ລາຄາ ຊີ້ນໝູ ແພງ ແຕ່ປະຊາຊົນ ເຮັດຫຍັງບໍ່ໄດ້

ອຸ່ນແກ້ວ
2022.01.24
ຊີ້ນສົດ ທີ່ວາງຂາຍ ຕາມຕລາດ
RFA

ປະ​ຊາຊົນລາວ ກຳລັງໄດ້ຮັບຜົກະທົບຈາກ​​ຊີ້ໝູ ຂຶ້ນລາຄາ ເຮັດໃຫ້ບາງຄົນ ຕ້ອງພາກັນຊື້ໜ້ອຍລົງ ແລະ ປະຢັດກິນ. ປະຊາຊົນຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າໃຫ້ສັມພາດ ຕໍ່ເອເຊັຽເສຣີວ່າ:

ນັກ​ຂ່າວ: ເບິ່ງຊີ້ນໝູເປັນຈັ່ງໃດ?

ປະ​ຊາຊົນ: ເຮົາໄປຖາມມື້ວັນອັງຄານ ທີ່ຜ່ານມຫັ້ນ ຕລາດລາວໃໝ່ນີ້ລະແມ່ນ 52,000 ກີບ ຕໍ່ກິໂລກຼາມ ໝູຟາຣ໌ມຫັ້ນເນາະ ແຕ່ວ່າ ໝູລາດລະແມ່ນ 65,000 ກີບ ປະມານນັ້ນ. ແບ້ລະແມ່ນ 120,000 ກີບ ຕໍ່ກິໂລກຼາມ. ຄວາຍ ຫຼື ງົວ ລະແມ່ນ 87,000 ກີບ ຕໍ່ກິໂລກຼາມ.

ນັກ​ຂ່າວ: ຖືວ່າ ແພງຂຶ້ນຫຼາຍເນາະ ແຕ່ກ່ອນທໍ່ໃດ?

ປະ​ຊາຊົນ: ແຕ່ກ່ອນນີ້ ຊີ້ນງົວນີ້ 81,000 ກີບ ເນາະ ແຕ່ ມັນຂຶ້ນໄປ ປະມານ 4,000-5,000 ກີບ ພຸ້ນໄດ໋ ເນາະ ຢູ່ລາດລາວໃໝ່. ລາດໂພນສະຫວ່າງລະ 85,000 ກີບ.

ນັກ​ຂ່າວ: ເພາະຊີ້ນໝູນີ້ນ່າ ເປັນຈັ່ງໃດ?

ປະ​ຊາຊົນ: ຢູ່ລາດໂພນສະຫວ່າງນີ້ ສເພາະຊີ້ນນີ້ ມັນກະບໍ່ຄືກັນເນາະ. ຊີ້ນໝູນີ້ ມັນມີຫຼາຍລະດັບເດ້ທ່ານ. ຄືຣັຖບານນີ້ ກົມການຄ້າພາຍໃນ ເພິ່ນໃຫ້ຂາຍ 38,000 ກີບ ຕໍ່ກິໂລກຼາມເບາະ ຫັ້ນນ່າ ໃນໄລຍະ 2-3 ເດືອນທີ່ຜ່ານມາ ນີ້ຫັ້ນເນາະ. ເພິ່ນບອກໃຫ້ຂາຍນາດນີ້ ແຕ່ ແມ່ຄ່າເຂົາເຈົ້າເວົ້າ ອັນ 38,000 ກີບ ມັນແມ່ນຊີ້ນ ແຕ່ມັນມີນ້ຳມັນປົນກັນຫັ້ນນ່າ ປົນກັນມີເອັນ ມີ….ເວົ້າງ່າຍໆ ກະຊີ້ນບໍ່ງາມຫັ້ນນ່າ.

