ລາຄາສິນຄ້າ ຫຼາຍຢ່າງປັບຂຶ້ນ ຕໍ່ເນື່ອງ ຫຼັງປີໃໝ່
2022.01.14

ຕັ້ງແຕ່ວັນທີ 1 ມົກກະຣາ ທີ່ຜ່ານມາລາຄາສິນຄ້າ ຫຼາຍລາຍການປັບຂຶ້ນສູງຢ່າງຕໍ່ເນື່ອງ ທັງໄຂ່ໄກ່, ໄກ່ພັນ, ຊີ້ນງົວ, ຊີ້ນໝູ, ອາຍແກັສຫຸງຕົ້ມ, ນໍ້າມັນເຊື້ອໄຟ ເຮັດໃຫ້ປະຊາຊົນ ຣັຖກອນ ແລະ ພໍ່ຄ້າແມ່ຄ້າຣາຍຫຍ່ອຍ ຣາຍໃຫຍ່ໄດ້ຮັບຜົລກະທົບຕາມໆ ກັນ. ເປັນຕົ້ນປັດຈຸບັນລາຄາໄກ່ພັນສຸດໄຂ່ຂາຍຢູ່ໜ້າຟາຣ໌ມໂຕລະ 28,000-30,000 ກີບຈື່ງເຮັດໃຫ້ແມ່ຄ້າພໍ່ຄ້າຣາຍຫຍ່ອຍມາຮັບຊື້ໄກ່ພັນໄປຂາຍຕໍ່ຕ້ອງເພີ່ມລາຄາຂາຍໃນທ້ອງ ຕລາດຢູ່ກິໂລລະ 35,000 ກີບຈາກເດີມແມ່ນກິໂລລະ 24,000-27,000 ກີບເທົ່ານັ້ນ.
ສາເຫຕທີ່ເຮັດໃຫ້ລາຄາໄກ່ພັນ ເພີ່ມຂຶ້ນໃນມຸມມອງຂອງພໍ່ຄ້າແມ່ຄ້າ ຣາຍໃຫຍ່ມີຟາຣ໌ມໄກ່ ແລະຟາຣ໌ມໄຂ່ເປັນຂອງໂຕເອງ ກໍຍ້ອນວ່າລາຄາຫົວອາຫານລ້ຽງໄກ່ ທີ່ຊື້ຈາກນັກລົງທືນຈີນແລະວຽດນາມ ພາຍໃນສູງຂຶ້ນຈາກເດີມທີ່ເຄີຍຊື້ເປົາລະ 95,000 ກີບ ມາເພີ່ມຂຶ້ນເປັນ 150,000 ກີບອີກທັງໄກ່ແຕ່ລະໂຕໃນຟາຣ໌ມຕ້ອງໃຊ້ໄຟ ໃນການເບິ່ງແຍງແຕ່ທາງ ການລາວບໍ່ມີນະໂຍ ບາຍຮ່ວມມືກັບພາກໄຟຟ້າເພື່ອຫຼຸດລາຄາໄຟຈຶ່ງເຮັດໃຫ້ລາຄາໄຟເພີ່ມຂຶ້ນ ລາຄາໄກ່ພັນເພີ່ມຂຶ້ນ.
