ຂ.ຜົ້ງສາລີປູກພືດ ແທນ ຢາງພາຣາ

ສຸພັດຕາ
2019.04.10
F-Rubber ພື້ນທີ່ດິນ ທີ່ປູກຢາງພາຣາ ແລ້ວດຸດຖິ້ມ ຍ້ອນຣາຄາຢາງຕົກຕໍ່າ ປ່ຽນເປັນສວນປູກກ້ວຍ ແລະ ປະຈຸບັນກໍມີຄໍາສັ່ງ ຫ້າມປູກກ້ວຍ
RFA/VD

ປະຊາຊົນເມືອງຍອດອູ ແຂວງຜົ້ງສາລີ ເຊົາປູກຢາງພາຣາ ຍ້ອນຣາຄາຢາງຕົກຕໍ່າຫຼາຍ ເຮັດໃຫ້ຊາວບ້ານຫຼາຍຄອບຄົວ ຫັນໄປປູກພືດ ແນວອື່ນແທນ ເປັນຕົ້ນ: ຖົ່ວແປ, ຕົ້ນຊາ ແລະ ກາເຟ, ອີງຕາມ ຄໍາເວົ້າຂອງຊາວສວນ ຢາງພາຣາ ເມືອງຍອດອູ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຍເສຣີ ວ່າ:

“ກໍຄົນບໍ່ປູກເພີ້ມແລ້ວເດີ້ ສາເຫດຂອງມັນ ກໍຣາຄາມັນຕົກ ເຂົ້າ 2-3 ປີໄດ້ແລ້ວ ຊ້າຢາງນີ້ 5,000 ກີບ ເຖິງ 6,000 ກີບ ຕໍ່າສຸດ ກໍ 3 ພັນ.”

ທ່ານເວົ້າວ່າ ຣາຄາຢາງພາຣາໃນທົ່ວປະເທດ ດຽວນີ້ຢູ່ປະມານ 3 ພັນກີບຕໍ່ກິໂລ, ຊຶ່ງເປັນຣາຄາ ທີ່ຕົກຕໍ່າທີ່ສຸດ ນັບແຕ່ ສປປລາວ ມີການປູກຢາງພາຣາ ມາ.

ໃນຂນະດຽວກັນ ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຜົ້ງສາລີ ກໍເວົ້າໃນມື້ດຽວກັນນີ້ວ່າ: ເກືອບ 2 ປີມານີ້ ຣາຄາ ຢາງພາຣາ ບໍ່ໄດ້ເພີ້ມຂຶ້ນເລີຍ ຣັຖບານ ກໍບໍ່ມີນະໂຍບາຍ ຊຸກຍູ້ ຫຼື ຮັບປະກັນຣາຄາ ຢາງພາຣາແນວໃດເລີຍ ເຮັດໃຫ້ປະຊາຊົນ ຢຸດເຊົາກິດຢາງ, ຂນະທີ່ຊາວສວນຢາງພາຣາ ຫຼາຍຄອບຄົວ ກໍຍັງຊອກຫາອາຊີບອື່ນ ເຮັດແທນ ບໍ່ທັນໄດ້ເທື່ອ ດັ່ງທ່ານກ່າວວ່າ:

“ມີແຕ່ຢາງພາຣາ, ຢາງພາຣາ ມັນກໍບໍ່ ເປັນຣາຄາ ປັດຈຸບັນນີ້ ກໍຊາວບ້ານ ເຂົາກໍບໍ່ທັນໄດ້ມີອາຊິບ ອື່ນມາທົດແທນ, ມີແຕ່ຮັກສາຕົ້ນ ຢາງພາຣາ ຣາຄາບໍ່ສູງ ຣັຖບານກໍເລີຍບໍ່ສົ່ງເສີມ.”

ຜ່ານມາ ແຂວງຜົ້ງສາລີ ກໍສເນີບັນຫາດັ່ງກ່າວນີ້ ໄປຍັງຣັຖບານລາວແລ້ວ ໃຫ້ລົງມາຊ່ອຍຄວບຄຸມຣາຄາ ແລະ ບໍ່ໃຫ້ພໍ່ຄ້າ-ແມ່ຄ້າ ຊາວຈີນ ຜູກຂາດຣາຄາ ຫຼືກົດຣາຄາຢາງພາຣາ ໃຫ້ຕົກຕໍ່າໄປ ກວ່ານີ້, ແຕ່ກໍບໍ່ມີພາກສ່ວນໃດ ລົງມາຊ່ອຍເຫຼືອເທື່ອ.

ສະຖາບັນຄົ້ນຄວ້າເສຖກິຈແຫ່ງຊາດ ປະເມີນຜົນທາງເສຖກິຈ ກ່ຽວກັບການນໍາໃຊ້ດິນ ເພື່ອການກະສິກັມ ຣະບຸວ່າ ການປູກ ຢາງພາຣາ ໃນລາວ ເຣີ້ມເຂົ້າສູ່ ພາວະຖົດຖອຍ ຫາກປະເມີນຈາກຣາຄາ ຂາຍຢາງໃນປັດຈຸບັນ, ຕ່າງຈາກໃນໄລຍະ 5-10 ປີທໍາອິດ ທີ່ ສປປລາວ ເຣີ້ມປູກຢາງພາຣາ ຈະເຫັນວ່າ ຣາຄາສູງເຖິງ 12-13 ພັນກີບຕໍ່ກິໂລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.