ຊາວບ້ານ ແຂວງເຊກອງ ຂໍໂຄງການພັດທະນາ ປັບປຸງຊີວິດ
2024.06.14

ມາຮອດປັດຈຸບັນ, ແຂວງເຊກອງ ຍັງຖືວ່າ ເປັນແຂວງໜຶ່ງໃນລາວ ທີ່ມີຄວາມທຸກຍາກ ຫຼາຍທີ່ສຸດ ແລະ ກໍຍັງຄົງເປັນແຂວງໜຶ່ງ ທີ່ຍັງຢູ່ຫ່າງໄກ ຈາກການຫຼຸດພົ້ນ ອອກຈາກຄວາມທຸກຍາກຢູ່. ຂະນະທີ່ ປະຊາຊົນ ພາຍໃນແຂວງ ສ່ວນໃຫຍ່ ກໍຍັງປະສົບຄວາມທຸກຍາກ ຢູ່ຄືເກົ່າ ຍ້ອນຍັງບໍ່ທັນມີ ໂຄງການພັດທະນາ ເຂົ້າໄປຊ່ອຍເຫຼືອ ໃນການປັບປຸງ ສະພາບຊີວິດການເປັນຢູ່ ແລະ ຊ່ອຍໃຫ້ປະຊາຊົນ ມີລາຍໄດ້ ຢ່າງທົ່ວເຖິງເທື່ອ ເຮັດໃຫ້ປະຊາຊົນ ພາຍໃນແຂວງ ຍັງມີສະພາບຄວາມເປັນຢູ່ ທີ່ທຸກຍາກ ຖ່າມກາງສະພາບ ບັນຫາເສດຖະກິດ ທີ່ຕົກຕ່ຳ ໃນປັດຈຸບັນ.
ຊາວບ້ານຢູ່ແຂວງເຊກອງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ພຶດສະພາ ທີ່ຜ່ານມານີ້ວ່າ ສຳລັບໃນເຂດບ້ານ ແລະ ເມືອງ ທີ່ເຂົາເຈົ້າອາໄສຢູ່ ກໍຍັງເຕັມໄປດ້ວຍຊາວບ້ານ ທີ່ປະສົບຄວາມທຸກຍາກ ຍ້ອນຍັງບໍ່ທັນມີ ໂຄງການພັດທະນາ ທີ່ສາມາດ ສ້າງລາຍໄດ້ ໃຫ້ແກ່ຊາວບ້ານ ຢ່າງເປັນຮູບປະທຳເທື່ອ.
ໃນໂອກາດນີ້, ທ່ານກໍຢາກຮ້ອງຂໍ ໃຫ້ມີໂຄງການພັດທະນາ ໃນດ້ານຕ່າງໆ ເຂົ້າມາໃນທ້ອງຖິ່ນ ຂອງທ່ານ, ໂດຍສະເພາະ ໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ເພື່ອໃຫ້ຊາວບ້ານ ມີສ່ວນຮ່ວມ ແລະ ມີລາຍໄດ້ ຈາກນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ເນື່ອງຈາກເຫັນວ່າ ໃນເຂດທີ່ທ່ານອາໄສຢູ່ ກໍມີແຫຼ່ງທ່ອງທ່ຽວ ທີ່ສວຍງາມ ແລະ ສາມາດພັດທະນາ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງ ແລະ ດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວໄດ້ ເພື່ອເຮັດໃຫ້ລາຍໄດ້ ຫຼັ່ງໄຫຼເຂົ້າສູ່ທ້ອງຖິ່ນ, ແຕ່ກໍບໍ່ທັນມີພາກສ່ວນໃດ ມາພັດທະນາ ໃນຈຸດນີ້ເທື່ອ.
ດັ່ງທ່ານກ່າວວ່າ:
“ຢາກໃຫ້ພັດທະນາຢູ່ ເປັນແຫຼ່ງທ່ອງທ່ຽວ ມັນມີຕາດໂຕໜຶ່ງນ່າ ຄັນເຮົາດຶງແຂກ-ທົວ ຫຍັງມາ ກະໜ້າຈະໄດ້ຢູ່. ຄົນເຂດນີ້ ບໍ່ມີຄວາມສາມາດເຮັດໄດ້ ວ່າຊັ້ນສາ. ຜູ້ທີ່ເປັນນາຍທຶນໃຫຍ່ ບໍ່ມີ ວ່າຊັ້ນສາ, ມີແຕ່ສ່ຳເຮັດບ້ານພັກ ທຳມະດາຊື່ໆ. ແຂກທຸກມື້ນີ້ ກະມີຢູ່ໄດ໋, ຄືວ່າແຂກໄທຍ ແຂກຫຍັງ, ແຂກຝຣັ່ງ ກະຫຼາຍຢູ່ໄດ໋.”