ດັ່ງຜູ້ປະກອບການຟາຣ໌ມໄກ່ພັນແລະຟາຣ໌ມໄຂ່ໄກ່ຢູ່ນະຄອນຫຼວງວຽງຈັນກ່າວຕໍ່ວິທ ຍຸເອເຊັຽເສຣີໃນວັນທີ 14 ມົກກະຣາ ນີ້ວ່າ:
“ມັນມີຂອງຈີນກັບຂອງວຽກເຂົາເຈົ້າສົ່ງ (ຫົວອາຫານ) ໝົດເດ້ແຕ່ລະຟາຣ໌ມຕະກີ້ຫັ້ນອາຫານ 90 ປາຍພັນເນາະຄ່າຄົນວຽດ-ຄົນຈີນມາແລ້ວມັນມີຫຼາຍບໍຣິສັດຄູ່ແຂ່ງເຂົາເຈົ້າຂຶ້ນ ໆ ຫຼາຍແລ້ວບາດນີ້ແບບວ່າເຂົາເຈົ້າຊິເຮັດໃຫ້ຄົນລາວລ້ຽງໄກ່ບໍ່ໄດ້ຫັ້ນນ່າແຕ່ກ່ອນຄ່າໄຟນີ້ປີ ກາຍມານີ້ຂຶ້ນຫຼາຍຂຶ້ນເຄີ່ງນຶ່ງພຸ້ນນ່າຈາກທີ່ເຄີຍຈ່າຍ 5 ແສນກີບດຽວນີ້ເປັນລ້ານປາຍເປັນນຳຣັຖບານເຮົານີ້ບໍ່”
ຍານາງໄດ້ກ່າວຕື່ມວ່າ ຫາກລາຄາໄກ່ພັນຂຶ້ນລາຄາໄຂ່ໄກ່ ກໍຕ້ອງຂຶ້ນຕາມກັນຍ້ອນໄກ່ ແລະໄຂ່ແມ່ນລ້ຽງຄຽງຄູ່ກັນ ຈຶ່ງສັງເກຕໄດ້ວ່າປັດຈຸບັນລາຄາໄຂ່ໄກ່ ຂນາດລູກໃຫຍ່ຮວມຂາຍຢູ່ໜ້າ ຟາຣ໌ມແຕະລະ 30,000 ກີບ ແລ້ວຊຶ່ງກຳລັງເຮັດໃຫ້ແມ່ຄ້າພໍ່ຄ້າຣາຍຍ່ອຍທີ່ມາຮັບຊື້ໄຂ່ໄກ່ ໄປຂາຍຕໍ່ຕ້ອງເພີ່ມລາຄາຂາຍໃນທ້ອງຕລາດຢູ່ທີ່ແຕະ 34,000-37,000 ກີບຈາກເດີມແມ່ນແຕະລະ 32.000 ກີບເທົ່ານັ້ນ.
ດັ່ງນັ້ນຫາກພາກສ່ວນທີ່ກ່ຽວຂ້ອງ ບໍ່ແກ້ໄຂບັນຫາເຣື່ອງລາຄາຫົວອາຫານ ໃຫ້ຫຼຸດລົງກໍຈະເຮັດໃຫ້ຄ່າຄອງຊີບຂອງຄົນລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ເນື່ອງຈາກຫົວອາຫານທີ່ຜູ້ປະກອບການ ໃຊ້ລ້ຽງໄກ່ນັ້ນແມ່ນເປັນຂອງນັກລົງທືນຈີນ ແລະວຽດນາມທັງໝົດ. ໃນຕໍ່ໜ້າຄົນລາວ ຈະແບກຮັບຄ່າຫົວອາຫານ ບໍ່ໄຫວ ແລະຈະເຮັດໃຫ້ຜູ້ບໍຣິໂພກຕ້ອງໄດ້ໄປຊື້ໄຂ່ ໃນແຕະລະ 50,000 ກີບນຳນັກລົງທືນຈີນ ແລະວຽດນາມເປັນລຳດັບຕໍ່ໄປ.
ດັ່ງຜູ້ປະກອບການຟາຣ໌ມໄກ່ພັນແລະຟາຣ໌ມໄຂ່ໄກ່ຢູ່ນະຄອນຫຼວງວຽງຈັນກ່າວຕື່ມວ່າ:
“ຫຼັກ ໆ ຢາກໃຫ້ລົງມາກວດອັນຊອກບໍຣິສັດ ຫົວອາຫານໃຫ້ລົງລາຄາຫັ້ນນ່າ ໃຫ້ປະຊາຊົນເຮົາໃຫ້ມັນພໍຢູ່ໄດ້ກໍໄດ້ຈັ່ງຊິນ່າຕົ້ນທືນ ແມ່ໄກ່ມັນກໍສູງແລ້ວບາດນີ້ຄັນເຮົາຊິມາຂາຍ ໄຂ່ໄກ່ຖືກກໍບໍ່ໄດ້ບາດນີ້ຊົ່ວເຮົາຊິເກັບທືນໄດ້ແມ່ນບໍ່ລະ ເຂົາເຈົ້າຊິເຮັດໃຫ້ຄົນລາວສູ້ບໍ່ໄດ້ຫັ້ນນ່າເຂົາເຈົ້າຊິລ້ຽງເອງ.”
