ສຳນັກງານນາຍົກຣັຖມົນຕຣີ ແຈ້ງການເຫັນດີຕໍ່ແຜນການ ກະກຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ໃນວັນທີ 1 ມົກກະຣາ 2022 ນີ້, ແຕ່ ຈະເປີດໃຫ້ສະເພາະແຕ່ ເຂດທ່ອງທ່ຽວລາວສີຂຽວ ເພື່ອການທ່ອງທ່ຽວປອດພັຍຈາກໂຄວິດ-19.
ໃນວັນທີ 17 ທັນວາ 2021 ເປັນມື້ຖແລງແຜນການ ຕ້ອນຮັບນັກທ່ອງທ່ຽວວ່າ ມີເຂດໃດ ທີ່ເປັນເຂດສີຂຽວ ແລະ ນັກທ່ອງທ່ຽວ ລວມເຖິງຜູ້ໃຫ້ບໍຣິການ ພາກການທ່ອງທ່ຽວ ຈະຕ້ອງປະຕິບັດຕາມເງື່ອນໄຊແນວໃດ. ເຈົ້າໜ້າທີ່ ສຳນັກງານນາຍົກຣັຖມົນຕຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ທັນວາ ວ່າ:
" ເປີດແທ້ໆ ວັນທີ 1 ມັງກອນ ( ມົກກະຣາ ) 2022 ເຈົ້າ ເຣື່ອງກຳນົດຈຸດສີຂຽວວ່າ ພື້ນທີ່ໃດ ທີ່ວ່າ ເປັນພື້ນທີ່ອັນນ່າ ເພື່ອເປີດໃຫ້ເປັນພື້ນທີ່ສີຂຽວນ່າ ຄື ຖແລງ ແມ່ນມື້ອື່ນ ເຈົ້າຕິດຕາມຂ່າວມື້ອື່ນ ( 17 ທັນວາ ) ."
ໃນຂະນະທີ່ ວັນທີ 15 ທັນວາ ທີ່ຜ່ານມາ, ພາກທຸຣະກິຈ ກໍໄດ້ສເນີຣັຖບານ ພິຈາລະນາກັກໂຕ ນັກທ່ອງທ່ຽວ ບໍ່ເກີນ 24 ຊົ່ວໂມງ ເພື່ອລໍຖ້າຜົລກວດ ໂຄວິດ-19 ຊຶ່ງຖ້າຜົລກວດອອກມາເປັນລົບ ກໍສາມາດເດີນທາງໄປທ່ອງທ່ຽວ ຕາມລາຍການໄດ້ ໃນກໍລະນີກັກໂຕ ລໍຖ້າຜົລກວດຫຼາຍກວ່າ 1 ວັນ ຈະເຮັດໃຫ້ນັກທ່ອງທ່ຽວ ບໍ່ຢາກເຂົ້າມາ ແລະຈະເຮັດໃຫ້ພາກທຸຣະກິຈ ບໍ່ສາມາດຟື້ນໂຕໄດ້. ພາກທຸຣະກິຈ ຈຳນວນນຶ່ງ ເຫັນວ່າ ໃນການເປີດປະເທດ ວັນທີ 1 ມົກກະຣາ 2022 ນັ້ນ ຜູ້ປະກອບການທຸຣະກິຈ ດ້ານການທ່ອງທ່ຽວ ແລະທາງການລາວ ມີມາຕການປ້ອງກັນ ໂຄວິດ-19 ໂດຍສເພາະນັກທ່ອງທ່ຽວ ທີ່ເຂົ້າມາລາວ ລວມທັງພະນັກງານໂຮງແຮມ, ຮ້ານອາຫານ ຢູ່ ສຖານທີ່ທ່ອງທ່ຽວ ຈະຕ້ອງໄດ້ສັກວັກຊິນໃຫ້ຄົບຕາມກຳນົດ ແລະ ປະຊາຊົນຢູ່ເຂດທ່ອງທ່ຽວນັ້ນ ຈະຕ້ອງໄດ້ສັກວັກຊິນ 2 ເຂັມ ໃຫ້ໄດ້ 70 ເປິເຊັນ ຂອງຈຳນວນປະຊາຊົນ ຢູ່ໃນເຂດດັ່ງກ່າວ. ຜູ້ປະກອບການທຸຣະກິຈໂຮງແຮມ ຢູ່ເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ:
" ສຳຄັນລະພວກເຮົາ ເອີ້ນວ່າ ມີສະຕິ ເອີ້ນວ່າ ມີມາຕການ ມາຕການ ການປ້ອງກັນ ໃນການສັກຢາ ບ່ອນທີ່ພວກນັກທ່ອງທ່ຽວ ຊິເຂົ້າມາຫັ້ນ ມັນຕ້ອງໄດ້ຮັບປະກັນ ໃນການສັກວັກຊີນ 70 ເປີເຊັນ ຂຶ້ນເມື່ອຢູ່ໃນກຸ່ມນັ້ນນ່າ ຢູ່ບ້ານນັ້ນ ເມືອງນັ້ນ ວ່າ ຊັ້ນສາ ພະນັກງານ ບໍຣິການ ຢູ່ໂຮງແຮມ ຫຼື ເຮືອນພັກ ສະຖານທີ່ທ່ອງທ່ຽວ ຕ້ອງໄດ້ຮັບປະກັນສັກຢາ ໝົດທຸກຄົນ ວ່າຊັ້ນ ສາ ."