ແຕ່​ວ່າ ຄັນຊີ້ນແດງແບບວ່າ ຊີ້ນສົດໆ ຊີ້ນໝູແບບທີ່ວ່າ ພວກເຮົາເອົາມາເຮັດລາບ ເຮັດກ້ອຍທີ່ວ່າ ໂຕນີ້ລະແມ່ນ 48,000 ກີບ ແມ່ຄ້າເຂົາຂາຍຕອນໃນໄລຍະນັ້ນ, ແຕ່ວ່າ ໜ້າຮ້ານທີ່ຜ່ານມານີ້ລະແມ່ນ 52,000 ກີບ ຊີ້ນກ້ອນລະແມ່ນ 52,000 ກີບ ສະເລັ່ຽລະຂຶ້ນ 4,000 ກີບ ຈາກປີທີ່ຜ່ານມາຫັ້ນເນາະ.

ອັນ​ນີ້ ຄື​  ລາດລາວໃໝ່ ແລະ ຕລາດໂພນສະຫວ່າງ ເນາະ ເວົ້າງ່າຍໆ ຄື ເຮົາໄປຊື້ດ້ວຍຕົວເຮົາເອງຫັ້ນລະເນາະ ຊີ້ນໝູທີນຶ່ງ ຄື ກະດູກຂ້າງເບາະ ຊີ້ນກ້ອນເບາະ.

ຊີ້​ໝູທີ​ 1 ເພາະວ່າ ຄົນລາວເຮົາກໍຈະນິຍົມເນາະ. ຊີ້ນກ້ອນກັບກະດູກຂ້າງ ມັນກໍຈະລາຄາເທົ່າກັນເດ້ ມັນງາມນະ.

ນັກ​ຂ່າວ: ແຕ່ວ່າ ມາເບິ່ງແລ້ວນີ້ ມັນບໍ່ສະເພາະແຕ່ຊີ້ນໝູຕົ່ວຊັ້ນນະ ທີ່ຂຶ້ນລາຄານິ?

ປະ​ຊາຊົນ: ກະແມ່ນ.

ນັກ​ຂ່າວ: ຊີ້ນງົວຊີ້ນຄວາຍ ຊີ້ນແບ້ ອີ່ຫຍັງກະຂຶ້ນລາຄາໝົດ?

ປະ​ຊາຊົນ: ແມ່ລະ ແຕ່ຊີ້ນແບ້ ນີ້ ແມ່ນຂຶ້ນເປັນພິເສດນະ.

ນັກ​ຂ່າວ: ຂຶ້ນຈາກທໍ່ໃດ ເປັນທໍ່ໃດເກາະ?

ປະ​ຊາຊົນ: ຂຶ້ນໃນເມື່ອກ່ອນ ເວົ້າງ່າຍໆ ໃນກາງປີ 2021 ນີ້ລະແມ່ນ 60,000-70,000 ຕໍ່ນຶ່ງກະໂລກຼາມຫັ້ນລະເນາະ. ມັນຂຶ້ນຮອດເປັນ 120,000 ກີບ ພຸ້ນນະ ໂດຍເພາະຊີ້ນແບ້ຫັ້ນນະ ເພາະວ່າ ມັນນ້ຳມັນໜ້ອຍວ່າຊັ້ນຊະ. ໄຂມັນກະໄຂມັນ ແຕກຕ່າງກວ່າຄວາຍເດ້.   

ນັກ​ຂ່າວ: ດຳລົງຊີວິດຈັ່ງໃດຊັ້ນນະ ຖ້າອັນໃດກະມີແຕ່ແພງຈັ່ງຊີ້?

ປະ​ຊາຊົນ: ໂອ້ຍ ອັນນີ້ ກະບໍ່ຈັກແນວຊິວ່າແຫຼະ ທ່ານເອີຍ. ຂັ້ນເວົ້າໃນນາມສ່ວນຕົວນີ້ກະ ຈາກຊີ້ນທີ່ເຮົາເຄີຍຊື້ກິໂລນຶ່ງ ເຮົາກະໄດ້ຊື້ 2-3 ຂີດຫັ້ນແຫຼະ ເຮັດຈັ່ງໃດຊັ້ນນະ ປະສົມກັບຜັກເອົາ ຜັກກະແພງພໍຜັກຫັ້ນນ່າ.