ສະພາບໂຕຈິງຊີ້ນງົວ ເພື່ອບໍຣິໂພກພາຍໃນລາວຖືວ່າອຶດ ຍ້ອນງົວບໍ່ພຽງພໍຕໍ່ຜູ້ບໍຣິໂພກໂຮງງານ ຂ້າສັດຈຶ່ງຂຶ້ນລາຄາຊີ້ນງົວອີກທັງ ຄ່າຂົນສົ່ງຊີ້ນງົວຈາກປາກຊ່ອງມາຂາຍ ຢູ່ນະຄອນຫຼວງວຽງຈັນແມ່ນມີລາຄາສູງກໍເຮັດໃຫ້ພໍ່ຄ້າແມ່ຄ້າທີ່ຮັບຊື້ງົວ ຈາກໂຮງຂ້າສັດເພື່ອມາຂາຍໃນທ້ອງຕລາດ ພາຍໃນນະຄອນຫຼວງວຽງຈັນຈຳເປັນຕ້ອງຂຶ້ນລາຄາຊີ້ນງົວ ໄປນໍາເປັນຕົ້ນຊີ້ນ ງົວອ່ອນໆ ກ້ອນງາມປັບຂຶ້ນກິໂລລະ 90,000 ກີບ ຈາກເດີມ 82,000-85,000 ກີບຕໍ່ກິ ໂລ ແລະຊີ້ນງົວບໍ່ງາມປັບຂຶ້ນເປັນກິໂລລະ 75,000 ກີບຈາກເດີມ 60,000 ກີບຕໍ່ກິໂລ.
ຊຶ່ງການເປັບຂຶ້ນລາຄາຊີ້ນງົວ ດັ່ງກ່າວນັ້ນກໍບໍ່ໄດ້ເຮັດໃຫ້ແມ່ຄ້າ ພໍ່ຄ້າຣາຍຍ່ອຍ ທີ່ຂາຍຊີ້ນງົວຢູ່ຕາມທ້ອງຕລາດໄດ້ກຳໄລ ຫຼວງຫຼາຍຂຶ້ນແຕ່ພັດໄດ້ກຳໄລຫຼຸດລົງ ເຫຼືອກິໂລລະ 3.000 ກີບ ຈາກເດີມໄດ້ກຳໄລກິໂລລະ 7,000-8,000 ກີບ. ສາເຫຕກໍຍ້ອນຊີ້ນງົວລາຄາແພງຜູ້ບໍຣິໂພກກໍຫຼຸດລົງອີກທັງປັດຈຸບັນໂຕເອງສັ່ງຊີ້ນງົວມາຂາຍແຕ່ພຽງມື້ລະ 20-30 ກິໂລເທົ່ານັ້ນ ຈາກເດີມຂາຍມື້ລະ 70-100 ກິໂລ.
ດັ່ງແມ່ຄ້າຣາຍຍ່ອຍຂາຍຊີ້ນງົວ ຢູ່ຕລາດພາຍໃນ ນະຄອນຫຼວງວຽງຈັນ ໄດ້ກ່າວໃນມື້ດຽວກັນວ່າ:
“ໄປເລາະຊື້ລະກໍຊົ່ວຊິໄດ້ງົວມາສັ່ງມາສົມມຸດມາແຕ່ປາກຊ່ອງຈັ່ງຊິກໍຄ່ານໍ້າໝອກນໍ້າມັນແຕ່ກີ້ເດ້ກຳໄລໂລະ 7,000-8,000 ເຫຼືອແຕ່ 3,000 ກີບຂນາດໝູໄກ່ອອກເທື່ອລະຫຼາຍໂຕມັນກໍຍັງບໍ່ທັນຄົນກີນອັນນີ້ຊີ້ນງົວປີນຶ່ງໂຕນຶ່ງອອກເທື່ອນຶ່ງໝູມັນກໍວ່າ 6 ເດືອນອອກເທື່ອນຶ່ງ.”
