ນັກທຸຣະກິຈຈີນ ຈ້າງຄົນລາວ ລ້າສັດປ່າຫວງຫ້າມ
2021.12.10

ມາຮອດປັດຈຸບັນ ການໃຊ້ມາຕການກົດໝາຽຕໍ່ຜູ້ລະເມີດ ຊື້-ຂາຍ ສັດປ່າຫວງຫ້າມ ພາຍໃນປະເທດລາວຍັງເກີດຂຶ້ນຢ່າງຕໍ່ເນື່ອງ ຍ້ອນວ່າມີນັກທຸຣະກິຈຊາວຈີນ ເຂົ້າມາວ່າຈ້າງຊາວ ບ້ານໃນພື້ນທີ່ໃຫ້ຊ່ອຍລ້າສັດປ່າຫວງຫ້າມ ບາງປະເພດເພື່ອນຳໃຊ້ເປັນຢາບຳຣຸງເພດ, ຢາປົວພະຍາດ ແລະ ໃຊ້ເປັນເຄື່ອງປະດັບເພື່ອສະແດງເຖິງຖານະທາງສັງຄົມ ແລະຄວາມລໍ້າລວຍ. ເຈົ້າໜ້າທີ່ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 10 ທັນວາ 2021 ນີ້ວາ:
“ນັກທຸຣະກິຈຜູ້ຊື້ແທ້ ໆ ຫຼັກ ໆ ລະແມ່ນພວກນັກທຸຣະກິຈຈີນ ກໍມາລັກລອບໄປຫັ້ນເນາະ. ສົມມຸດວ່າໄດ້ໝີນຶ່ງໂຕ ແລະແມ່ນເຂົາຕ້ອງການວ່າ ຊຸກເຊື່ອງເປັນຕີນ ບໍ່ເປັນບີບໍ່ເປັນສິ່ງທີ່ວ່າເປັນລາຄາແພງຫັ້ນແຫຼະຫາຍາກຫັ້ນແຫຼະ ຊີ້ນເປັນຫຍັງເຂົາກໍເອົາໄປກິນ ບໍ່ຊຸ້ມບ້ານນຶ່ງຫັ້ນນ່າ.”
ສາເຫດສຳຄັນ ທີ່ເຮັດໃຫ້ການໃຊ້ ມາຕການກົດໝາຽຕໍ່ຜູ້ລະເມີດ ຄ້າສັດປ່າຫວງຫ້າມ ຍັງບໍ່ໄດ້ຜົລເທື່ອນັ້ນເປັນຍ້ອນພະນັກງານ ຣັຖກອນຂອງໜ່ວຍງານຕ່າງໆ ທັງໃນຣະດັບເມືອງ ແລະແຂວງເຂົ້າໄປສົມທົບກັບອຳນາດການປົກຄອງ ຂັ້ນບ້ານລະເມີດກົດໝາຽ ແລະອະນຸຍາດໃຫ້ຊາວບ້ານ ໃນແຕ່ລະພື້ນທີ່ສາມາດລັກລອບ ລ້າສັດປ່າເພື່ອນຳມາຂາຍ ໃຫ້ກັບຊາວບ້ານໃນຊຸມຊົນ ແລະຂາຍໃຫ້ກັບນັກທຸຣະກິຈ ຊາວຕ່າງຊາດ. ຊາວບ້ານຢູ່ແຂວງຫຼວງນໍ້າ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ດີແທ້ ໜ່ວຍງານຂອງບ້ານ ບາດອີ່ບ້ານຫັ້ນກໍເປັນລູກຫຼານ ໄທບ້ານເນາະ ເຂົາພັດບໍ່ເຮັດຫຍັງກັນ ພັດວ່າກອງຫຼອນບ້ານ ຫຼືື ອີ່ຫຍັງຫັ້ນນ່າ ເຫັນເຂົາຍົນໂຍ່ຢູ່ ເຂົ້າຂຶ້ນໄປກໍບໍ່ສົນເຂົາ ພາຍປືນພາຍພົກສັດປ່າລົງມາເຂົາກໍບໍ່ສົນ ແລ້ວເພາະມັນເປັນລູກ ເປັນຫຼານເຂົາເຈົ້ານຳບ້ານ ນຳເມືອງ ມັນແກ້ກັນຄືຊິຍາກ.”
