ຜົລກະທົບ ຫົວອາຫານ ແພງຂຶ້ນ, ແຕ່ລາຄາໝູຖືກລົງ

ອຸ່ນແກ້ວ
2021.12.15
ຮ້ານຂາຍຊີ້ນໝູ ຕລາດໂພນຕ້ອງ ນະຄອນຫຼວງວຽງຈັນ (Chaleunsouk), ວັນທີ 5 ກໍຣະກະດາ 2019.
RFA

ປັດ​ຈຸ​ບັນ ຜູ້​ປະ​ກອບ​ການ​ລ້ຽງ​ໝູ​ຫຼາຍ​ຄົນ ໄດ້​ຮັບ​ຜົ​ລ​ກະ​ທົບ​ໃນ​ເຣື່ອງ​ລາ​ຄາ​ຂາຍ​ໝູ ຢູ່​ໜ້າ​ຟາມ ລາຄາຖືກ​ລົງ​ຫຼາຍ ແລະ ບາງ​ຄົນ ກໍ​ຖືກພໍ່​ຄ້າ​-ແມ່​ຄ້າ ຄົນ​ກາງ ກົດ​ລາ​ຄາ ເຫຼືອ​ພຽງ 18,000-20,000 ​ກີບ ຕໍ່​ກິ​ໂລກຼາມ ຖ້າ​ຄິດ​ໄລ່ ຄ່າ​ຫົວ​ອາ​ຫານ, ຄ່າ​ລ້ຽງ​ໝູ ກໍ​ຖື​ວ່າ​ຂາດ​ທຶນ. ຫຼາຍ​ຄົນ​ຕ້ອງຍອມ​ຂາຍໝູ​ອອກ ເຂົາ​ເຈົ້າ​ຕ້ອງ​ປະ​ສົບ​ລາ​ຄາ​ຫົວ​ອາ​ຫານ​ແພງ ຊຶ່ງບາງ​ຮ້ານຂາຍຫົວອາຫານ 105,000 ກີບ ຕໍ່​ກະ​ສອບ ຈາກ​ແຕ່​ກ່ອນ 101,000 ກີບ ຕໍ່​ກະ​ສອບ. ຜູ້​ລ້ຽງ​ໝູ ທ່ານ​ນຶ່ງ ຢູ່​ແຂວງ ສວັນ​ນະ​ເຂດ ໄດ້​ກ່າ​ວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ທັນ​ວາ ວ່າ:

ກະທົບຢູ່ໃດ ເຣື່ອງລາຄາ ແບບວ່າ ຫົວອາຫານ ກໍແພງ ເນາະ ບາດນີ້ລາຄາ ພັດຖືກ ແຕ່ລະເທື່ອ ມີແມ່ຄ້າກົດລາຄາກິໂລລະ 20,000 ກີບ ແບບນີ້ ກົດຈົນແບບຂາຍບໍ່ອອກ ຂາຍບໍ່ໄດ້ ເລີຍ ລາຄາທີ່ເພິ່ນຢາກໄດ້ນ່າ ພັດເຮົາມາໄລ່ ໃສ່ການດູແລມັນ ພັດກວ່າເລີຍເດ້ ບາງເທື່ອກໍຍອມເດ້ ແບ່ງຂາຍຫັ້ນນ່າ ເຮົາພັດຝືນບໍ່ໄດ້ເນາະ ໝູເຮົາກໍລ້ຽງມາເຫີງ ເຮາກໍຢາກໄດ້ເງິນ ຍອມຫຼຸບ.

ທ່ານ​ກ່າວ​ຕື່ມ​ວ່າ ຖ້າ​ຫາກ​ເປັນ​ໄປ​ໄດ້ ກໍ​ຢາກ​ຂາຍ​ໝູ ຢູ່​ໜ້າ​ຟາມ ໃນ​ລາ​ຄາ​ປະ​ມານ 24,000-25,000 ກີບ​ຕໍ່​ກິ​ໂລກຼາມ ກໍ​ຍັງ​ບໍ່​ພໍ​ໄດ້​ທຶນ​ຄືນ. ໃນ​ໄລ​ຍະ​ນີ້​ ເຈົ້າ​ຂອງ​ຟາມຂາຍ​ໝູ​ອອກ​ຫຼາຍ ແລະ ມີ​ພໍ່​ຄ້າ​ຄົນ​ກາງ​ມາ​ຮັບ​ຊື້​ໝູ່​ຢູ່​ໜ້າ​ຟາມໃນ​ລາ​ຄາ 15 ພັນ ກີບ ຕໍ່​ກິ​ໂລກຼາມ ຕ່ຳ​ສຸດ ຊຶ່ງ​ເປັນ​ລາ​ຄາ​ທີ່​ຖືກ ໃນ​ຂ​ນະ​ທີ່​ຫົວ​ອາ​ຫານ​ຢູ່​ບາງ​ຮ້ານ ກໍ​ຂາຍ​ໃນ​ລາ​ຄາ 108,000 ກີບ ຕໍ່​ກະ​ສອບ. ຜູ້​ລ້ຽງ​ໝູ​ອີກ​ທ່ານ​ນຶ່ງ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

