ມີຫຼາຍເຫດຜົນ ຄົນງານລາວ ລັກເຂົ້າໄທຍ ຖີ່ຂຶ້ນ

ໄຊຍາ
2021.12.13
ມີຫຼາຍເຫດຜົນ ຄົນງານລາວ ລັກເຂົ້າໄທຍ ຖີ່ຂຶ້ນ ຄົນງານລາວຖືກຈັບ, ວັນທີ 11 ພຶສຈິກາ 2020
ນັກຂ່າວ ພົລເມືອງ

ນັບຕັ້ງແຕ່ໄທຍ ມີການກຳນົດເປີດປະເທດ ຢ່າງເປັນທາງການ ເມື່ອວັນທີ 1 ພຶສຈິກາ ທີ່ຜ່ານມາ ເຮັດໃຫ້ຄົນງານລາວຈຳນວນຫຼາຍ ທີ່ກຳລັງຫວ່າງງານ ແລະບໍ່ມີວຽກເຮັດງານທຳ ລັກລອບເຂົ້າປະເທດໄທຍ ຖີ່ຂຶ້ນແລະຖືກຈັບຫຼາຍຂຶ້ນ ຊຶ່ງເປັນຍ້ອນພວກເຂົາເຈົ້າ ບໍ່ມີເງິນພຽງພໍ ໃນການເຮັດເອກະສານ ຕາມ MOU ວ່າດ້ວຍການນຳເຂົ້າ ແຮງງານແບບຖືກກົດໝາຽ ທີ່ມີຄ່າ ໃຊ້ຈ່າຍເບື້ອງຕົ້ນປະມານ 11,000-22,000 ບາດ ຕໍ່ຄົນ. ດັ່ງເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແຂວງຈຳປາສັກ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງ ກ່າວເມື່ອວັນທີ 13 ພືສຈິກາ 2021 ນີ້ວ່າ:

ຄັນຄົນລາວເຂົ້າເມືອງໄທຍ ຜິດກົດໝາຽສ່ວນຫຼາຍ ໄປຮອດແລ້ວກໍຈະຖີ້ມໃບຜ່ານແດນ ອີ່ຫຍັງແລ້ວກໍມາກໍບໍ່ມີໜັງສືຜ່ານແດນ ແລ້ວແຕ່ກໍມາຜ່ານດ່ານກໍໄດ້ມາຜ່ານດ່ານ ເຂົ້າມາລາວຄືເກົ່າຂະເຈົ້າໄປອອກແຮງງານເດ້ ເຂົາເຈົ້າກໍຖີ້ມຫັ້ນນ່າ ໃບຜ່ານແດນເຂົາເຈົ້າກໍບໍ່ໄດ້ໄປຕໍ່ຫັ້ນນ່າ.

ສຳລັບການນຳເຂົ້າແຮງງານ ຕາມ MOU ມີຄ່າໃຊ້ຈ່າຍປະມານ 11,490 - 22,040 ບາດ ຕໍ່ຄົນໃນນັ້ນກວມເອົາຄ່າກວດເຊື້ອ ໂຄວິດ-19 ສອງຄັ້ງເປັນເງິນ 2,600 ບາດ, ຄ່າວິຊ້າ 2 ປີ ເປັນເງິນ 2,000 ບາດ, ໃບອະນຸຍາດເຮັດວຽກ 2 ປີ ເປັນເງິນ 1,900 ບາດ, ຄ່າກວດສຸຂພາບ 6 ໂຣກ ເປັນເງິນ 500 ບາດ. ຄ່າປະກັນສຸຂພາບຮວມໂຣກໂຄວິດ-19 ເປັນເງິນ 990 ບາດ, ຄ່າບໍຣິການທາງການແພດ ກໍຣະນີສັກວັກຊິນເປັນເງິນ 50 ບາດ, ຄ່າສະຖານທີ່ກັກໂຕມື້ລະ 500-1000 ບາດ. ກໍຣະນີກັກໂຕ 7 ວັນຕ້ອງຈ່າຍເງິນ 3,500-7,000 ບາດ. ສ່ວນກໍຣະນີກັກໂຕ 14 ວັນຕ້ອງຈ່າຍເງີນ 7,000-14,000 ບາດ. ອີງຕາມຄຳກ່າວຂອງທ່ານ ສຸຊາດ ຊົມກີ່ນ ຣັຖມົນຕຣີກະຊວງແຮງງານ ຂອງໄທຍໃນກອງປະຊຸມ ຂອງສູນບໍຣິການ ສະຖານະການແຜ່ຣະບາດຂອງໂຄວິດ-19 ເມື່ອວັນທີ 12 ພືສຈິກາ 2021 ທີ່ຜ່ານມາ.