ຍານາງກ່າວຕື່ມວ່່າພາກສ່ວນທີ່ກ່ຽວຂ້ອງຄວນສົ່ງເສີມໃຫ້ຄົນລາວລ້ຽງງົວໃຫ້ໄດ້ຕາມທີ່ ຕລາດຕ້ອງການເພື່ອໃຫ້ຜູ້ບໍຣິໂພກໄດ້ກິນຊີ້ນງົວທີ່ລາຄາຖືກສົມດຸນກັບເງິນເດືອນແລະພໍ່ຄ້າ ແມ່ຄ້າຣາຍຍ່ອຍມີຣາຍໄດ້ພໍລ້ຽງຊີບແລະສ້າງຄອບຄົວໃຫ້ພັທນາຕໍ່ໄປ .
ຂະນະດຽວກັນນີ້ກະຊວງອຸດສາຫະກັມແລະການຄ້າອອກແຈ້ງການສະບັບເລຂທີ 0039/ອຄ ລົງວັນທີ 13 ມົກກະຣາ 2022 ໃຫ້ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດທົ່ວປະເທດຕັ້ງແຕ່ວັນທີ 14 ມົກກະຣາ 2022 ເປັນຕົ້ນໄປຄືແອັດຊັງພິເສດປັບຂຶ້ນ 820 ກີບຕໍ່ລິດ, ແລະ ແອັດຊັງທັມມະດາກັບກາຊວນປັບຂຶ້ນ 61 ກີບສົ່ງຜົລເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນ ຢູ່ນະຄອນຫຼວງວຽງຈັນປັບຂຶ້ນໄປຕາມໆ ກັນກໍຄືແອັດຊັງພິເສດ 14,770 ກີບຕໍ່ລິດ, ແອັດຊັງທັມມະດາ 12,900 ກີບຕໍ່ລິດ ແລະ ກະຊວນ 11,080 ກີບຕໍ່ລິດ.
ການປັບຂຶ້ນລາຄານໍ້າມັນເຊື້ອໄຟ ດັ່ງກ່າວເປັນການປັບຂຶ້ນຄັ້ງທີ 2 ໃນຮອບປີ 2022 ໂດຍນັບຮອບຕັ້ງແຕ່ເດືອນມົກກະຣາ 2022 ຕາມແຈ້ງການສະບັບເລຂທີ 1330/ອຄ ລົງວັນທີ 30 ທັນວາ 2021 ແລະ ການປັບຂຶ້ນລາຄານໍ້າມັນ ຈົນເຮັດໃຫ້ປະຊາຊົນຫຼາຍຄົນ ໄດ້ຮັບຜົລກະທົບເປັນຕົ້ນນັກສຶກສາ ຢູ່ ມຊ ທີ່ຍັງຕ້ອງຂໍເງິນແມ່ໃຊ້ຈ່າຍ ຕື່ມນໍ້າມັນເພີ່ມຂຶ້ນ ແລະ ຕ້ອງຫຼີກລ້ຽງການບໍຣິໂພກໄຂ່ໄກ່, ຊີ້ນງົວ ໄປກ່ອນເນື່ອງຈາກລາຄາແພງແລ້ວ ຫັນມາກິນຜັກແທນພ້ອມຊອກຫາຂາຍເຄື່ອງອ໋ອນລາ ຍນ໌ຕື່ມເພື່ອຊ່ອຍແບ່ງເບົາພາລະ ຄອບຄົວແຕ່ເຄື່ອງອ໋ອນລາຍນ໌ ກໍຂາຍບໍ່ໄດ້ດີປານໃດຍ້ອນການແຂ່ງຂັນສູງ.
