ຮັບຊື້ຢາງພາຣາ ຖືກລົງ ເພາະຄ່າຂົນສົ່ງ ແພງຂຶ້ນ

ສຸພັດຕາ
2021.12.09
ຮັບຊື້ຢາງພາຣາ ຖືກລົງ ເພາະຄ່າຂົນສົ່ງ ແພງຂຶ້ນ ສວນປູກຢາງພາລາ ຢູ່ແຂວງຫຼວງນໍ້າທາ ປີ 2019.
RFA

ນັບແຕ່ທ້າຍເດືອນຕຸລາ ມາຮອດປັດຈຸບັນ ບໍຣິສັດຮັບຊື້ຢາງພາຣາ ໃນຫຼາຍແຂວງທົ່ວປະເທດ ຈໍາເປັນຕ້ອງແບກຮັບຕົ້ນທຶນ ຄ່າຂົນສົ່ງພາຣາ ເພື່ອສົ່ງອອກໄປຍັງປະເທດຈີນ ສູງຂຶ້ນຫຼາຍກວ່າ 3-4 ເທົ່າ ຍ້ອນຄວາມຫຍຸ້ງຍາກ ທາງດ້ານການເດີນທາງ ລະຫວ່າງດ່ານຊາຍແດນບໍ່ຫານ-ບໍ່ເຕັນ ພາຍຫຼັງທາງການຈີນໃຊ້ມາຕການ ປິດດ່ານດັ່ງກ່າວ ໃນໄລຍະທີ່ຜ່ານມາ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອໂຄວິດ-19, ດັ່ງເຈົ້າຂອງບໍຣິສັດ ຮັບຊື້ຢາງພາຣາ ຢູ່ແຂວງຜົ້ງສາລີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 9 ທັນວາ 2021 ນີ້ວ່າ:

“ເອກສານຢູ່ຫັ້ນ ກະມີມື້ນຶ່ງສອງມື້ ແລ້ວບາດນີ້ ຊິອອກຈາກສາງອີກ ຊົ່ວຊິໄປຮອດດ່ານ ກະອີກ 10 ປາຍມື້ ກັບມາ ເອົາຣົຖກັບມາພໍດີ ເປັນເດືອນນຶ່ງ ດຽວນີ້ເຮັດໃຫ້ລາຄາຕົກ ຍ້ອນແມ່ນວ່າ ເຮົາມາຄິດໄລ່ການຂົນສົ່ງ ພວກເຮົາຈຶ່ງໄດ້ຊື້ຢາງຖືກລົງ ປະຊາຊົນແມ່ນຂັດຂ້ອງວ່າ ເປັນຫຍ້ງເຈົ້າຈຶ່ງຊື້ຢາງຖືກລົງ ຂ້ອຍມີລາຍຈ່າຍຫຼາຍແບບນີ້ໆ ເຈົ້າຊິຂາຍກໍຂາຍ ບໍ່ຂາຍຂ້ອຍກໍບໍ່ຊື້.”

ທາງດ້ານຊາວສວນ ຜູ້ປູກຢາງພາຣາຈໍານວນນຶ່ງ ຈໍາເປັນຕ້ອງຟ້າວຂາຍ ຢາງພາຣາໃຫ້ກັບບໍຣິສັດ ຜູ້ຮັບຊື້ໃນລາຄາຖືກ ຍ້ອນຢ້ານວ່າ ຈະບໍ່ສາມາດຂາຍຢາງພາຣາ ທີ່ມີຢູ່ເປັນຈໍານວນຫຼາຍນີ້ໄດ້ ເນື່ອງຈາກທາງການ ກໍານົດໃຫ້ບໍຣິສັດຮັບຊື້ຢາງພາຣາ ສາມາດສົ່ງອອກຢາງພາຣາ ໄປຮອດປະເທດຈີນໄດ້ເຖິງ ແຕ່ວັນທີ່ 31 ທັນວາ 2021 ນີ້, ດັ່ງຊາວສວນປູກຢາງພາຣາ ຢູ່ເມືອງທ່າພະບາດ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ປີນີ້ ລາຄາຖືວ່າຕົກຕໍ່າຫຼາຍ ຕົກຢູ່ 8 ພັນກີບ ລາຄາສູງສຸດ ຄືເມື່ອຕົ້ນປີແມ່ນຕົກຢູ່ 10 ພັນກີບ ລາຄານີ້ບໍ່ຄຸ້ມ ຂ້ອຍວ່າຕົກຕໍ່າຫຼາຍ ຄັນຫາຕລາດໄດ້ກໍດີ ຜະຍຸງລາຄາກໍດີ ຖ້າວ່າຢາງພາຣາລາຄາສໍ່ານີ້ ຖືວ່າປະຄອງຢູ່ໂຕຫຼາຍ ພົບບັນຫາທຸກປີ ກໍຄືເດືອນຕຸລາ ເຖິງເດືອນທັນວານີ້ແຫຼະ ພົບບັນຫາທຸກປີໆ.”