ຂາຍກໍບໍ່ໄດ້ຊ້ວງນີ້ ເຂົາກົດລາຄາ ບາງຄົນ ໃຫ້ 18,000 ກີບ ບາງຄົນຍັງໃຫ້ 15,000 ກີບ [ຕໍ່ກິໂລກຼາມເຂົາໃຫ້ ຂ້ອຍຂາຍບໍ່ໄດ້ ອາຫານກໍຂຶ້ນ ມາລອດນ່າ ຕັ້ງແຕ່ຊ້ວງຕົ້ນປີ ແສນປາຍ ດຽວນີ້ ຂຶ້ນ​ 107,000 ກີບ 108,000 ກີບ ແລ້ວ ລະເຮົາກະບໍ່ມີບ່ອນສົ່ງ  ມັນຢາກໂທຫາແມ່ຄ້າໃດ ກະປາກົດວ່າ ລັກນະ ຄືເຂົາລົມກັນ ພໍ່ຄ້າຄົນກາງນີ້.”

 ນອກ​ຈາກນີ້ ຜູ້ລ້ຽງປາກະຊັງ ກໍປະສົບກັບບັນຫາ ຍ້ອນວ່າ ຫົວອາຫານແພງ ກະສອບນຶ່ງຂາຍໃນລາຄາ 107,000 ຫາ 108,000 ກີບ ຈາກແຕ່ກ່ອນຂາຍ 103,000 ກີບ ແລະ ສ່ວນນຶ່ງ ກໍມີຄົນຂາຍຫຼາຍຂຶ້ນໃນໄລຍະໂຄວິດ-19 ຣະບາດ. ຜູ້ລ້ຽງປາກະຊັງ ໄດ້ກ່າວວ່າ

ກໍກະທົບຫຼາຍ ຈາກທີ່ເຮົາເຄີຍ ໄດ້ຂາຍດີ ຂາຍໄດ້ຫຼາຍແສນໂຕຊິ ເຮົາກະບໍ່ໄດ້ຂາຍ ເຂົາເຈົ້າກະບໍ່ກ້າຊື້ ຈາກທີ່ເຂົາເຈົ້າວ່າປີນີ້ຈະຊີ້ 3,000 ກີບ ແຕ່ກໍຫຼຸດລົງເຫຼືອ 1,000 ດຽວ ຈັ່ງຊິ ເຂົາເຈົ້າເກັບເງິນໄວ້ໃຊ້ຍາມໂຄວິດເດ້ ປັດຈຸບັນ ກະຄົນຂາຍຫຼາຍຂາຍລາຄາຖືກ.”

ຢູ່​ແຂວງ​ສວັນ​ນະ​ເຂດ ເຈົ້າ​ໜ້າ​ທີ່​ມີ​ແຜນ​ການ​ຕັ້ງ​ສະ​ຫະ​ກອນ ເພື່ອ​ໃຫ້​ຜູ້​ຊື້-ຜູ້​ຂາຍ ຮູ້​ລາ​ຄາ​ຊື້-ຂາຍ​ຮ່ວມ​ກັນ. ເຈົ້າ​ໜ້າ​ທີ່​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:     

ບັນຫາ ທີ່ເຮົາເຈີ ຢູ່ລອດ ກໍຍັງມີຄວາມຫຍຸ້ງຍາກ ດຽວນີ້ ຫັ້ນນ່າ ສິ່ງທີ່ເຮົາ ຍາຍາມ ເຮັດກໍຄື ຢາກຈັດຕັ້ງກຸ່ມ ຫະກອນຂອງເຂົາເຈົ້າຫັ້ນນ່າ ໃຫ້ມັນເຂັ້ມແຂງ ລວມທັງກຸ່ມຜູ້ລ້ຽງ ລວມທັງຜູ້ຈຳໜ່າຍ ມັນຍັງບໍ່ໄປພ້ອມກັນຢູ່.”