ຄື​ກະລໍ່າຫັ້ນກະ ໂລນຶ່ງ 4,000 ກີບ ແຕ່ວ່າ ບາຊ້ວງກະແພງໃດ ກະລ່ຳປີ ເຮົາຊື້ ຕອນກາງປີທີ່ຜ່ານມາຫັ້ນກະ 8,000 ກີບ ພຸ້ນນະ ຈັກເປັນຈັ່ງໃດ ງົງຢູ່ໃດນິ.

ປານີ້ກະ​ແພງ ຄືປາທັມຊາດ ຄືພວກອ່ຽນຈັ່ງຊີ້ນິ ຂໍອະໄພເນາະ ໂລລະ 100,000 ກີບ ຈາກ 80,000 ກີບ ຂຶ້ນ 20,000 ເລີຍໃດ.

ເຈົ້າ​ຂອງລາດເຂົາກຳນົດ ຫຼືວ່າ ພໍ່ຄ້າແມ່ຄ້າເຂົາກຳນົດເອງເບາະກະງົງ ໄກ່ຫັ້ນກະໂລນຶ່ງ 40,000 ກີບ ເດ້ ໄກ່ປອກຫັ້ນ 42,000 ກີບ ຊັ້ນດອກ ຂໍໂທດ.

ນັກ​ຂ່າວ: ດຳລົງຊີວິດຈັ່ງໃດຊັ້ນນະ ຂັ້ນຖ້າວ່າ ອັນໃດກະແພງຈັ່ງຊີ້?

ປະ​ຊາຊົນ: ເຮົາກະບໍ່ຈັກຊິໃຫ້ຄຳຕອບນະທ່ານເອີຍ ຂັ້ນວ່າ ບໍ່ຈັກຊິໃຫ້ຄຳຕອບນີ້ ຄືເຮົາເວົ້າຫັ້ນລະ ອອກລາດ ຈາກທີ່ຊື້ຊີ້ນໂລນຶ່ງ ເຮົາກະຊື້ແຕ່ 2-3 ຂີດ, ໄຂ່ ເຮົາເຄີຍຊື້ເປັນແຕະ ເຮົາກະຊື້ 10-20 ໜ່ວຍເອົາ ຈັ່ງຊີ້ນ່າ.

ເຈົ້າ​ເບິ່ງແຕ່ນ້ຳມັນເຄື່ອງຣົຈັກຊີ້ນ່າ ຈາກ 25,000 ກີບ ມາເປັນ 35,000-38,000 ກີບ ຫັ້ນລະໃດ.   

ລາ​ຄາຊີ້ນໝູແພງ ກໍບໍ່ສາມາດເຮັດຫຍັງໄດ້ ປະຊາຊົນຈຳເປັນກໍຕ້ອງໄດ້ທົນໄປ, ຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ: ລາຄາຊີ້ນໝູຫວະ ທໍ່ໃດວະ ກະຢູ່ປະມານຢູ່ 2 ໂລ ຕົກຢູ່ 110,000 ກີບ ກະໂລນຶ່ງຕົກຢູ່ປະມານ 55,000 ກີບ ພຸ້ນໃດ.

ນັກ​ຂ່າວ: 55,000 ກີບ ອັນນີ້ ຢູ່ເຂດໃດນິ?

ຊາວ​ນະຄອນຫລວງ: ແຖວໜອງໜ້ຽວນິແຫຼະ.

ນັກ​ຂ່າວ: ຢູ່ນະຄອນຫລວງຄືກັນ ບາງລາດ 55,000 ກີບ?

ຊາວ​ນະຄອນຫລວງ: ຊີ້ນອັນນັ້ນໃດ ແບບວ່າ ຊີ້ນຄໍ ແຕ່ລະສ່ວນມັນກະບໍ່ຄືກັນ.