ທ່ານກ່າວຕື່ມວ່າ ບໍຣິສັດຮັບຊື້ຢາງພາຣາຫຼາຍແຫ່ງ ມັກກົດລາຄາຢາງພາຣາ ທີ່ຊາວສວນຂົນໄປຂາຍໃຫ້ຮອດໂຮງງານ ເປັນຕົ້ນ ຊື້ຢາງພາຣາທຸກໆ 100 ກິໂລກຣາມ ແຕ່ຈະຈ່າຍເງິນພຽງແຕ່ 95-97 ກິໂລກຣາມເທົ່ານັ້ນ ບາງເທື່ອກໍອ້າງວ່າ ຢາພາຣາທີ່ຊາວສວນນໍາມາຂາຍໃຫ້ນັ້ນອ່ອນ ຫຼືບໍ່ໄດ້ມາຕຖານ ອີກທັງ ເຈົ້າຂອງບໍຣິສັດຈໍານວນນຶ່ງ ກໍຮັບຊື້ຢາງພາຣາຈາກຊາວສວນໄປກ່ອນ ແລ້ວຈຶ່ງຈ່າຍເງິນໃຫ້ຕາມຫຼັງ ເຮັດໃຫ້ຊາວສວນມີລາຍໄດ້ ຈາກການເຮັດສວນຢາງພາຣານີ້ໄດ້ໜ້ອຍ ແລະບໍ່ຄຸ້ມຄ່າກັບຕົ້ນທຶນ ແລະຍັງເປັນໜີ້ສິນນໍາອີກ.

ເນື່ອງຈາກການຂົນສົ່ງຢາງພາຣາ ຈາກລາວໄປຮອດປະເທດຈີນນັ້ນ ຂ້ອນຂ້າງຫຍຸ້ງຍາກ ດັ່ງນັ້ນໜ່ວຍງານກ່ຽວຂ້ອງ ຈຶ່ງດໍາເນີນການແກ້ໄຂບັນຫາດັ່ງກ່າວນີ້ ດ້ວຍການຈັດຫາບ່ອນຫວ່າງ ເຮັດເປັນຈຸດເປັນລານ ເພື່ອໃຫ້ຊາວສວນ ນໍາຢາງພາຣາມາຂາຍໃຫ້ແກ່ພໍ່ຄ້າ-ແມ່ຄ້າຄົນກາງໄດ້ສະດວກຂຶ້ນ, ດັ່ງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ຢູ່ທາງແຂວງພາກເໜືອ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:

“ໂຕນີ້ ມີພໍ່ຄ້າມືກາງ ຂະເຈົ້າມາຕັ້ງຊື້ ພວກເຮົາຈະເປັນແບບກຸ່ມໃຫ້ຂະເຈົ້າ ເປັນເຂດເປັນລານ ໃຫ້ຂະເຈົ້າມາຊື້ຕາມຈຸດ ຕາງໜ້າໂຮງງານມາຊື້ ຕາມຈຸດຊື້ ຕາມານທີ່ເຮົາກໍານົດໃຫ້ ໂຕນີ້ມັນມີຂອງຄົນລາວຫັ້ນແຫຼະ ສ່ວນຫຼາຍລະກະຄົນວຽດ ຈີນ.”

