ປະຊາຊົນລາວ ກັບຄວາມຕ້ອງການ ຣົຖໄຟລາວ-ຈີນ
2021.12.20

ໂຄງການທາງຣົຖໄຟ ລາວ-ຈີນ ຍັງບໍ່ສາມາດເວົ້າໄດ້ວ່າ ເປັນຄວາມຕ້ອງການ ຂອງປະຊາຊົນໝົດທຸກຄົນ ຍ້ອນວ່າ ກ່ອນທີ່ຈະສ້າງ ແລະ ລິເລີ່ມໂຄງການທາງຣົຖໄຟລາວ-ຈີນ ຍັງບໍ່ທັນມີການສຳຣວດ ແລະ ການສຶກສາ-ວິຈັຍ ຄວາມຄິດເຫັນ ຂອງປະຊາຊົນ ວ່າ “ເສັ້ນທາງຣົຖໄຟ ເປັນຄວາມຕ້ອງການຂອງຄົນລາວ ຫຼື ບໍ່ໍ່”. ປະຊາຊົນ ລາວ ທ່ານນຶ່ງ ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ ມັນເປັນແນວຄິດສ່ວນບຸກຄົນ ທີ່ວ່າ ຄົນລາວຢາກໄດ້ທາງຣົົຖໄຟເພາະ ການທີ່ໄດ້ມາແລ້ວ ປະເທດລາວຕ້ອງຕິດໜີ້ຈີນ.
ນັກຂ່າວ: ໃນຖານະຄົນລາວຜູ້ນຶ່ງ ເຮົາກໍຢາກໄດ້ທາງຣົຖໄຟ ຢູ່ເບາະ?
ປະຊາຊົນ: “ບໍ່ຮູ້ແຫຼອັນນັ້ນນະ ບໍ່ຮູ້ນຳເຂົາເຈົ້າແລ້ວອັນນັ້ນນະ ເປັນແນວຄິດສ່ວນຕົວ. ຄືວ່າ ເອົາຄວາມຈະເລີນມາແລ້ວ ຕິດໜີ້ ກະບໍ່ຢາກເປັນໜີ້ ຫັ້ນແຫຼະ ອັນນີ້ ແບບວ່າ ຄວາມຈະເລີນບາງຢ່າງ ມັນກະແລກມາດ້ວຍການຕິດໜີ້ເດ້ ອັນນີ້ ທຸກຢ່າງບໍ່ມີໄດ້ຟີ ດອກ. ລາວສ່ວນຫຼາຍ ຄື ຕຶກຄືຫຍັງກະເປັນຂອງຈີນໝົດເນາະ ບໍ່ແມ່ນຂອງຄົນລາວ 100 ເປີເຊັນ ເວົ້າເຣື່ອງອັນນີ້ ແມ່ນຫຍັງກະເປັນຂອງນາຍທຶນໝົດເດ້ ມັນບໍ່ແມ່ນຂອງຄົນລາວລະ. ຄວາມລຳບາກ ໃນອະນາຄົດ ເຂົາກະຕ້ອງຈັດໃຫ້ເຕັມໆ ຢູ່ແລ້ວ.”
ນັກຂ່າວ: ຈັດໃຫ້ເຕັມໆ ແບບໃດລະ?
ປະຊາຊົນ: ກະຊິເຣື່ອງໃດ ແນວເຈົ້າເປັນໜີ້ເຂົາເນາະ.
ນັກຂ່າວ: ໃນສ່ວນທີ່ວ່າ ມີຄົນເວົ້າວ່າ ທາງຣົຖໄຟ ແມ່ນປະຊາຊົນລາວນີ້ ຢາກໄດ້ ມີຄົນເວົ້າຈັ່ງຊີ້ນະ ເຮົາເຫັນວ່າແນວໃດ?
ປະຊາຊົນ: “ແບບວ່າ ຄົນບໍ່ເຄີຍສຳຣວດຄວາມຄິດ ຂອງປະຊາຊົນ. ເວົ້າເອົາ ເຂົ້າຂ້າງໂຕເອງ ກະເວົ້າເອົາ ແບບວ່າ ບໍ່ມີການສຳຣວດຫຍັງ ກະເວົ້າເອົາຊື່ໆ. ຈັກຢາກໄດ້ບໍ່ຢາກໄດ້ ກະບໍ່ເຄີຍລົງມາສຳຣວດເນາະ ຄືຈັ່ງໃດ ຫາງສຽງ. ເຂົາເຮັດຫຍັງ ເຂົາກະບໍ່ເຄີຍມາຖາມປະຊາຊົນ.