ເຖິງແມ່ນວ່າທາງການໄທຍ ຈະພະຍາຍາມນຳເຂົ້າແຮງງານ ແບບຖືກກົດໝາຽ ແຕ່ຢາງໃດກໍຕາມຂະບວນການດັ່ງກ່າວນີ້ ມີຄ່າໃຊ້ຈ່າຍຂ້ອນຂ້າງສູງ ຍ້ອນຕ້ອງດຳເນີນການຜ່ານບໍຣິສັດ ນາຍໜ້າຈຶ່ງເຮັດໃຫ້ຄົນງານລາວເລືອກໃຊ້ວິທີການ ລັກລອບເຂົ້າປະເທດໄທຍ ແບບບໍ່ຖືກກົດ ໝາຽຊຶ່ງອາດຈະເຮັດໃຫ້ເກີດບັນຫາການຄ້າມະນຸດຕາມມາ. ດັ່ງ ຍານາງ ຄໍຣີເຍາະ ມານຸແຊ ທະນາຍຄວາມ ແລະຜູ້ປະສານງານເຄືອຂ່າຍປະຊາກອນຂ້າມຊາດ (Migrant Working Group) ກ່າວໃນມື້ດຽວກັນນີ້ວ່າ:

ຍານາງກ່າວວ່າ ຄືເຣື່ອງຂອງການຫຼຸດຄ່າໃຊ້ຈ່າຍ ເຣື່ອງທີ່ຈະເຮັດໃຫ້ພວກເຂົາເຈົ້າ ສາມາດທີ່ຈະເຂົ້າມາເຮັດວຽກໄດ້ແບບຖືກກົດໝາຽ ຈະຕ້ອງບໍ່ສ້າງພາຣະໃຫ້ພວກເຂົາເຈົ້າແບກຮັບຄ່າໃຊ້ຈ່າຍ ເປັນໜີ້ເປັນສິນກໍອາດຈະນຳໄປສູ່ເຣື່ອງ ຂອງການໃຊ້ແຮງງານບັງຄັບ ຫຼືອາດຈະຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດກໍໄດ້.

ອີກສາເຫດນຶ່ງທີ່ເຮັດໃຫ້ຄົນງານລາວ ຕ້ອງລັກລອບເຂົ້າຝັ່ງໄທຍແບບບໍ່ຖືກກົດໝາຽ ເປັນຍ້ອນຊາຍແດນຝັ່ງລາວຍັງບໍ່ໄດ້ເປີດໃຫ້ ຄົນງານສາມາດຂ້າມໄດ້ຢ່າງສະດວກ. ໃນຂະນະທີ່ຊາວລາວຈຳນວນນຶ່ງຕ້ອງການ ອອກແຮງງານເພື່ອຫາຣາຍໄດ້ ພາຍຫຼັງໄທຍເປີດປະເທດ ແລະ ຕ້ອງການຄົນງານຕ່າງຊາດປະມານ 4 ແສນອັດຕຣາ. ດັ່ງເຈົ້າໜ້າຕຳຣວດກວດຄົນ ເຂົ້າເມືອງ ແຂວງໜອງຄາຍ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ທ່ານກ່າວວ່າ ເພາະໄທຍນີ້ກໍພະຍາຍາມ ຢາກຈະເປີດຢູ່ເທົ່າທີ່ພວກເຮົາ ເຫັນທາງລາວເຂົາເຈົ້າຍັງບໍ່ໄດ້ໃຫ້ຄວາມຮ່ວມມືເທົ່າໃດ ເພາະຍັງເຫັນວ່າບັນຫາກ່ຽວກັບ ໂຄວິດ-19 ບ້ານຂອງ ເຂົາເຈົ້າມີຢູ່ພຽງແຕ່ວ່າຄົນຕ້ອງການທຳມາຫາກິນ ອາດຈະຕ້ອງຫຼັ່ງໄຫຼເຂົ້າມາເປັນເຣື່ອງຂອງ ປາກທ້ອງຂອງເຂົາເຈົ້າຫຼາຍກວ່າ.

