່ຍ່ອມເຂົ້າສູ່ ຣະບົບເພື່ອ ຈະໄປເຮັດວຽກ ຢູ່ປະເທດໄທຍ ແຕ່ຍ່ອມສ່ຽງ ລັກລອບເຂົ້າ ແບບຜິດກົດໝາຍ ເຖິງແມ່ນວ່າ ທາງການລາວ ແລະໄທຍ ຈະກວດກາ ຕາມຊາຍແດນ ຢ່າງເຂັ້ມງວດ ກໍ່ຕາມ.
2021-12-10
ຄະນະທີມງານ ກອງທືນການ ເງິນສາກົລ ຫຼື IMF ຈະເຄື່ອນໄຫວເຮັດວຽກ ຜ່ານຣະບົບທາງໄກ ເພື່ອຕິດຕາມເສຖກິຈ ມະຫາພາກ ຂອງປະເທດລາວ ປະຈຳປີ 2021 ໃນມາຕຣາ 4 ຕາມຣະບຽບຂອງ IMF ລະຫວ່າງວັນທີ 6-21 ທັນວາ ນີ້.
2021-12-10
ການຊື້-ຂາຍ ສັດປ່າ ຫວງຫ້າມ ພາຍໃນ ປະເທດລາວ ຍັງເກີດຂຶ້ນ ຢ່າງຕໍ່ເນື່ອງ ເພາະມີ ນັກທຸຣະກິຈ ຕ່າງຊາດ ເຂົ້າມາຈ້າງ ຊາວບ້ານ ໃນພື້ນທີ່ ໃຫ້ລ້າສັດປ່າ ຫວງຫ້າມ ບາງປະເພດ ເພື່ອນຳໃຊ້ ເປັນຢາບຳຣຸງເພດ, ຢາປົວພະຍາດ ແລະ ໃຊ້ເປັນ ເຄື່ອງປະດັບ ເພື່ອສະແດງ ເຖິງຖານະ ທາງສັງຄົມ ແລະຄວາມ ລໍ້າລວຍ.
2021-12-10
ລາວ ຕຣຽມເປີດປະເທດ ເພື່ອຕ້ອນຮັບ ນັກທ່ອງທ່ຽວ ພາຍໃນ ແລະຕ່າງປະເທດ ໃນໄລຍະເດືອນ ມົກກະຣາ ປີ 2022 ຊຶ່ງຈະທົດລອງ ຮັບນັກທ່ອງທ່ຽວ ແບບເປັນກຸ່ມກ່ອນ ວ່າຈະຄຸ້ມຄອງ ໄດ້ສໍ່າໃດ ຍ້ອນຢູ່ລາວ ຍັງມີການຣະບາດ ຂອງເຊື້ອໂຄວິດ-19 ໜັກຢູ່.
2021-12-09
ບໍຣິສັດຮັບຊື້ ຢາງພາຣາ ໃນຫຼາຍແຂວງ ທົ່ວປະເທດ ຈໍາເປັນຕ້ອງ ແບກຮັບຕົ້ນທຶນ ຄ່າຂົນສົ່ງຢາງພາຣາ ເພື່ອສົ່ງອອກໄປ ຍັງປະເທດຈີນ ສູງຂຶ້ນ ຈາກທີ່ເຄີຍເສັຍ ປະມານ 330,000 ກີບ ຕໍ່ການຂົນສົ່ງຢາງພາຣາ 1 ຕັນ ແຕ່ປັດຈຸບັນ ຕ້ອງໄດ້ເສັຍ ປະມານ 1 ລ້ານກີບ ຕໍ່ການຂົນສົ່ງ ຢາງພາຣາ 1 ຕັນ.
2021-12-08
ໂຄງການ ເມືອງທັນສມັຍ ຫຼື ສມາທ ຊິຕີ້ (Smart City) ທີ່ມີແຜນ ຈະສ້າງຂຶ້ນ ຢູ່ໃນພື້ນທີ່ ເມືອງໄຊເສດຖາ ແລະເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈະເຮັດໃຫ້ ມີຄົນຈີນ ຈໍານວນຫຼາຍ ຫຼັ່ງໄຫຼເຂົ້າມາຢູ່ອາສັຍ ແລະດໍາເນີນ ທຸຣະກິຈ ຫຼາຍຢ່າງ ຈົນກາຍເປັນເມືອງຈີນ ຂນາດນ້ອຍ.
2021-12-08
ເຂດໂລຈິສຕິກ, ທ່າບົກ ທານາແລ້ງ ເປີດແລ້ວ ແຕ່ ຊາວບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະມານ 50 ຄອບຄົວ ທີ່ຖືກຜົລກະທົບ ສູນເສັຽທີ່ດິນ ໃຫ້ກັບໂຄງການ ພັທນາ ຮວມເນື້ອທີ່ 50 ເຮັກຕ້າ ຍັງບໍ່ໄດ້ຮັບເງິນ ຊົດເຊີຍ.