ອີງຕາມຂໍ້ມູນ ຂອງສະມາຄົມຢາງພາຣາລາວ ລາຄາຢາງພາຣາລາວ ຂາຍໃນປັດຈຸບັນ ແມ່ນ 9,400 ກີບຕໍ່ນຶ່ງກິໂລກຣາມ ແຕ່ພໍ່ຄ້າ-ແມ່ຄ້າຄົນກາງ ຮັບຊື້ບໍ່ເກີນ 7,800 ກີບຕໍ່ກິໂລກຣາມ, ດັ່ງແມ່ຄ້າຄົນກາງ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ:

“ຢາງພາຣາເບາະ ມີຫຼາຍຢູ່ ຢູ່ລາວຫັ້ນລາຄາ 7,700 – 7,800 ກີບ (ຕໍ່ກິໂລກຣາມ) ຂະເຈົ້າມາຊື້ ມື້ວັນທີ່ 1-2 ທັນວາ ມື້ກີ້ນີ້ ແມ່ນມີຫຼາຍ ປະມານ 100-200 ໂຕນ ອັນແມ່ນລະ ເພາະວ່າຈຸເຮົາຮັບຊື້ເດ້ ຂະເຈົ້າປູກຫຼາຍ ແມ່ນລະມາຊື້ຄືເກົ່າ ສໍ່າເກົ່າ.”

ສາເຫດນຶ່ງ ທີ່ເຮັດໃຫ້ພໍ່ຄ້າ-ແມ່ຄ້າຄົນກາງ ຮັບຊື້ຢາງພາຣາໃນລາຄາຖືກລົງ ຍ້ອນວ່າ ບໍຣິສັດຊື້ຢາງພາຣາສົ່ງອອກໄປຈີນນັ້ນ ຕ້ອງໄດ້ເສັຍຄ່າຂົນສົ່ງເພີ່ມຂຶ້ນ ຈາກທີ່ເຄີຍເສັຍປະມານ 330,000 ກີບ ຕໍ່ການຂົນສົ່ງຢາງພາຣາ 1 ຕັນ ແຕ່ປັດຈຸບັນ ຕ້ອງໄດ້ເສັຍປະມານ 1 ລ້ານກີບ ຕໍ່ການຂົນສົ່ງຢາງພາຣາ 1 ຕັນ.

ສໍາລັບລາຄາຢາງພາຣາທີ່ຫຼຸດລົງນັ້ນ ເປັນຍ້ອນຣະດູຂອງການກີດຢາງນໍາດ້ວຍ ແລະເຖິງແມ່ນວ່າ ການສົ່ງອອກຢາງພາຣາສົ່ງອອກໄປຍັງປະເທດຈີນ ຈະພົົບກັບຄວາມຫຍຸ້ງຍາກດ້ານການຂົນສົ່ງ ແຕ່ຢ່າງໃດກໍຕາມ ໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ຄາດການວ່າ ພາຍໃນປີ 2021 ການສົ່ງອອກຢາງພາຣາ ຈະສາມາດສ້າງລາຍໄດ້ ໃຫ້ແກ່ປະເທດລາວຫຼາຍກວ່າໄລຍະປີທີ່ຜ່ານມາ, ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມແລະການຄ້າ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:

“ທັມມະດາພຸ້ນແຫຼະ ແຫຼະເນາະ ມັນຫຼາຍ ມັນກໍຫຼຸດໜ້ອຍນຶ່ງເນາະ ມັນຫຼາຍດຽວນີ້ ດຽວນີ້ຣະດູກີດຢາງເດ້ ເອີ່ຫຼາຍໂພດ ມູນຄ່າມັນຫຼາຍ ມັນກໍເຮັດໃຫ້ສິນຄ້າມັນບໍ່ທັນ (ສົ່ງອອກ) ມັນກໍເອີ່ເນາະ ປີນີ້ ຣາບລື້ນກວ່າ ປີນີ້ລາຄາບໍ່ຫຼຸດ 8,500 ກີບຂຶ້ນໄປ ແຕ່ວ່າມູນຄ່າການສົ່ງອອກປີກາຍ 129 ລ້ານໂດລາສະຫະຣັຖ ປີນີ້ໄດ້ຢູ່ລະຫວ່າງ 140-130.”