ໃນຂະນະທີ່ຊາວບ້ານ ຢູ່ແຂວງເຊກອງ ອີກນາງໜຶ່ງ ກໍເຫັນວ່າ ຕ້ອງການໂຄງການພັດທະນາ ໃນຫຼາຍດ້ານ ເຂົ້າມາໃນແຂວງເຊກອງ ເພື່ອຫຼຸດຜ່ອນຄວາມທຸກຍາກ ຂອງຊາວບ້ານ ແລະ ເຮັດໃຫ້ເຂດຫ່າງໄກສອກຫຼີກ ໄດ້ຮັບການພັດທະນາ ຫຼາຍຂຶ້ນກວ່າທຸກມື້ນີ້, ເຊິ່ງສ່ວນໂຕແລ້ວ ນາງຢາກໃຫ້ມີ ໂຄງການພັດທະນາ ທາງດ້ານການສຶກສາ ຫຼາຍທີ່ສຸດ ເປັນຕົ້ນ ການກໍ່ສ້າງໂຮງຮຽນ ໃນເຂດຫ່າງໄກສອກຫຼີກ ເພາະເຫັນວ່າ ເດັກນ້ອຍໃນເຂດດັ່ງກ່າວ ບໍ່ມີບ່ອນຮຽນໜັງສື ແລະ ຜູ້ປົກຄອງ ກໍບໍ່ມີເງິນ ທີ່ຈະໃຫ້ລູກຫຼານ ເດີນທາງໄປຮຽນ ຢູ່ຕ່າງບ້ານ. ຖ້າຫາກເດັກນ້ອຍເຫຼົ່ານັ້ນ ບໍ່ໄດ້ຮັບໂອກາດ ທາງການສຶກສາແລ້ວ ກໍຈະພົບແຕ່ຄວາມທຸກຍາກ ໃນອະນາຄົດ.
“ໂອ, ເອື້ອຍກະຢາກໃຫ້ເກີດຂຶ້ນ ຫຼາຍຫັ້ນແຫຼະ ໃນບ້ານເຮົາ ເພາະບ້ານມັນດ້ອຍພັດທະນາເດ້. ເອີ, ຢາກໄດ້ໂຄງການ ເປັນແບບໂຮງຮຽນ ໂຮງຫຍັງນີ້ແຫຼະ ໃຫ້ເດັກນ້ອຍເຂົາ ວ່າເຂດນອກພຸ້ນ ຢູ່ທາງພູຜາເຂົາຕິ. ພຸ້ນແຫຼະ ດັກຈຶງ, ກະລຶມ ພຸ້ນແຫຼະ ມັນທຸກຍາກ, ໃນເມືອງ ບໍ່ທຸກຍາກດອກ.”
ສ່ວນຊາວບ້ານ ໃນແຂວງເຊກອງ ອີກນາງໜຶ່ງ ທີ່ດີ້ນຮົນໜີຄວາມທຸກຍາກ ຈາກແຂວງເຊກອງ ມາຕັ້ງຊີວິດໃໝ່ ຢູ່ນະຄອນຫຼວງວຽງຈັນ ກໍເຫັນວ່າ ຊາວບ້ານ ໃນຫຼາຍເຂດ ໃນແຂວງເຊກອງ ຈຳເປັນຕ້ອງໄດ້ຮັບ ໂຄງການພັດທະນາ ຫຼາຍທີ່ສຸດ, ໂດຍສະເພາະ ໂຄງການທີ່ເຂົ້າໄປສົ່ງເສີມ ໃຫ້ພວກເຂົາເຈົ້າ ມີລາຍໄດ້ທີ່ດີຂຶ້ນ ໂດຍມີການສອບຖາມ ເຖິງຄວາມຕ້ອງການ ຂອງພວກເຂົາເຈົ້ານຳ, ເຊິ່ງຊາວບ້ານ ສ່ວນໃຫຍ່ ໃນເຂດຫ່າງໄກສອກຫຼີກ ສ່ວນຫຼາຍ ກໍຍັງຍຶດພຽງແຕ່ ອາຊີບປູກຝັງ ເປັນຕົ້ນ ປູກພືດຕ່າງໆ ອັນເປັນຫົນທາງດຽວ ທີ່ເຮັດໃຫ້ພວກເຂົາເຈົ້າ ມີລາຍໄດ້ ເຖິງແມ່ນວ່າ ຈະບໍ່ມີຫຼາຍກໍຕາມ.