ຫຼັງຈາກ ຜູ້ປະກອບການທຸຣະກິຈ ເພື່ອການບໍຣິການທ່ອງທ່ຽວ ແຂວງຈຳປາສັກ ໄດ້ປະຊຸມທາງໄກ ແລະ ມີຣາຍລະອຽດແບບບໍ່ເປັນທາງການ ກ່ຽວກັບແຜນການເປີດໃຫ້ນັກທ່ອງທ່ຽວ ເຂົ້າມາໃນວັນທີ 1 ມົກກະຣາ 2022 ນີ້ວ່າ ແຂວງ ຈຳປາສັກ ຖືກກຳນົດ ເປັນເຂດທ່ອງທ່ຽວລາວສີຂຽວແທ້ ແຕ່ວ່າ ກໍບໍ່ໄດ້ທຸກເມືອງ ຈະຕ້ອງລໍຖ້າ ຂັ້ນເທິງພິຈາລະນາຕື່ມວ່າ ເມືອງໃດ ພາຍໃນແຂວງຈຳປາສັກ ຈະສາມາດເປີດຮັບນັກທ່ອງທ່ຽວໄດ້, ທັງນີ້ ພາກສ່ວນການທ່ອງທ່ຽວ, ການບໍຣິການ ພາຍໃນແຂວງ ຈຳນວນນຶ່ງ ກໍພ້ອມເປີດຮັບນັກທ່ອງທ່ຽວ ຕາມມາຕການປ້ອງກັນ ໂຄວິດ-19 ຂອງທາງການ. ຜູ້ປະກອບການ ຢູ່ແຂວງ ຈຳປາສັກ ກ່າວວ່າ:
" ພະນັກງານ ຕ້ອງສັກວັກຊີນຄົບ ແລະມີມາຕການ ໃນການເຝົ້າລະວັງ ໄລຍະຫ່າງ ຕາມມາຕການ ຂອງໂຄວິດ -19 ແລ້ວ ພວກເຮົາກໍຝຶກອົບຮົມ ສິ່ງທີ່ມັນບໍ່ທັນດີ ປັບໃຫ້ມັນດີກວ່າເກົ່າ ເພາະມັນມີມາຕຖານຂຶ້ນຕື່ມ ເພາະດຶງຄົນເດ້ ດຶງເງິນໝູ່ເດ້ ເຮັດຈັ່ງໃດ ຈັ່ງຊິໄດ້ເງິນໝູ່ ."
ກ່ຽວກັບການສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 3 ນັ້ນ ບາງແຂວງກໍໄດ້ ເລີ່ມສັກແລ້ວ ເປັນຕົ້ນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພຣະບາງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ.
ສະເພາະ ຢູ່ແຂວງອຸດົມໄຊ ແມ່ນເຈົ້າໜ້າທີ່ແພດ-ໝໍ ໂຮງໝໍແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວ ບໍຣິການສັກວັກຊິນປ້ອງກັນ ໂຄວິດ-19 ເຂັມທີ 3 ຫຼື ບູສເຕີ ຍີ່ຫໍ້ ແອສຕຣ້າເຊເນກ້າ ໃຫ້ບັນດາພະນັກງານ-ຣັຖກອນ ທົ່ວເທສບານ ແຂວງອຸດົມໄຊ, ພາຍຫຼັງເຂົາເຈົ້າ ສັກວັກຊິນ ຍີ່ຫໍ້ ຊີໂນຟາມ ຄົບ 2 ເຂັມ ໄດ້ປະມານ 5 ເດືອນ ຈຶ່ງຈຳເປັນຕ້ອງສັກວັກຊິນເຂັມທີ 3 ບູສເຕີ ແມ່ນ ປະຊາຊົນທົ່ວໄປ ກໍສາມາດສັກໄດ້ນຳອີກ, ຖ້າສັກ ຊີໂນຟາມຄົບ 2 ເຂັມແລ້ວ ແຕ່ກໍບໍ່ຮັບປະກັນວ່າ ເຂັມ 3 ບູສເຕີ ນີ້ ແມ່ນຈະໄດ້ຄົບທຸກຄົນພາຍໃນແຂວງ ຫຼືບໍ່ ຍ້ອນວັກຊິນ ມີຈຳກັດ. ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງອຸດົມໄຊ ກ່າວວ່າ:
" ຖ້າຢາໝົດ ແລ້ວ ກໍໝົດຫັ້ນນ່າ ເພາະວ່າ ປະຊາຊົນ ມັນກໍຫຼາຍຢູ່ ກໍເຂົ້າມາ ເປັນຊຸດ ເປັນຊຸດເອີ ເພິ່ນກໍສັກຢູ່ທຸກມື້ ຜູ່ໃດສະດວກ ກໍໄປສັກ ຮອດກຳນົດ ເພິ່ນກໍໄປສັກຄື ຈອນສັກ ແທ້ ເພິ່ນຍັງບໍ່ທັນໃຫ້ສັກເນາະ ຍັງບໍ່ຮອດ 5 ເດືອນ ເທື່ອນ່າ ຖ້າແມ່ນໂຕສັກເຂັມທີ 2 ໂຕກ່ອນຫັ້ນ ກໍໄດ້ສັກໝົດແລ້ວ ."
