ຊີ້ນໝູໃນຮອບປີນີ້ ມີແນວໂນ້ມ ຈະແພງຂຶ້ນຕື່ມອີກ

ສຸພັດຕາ
2022.01.26
ຊີ້ນໝູໃນຮອບປີນີ້ ມີແນວໂນ້ມ ຈະແພງຂຶ້ນຕື່ມອີກ ຕລາດສົດ ຢູ່ ນະຄອນຫລວງວຽງຈັນ
RFA

ອີງຕາມການຣາຍງານ ຂອງຫ້ອງການຜແນກກະສິກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ ຄາດວ່າໃນປີ 2022 ນີ້ ຢູ່ນະຄອນຫຼວງວຽງຈັນ ໝູຈະຂາດຕລາດ ຫຼືການສນອງບໍ່ພຽງພໍ ຕາມຄວາມຕ້ອງການ ທີ່ຫຼາຍກວ່າ 3,100 ຕັນ ເທົ່າກັບໝູ 49,116 ໂຕ ຊຶ່ງມີແນວໂນ້ມວ່າ ລາຄາຊີ້ນໝູຈະແພງຂຶ້ນຕື່ມກວ່າປັດຈຸບັນ.

ດັ່ງເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ວັນທີ່ 26 ມົກກະຣາ ນີ້ວ່າ:

ຊ້ວງນີ້ໝູກໍຂາດ ກໍບໍ່ຄ່ອຍມີຫຼາຍ ເພາະວ່າໝູຢູ່ໄທຍ ເກີດພຍາດ ໜ້າຟາຣ໌ມມັນຂຶ້ນ ຄືຈັ່ງແມ່ຄ້າຂາຍຢູ່ຕລາດ ມັນກໍຕ້ອງໄດ້ຂຶ້ນ ມັນກໍບໍ່ມີກໍາໄລແບບຊີ້ເດ້ ຄັນບໍ່ພໍກິນເຂົາເຈົ້າກໍລ້ຽງເພີ່ມຂຶ້ນ ແບບເປົ້າໝາຍເພິ່ນ ກະຈັ່ງຊັ້ນແຫຼະ ເພິ່ນຈະສົ່ງເສີມສິນຄ້າພາຍໃນເດ້.

ທ່ານກ່າວຕື່ມີອີກວ່າ ທີ່ຜ່ານມາ ສປປ.ລາວ ນໍາເຂົ້າໝູມາຈາກໄທຍຕລອດ ແຕ່ປັດຈຸບັນ ທາງການຫ້າມນໍາເຂົ້າໝູ ຈາກປະເທດໄທຍແລ້ວ ເນື່ອງຈາກໄທຍ ມີພຍາດອະຫິວາໝູ ອາຟຣິກາຣະບາດ ກໍຈະເປັນປັດໃຈນຶ່ງ ທີ່ເຮັດໃຫ້ໝູຂາດຕລາດນໍາດ້ວຍ ເຮັດໃຫ້ບັນດາພໍ່ຄ້າແມ່ຄ້າ ທີ່ຮັບໝູມາຈາກຕ່າງເມືອງຕ່າງແຂວງ ຕ້ອງຂາຍລາຄາແພງຂຶ້ນ ຍ້ອນໝູຢູ່ໜ້າຟາຣ໌ມ ມີການປັບລາຄາຂຶ້ນຕາມເສຖກິຈໂລກ ເບື້ອງຕົ້ນ ທາງການກໍມີແຜນການຮັບມື ເພື່ອຫຼຸດຜ່ອນຜົລກະທົບ ໂດຍຈະໃຫ້ປະຊາຊົນລ້ຽງໝູຫຼາຍຂຶ້ນ.

ໂຕຢ່າງ ຢູ່ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຊຶ່ງເປັນເມືອງ ທີ່ມີພົລເມືອງຫຼາຍເປັນອັນດັບນຶ່ງ ຂອງນະຄອນຫຼວງວຽງຈັນ ກໍມີແນວໂນ້ມວ່າ ໝູຈະແພງຂຶ້ນອີກ ເນື່ອງຈາກວ່າ ພາຍໃນເມືອງບໍ່ມີຟາຣ໌ມລ້ຽງໝູ ມີແຕ່ນໍາເຂົ້າມາຈາກຕ່າງເມືອງ ຕ່າງແຂວງຢູ່ຕລອດ.