ນັກ​ຂ່າວ: ແຕ່ກ່ອນນີ້ ລາຄາເທົ່າໃດ?

ຊາວ​ນະຄອນຫລວງ: ກະ 40,000 ປາຍ ກີບ. ສ່ວນຫຼາຍສິນຄ້າບ້ານເຮົາ ຄືເຮົາຮູ້ຫັ້ນແຫຼະ ຢູ່ໄທຍຍັງຂຶ້ນ ຢູ່ບ້ານເຮົານຳເຂົ້າຈາກໄທຍ ສິນຄ້າຫຼາຍຢ່າງ. ເງິນບາດມັນກະຍັງຂຶ້ນຢູ່ແລ້ວ ແຖມຍັງສິນຄ້າບ້ານເຂົາມັນກະຍັງຂຶ້ນຢູ່ແລ້ວ.

ນັກ​ຂ່າວ: ຢູ່ຈັ່ງໃດຊັ້ນນະ ຂັ້ນມັນຂຶ້ນຈັ່ງຊີ້?

ຊາວ​ນະຄອນຫລວງ: ບໍ່ມີປາກມີສຽງແຫຼອັນນີ້ ມີກະກິນ ບໍ່ມີລະກະແລ້ວ. ປາກບໍ່ໄດ້ໄອບໍ່ດັງຢູ່ແລ້ວ ມີເຮັດລະກິນໄປ ບໍ່ມີປາກ ມີສຽງ ສິນຄ້າຢູ່ລາດລະຂຶ້ນ ລາຄາກຳນົດມາແນວນັ້ນແນວນີ້ ມີແຕ່ເວົ້າບາດໄປອັນນັ້ນແທ້ ເຮັດຫຍັງເຂົາບໍ່ໄດ້.

ນອກ​ຈາກນີ້ ຢູ່ພາກເໜືອ ລາຄາຊີ້ນໝູກໍເໜັງຕິງເຊັ່ນດຽວກັນ ປະຊາຊົນຢູ່ ແຂວງຫລວງນ້ຳທາ ທ່ານນຶ່ງກ່າວວ່າ.

ຊາວ​ແຂວງຫລວງນຳທາ: ຖືວ່າແພງໃດ.

ນັກ​ຂ່າວ: ລາຄາເທົ່າໃດ?

ຊາວ​ແຂວງຫລວງນ້ຳທາ: ລາຄາ 55,000 ກີບ ຄັນແມ່ນຢູ່ແຖວນາເຕີຍຫັ້ນລະແມ່ນກິໂລນຶ່ງລະແມ່ນ 50,000 ກີບ ຄັນວ່າ ຢູ່ແຖວອື່ນລະແມ່ນ 55,000-60,000 ກີບ.

ນັກ​ຂ່າວ: ແຕ່ກ່ອນນີ້ ລາຄາທໍ່ໃດນີ້?

ຊາວ​ແຂວງຫລວງນ້ຳທາ: ແຕ່ກ່ອນກະຊິແມ່ນລາຄາ 45,000 ກີບນີ້ແຫຼ.

ນັກ​ຂ່າວ: ຂອງກິນແພງໝົດແມ່ນເບາະ?

ຊາວ​ແຂວງຫລວງນ້ຳທາ: ແພງໝົດ ຂອງກິນປະເພດປາ ຊີ້ນໝູ ໄປຫາຜັກ ອີ່ຫຍັງ ໂອ້ແພງ.

ນັກ​ຂ່າວ: ປາລາຄາທໍ່ໃດແຕ່ກີ້ນະ ດຽວນີ້ລາຄາທໍ່ໃດ?

ຊາວ​ແຂວງຫລວງນ້ຳທາ: ກິນບໍ່ໄດ້ແຫຼ ເປັນປາດຸກທັມດາ ນີ້ລະໂລ 30,000 ກີບ. ປານິນກະໂລນຶ່ງ 35,000 ກີບ.

ນັກ​ຂ່າວ: ແຕ່ກີ້ລາຄາເທົ່າໃດລະ?