ອີງຕາມບົດຣາຍງານ ຂອງກົມການຈັດຫາງານກະຊວງແຮງງານ ຂອງໄທຍປະຈຳເດືອນພຶສ ພາ 2021 ຣະບຸວ່ານາຍຈ້າງ ແລະສະຖານປະກອບການມີຄວາມຕ້ອງການ ແຮງງານຂ້າມຊາດຈຳນວນ 424,703 ຄົນ ໃນນັ້ນຕ້ອງການຄົນງານພະມ້າ 259,029 ຄົນ, ຄົນງານກັມ ພູຊາ 130,138 ຄົນ ແລະ ຄົນງານລາວ 38,536 ຄົນ. ສຳລັບປະເພດທຸຣະກິຈ ທີ່ຕ້ອງການຄົນງານຕ່າງຊາດຫຼາຍທີ່ສຸດ ແມ່ນເປັນຂແນງກະເສດ, ກໍ່ສ້າງ, ບໍຣິການ ແລະ ໂຮງງານ ຕັດຫຍິບ ສ່ວນແຂວງທີ່ມີຄວາມຕ້ອງການ ຄົນງານຕ່າງຊາດຫຼາຍທີ່ສຸດແມ່ນເປັນແຂວງຊຽງໃໝ່, ນະຄອນຫຼວງບາງກອກ, ຈັນທະບູຣີ, ສະມຸດສາຄອນ ແລະ ຣະຍອງ.

ສຳລັບວິທີການ ລັກລອບເຂົ້າປະເທດໄທຍ ແບບບໍ່ຖືກກົດໝາຽ ສ່ວນຫຼາຍແມ່ນເປັນການປະສານງານ ລະຫວ່າງຄົນງານລາວ ຢູ່ຝັ່ງລາວກັບຄົນທີ່ພວກເຂົາເຈົ້າຮູ້ຈັກຝັ່ງໄທຍ. ດັ່ງເຈົ້າໜ້າ ທີ່ກອງບັງຄັບການໜ່ວຍເຮືອຮັກສາ ຄວາມສງົບຮຽບຮ້ອຍຕາມລຳນໍ້າຂອງ ທ່ານນຶ່ງກ່າວວ່າ:

ທ່ານ ກ່າວວ່າ ເຂົາເຈົ້າເຂົ້າມາຜ່ານທາງດ່ານກວດຄົນເຂົ້າເມືອງ ອີ່ຫຍັງນີ້ບໍ່ໄດ້ປະເດັນທຳ ອິດອາດຈະກ່ຽວພັນກັບຕອນທີ່ພວກເຂົາເຈົ້າອອກໄປ. ໃບອະນຸຍາດສຳລັບເຂົ້າມາເຮັດວຽກ ໃນໄທຍອາດຈະໝົດອາຍຸຫຼື ອີ່ຫຍັງຕ່າງໆ ຄືບາງຄົນທີ່ເຂົ້າມາແລ້ວຖືກຈັບ ເພາະເຂົາເຈົ້າບໍ່ ໄດ້ເຮັດ MOU ຫັ້ນ ບາດນີ້ກໍຄືຫຼັກເຂົ້າມາໂດຍການໃຫ້ເຮືອຝັ່ງລາວ ມາສົ່ງແລ້ວໃຫ້ຄົນມາຮັບທາງຝັ່ງໄທຍ.