ໃນຂະນະທີ່ ເຈົ້າໜ້າທີ່ທາງການລາວ ທ່ານ ໃຫ້ເຫດຜົລວ່າ ກ່ອນທີ່ຈະມີໂຄງການທາງຣົຖໄຟ ປະຊາຊົນທົ່ວໄປບໍ່ຮູ້ຫຍັງ ສ່ວນວ່າ ແຜນຂອງຣັຖບານລາວຢາກໄດ້ ມັນກໍເປັນການດີ.”
ນັກຂ່າວ: ທາງຣົຖໄຟລາວຈີນນີ້ ແມ່ນປະຊາຊົນລາວຢາກໄດ້ແທ້ເບາະ?
ເຈົ້າໜ້າທີ່: “ຄັນເວົ້າປະຊາຊົນລາວນີ້ ເຂົາບໍ່ຮູ້ຫຍັງດອກ ບໍ່ຮູ້ເຣື່ອງນຳໂລດນະ ເວົ້າແນວນັ້ນໂລດຊະ. ເນາະ ອັນນີ້ເນາະ ແຜນຂອງຣັຖບານເຮົານີ້ ຢາກໄດ້ກະວ່າແມ່ນດີຫັ້ນແຫຼະ ຄັນຊິເວົ້າລະກະດາຍ. ແຕ່ວ່າ ເວົ້າເຣື່ອງປະຊາຊົນລາວນີ້ ແມ່ນເຂົາບໍ່ຮູ້ເຣື່ອງໂລດນະ.”
ນັກຂ່າວ: ຂັ້ນມີຄົນເວົ້າວ່າ ປະຊາຊົນລາວຢາກໄດ້ນີ້ ມັນແມ່ນບໍ່ຊັ້ນ?
ເຈົ້າໜ້າທີ່: “ສມັຍ ຣັຖບານ ທ່ານ ທອງສິງ ເນາະ ທ່ານ ສົມສະຫວາດ ເລັ່ງສະຫວັດ ເນາະ ໄປເດ້ ຫຼັງຈາກສ້າງມາແລ້ວ ລະວ່າ ປະຊາຊົນບັນດາເຜົ່າຢາກໄດ້ ອັນນີ້ ມັນຄົນລະເຣື່ອງກັນດອກ.”
ນັກຂ່າວ: ຄັນຊັ້ນເພິ່ນເວົ່າວ່າ ບໍ່ໄດ້ຕິດໜີ້ຕິດສິນມາສ້າງ ມັນແມ່ນບໍ່ຊັ້ນນະ?
ເຈົ້າໜ້າທີ່: ບະເວົ້າໄປ ເອົາເງິນມາແຕ່ໃສ ມາສ້າງ ບໍຣິສັດຢູ່ປະເທດລາວນີ້ ເອົາເງິນມາແຕ່ທາງໃດມາສ້າງ. ຣັຖບານໂລດແຫຼວ ມັນຈັ່ງໄດ້ ອັນບໍຣິສັດ ມັນບໍ່ໄດ້ດອກ. ບາດນີ້ ທາງຣົຖໄຟ ຄັນວ່າ ໄທຍສ້າງເຊື່ອມມາຫາລາວ ຊອກອອກໄປຈີນ ລາວເຮົາບໍ່ໄດ້ຫຍັງໝົດໄດ໋ ໄດ້ແຕ່ຂີ້ເຫຍື້ອເຂົາຊິຖິ້ມໃສ່ຫັ້ນແຫຼະ ທໍ່ນັ້ນແຫຼະ. ໝົດບໍ່ມີຫຍັງໝົດ ລາວເວົ້າເຣື່ອງເຂົ້າ ນີ້ນ່າ ໝົດທົ່ວປະເທດປູກ ຍັງບໍ່ທໍ່ເຂົາແຂວງນຶ່ງຊ້ຳ.