ດັ່ງນັກສຶກສາຢູ່ນະຄອນ ຫຼວງວຽງຈັນກ່າວໃນມື້ດຽວກັນນີ້ວ່າ:
“ຕັດບັນຫາກໍຄືບໍ່ຊື້ກໍກິນແນວອື່ນທີ່ມັນຖືກກວ່າເຊັ່ນພວກຜັກພວກອີ່ຫຍັງຈັ່ງຊິຄືຂາຍເຄື່ອງບາງມື້ກໍໄດ້ຂາຍບາງມື້ກໍບໍ່ໄດ້ຂາຍຫັ້ນນ່າດຽວນີ້ ເຂົາເຈົ້າກໍຂາຍເຄື່ອງອ໋ອນລາຍນ໌ນ່າຫັ້ນນ່າ ຄືສິນຄ້າອີ່ຫຍັງກໍແພງໄປໝົດຫັ້ນນ່າແຕ່ນໍ້າມັນກໍຍັງແພງນໍ້າມັນມີແຕ່ ຂຶ້ນກັບຂຶ້ນຕະກີ້ເຕີມ 10 ພັນກໍແລ່ນໄດ້ຮອບແລ້ວດຽວນີ້ຢູ່ປໍ້າມາຫາຫ້ອງເຮົານີ້ກໍເກືອບຊິບໍ່ຮອດແລ້ວ.”
ປັດຈຸບັນຄ່າຄອງຊີບ ໃນລາວສູງຫຼາຍຫຼາຍຄົນຕ້ອງຫາຊ່ອງທາງ ຫາລາຍໄດ້ເສີມດັ່ງເຊັ່ນຄອບຄົວພະນັກງານຕ້ອງໄດ້ຊອກຫາລາຍໄດ້ຫຼາຍຊ່ອງທາງ ເພາະອີງໃສ່ເງິນເດືອນພື້ນຖານ ໃນປັດຈຸບັນແມ່ນບໍ່ພໍກີນ.
ດັ່ງເຈົ້າໜ້າທີ່ຈາກເມືອງຈັນທະບູຣີ ນະຄອນຫຼວງວຽງຈັນກ່າວໃນມື້ດຽວກັນວ່າ:
“ສ້າງເສຖກິຈທາງຄອບຄົວນີ້ແຫຼະ ທັງເມັຽທັງລູກເຮົາກໍຊ່ອຍກັນຫາເອົາ ແຕ່ເງິນເດືອນພະນັກງານກໍບໍ່ໄດ້ເງິນເດືອນກໍບໍ່ກຸ້ມກິນຄ່ານໍ້າຄ່າໄຟ ກໍໝົດລະຄ່າໄຟເດືອນນຶ່ງກໍຕົກ 7-8 ແສນກີບຕໍ່ເດືອນນໍ້າມັນຣົຖໄປການຈັ່ງຊິກໍໝົດ”
ດ້ານກະຊວງອຸດສາຫະກັມ ແລະການຄ້າ ໄດ້ມອບໝາຽວຽກງານຮີບໂຮມຂໍ້ມູນ ລາຄາສິນຄ້າໃນທ້ອງຕລາດໃຫ້ ຜແນກອຸດສາຫະກັມແລະການຄ້າ ເປັນຜູ້ດຳເນີນການເພື່ອແກ້ໄຂບັນຫາ ຄ່າຄອງຊີບຕໍ່ໄປ.
ສາເຫຕຂອງລາຄາໄກ່ພັນ, ລາຄາຊີ້ນງົວ ແລະລາຄາໄຂ່ໄກ່ ປັບຂຶ້ນສູງນັ້ນແມ່ນຍ້ອນປັດຈັຍ ພາຍນອກຄືການນຳເຂົ້າຫົວອາຫານ ແລະປັດຈັຍພາຍໃນທີ່ໄຟຟ້າໃນລາວຍັງແພງ ທາງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີນະໂຍບາຍຫຼຸດຜ່ອນຄ່າໄຟຟ້າ ໃຫ້ປະຊາຊົນ ແລະຄາດຄະເນບໍ່ໄດ້ວ່າລາຄາສິນຄ້າ ຈະຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼືບໍ່ຫຼືມີທ່າອ່ຽງຈະຫຼຸດລົງ.