ໃນໄລຍະຜ່ານມາມີພະນັກງານຣັຖກອນ ທະຫານ ຕຳຣວດເຄື່ອນໄຫວລ້າສັດນໍ້າ-ສັດປ່າ ດ້ວຍການນໍາໃຊ້ເຄື່ອງມືທີ່ຜິດກົດຣະບຽບກົດໝາຽຫຼືສັ່ງຍຸຍົງສົ່ງເສີມ, ອຳນວຍຄວາມສະດວກ, ສນອງເຄື່ອງມືຕ່າງໆ ໃຫ້ແກ່ປະຊາຊົນ ເພື່ອເຄື່ອນໄຫວລ້າສັດນໍ້າ-ສັດປ່າ. ອີງຕາມແຈ້ງການ ຂອງກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫຼວງນໍ້າທາເມື່ອວັນທີ 10 ພືສຈິກາ 2021 ຜ່ານມາ.
ພາຍໃນປະເທດລາວ ມີຟາມເສືອຫຼາຍແຫ່ງ ຊຶ່ງມັນຖືກໃຊ້ເປັນສະຖານທີ່ ໃນການຄົວເອົາຊີ້ນ ແລະສົ່ງຂາຍໄປຍັງບ່ອນຕ່າງໆ ທັງໃນ ແລະຕ່າງປະເທດ. ດ້ວຍການຊື້-ຂາຍຜ່ານລະບົບອ໋ອນລາຍນ໌ ໂດຍປັດຈຸບັນ ທາງການລາວຢູ່ລະຫວ່າງການແກ້ໄຂ ບັນຫາດັ່ງກ່າວນີ້ໃຫ້ສອດຄ່ອງ ກັບອະນຸສັນຍາວ່າດ້ວຍການ ຄ້າລະຫວ່າງປະເທດ ຊຶ່ງຊະນິດສັດປ່າ ແລະພືດປ່າ ທີ່ໃກ້ສູນພັນ ຫຼື Convention on International Trade in Endangered Species of Wild Fauna and Flora (CITES) ຕາມທີ່ທາງການລາວ ໄດ້ເຂົ້າຮ່ວມເປັນພາຄີເຄືອຂ່າຍ.
ທ່ານ ສັນຕິ ໄຊປັນຍາ ຜູ້ອຳນວຍການ ອົງການອະນຸຮັກສັດປ່າ ປະຈຳປະເທດລາວ ກ່າວໃນກອງປະຊຸມທາງໄກເຣື່ອງການ ຊື້-ຂາຍສັດປ່າ ເມື່ອວັນທີ 26 ມີນາ 2021 ຕອນນຶ່ງ ທີ່ຜ່ານມານີ້ວ່າ:
“ບາດນີ້ ຮູບການໃນການຊື້-ຂາຍ ຄ້າສັດປ່າ ກໍແຮງພັທນາໄປຫຼາຍ ຈົນທີ່ວ່າເຈົ້າໜ້າທີ່ເຮົາ ຈົນຊິນຳບໍ່ທັນແລ້ວເນາະ ວ່າຈະເຮັດແນວໃດແດ່ ເພາະວ່າສື່ອ໋ອນລາຍນ໌ ຕອນນີ້ຖືວ່າແມ່ນເຮັດໄດ້ງ່າຍ ຫຼາຍຖ້າເຖິງເວົ້າເຖິງປະເທດໃຫຍ່ໆ ກໍຄືຈີນ ເວົ້າເຖິງວີແຊັດ ເວົ້າເຖິງຕລາດອ໋ອນລາຍນ໌ ທີ່ໃຫຍ່ທີ່ສຸດ ວອດແອັບບໍ່, ເຟສບຸກ ອີ່ຫຍັງຕ່າງໆ.”
ທ່ານກ່າວຕື່ມວ່າ ການລັກລອບຊື້-ຂາຍສັດປ່າ ທັງສັດປ່າຄຸ້ມຄອງ ແລະສັດປ່າທົ່ວໄປທີ່ເກີດຂຶ້ນພາຍໃນປະເທດລາວເຖິງແມ່ນວ່າໃນໄລຍະສັ້ນພັດສ້າງລາຍໄດ້ຈຳນວນນຶ່ງໃຫ້ກັບຊາວ ບ້ານແຕ່ຢ່າງໃດກໍຕາມຄັນວ່າມີການລັກລອບ ຊື້-ຂາຍສັດປ່າໃນພື້ນທີ່ຫວງຫ້າມ, ລ້າສັດປ່າບໍ່ຖືກວິທີ ແລະບໍ່ລ້າຕາມຣະດູການ ທີ່ທາງການອະນຸຍາດ ກໍຈະເຮັດໃຫ້ຈຳນວນ ແລະຊະນິດຂອງສັດປ່າຫຼຸດລົງ ເຣື້ອຍໆ ຊຶ່ງກະທົບຕໍ່ລະບົບນິເວດຊີວະນາໆພັນ ແລະແນວຢູ່ ແນວກິນຂອງຊາວບ້ານ ໃນພື້ນທີ່ໂດຍກົງ ບໍ່ແມ່ນນັກທຸຣະກິຈຕ່າງຊາດ.