ເຈົ້າໜ້າທີ່ຜແນກສາທາລະນະສຸຂ ແຂວງບໍ່ແກ້ວ ກໍໄດ້ເລີ່ມສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 3 ຍີ່ຫໍ້ ແອສຕຣາເຊເນກ້າ ໃຫ້ພະນັກງານຣັຖກອນ ກ່ອນແລ້ວ, ສ່ວນປະຊາຊົນທົ່ວໄປ ຜູ້ທີ່ມີເງື່ອນໄຂ ສັກວັກຊິນຄົບ 2 ເຂັມແລ້ວ ກາຍ 5 ເດືອນແລ້ວສາມາດມາຮັບວັກຊິນ ແອສຕຣ້າເຊເນກ້າ ໄດ້ຟຣີ ຕາມສູນບໍຣິການ ຄະນະສະເພາະກິຈກຽມໄວ້ໃຫ້. ເຈົ້າໜ້າທີ່ ຜແນກສາທາລະນະສຸຂ ແຂວງບໍ່ແກ້ວ ກ່າວວ່າ:
" ແຜນເພິ່ນ ກໍຈະສັກຮອດບ້ານ ຮອດຫຍັງ ຫັ້ນແຫຼະ ແຕ່ວ່າ ຢູ່ນີ້ ເພິ່ນຍັງສັກໃຫ້ ພະນັກງານກ່ອນ ແຕ່ວ່າ ເຂົາເຈົ້າກຳລັງຖ້າ ລໍເບິ່ງ ວັກຊີນ ເບິ່ງຕາມຄນະເພິ່ນ ຈະຕົກລົງວ່າ ໄປຮອດໃສຮອດໃສ ຫັ້ນນ່າ ສ່ວນຫຼາຍຈະແມ່ນເບິ່ງວັກຊີນ ."
ອີງຕາມການຣາຍງານ ຂອງສູນຂ່າວສານການແພດສຸຂສຶກສາ ໃນວັນທີ 16 ທັນວາ, ການສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 3 ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພຣະບາງ, ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ ນັ້ນມີກຸ່ມເປົ້າໝາຍ ຄື ທ່ານໝໍ, ແພດ, ພະນັກງານດ່ານໜ້າ, ທະຫານ, ຕຳຣວດ, ຄຣູ, ອາຈານ, ພະນັກງານທົ່ວໄປ, ຜູ້ມີພູມຄຸ້ມກັນບົກພ່ອງ ແລະປະຊາຊົນທົ່ວໄປ ທີ່ມີອາຍຸ 18 ປີ ຂຶ້ນໄປ ໂດຍສເພາະ ຜູ້ທີ່ເຮັດວຽກຢູ່ໃນຂແນງບໍຣິການ, ສ່ວນການສັກວັກຊິນເຂັມ 3 ໃນແຂວງອື່ນໆ ແມ່ນມີກຸ່ມເປົ້າໝາຍ ຄື ກຸ່ມສ່ຽງ ແລະ ຄະນະສະເພາະກິຈ ແຕ່ລະຂັ້ນ.
ສຖານະການ ການຕິດເຊື້ອໂຄວິດ-19 ໃນປະເທດລາວ ປະຈຳວັນທີ 16 ທັນວາ 2021 ມີຜູ້ຕິດເຊື້ອໃໝ່ ເພີ່ມ 1,493 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອພາຍໃນຫຼາຍກວ່າໝູ່ ເຖິງ 723 ຄົນ, ຜູ້ຕິດເຊື້ອລວມມີ 94,554 ຄົນ ໃນນັ້ນ ປິ່ນປົວດີ ອອກຈາກໂຮງໝໍ 714, ເສັຽຊີວິດໃໝ່ 6 ຄົນ ແລະ ເສັຽຊີວິດສະສົມ 262 ຄົນ. ສຳລັບຈໍານວນຜູ້ທີ່ໄດ້ຮັບວັກຊິນ ທົ່ວປະເທດ ປະຈຳວັນທີ 15 ປີ 2021, ຜູ້ທີ່ໄດ້ຮັບວັກຊິນເຂັມທີ 1 ມີຈຳນວນ 4,290,980 ຄົນ ແລະ ເຂັມທີ 2 ມີຈຳນວນ 3,311,871 ຄົນ.