“ການຊ່ອຍເຫຼືອ ກະພວກທຸກຍາກຫັ້ນແຫຼະ ອາຊີບເຂົາເຈົ້າ ກະດຽວນີ້ ເຂົາປູກມັນຢ່າງດຽວ ເທົ່ານັ້ນແຫຼະ. ຢູ່ຫັ້ນ ມັນເປັນພູແນ່ ສ່ວນຫຼາຍກະມີແຕ່ປູກມັນ ປູກມັນດ້າງ, ຫັ້ນນ່າ. ຕ້ອງໄດ້ຖາມເພິ່ນກ່ອນ ແບບວ່າ ເຂົາເຈົ້າໃຫ້ຊ່ອຍເຫຼືອຫຍັງ, ຫັ້ນນ່າ.”
ບໍ່ພຽງແຕ່ເທົ່ານັ້ນ, ກ່ອນໜ້ານີ້ ຊາວບ້ານ ຢູ່ແຂວງເຊກອງ ອີກທ່ານໜຶ່ງ ທີ່ມັກຂັບຂີ່ລົດ ແລະ ໃຊ້ເສັ້ນທາງ ຢູ່ເປັນປະຈຳ ກໍເຫັນວ່າ ທາງແຂວງ ຕ້ອງໄດ້ປັບປຸງຖະໜົນ-ຫົນທາງ ຫຼາຍທີ່ສຸດ ຍ້ອນບັນດາລົດແກ່ແຮ່ທາດ ຂອງຫຼາຍໂຄງການ ທີ່ມັກແກ່ແຮ່ ອອກໄປທາງປະເທດຫວຽດນາມ ໄດ້ເຮັດໃຫ້ຫົນທາງ ເປ່ເພຫຼາຍແຫ່ງ ຈົນສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການສັນຈອນໄປ-ມາ ຂອງຊາວບ້ານ. ດັ່ງນັ້ນ, ຈຶ່ງເຫັນວ່າ ຕ້ອງໄດ້ຊອກຫາງົບປະມານ ມາສ້ອມແປງເສັ້ນທາງ ທີ່ເປ່ເພນັ້ນ ແບບຮີບດ່ວນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຊາວບ້ານ ແລະ ພາກສ່ວນທຸລະກິດຕ່າງໆ ທີ່ຈຳເປັນຕ້ອງໃຊ້ຖະໜົນ-ຫົນທາງ ໃນການທຽວໄປ-ມາ.
ດັ່ງທ່ານກ່າວ ໃນທຳນອງ ລະບາຍຄວາມຮູ້ສຶກວ່າ:
“ລົດແກ່ແຮ່ ຢູ່ຫັ້ນເດ້. ໂອ, ເຊກອງ ເພຫຼາຍ ເຊກອງນ່າ ເປ່ເພ ແຕ່ເຊກອງ ໄປຫາຊາຍແດນ ແມ່ນຫຍັງຫັ້ນ, ໂອ, ທາງເພໝົດແລ້ວ ບໍ່ໄດ້ໄປແລ້ວ. ເຊກອງ ທາງທຳມະດາ ເຊກອງນ່າ.”
ແລະ ເຖິງແມ່ນວ່າ ແຂວງເຊກອງ ເປັນແຂວງໜຶ່ງ ທີ່ມີໂຄງການພັດທະນາ ດ້ານເຂື່ອນໄຟຟ້າ ແລະ ໂຄງການພະລັງງານລົມ ຫຼາຍໂຄງການກໍຕາມ, ແຕ່ກໍບໍ່ໄດ້ເຮັດໃຫ້ຊາວບ້ານ ໃນທົ່ວແຂວງ ມີໄຟຟ້າໃຊ້ຄົບ ໝົດທຸກບ້ານເທື່ອ ຍ້ອນນັກລົງທຶນ ທີ່ເຂົ້າມາສ້າງໂຄງການ ປະເພດດັ່ງກ່າວ ລ້ວນແຕ່ຢາກສົ່ງໄຟຟ້າ ອອກໄປຂາຍ ໃຫ້ປະເທດກຳປູເຈຍ ຫຼາຍກວ່າ ທີ່ຈະສົນໃຈ ພັດທະນາຊີວິດການເປັນຢູ່ ຂອງຊາວບ້ານ ໃນທ້ອງຖິ່ນ, ເຊິ່ງປັດຈຸບັນ ຍັງມີຫຼາຍບ້ານ, ໂດຍສະເພາະ ຢູ່ເມືອງກະລຶມ ທີ່ບໍ່ໄດ້ຊົມໃຊ້ໄຟຟ້າ ຍ້ອນບໍ່ມີໂຄງການ ຂະຫຍາຍການຕິດຕັ້ງໄຟຟ້າ ເຂົ້າເຖິງເທື່ອ ອັນເກີດຈາກ ບໍ່ມີງົບປະມານພຽງພໍ ເພື່ອຕິດຕັ້ງໄຟຟ້າ ເຂົ້າໄປໃນເຂດບ້ານ ທີ່ຍັງບໍ່ມີໄຟຟ້າໃຊ້.