ຊາວບ້ານໃນພື້ນທີ່ ຫ່າງໄກສອກຫີກ ສ່ວນຫຼາຍໃຊ້ຊີວິດ ຫາຢູ່ຫາກິນຕາມແນວປ່າ. ພວກເຂົາເຈົ້າມັກລ້າສັດປ່າ ທັງທີ່ເປັນສັດປ່າທົ່ວໄປ ແລະສັດປ່າປະເພດຫວງຫ້າມ. ສ່ວນນຶ່ງນຳມາເປັນອາຫານ ໃນຊີວິດປະຈຳວັນ ແລະອີກສ່ວນນຶ່ງນຳໄປຂາຍ ເພື່ອຫາລາຍໄດ້ ໂດຍທີ່ພວກເຂົາເຈົ້າ ບໍ່ທັນຮູ້ກ່ຽວກັບຂໍ້ກົດໝາຽ ຍ້ອນເຫດດັ່ງກ່າວນີ້ ຊາວລາວຈຳນວນນຶ່ງ ຈຶ່ງຕ້ອງການໃຫ້ພາກສ່ວນ ທີ່ກ່ຽວຂ້ອງລົງກວດກາ ແລະບັງຄັບໃຊ້ກົດໝາຽ ຢ່າງຈິງຈັງ. ຊາວບ້ານຢູ່ ເມືອງພູກູດ ແຂວງຊຽງຂວາງ ນາງນຶ່ງກ່າວວ່າ:
“ຢາກໃຫ້ມີຈຸດທີ່ວ່າ ລົງກວດກາເບິ່ງແລ້ວກໍຕາມຢູ່ ແຕ່ລະຕລາດ ຢູ່ແຕ່ລະແຂວງ ໂຕຢ່າງວ່າຢູ່ຊຽງຂວາງຊິເນາະ ໄປຕລາດຕອນເຊົ້າ ຈະເຫັນແມ່ຄ້າຊື້ເອົາສັດປ່າ ຄືແບບວ່າເຫງັນເບາະ ຫຼືວ່າມັນຈະມີຄືແມວປ່າເບາະ ຫຼືວ່າເສືອດາວນ້ອຍບໍ່ ອີ່ຫຍັງຫັ້ນນ່າ. ຈະເຫັນວ່າເພີ່ນເອົາມາຂ້າ ແລ້ວກໍວາງຂາຍເປັນຈັ່ງຊິ ຈັ່ງຊັ້ນແຫຼະ ມີນົກຍຸງມີອັນນີ້ ອັນແຫຼະ ເພີ່ນຈະເອົາມາຂາຍ.”
ເຖິງແມ່ນວ່າ ການລ້າສັດປ່າຈຳນວນນຶ່ງ ຊາວບ້ານຈະເຮັດເພື່ອການຄ້າຂາຍ ແຕ່ຢ່າງໃດກໍຕາມ ການລ້າສັດປ່າ ຂອງຊາວບ້ານບາງກຸ່ມ ພັດເຮັດໄປເພື່ອເປັນອາຫານ ເປັນຍ້ອນພວກເຂົາເຈົ້າບໍ່ມີ ວຽກເຮັດງານທຳ ແລະບໍ່ມີລາຍໄດ້ສຳລັບຊື້ ອາຫານການກິນ. ຊາວບ້ານນາງນຶ່ງ ເມືອງທຸຣະຄົມ ແຂວງວຽງຈັນ ກ່າວວ່າ:
“ຍ້ອນເສຖກິຈ ຂອງຄົນລາວ ມັນບໍ່ຄ່ອຍມີອາຊີບຫຼາຍ ກໍເລີຍລ້າສັດມາຂາຍ. ປະຊາຊົນເຮົາເອງຫັ້ນແຫຼະ ບາງຄົນກໍຮູ້ ບາງຄົນກໍບໍ່ຮູ້ຫັ້ນແຫຼະ ຖ້າໄດ້ງານອາຊີບໃຫ້ ຄົນລາວກໍແລ້ວ.”