ຂະນະທີ່ ເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ ສ່ວນການຈະນໍາເຂົ້າໝູຈາກຈີນ ຫຼືວຽດນາມ ເພື່ອມາທົດແທນໝູພາຍໃນ ຫຼືບໍ່ນັ້ນ ເຈົ້າໜ້າທີ່ຈະເບິ່ງຕາມໂຕຈິງ ແລະກໍຈະມີການປະຊຸມກັນໃນຫຼາຍພາກສ່ວນ ໃນຕໍ່ໜ້າ, ດັ່ງທ່ານກ່າວວ່າ:

ຕ້ອງອີງຕາມກອງປະຊຸມກ່ອນ ເຣື່ອງກະສິກັມແດ່ ການຄ້າແດ່ ຫຼາຍໜ່ວຍງານເຂົ້າຮ່ວມ ມີມະຕິກອງປະຊຸມກ່ອນ ວ່າເຫັນດີໃຫ້ນໍາເຂົ້າບໍ່.

ກ່ຽວກັບເຣື່ອງດັ່ງກ່າວນີ້ ບັນດາພໍ່ຄ້າແມ່ຄ້າຂາຍໝູ ຢູ່ຕລາດໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ໝູໃນຕລາດສ່ວນໃຫຍ່ ກໍຂາຍລາຄາ 50 ພັນກີບຕໍ່ກິໂລ ຊຶ່ງໃນໄລຍະນີ້ ກໍຍັງຖືວ່າໝູບໍ່ໄດ້ຂາດຕລາດ ແຕ່ວ່າ ໝູໜ້າຟາຣ໌ມຈະຂາຍແພງຂຶ້ນ.

ດັ່ງແມ່ຄ້າຂາຍໝູ ທ່ານນຶ່ງ ກ່າວວ່າ:

ທຸກຕລາດເລີຍ ລາຄາຂາຍສົ່ງຈາກໂຮງງານ ທີ່ເຮົາໄປຂ້າສັດນໍາກັນນັ້ນ ເອື້ອຍເຫັນເຂົາເຈົ້າສົ່ງກິໂລນຶ່ງ ກໍແມ່ນຖືກຢູ່ 44 ຕລາດຂາຍສົ່ງ ຄືຄ້າຍໆຕລາດຂົວດິນບໍ ພວກຕລາດໃຫຍ່ໆ ເຂົາເຈົ້າກະຍັງສົ່ງໃນລາຄາ 46 ພັນກີບ ບັດນີ້ແລ້ວ ເຮົາມາຂາຍຍ່ອຍ ແນ່ນອນຕ້ອງໄດ້ຂາຍໂລລະ 50 ຂຶ້ນໄປ.

ພໍ່ຄ້າຂາຍໝູ ອີກທ່ານນຶ່ງກໍກ່າວວ່າ ຖ້າເປັນໝູລາດໃນຕລາດ ໃນໄລຍະນີ້ ກໍຖືວ່າບໍ່ຂາດຕລາດ ສ່ວນລາຄາຂາຍກໍແລ້ວແຕ່ບາງຮ້ານ ແຕ່ສ່ວນໃຫຍ່ຈະຂາຍກັນໃນລາຄາ 50 ພັນກີບຕໍ່ກິໂລຂຶ້ນໄປ ເພາະໃນລຍະນີ້ ໝູໜ້າຟາຣ໌ມແພງຂຶ້ນແທ້.

ສ່ວນຫຼາຍເຂົາລ້ຽງ ຫົວອາຫານແພງ ເຂົາກໍຂາຍຖືກບໍ່ໄດ້ ຫຼຸບທຶນ ມັນກໍແລ້ວແຕ່ບາງຄົນ ຊີ້ນກ້ອນນີ້ຈະຖືກຈະລົງນີ້ ດຽວນີ້ກໍ 50 ບາງຮ້ານກໍ 55 ແພງກວ່າ ເຂົາກໍບໍ່ຢາກກິນຫຼາຍປານໃດ.”

ສ່ວນຜູ້ປະກອບການລ້ຽງໝູ ທ່ານນຶ່ງກໍກ່າວວ່າ ໃນນະຄອນຫຼວງວຽງຈັນ ສ່ວນໃຫຍ່ໝູພັນຈະມີໜ້ອຍກວ່າໝູລາດ ແຕ່ກໍຖືວ່າຍັງບໍ່ຂາດຕລາດ ແຕ່ວ່າການລ້ຽງໝູພັນສົ່ງຂາຍ ກໍຕ້ອງໃຊ້ເວລາ 4-6 ເດືອນຈຶ່ງຈະຂາຍໄດ້ ສ່ວນໃຫຍ່ສາຍພັນ ທີ່ນໍາເຂົ້າມາລ້ຽງນັ້ນ ແມ່ນໝູສາຍພັນດຸຣ໊ອກຈາກໄທຍ ຍ້ອນໃຫຍ່ໄວກວ່າໝູຈີນ ແລະໝູວຽດນາມ ແລະບໍ່ຄ່ອຍນິຍົມ ນໍາເຂົ້າໝູຈາກຈີນ ຫຼືວຽດນາມ ຫຼ້າສຸດນີ້ ກໍຍັງມີຄົນຈີນ ຕິດຕໍ່ມາສັ່ງຊື້ໝູ ຈາກຟາຣ໌ມຂອງຕົນຫຼາຍຮ້ອຍໂຕນໍາດ້ວຍ ຖ້າຫາກໝູຂາດຕລາດ ກໍຈະຮັບຈາກຕ່າງແຂວງມາລ້ຽງຂາຍ ເພາະກໍມີຟາຣ໌ມອື່ນໆ ທີ່ຍັງລ້ຽງໝູກັນຢູ່ຈໍານວນນຶ່ງ.