ດັ່ງຊາວບ້ານ ທ່ານໜຶ່ງ ຢູ່ເມືອງກະລຶມ ກ່າວວ່າ:
“ໄດ້ຂາຍໄຟຟ້າ ສົ່ງອອກນອກ ຂາຍກຳປູເຈຍ. ແຕ່ຫົນທາງ ມັນຍັງບໍ່ເຮັດໃຫ້. ໄຟຟ້າມັນຈະໃຫ້ເຈົ້າໃຊ້ ມັນບໍ່ໃຫ້ອີ່ສັງດອກ. ປະຊາຊົນບໍ່ມີໄດ້ຈັກຢ່າງນ່າ. ດິນຖືກໂຄງການ ມັນຍັງບໍ່ຢາກໃຫ້ເງິນ. ເຂົາເຮັດແຕ່ໄຟ ຂາຍເອົາເງິນ, ເຂົາບໍ່ໄດ້ກ່ຽວ ກັບພັດທະນາ ປະຊາຊົນ.”
ທາງດ້ານເຈົ້າໜ້າທີ່ ຢູ່ແຂວງເຊກອງ ທ່ານໜຶ່ງ ກໍຍອມຮັບວ່າ ປັດຈຸບັນ ທາງການແຂວງເຊກອງ ກໍມີຄວາມຕ້ອງການ ງົບປະມານ ຫຼາຍກວ່າ 1,000 ຕື້ກີບ ເພື່ອມາດຳເນີນ ໂຄງການພັດທະນາ ໃນດ້ານຕ່າງໆ ພາຍໃນແຂວງ ເພື່ອໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຫຼຸດພົ້ນ ອອກຈາກຄວາມທຸກຍາກ, ໂດຍສະເພາະ ໂຄງການພັດທະນາ ດ້ານລະບົບພື້ນຖານໂຄງລ່າງ ເພື່ອໃຫ້ມີຄວາມທັນສະໄໝ ລວມທັງອີກຫຼາຍໂຄງການ ທີ່ຈະສາມາດ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ພາຍໃນແຂວງ ໃຫ້ມີວຽກເຮັດງານທຳ ແບບຖາວອນ ອັນຈະເຮັດໃຫ້ ພວກເຂົາເຈົ້າ ມີລາຍຮັບທີ່ດີຂຶ້ນ, ແຕ່ກໍບໍ່ແມ່ນເລື້ອງງ່າຍ ທີ່ຈະຊອກຫາແຫຼ່ງທຶນ ເພື່ອມາດຳເນີນການ ໂຄງການເຫຼົ່ານັ້ນ.
ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ໂອ, ໂຄງການເບາະ ສ່ວນຫຼາຍ ກະເປັນໂຄງລ່າງພື້ນຖານຫັ້ນແຫຼະ ເປັນປະເພດເສັ້ນທາງບໍ່ ບູລະນະການທ່ອງທ່ຽວ ກ່ຽວກັບແຫຼ່ງທ່ອງທ່ຽວຫັ້ນ ກ່ຽວກັບຖະໜົນຫົນທາງ ທີ່ວ່າ ໄປສະດວກສະບາຍ ຫັ້ນແຫຼະ ເຂົ້າແຫຼ່ງທ່ອງທ່ຽວ ສະດວກສະບາຍ ຫຼືວ່າໄປເມືອງຫາເມືອງ ບ້ານຫາບ້ານ. ໂຄງການກະສິກຳບໍ່ ປະເພດປູກຝັງ-ລ້ຽງສັດ ຜະລິດຕະພັນກະສິກຳ ກ່ຽວກັບສາທາລະນະສຸກ ຊ່ອຍເຫຼືອເດັກຂາດສານອາຫານບໍ່.”