ຊາວ​ແຂວງຫລວງນ້ຳທາ: ປົກຕິ ແຕ່ລາຄາ 20,000 ປາຍພັນ ກີບ.

ນັກ​ຂ່າວ: ລະເຮົາຢູ່ຈັ່ງໃດຊັ້ນນະ ລາຄາສິນຄ້າແພງຈັ່ງຊີ້?

ຊາວ​ແຂວງຫລວງນ້ຳທາ: ໂອ້ຍ ຈຳເປັນຕ້ອງໄດ້ຊື້ກິນ ມັນກະຈຳເປັນແຫຼະ

ສະ​ເພາະລາຄາຊີ້ນໝູ ແຂວງພາໃຕ້ຂອງປະເທດລາວ ກໍຂຶ້ນຈາກ 40,000 ປາຍກີບ ມາເປັນ 50,000 ປາຍກີບ ຕໍ່ກິໂລກຼາມ.

ຊາວ​ແຂວງອັດຕະປື ທ່ານ ນຶ່ງໄດ້ກ່າວວ່າ:

ຢູ່ແຂວງອັດຕະປື ສ່ວນຫຼາຍຈະເປັນຊີ້ນໝູ່ ທີ່ວາງຂາຍຢູ່ຕາມລາດ ມັນບໍ່ມີແນວອື່ນເປັນທາງເລືອກ.”

ເຈົ້າ​ໜ້າທີ່ກ່ຽວຂ້ອງໄດ້ອອກມາຊີ້ແຈງເຖິງສາເຫດ ລາຄາຊີ້ນໝູແພງ ນັ້ນ ເປັນຍ້ອນຫຼາຍສາເຫດ.

ໃນ​ອາທິດທີ່ຜ່ານມາ ທ່ານ ຫລ້າສາຍ ນວນທາສິງ ຫົວໜ້າແນກກະສິກັມ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນລາວວ່າ:

ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູເໜັງຕີງເພີ່ມຂຶ້ນ ຍ້ອນຄວາມຕ້ອງການບໍລິໂພກຊີ້ນໝູຢູ່ປະເທດໃກ້ຄຽງຍັງບໍພຽງພໍກັບຄວາມຕ້ອງການ ເຮັດໃຫ້ມີການຂາຍໝູຊີ້ນໄປຕ່າງປະເທດ, ຕົ້ນທຶນໃນການລິດໝູເພີ່ມຂຶ້ນ ເປັນຕົ້ນ ອາຫານໝູ, ໝູນ້ອຍ, ຄ່າຂົນສົ່ງ, ບວກກັບອັດຕາເງິນເຟີ້.”

ທ່ານ ຫລ້າ​ສາຍ ກ່າວຕື່ມອີກວ່າ:

ມີຫລາຍຟາຣ໌ມຢຸດເຊົາການລ້ຽງໝູ ເຮັດໃຫ້ກໍາລັງການຜະລິດບໍ່ເຕັມຄວາມສາມາດຜະລິດ, ມີບໍລິສັດຍ້າຍຖານການຜະລິດໄປຕ່າງແຂວງ ຍ້ອນຄວາມບໍ່ເອກະພາບໃນການຈັດຕັ້ງປະຕິ ບັດລະບຽບ ເຊັ່ນ: ການເກັບອາກອນ, ຄ່າບໍລິການວິຊາການ.”

ອີງ​ຕາມ ທ່ານ ຫລ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ, ໄດ້ມີການປະເມີນວ່າ ໃນປີ 2022 ທົ່ວປະເທດ ມີຄວາມຕ້ອງການໝູເກືອບ 300,000 ໂຕ ແຕ່ ຜູ້ລ້ຽງໝູສາມາດສນອງໝູໃຫ້ໄດ້ພຽງແຕ່ 240,000 ໂຕເທົ່ານັ້ນ ຊຶ່ງບໍ່ພຽງກັບຄວາມຕ້ອງການຂອງຊາຊົນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.