ອີງຕາມບົດຣາຍງານ ຂອງກະຊວງແຜນການ ແລະການລົງທຶນ ລະຫວ່າງປີ 2016-2020 ຣະບຸວ່າ ການປູກຢາງພາຣາ ໄດ້ຂຍາຍໂຕຫຼາຍສົມຄວນ ໂດຍສະເພາະບັນດາແຂວງ ພາກເໜືອ ຍ້ອນຊາວສວນໃນພື້ນທີ່ ໄດ້ຮັບການສົ່ງເສີມຈາກ ບໍຣິສັດເອກຊົນທັງໃນ ແລະຕ່າງປະເທດ ມາຮອດປັດຈຸບັນ ເນື້ອທີ່ປູກຢາງພາຣາໃນທົ່ວປະເທດ ມີເກືອບ 300,000 ເຮັກຕ້າຣ໌ ໃນນັ້ນ ເປັນພື້ນທີ່ ທີ່ປະຊາຊົນປູກເອງ ເກືອບ 67,000 ເຮັກຕ້າຣ໌, ບໍຣິສັດປູກຮ່ວມສັນຍາກັບປະຊາຊົນ 58,000 ເຮັກຕ້າຣ໌ ແລະບໍຣິສັດປູກເອງ 120,000 ເຮັກຕ້າຣ໌ ໂດຍສາມາດກີດຢາງໄດ້ແລ້ວ ເກືອບ 30,000 ເຮັກຕ້າຣ໌ ສ່ວນໂຮງງານປຸງແຕ່ງຢາງພາຣາໃນລາວ ມີທັງໝົດ 26 ແຫ່ງ ໃນນັ້ນ ເປັນຂນາດກາງ 11 ແຫ່ງ ແລະຂນາດນ້ອຍ 15 ແຫ່ງ.

ເມື່ອ ເດືອນສິງຫາ 2021 ນີ້ ທ່ານ ວິໄລວັນ ພົມເຂ ປະທານສະມາຄົມ ຢາງພາຣາລາວ ກ່າວວ່າ ການເປີດນໍາໃຊ້ເສັ້ນທາງຣົຖໄຟລາວ-ຈີນ ໃນໄລຍະທ້າຍປີນີ້ ຖືເປັນໂອກາດສໍາຄັນ ທີ່ຈະຊ່ອຍໃຫ້ອຸດສາຫະກັມຢາງພາຣາ ພາຍໃນປະເທດລາວເຕີບໃຫຍ່ ທັງໃນດ້ານວັດຖຸດິບ ແລະເຕັກໂນໂລຊີ (Technology) ການປຸງແຕ່ງ ຍ້ອນໄດ້ຮັບຄວນສົນໃຈ ຈາກນັກລົງທຶນຕ່າງປະເທດ ຫຼາຍຂຶ້ນ ອີກທັງ ການຂົນສົ່ງຢາງພາຣາ ຜ່ານທາງຣົຖໄຟລາວ-ຈີນ ແມ່ນໃຊ້ຕົ້ນທຶນ ໃນການຂົນສົ່ງຖືກກວ່າ ການຂົນສົ່ງດ້ວຍວິທີການອື່ນໆ ແລະ ຍັງຊ່ອຍຫຼຸດໄລຍະເວລາ ໃນການຂົນສົ່ງບໍ່ໃຫ້ສິນຄ້າ ທາງການກະເສດເນົ່າເປື່ອຍ ລະຫວ່າງການຂົນສົ່ງນໍາດ້ວຍ ຊຶ່ງຈະຊ່ອຍໃຫ້ຊາວສວນ ສາມາດຂາຍຢາງພາຣາໄດ້ຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.