ນະຄອນຫຼວງ ໝູພັນບໍ່ຄ່ອຍຈະມີ ເຖິງມີກະໜ້ອຍໆ ເພາະມັນເປັນເຂດທີ່ວ່າ ຊຸມຊົນຄົນຫຼາຍ ແລະເຮົາຈະໄປລ້ຽງໝູເໝັນຈັ່ງຊັ້ນກໍບໍ່ໄດ້ ສ່ວນຫຼາຍກໍບໍ່ໄດ້ນໍາເຂົ້າມາຈາກຈີນ ຈາກວຽດເດ້ ໂຕນີ້ເຮົາລ້ຽງເອົາໝູໄທຍນໍາເຂົ້າ ມັນຈະເປັນໂຕໃຫຍ່ໆ ພາຍໃນ 3 ເດືອນ 4 ເດືອນ ໝູຂຶ້ນຫັ້ນເປັນຫຼັກຮ້ອຍແລ້ວ ສ່ວນຫຼາຍຈີນມັນຈະມາຖາມຊື້ເຮົາຊໍ້າ.

ຜູ້ປະກອບການລ້ຽງໝູ ອີກທ່ານນຶ່ງ ກໍກ່າວວ່າ ໃນໄລຍະນີ້ ກໍຍັງຖືວ່າ ໝູບໍ່ໄດ້ຂາດຕລາດ ແລະປັດຈຸບັນນີ້ ມີຊາວບ້ານລ້ຽງໝູແບບຄອບຄົວກັນຫຼາຍຂຶ້ນ ແຕ່ຫາກວ່າ ລາຄາຈະແພງຂຶ້ນກວ່າເກົ່າ ເພາະຫົວອາຫານແພງ ສ່ວນໃຫຍ່ຕົນເອງກໍຍັງມີການສົ່ງອອກໄປຕ່າງແຂວງຢູ່.

ມັນກະມີຢູ່ ສ່ວນຫຼາຍບໍ່ຂາດດອກ ເຂົາລ້ຽງຫຼາຍ ກະເຮັດເປັນຟາຣ໌ມກະມີ ເຮັດຄອບຄົວກະມີ ແຕ່ວ່າມີຈະລາຄາສູງຂຶ້ນ ຄັນຂາຍຖືກກະມີຄົນຊື້ ຄັນຂາຍແພງກະບໍ່ມີຄົນຊື້ ແມ່ຄ້າທາງພາກເໜືອ ເຂົາເຈົ້າຈະມາແກ່ເອົາ ເຂົາເຈົ້າຈະແກ່ໝູບ້ານ ເພາະວ່າຟາຣ໌ມເຂົາບໍ່ທັນເປີດເນາະ ອີ່ຫຍັງເຫັນເຂົາເວົ້າກັນຈັ່ງຊີ້ແຫຼະ.

ກ່ອນໜ້ານີ້ ທ່ານຫຼ້າສາຍ ນວນທາສິງ ຫົວໜ້າຜແນກກະສິກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ ກໍຊີ້ແຈງວ່າ ກ່ຽວກັບລາຄາໝູ ຈະມີລາຄາແພງຂຶ້ນນີ້ ຍ້ອນວ່າ ມີຜູ້ປະກອບການລ້ຽງໝູເປັນຟາຣ໌ມ ໄດ້ຢຸດເຊົາການລ້ຽງໝູ ເພາະແບກຮັບຄ່າອາຫານໝູບໍ່ໄຫວ ແລະກໍມີຜູ້ລ້ຽງໝູຈໍານວນນຶ່ງ ສົ່ງໝູໄປຕ່າງແຂວງ ແລະສົ່ງໄປປະເທດໃກ້ຄຽງນໍາດ້ວຍ ເຮັດໃຫ້ໝູຂາດຕລາດ.

ຢ່າງໃດກໍຕາມ ທາງການລາວ ກໍມີເປົ້າໝາຍຈະຫຼຸດຜ່ອນຜົລກະທົບດັ່ງກ່າວນີ້ ໂດຍສົ່ງເສີມໃຫ້ປະຊາຊົນລາວລ້ຽງໝູເພີ່ມຂຶ້ນ ເພື່ອສົ່ງເສີມສິນຄ້າກະສິກັມພາຍໃນ ໃຫ້ສາມາດກຸ້ມຕົນເອງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.