ໄລຍະວັນທີ 1-13 ຕຸລາ 2021, ໜ່ວຍງານທີ່ກ່ຽວຂ້ອງໄດ້ກວດພົບ ຄົນຕ່າງຊາດລັກລອບເຂົ້າປະເທດໄທຍ ແບບບໍ່ຖືກົດໝາຽເປັນຈຳນວນ 10,870 ຄົນໃນນັ້ນກວມເອົາຄົນງານພະມ້າ 5,782 ຄົນ, ຄົນງານກັມພູຊາ 3,692 ຄົນ ແລະ ຄົນງານລາວ 726 ຄົນ ຊຶ່ງຈຳນວນດັ່ງກ່າວນີ້ ເປັນໂຕເລກທີ່ສາມາດຈັບໂຕໄດ້. ແຕ່ຢ່າງໃດກໍຕາມ ຍັງມີອີກຈຳນວນນຶ່ງ ທີ່ບໍ່ສາມາດຈັບໂຕໄດ້. ອີງຕາມການຣາຍງານ ຂອງສູນປະຕິບັດການ ແກ້ໄຂສະຖານະການສຸກເສີນ ດ້ານຄວາມໝັ້ນຄົງ. ປັດຈຸບັນທາງການລາວໄດ້ພະຍາຍາມສະກັດກັ້ນ ບໍ່ໃຫ້ຄົນງານລາວລັກລອບຂ້າມໄປ ປະເທດໄທຍ ແບບບໍ່ຖືກກົດໝາຽໂດຍທີ່ຜ່ານມາ ສາມາດຈັບໂຕຜູ້ຮ່ວມຂະບວນການ ທັງທີ່ເປັນຄົນງານລາວ ແລະນາຍໜ້າຜູ້ນຳພາໄດ້ຈຳນວນນຶ່ງ. ດັ່ງເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຄຳມ່ວນທ່ານນຶ່ງກ່າວວ່າ:

ໂຕນີ້ຫາກໍທຳການສືບສວນ ສອບສວນນີ້ມັນມີນາຍໜ້າ ຕິດຕໍ່ໄປເຮັດວຽກຢູ່ເບື້ອງໄທຍຫັ້ນເນາະແລ້ວມັນມີພາກສ່ວນນຶ່ງທີ່ພາໄປສົ່ງເຂົາວ່າຫັ້ນ. ເບື້ອງລາວກໍ ເຮົາກໍມີແຕ່ວ່າເບື້ອງລາວເຮົາພວກເຮົາກໍໄດ້ຈັບຜູ້ທີ່ພາຂຶ້ນພວກເຮົາກໍໄດ້ຈັບແລ້ວຈັບແລ້ວພວກເຮົາຊິດຳເນີນຂະດີກັບພາກສ່ວນນາຍໜ້າທີ່ພາຂຶ້ນຫັ້ນເນາະ.

 ເມື່ອວັນທີ 30 ພືສຈິກາ 2021 ທ່ານ ພົງໄຊສັກ ອີນຖາລາດ ຮອງຣັຖມົນຕຣີກະຊວງແຮງງານ ແລະສວັສດີການສັງຄົມ ກ່າວໃນກອງປະຊຸມສະພາ ບໍຣິຫານອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ຫຼື IOM ຜ່ານຣະບົບທາງໄກ ວ່າການແຜ່ຣະບາດຂອງ ໂຄວິດ-19 ເຮັດໃຫ້ອັດຕຣາ ການຫວ່າງງານ ພາຍໃນປະເທດລາວເພີ່ມເປັນ 21.8% ຈາກເດີມຢູ່ທີ່ 9.4% ແລະ ມີໂຕເລກຜູ້ຫວ່າງງານພາຍໃນປະເທດຈຳນວນ 439,082 ຄົນ.

ນັບຕັ້ງແຕ່ປີ 2020 ຈົນເຖິງ ເດືອນຕຸລາປີ 2021, ມີຄົນງານລາວເດີນທາງກັບຄືນປະເທດ ຈຳນວນ 215,617 ຄົນ ໃນນັ້ນມີຄົນງານລາວທີ່ເຮັດວຽກຖືກຕ້ອງຕາມ MOU ຈຳນວນ 84,276 ຄົນ, ໄດ້ເດີນທາງກັບຄືນປະເທດແລ້ວ 77,255 ຄົນ ແລະ ມີຄົນງານຈຳນວນ 139,851 ຄົນ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ໄດ້ຜ່ານຣະບົບ ການຈັດສົ່ງ ແຮງງານຂອງຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.