ດັ່ງເຈົ້າໜ້າທີ່ກະຊວງອຸດ ສາຫະກັມແລະການຄ້າກ່າວໃນມື້ດຽວກັນວ່າ.
“ໂອໂຕນີ້ກໍຄາດຄະເນບໍ່ໄດ້ເດ້ ຊົ່ວຊິຮອດໄລຍະເດືອນໃດເນາະ ແຕ່ວ່າປັດຈຸບັນນີ້ມັນກໍມີສະພາບການເພີ່ມຂຶ້ນເລັກນ້ອຍເນາະ ທັງປັດຈັຍພາຍໃນພາຍນອກເນາະ ພາຍນອກກໍແມ່ນ ການນໍາເຂົ້າຫົວອາຫານສັດຕ່າງໆ ພາຍໃນເຮົາກໍແມ່ນໂຕຢ່າງໄຟຟ້າ ກໍຍັງຂຶ້ນສູງຫັ້ນນ່າລ້ຽງໝູລ້ຽງ ປາລ້ຽງໄກ່ ຕ້ອງໄດ້ໃຊ້ໄຟຟ້າແຕ່ວ່າໄຟຟ້າໃນລາວເຮົາກໍຍັງສູງ ແຕ່ວ່າເພີ່ນກໍຍັງບໍ່ມີນະໂຍບາຍໃຫ້ຊາວກະສິກອນ”
ທ່ານໄດ້ກ່າວຕື່ມວ່າ ໃນກໍຣະນີທີ່ນໍ້າມັນລາຄາແພງແລ້ວ ຈະເຮັດໃຫ້ລາຄາສິນຄ້າອື່ນໆ ຕ້ອງແພງຂຶ້ນຕາມດ້ວຍນັ້ນ ມັນກໍແມ່ນອີກປັດຈັຍນຶ່ງ ເນື່ອງຈາກການຂົນສົ່ງສິນຄ້າຈາກຕ່າງປະເທດມາລາວ ໂດຍສະເພາະຫົວອາຫານສັດ ເພື່ອລ້ຽງໄກ່, ລ້ຽງໝູ ແມ່ນລ້ວນແຕ່ໃຊ້ນໍ້າມັນເຕີມຣົຖບັນທຸກ ເພື່ອຂົນສົ່ງເຂົ້າມາຊູ່ລາວ.
ອົງການອາຫານ ແລະການກະເສຕແຫ່ງສະຫະປະຊາຊາດ ໄດ້ເຜີຍແຜ່ບົດຣາຍງານ ດັດສະນີລາຄາອາຫານໂລກ ປະຈຳປີ 2021 ເພີ່ມຂຶ້ນ 28% ເມື່ອທຽບໃສ່ກັບປີ 2020 ຊຶ່ງມັນເປັນ ສະຖິຕິເພີ່ມຂຶ້ນສູງສຸດໃນຮອບ 10 ປີ. ພາຍຫຼັງການປະເມີນຈາກສິນຄ້າອຸປະໂພກ-ບໍຣິ ໂພກທີ່ມີການຊື້-ຂາຍຫຼາຍທີ່ສຸດໃນໂລກ, ຊຶ່ງການເພີ່ມຂຶ້ນຂອງລາຄາອາຫານ ແລະສິນຄ້າ ອຸປະໂພກ-ບໍຣິໂພກ ໄດ້ກາຍເປັນແຮງກົດດັນເຮັດໃຫ້ອັດຕຣາເງິນເຟີ້ ເພີ່ມຂຶ້ນສົ່ງຜົລກະທົບ ຕໍ່ກຸ່ມປະເທດທີ່ທຸກຍາກ ແລະປະເທດທີ່ເພີ່ງພາການນຳເຂົ້າສິນຄ້າ ເປັນຫຼັກໂດຍສະເພາະປະເທດລາວ.