ຄືປັດຈຸບັນ ນີ້ປູກມັນຕົ້ນເນາະ ກະປະຊາຊົນປູກ ຜູ່ນຶ່ງປູກດ້າມລະເຮັດຕ້າ 2 ເຮັກຕ້າ ມັນຊິຈັກໂຕນຕໍ່ຄອບຄົວນຶ່ງເນາະ ບໍ່ແມ່ນຊິປູກໝົດປະເທດລາວເດ້. ຄັນວ່າ ເວົ້າເຣື່ອງປູກກ້ວຍປູກອື່ນໆ ກະຈີນມາປູກໝົດ ຄົນລາວຊິມີຫຍັງລາຍຮັບນຳທາງຣົຖໄຟ ບໍ່ມີໄດ໋ ມີແຕ່ໄປຈ້າງຂີ່ຫັ້ນບໍ້.
ໃນອາທິດທີ່ຜ່ານມາ, ວິທະຍຸກະຈ່າຍສຽງແຫ່ງຊາດ ໄດ້ສະເໜີຂ່າວ ໂດຍ ອ້າງ ຄຳເວົ້າ ທ່ານ ຄຳພັນ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວ ທາງຣົຖໄຟລາວ-ຈີນ ເປັນຄວາມມຸ້ງມາດປາຖນາຂອງຄົນລາວ ແລະ ຣັຖບານລາວ ບໍ່ໄດ້ຢືມເງິນ ຕິດໜີ້ຈີນ.
ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ກ່າວວ່າ: “ເຂົາບິດເບືອນເຣື່ອງເສັ້ນທາງຣົຖໄຟລາວ-ຈີນ ວ່າ ຈີນມາຄຸມເອົາລາວໝົດລະ ລາວເປັນຫົວເມືອງຂຶ້ນທາງດ້ານເສຖກິຈຂອງຈີນໝົດລະ. ອັນນີ້ ກະເປັນຂ່າວບິດເບືອນ ທີ່ຈິງອັນນີ້ ເປັນຄວາມຕ້ອງການຂອງຄົນລາວ ຂ້າພະເຈົ້າຢາກເວົ້າວ່າ ເອົາແມ້ 5 ປະເທດ ອ້ອມຂ້າງລາວ ຖືວ່າ ນັບທັງຈີນເລີຍແຫຼ. ເສັ້ນທາງຣົຖໄຟນີ້ ເກີດຂຶ້ນ ເປັນເສັ້ນທາງທຳອິດນ່າ ທີ່ເກີດຢູ່ໃນ 5 ປະເທດນີ້ນ່າ. ເປັນຜົລສຳເລັດ ມັນກໍເປັນຄວາມມຸ້ງມາດປາຖນາຂອງປະຊາຊົນລາວທີ່ຢາກມີ ”
ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຕື່ມອີກວ່າ: “ອ້າວ ກະຂ້ອຍມີລະມັນຜິດອີ່ຫຍັງ ທາງຣົຖໄຟ ກໍທາງຣົຖໄຟ ແມ່ນຮັບໃຊ້ມະນຸດ ຮັບໃຊ້ການຂົນສົ່ງສິນຄ້າ ຮັບໃຊ້ການຂົນສົ່ງສິນຄ້າ ຮັບໃຊ້ການຄ້າ ການທ່ອງທ່ຽວ ຂັ້ນມີຜູ່ມາໂຈມຕີ. ຂັ້ນມີຜູ່ມາໂຈມຕີ ເວົ້າລະວ່າ ລາວເຮົາເປັນໜີ້ສິນຂອງຈີນຫຼາຍ ຍ້ອນທາງຣົຖໄຟ ມັນບໍ່ແມ່ນ ຜູ້ທີ່ຕິດໜີ້ລະແມ່ນ ບໍຣິສັດ ທາງຣົຖໄຟລາວ-ຈີນ ກະໝາຍຄວາມວ່າ ແມ່ນບໍຣິສັດ ເປັນຜູ່ຕິດໜີ້ ບໍຣິສັດ ຈະເປັນຜູ່ຫາເງິນມາເພື່ອໃຊ້ໜີ້ ໂດຍການອູ້ມຊູ ຍູ້ໜູນຂອງຣັຖບານລາວ-ຈີນ.”