ຢູ່​ນະ​ຄອນ​ຫລວງວຽງ​ຈັນ ເຈົ້າ​ໜ້າ​ທີ່​ຈະ​ເຄັ່ງ​ຄັດ​ເຣື່ອງລະ​ບຽບ​ການ​ຫຼັກ​ອະ​ນາ​ໄມ ແລະ ກາ​ນ​ລ້ຽງ​ຕ້ອງ​ມີ​ຄຸນ​ນະ​ພາບ. ເຈົ້າ​ໜ້າ​ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

ກ່ອນເຮົາຈະລ້ຽງໝູນ່າ ທັມມະດາ ພວກເຮົາ ມາຄົມ ເຂົາຈະຕ້ອງຕລາດ ຮອງຮັບ ຢູ່ແລ້ວ ຈັ່ງລ້ຽງບໍ່ແມ່ນວ່າ ຢູ່ຊື່ໆ ກະລ້ຽງໄປ ມັນຕ້ອງມີການສັນຍາກັບພວກໂຮງຂ້າສັດເພື່ອໄປປ້ອນລາດ ເຮົາຊຸກຍູ້ດຽວນີ້ ຟາມທີ່ມີຄວາມປອດໄພສູງ.”

ໃນ​ຂະ​ນະ​ທີ່ ລາ​ຄາ​ຊີ້​ນ​ໝູ​ຢູ່​ຕ​ລາດ ນະ​ຄອນ​ຫລວງວຽງ​ຈັນ ຂ​າຍ​ໃນ​ລາ​ຄາ 70,000 ກີບ ຕໍ່​ກິ​ໂລກຼາມ ຈາກ​ແຕ່​ກ່ອນ 45,000 ກີບ ຕໍ່​ກິ​ໂລກຼາມ ແລະ ຊາວບ້ານ​ບາງ​ຄົນ ກໍ​ບໍ່​ກ້າ​ຊື້​ກິນ ເພາະມັນ​ແພງ. ຊາວ​ນະ​ຄອນ​ຫລວງວຽງ​ຈັນ ໄດ້ ກ່າວ​ວ່າ:

ເອີກະແພງ ຢູ່ ຊີ້ສົດລະ 70,000 ພັນ ກີບ ເຂົາເຈົ້າວ່າ ຮັບມາແພງ ເຮົາກະວ່າ ມັນແພງຫັ້ນແຫຼະ ກະຫຼຸດລົງ ບໍ່ກິນໝູຫຼາຍ ເຮົາລ້ຽງເປັດລ້ຽງໄກ່ ຢູ່ເຮືອນເຮົາ ຄັນປານິນກະຊັງ ກິໂລກຼາມ ລະ 22,000 ກີບ ສິນຄ້າ ເຂົາເຈົ້າຂຶ້ນໆ ລົງໆ ທຸກໆ ລາດກະເປັນໝົດ.”

ທ່ານ ກ່າວ​ຕື່ມ​ວ່າ ບັນ​ດາ​ປາ​ນິນ ຫຼື ປາ​ຊະ​ນິດອື່ນ ທີ່​ລ້ຽງໃນ​ກະ​ຊັງ ກໍ​ບໍ່​ແພງຫຼາຍ ​ຖື​ວ່າປົກ​ຕິ. ສຳ​ລັບ​ລາ​ຄາ ຂາຍ​ຊີ້ນ​ໝູ ທີ່​ກະ​ຊວງອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ໄດ້​ກຳ​ນົດ​ໄວ້ ໃນ​ໄລ​ຍະ​ກາງ​ປີ 2021 ນີ້ ຊີ້ນ​ໝູ​ປະ​ເພດ 1 ຂາຍ​ໃນ​ລາ​ຄາບໍ່​ເກີນ 48 ພັນ ກີບ ຕໍ່​ກິ​ໂລກຼາມ, ສ່ວນ​ຊີ້ນ​ໝູ​ໜ້າ​ຟາມ ຂາຍ​ໃນ​ລາ​ຄາ ຕໍ່າສຸດ ບໍ່​ໃຫ້​ຫຼຸດ 25,000 ກີບ ຕໍ່​ກິ​ໂລກຼາມ ແລະ ບໍ່​ໃຫ້​ເກີນ 27,000 ກີບ ຕໍ່​ກິ​ໂລກຼາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.