ສຳລັບຜູ້ທີ່ ກັກຂັງ ຫຼືມີສັດປ່າປະເພດຫວງຫ້າມ ໄວ້ໃນຄອບຄອງ ຈະມີຄວາມຜິດ ຕາມປະມວນກົດໝາຽອາຍາມາຕຣາ 334 ທີ່ຣະບຸບຸກຄົນໃດ ຫາກລັກລອບເອົາສັດນໍ້າ-ສັດປ່າ ປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ຫຼື ຊິ້ນສ່ວນ ແລະອາວັຍຍະວະຕ່າງໆ ຂອງສັດເພື່ອຄ້າຂາຍ ຫຼື ມີໄວ້ໃນຄອບຄອງ ຈະຕ້ອງຖືກລົງໂທດຕັດອິດສະຣະພາບ ເປັນໄລຍະເວລາແຕ່ 3 ເດືອນ ຫາ 5 ປີ ແລະ ຖືກປັບໄໝແຕ່ 3 ລ້ານກີບ ຫາ 10 ລ້ານກີບ. ໃນກໍຣະນີ ມີການກະທັມຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼືວ່າກໍຄວາມເສັຽຫາຍທີ່ມູນຄ່າແຕ່ 50 ລ້ານກີບຂຶ້ນໄປ ຈະຖືກລົງໂທດ ຕັດອິດສະຣະພາບ ເປັນໄລຍະເວລາແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໄໝ ສອງເທົ່າຂອງມູນຄ່າ ຄວາມເສັຽຫາຍ. ທັງນີ້ສຳລັບສັດປ່າ ທີ່ຍັງມີຊີວິດເຈົ້າທີ່ທີ່ກ່ຽວຂອ້ງຈະນໍາໄປປ່ອຍ ເພື່ອຄືນຊູ່ທັມມະຊາດ ສ່ວນອື່ນໆ ຈະເກັບຮັກສາໄວ້ ເພື່ອປະກອບເປັນຫຼັກຖານ ໃນການດຳເນີນ ຄະດີຕໍ່ຜູ້ກະທຳຄວາມຜິດ.
ອີງຕາມຂໍ້ຕົກລົງ ວ່າດ້ວຍການຮັບຮອງ ເອົາບັນຊີສັດນໍ້າ ແລະສັດປ່າ ປະເພດຫວງຫ້າມ ຫຼືບັນຊີ 1 ແລະ ປະເພດຄຸ້ມຄອງ ຫຼື ບັນຊີ 2 ສະບັບເລກທີ 8 ຂອງສຳນັກງານ ນາຍົກຣັຖມົນຕຣີ ລົງວັນທີ 25 ກຸມພາ 2021 ໄດ້ຮັບຮອງເອົາບັນຊີສັດນໍ້າ ແລະສັດປ່າປະເພດຫວງຫ້າມ ຈຳນວນ 165 ຊະນິດ. ໃນນີ້ກວມເອົາສັດລ້ຽງລູກ ດ້ວຍນໍ້ານົມ 79 ຊະນິດ, ສັດເລືອຄານ 22 ຊະນິດ, ສັດປີກ 52 ຊະນິດ, ສັດນໍ້າ 10 ຊະນິດ ແລະ ສັດເຄິ່ງບົກເຄິ່ງນໍ້າອີກ 2 ຊະນິດ. ສ່ວນສັດນໍ້າ ແລະສັດປ່າ ປະເພດຄຸ້ມຄອງມີຈຳນວນ 66 ຊະນິດ ໃນນັ້ນກວມເອົາສັດ ລ້ຽງລູກດ້ວຍນໍ້ານົມ 15 ຊະນິດ, ສັດເລືອຄານ 6 ຊະນິດ, ສັດປີກ 27 ຊະນິດ, ສັດນໍ້າ 8 ຊະນິດ, ສັດເຄິ່ງບົກເຄິ່ງນໍ້າ 1 ຊະນິດ ແລະ ແມງໄມ້ ອີກຈຳນວນ 9 ຊະນິດ ໃນໄລຍະທ້າຍປີ 2020 ສຳນັກງານ ວ່າດ້ວຍຢາເສບຕິດ ແລະອາຊຍາກັມ ແຫ່ງສະຫະປະຊາຊາດ ຫຼື UNODC ອອກບົດຣາຍງານ ວ່າດ້ວຍອາຊຍາກັມ ລັກລອບຄ້າສັດປ່າທົ່ວໂລກ (World Wildlife Crime Report) ທີ່ຣະບຸວ່າໃນໄລຍະ 20 ປີທີ່ຜ່ານມານີ້ ມີການກວດກາຢຶດຊາກ ແລະຊິ້ນສ່ວນສັດ ແລະພືດຫາຍາກປະມານ 6,000 ຊະນິດກວມເອົາ 180,000 ລາຍການ ແລະກ່ຽວກັນກັບ 150 ປະເທດທົ່ວໂລກ. ດ້ວຍສະພາບການດັ່ງກ່າວນີ້ ຈຶ່ງປະຕິເສດບໍ່ໄດ້ວ່າການລັກລອບ ຊື້-ຂາຍສັດປ່າແບບບໍ່ຖືກກົດໝາຽ ເປັນພັຍຄຸກຄາມ ຕໍ່ຄວາມຫຼາກຫຼາຍທາງຊີວະນາໆ ພັນ ແລະການພັທນາດ້ານເສຖກິຈ ແລະສັງຄົມຢ່າງຫຼວງຫຼາຍ.