ເຖິງຢ່າງໃດ ກໍຕາມ, ນັກທຸຣະກິຈ ທ່ານນຶ່ງ ກ່າວວ່າ ຍັງບໍ່ສາມາດເວົ້າໄດ້ວ່າ ການທາງຣົຖໄຟລາວ-ຈີນ ເປັນຄວາມຕ້ອງການຂອງຄົນລາວ ໄດ້ຍ້ອນວ່າ ເຮົາຍັງບໍ່ທັນເຮັດການສຶກສາວິໃຈ.
ນັກທຸຣະກິຈ: ສ່ວນໂຕເຮົາແທ້ໆ ມັນກະແມ່ນຢູ່ວ່າ ພວກເຮົາຄວນມີ ເພາະວ່າ ຍຸກມັນມາຮອດແລ້ວ. ບໍ່ແມ່ນມີຕອນນີ້ໄດ໋ ຕາມແນວຄິດຂອງຂ້ອຍແລ້ວ ຄວນມີແຕ່ປີ 2005-2006 ພຸ້ນແຫຼະ. ຜູ່ເຂົາບໍ່ເຂົ້າໃຈ ເອີເຂົາກະວ່າ ມັນຄວນມີ ເພາະວ່າ ຄັນເຮົາບໍ່ມີ Infrastructure ທີ່ຖືກຕ້ອງ ຜົລຕອບແທນເຮົາ ຊິມາສ້າງຖນົນ ຫົນທາງ ເປັນຫຼຸມເປັນບໍ່ ເປັນຂຸມຂີ້ໄງ່ເຮົາກະບໍ່ມີເນາະ ທຶນຫັ້ນນ່າ.
ນັກຂ່າວ: ຖ້າວ່າ ມີຄົນເວົ້າ ທາງຣົຖໄຟ ນີ້ແມ່ນປະຊາຊົນຢາກໄດ້ ໂຕນີ້ມັນແມ່ນເບາະ?
ນັກທຸຣະກິຈ: ອັນເພາະວ່າ ມັນບໍ່ຜ່ານການສຳຣວດ ເຮົາກະບໍ່ກ້າຕອບໃຫ້ໄດ້ ເພິ່ນກະເວົ້າເອງ ປະຊາຊົນສ່ວນນຶ່ງ ກະວ່າບໍ່ຢາກໄດ້ ປະຊາຊົນສ່ວນນຶ່ງກະວ່າຢາກໄດ້ ແລ້ວໃຜຢາກໄດ້ບໍ່ຢາກໄດ້ ຫຼາຍກວ່າໃຜເດ້ ເຮົາຕ້ອງຜ່ານການສຳຣວດໄດ໋.
ນັກຂ່າວ: ເຮົາສາມາດເວົ້າໄດ້ບໍ່ວ່າ ປະຊາຊົນລາວຢາກໄດ້ ຄຳວ່າ ປະຊາຊົນລາວນີ້ ມັນໝົດທຸກຄົນເບາະ 7 ລ້ານຄົນ ຄືແນວໃດ?
ນັກທຸຣະກິຈ: ຢາກໄດ້ເກີນ 50 ເປີເຊັນ ກະວ່າ ຢາກໄດ້ແລ້ວ ບໍ່ໄດ້ເວົ້າວ່າ ທັງໝົດໄດ໋ ຂັ້ນຖາມຫຼັກປະຊາທິປະໄຕ.
ນັກຂ່າວ: ແລ້ວຢູ່ຊື່ໆ ມາວ່າ ປະຊາຊົນລາວ ຢາກໄດ້ ມັນແມ່ນບໍ່?
ນັກທຸຣະກິຈ: ຂ້ອຍກະໄດ້ຟັງຄືກັນ. ຄຳຕອບໄປເລີຍ ວ່າ ມັນບໍ່ເໝາະສົມ.
ນັກຂ່າວ: ບໍ່ເໝາະສົມອັນໃດລະ?
ນັກທຸຣະກິຈ: ມັນເປັນລັກຊະນະວ່າ ເຮົາຄິດໄປເອງ. ຄັນວ່າ ຢາກໄດ້ລະ ເຮົບໍ່ສາມາດຟັນທຸງໄດ້ເລີຍວ່າ ເຮົາຢາກໄດ້ ຫຼືວ່າ ບໍ່ຢາກໄດ້. ເຮົາບໍ່ໄດ້ຜ່ານການສຳຣວດທົ່ວປະເທດໄທຍ ຢ່າຊິໄປເກັບຢູ່ແຕ່ວຽງຈັນໄດ໋ ເຮົາຕ້ອງເກັບຕົວຢ່າງທຸກໆແຂວງ. ແຂວງໃຫຍ່ ກະເກັບ 10,000 ຕົວຢ່າງ, ແຂວງນ້ອຍກະເກັບ 2,000 – 3,000 ຕົວຢ່າງ ແລ້ວມາສເລັ່ຽກັນ ມັນໄດ້ຈິງບໍ່. ແຂວງນ້ອຍກະ 5,000 ຕົວຢ່າງ, ກຳແພງນະຄອນ ນີ້ກະ 20,000 ຕົວຢ່າງ, ຫລວງພຣະບາງ ນີ້ກະ 10,000 ຕົວຢ່າງ. ລະມາສລຸບ ຖ້າມັນເກີນ 50 ເປີເຊັນ ກະແມ່ນຢາກໄດ້ ຖ້າມັນບໍ່ເກີນ 50 ກະແມ່ນບໍ່ຢາກໄດ້ ໂຕນີ້ພີ້ຄຳຕອບ.
ນັກຂ່າວ: ມັນແມ່ນຢູ່ເບາະວ່າ ທາງຣົຖໄຟໂຕນີ້ ຣັຖບານລາວ ບໍ່ໄດ້ຕິດໜີ້ເລີຍ?
ນັກທຸຣະກິຈ: ຕາມເພິ່ນເວົ້າ ເຮົາກະບໍ່ຊ່າງຊິວ່າ ຄັນຕາມຫຼັກເສຖສາຕແທ້ໆ ຫັ້ນນະ ເງິນລົງທຶນລະດັບນຶ່ງ ການພົວພັນຂອງຣັຖບານນີ້ ມັນເປັນໄປບໍ່ໄດ້ດອກ ທີ່ວ່າຣັຖບານຊິບໍ່ເຂົ້າໄປອູ້ມຊູ.
ລະດັບນາຍົກບໍ່ສົມຄວນເວົ້າຈຸດນີ້ອອກມາ ບໍ່ສົມຄວນມາຖແລງແບບນີ້ນ່າ ມັນຕ້ອງແມ່ນຮອງໂຄສົກພຸ້ນ ໂຄສົກກະຍັງລະດັບສູງກວ່າແລ້ວ ເອົາຮອງໂຄສົກ ຫັ້ນອອກມາ ມັນຍັງສູງກວ່າວ່າ ຄຸນຄ່າຊິມາຕອບກະແສຂ່າວ ໂຕ້ກະແສຂ່າວຈັ່ງຊີ້ນ່າ. ອັນນີ້ ນາຍົກມາເອງ ຄືເຮົາເຫັນວ່າ ມັນບໍ່ສົມຄວນໄດ໋.
ນັກຂ່າວ: ເປັນຫຍັງຈຶ່ງບໍ່ສົມຄວນ.?
ນັກທຸຣະກິຈ: ເຣື່ອງນີ້ ນາຍົກຊິມາເວົ້າຫຍັງ ມັນເຣື່ອງການພົວພັນຕ່າງປະເທດ ລະຫວ່າງ ຮອງປະມຸກຣັຖ ຂັ້ນນັກຂ່າວ ກະຈົກ ກະແຈກນີ້ ກະໃຫ້ໂຄສົກກະຊວງການຕ່າງປະເທດມາເວົ້າລະກະແລ້ວ ແມ່ນເບາະ ແມ່ນບໍ່ ເຈົ້າວ່າ.
ສຳນັກຂ່າວ Asia Times ຣາຍງານ ໃນວັນທີ 14 ກັນຍາ 2020, ລາວຢືມຈາກ Export and Import Bank of China ຫຼື EXIM Bank ຂອງຈີນ 480 ລ້ານໂດລາຣ໌ ມາຮ່ວມລົງທຶນໂຄງການການທາງຣົຖໄຟລາວ-ຈີນ ແລະ ຣັຖບານລາວ ຍັງເອົາເງິນງົບປະມານ ຂອງຕົນເອງມູນຄ່າ 250 ລ້ານ ໂດລາຣ໌.