ທ່ານຍັງໄດ້ອະທິບາຍຕື່ມວ່າ ຢ່າງໃດກໍຕາມ ສຳລັບໂຄງການພັດທະນາ ດ້ານພະລັງງານລົມ ທີ່ໄດ້ເຂົ້າມາ ໃນແຂວເຊກອງ ແລ້ວນັ້ນ, ກໍມີແຜນ ແລະ ທິດທາງ ທີ່ຈະດຳເນີນການ ໂຄງການພັດທະນາ ແລະ ຊ່ອຍເຫຼືອຊາວບ້ານ ໃນຫຼາຍດ້ານ ເພື່ອປະກອບສ່ວນ ເຂົ້າໃນການຫຼຸດຜ່ອນ ຄວາມທຸກຍາກ ແກ່ຊາວບ້ານ ໃນທ້ອງຖິ່ນນັ້ນ, ແຕ່ກໍຍັງຢູ່ໃນຂັ້ນຕອນ ຈັດຕັ້ງປະຕິບັດ ແລະ ຍັງບໍ່ທັນເປັນຮູບປະທຳເທື່ອ.
“ໂຄງການພະລັງງານລົມມາເນາະ ມັນກະທຸກຢ່າງຫັ້ນແຫຼະ. ເວົ້າເລື້ອງຜະລິດຕະພັນ ຂອງບ້ານ ສົ່ງເສີມການປູກ-ການລ້ຽງ ເພິ່ນກະພະຍາຍາມຊ່ອຍກັນ ຫຼືວ່າ ເອົາການສຶກສາເຂົ້າມາ ກຳລັງຈັດຕັ້ງປະຕິບັດຢູ່, ແຕ່ວ່າ ບໍ່ທັນເປັນຮູບປະທຳ. ເພິ່ນກະໄດ້ຄ່ອຍຈັດຕັ້ງປະຕິບັດ ໂຄງການໄທເບາະ ພະລັງງານລົມ.”
ຢ່າງໃດກໍຕາມ, ຫຼ້າສຸດນີ້ ມີລາຍງານວ່າ ທາງການແຂວງເຊກອງ ມີຄວາມຕ້ອງການເງິນທຶນ ຈຳນວນ 1,223 ຕື້ກີບ ເພື່ອມາດຳເນີນການ ໂຄງການພັດທະນາ ໃນດ້ານຕ່າງໆ ພາຍໃນແຂວງ. ໃນນີ້, ມີທຶນຂອງລັດ ປະມານ 73 ຕື້ກີບ, ທຶນຊ່ອຍເຫຼືອລ້າ ແລະ ກູ້ຢືມ ປະມານ 146 ຕື້ກີບ ແລະ ທຶນຈາກການລົງທຶນ ຂອງເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ປະມານ 1,000 ຕື້ກີບ, ອີງຕາມການລາຍງານ ຂອງສຳນັກຂ່າວ ຂ່າວສານປະເທດລາວ ໃນວັນທີ 29 ພຶດສະພາ 2024 ທີ່ໄດ້ອ້າງອີງຂໍ້ມູນ ຈາກຜແນກແຜນການ ແລະ ການລົງທຶນ ແຂວງເຊກອງ.
ນອກຈາກນີ້, ທາງການແຂວງເຊກອງ ໄດ້ເຜີຍແຜ່ບົດສະຫຼຸບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ໂດຍລະບຸວ່າ ທົ່ວແຂວງເຊກອງ ມີຄອບຄົວທັງໝົດ 29,051 ຄອບຄົວ, ເປັນຄອບຄົວທຸກຍາກ 10,882 ຄອບຄົວ ກວມເອົາ 37.45%. ໃນນັ້ນ, ອຳນາດການປົກຄອງແຂວງ ສາມາດແກ້ໄຂ ຄອບຄົວທຸກຍາກ ໄດ້ 300 ຄອບຄົວ, ກວມເອົາ 1% ຂອງຄອບຄົວທຸກຍາກທັງໝົດ, ເຊິ່ງຖືວ່າ ຍັງເປັນອັດຕາສ່ວນ ທີ່ໜ້ອຍຫຼາຍ.
ຢ່າງໃດກໍຕາມ, ລັດຖະບານລາວ ແລະ ແຂວງເຊກອງ ມີແຜນ ທີ່ຈະອະນຸຍາດ ໃຫ້ນັກລົງທຶນ ເຂົ້າມາດຳເນີນໂຄງການ ສຶກສາ, ສຳຫຼວດ-ອອກແບບ ແລະ ກໍ່ສ້າງ ໂຄງການເຂື່ອນໄຟຟ້າ ທັງໝົດ 54 ໂຄງການ. ໃນນັ້ນ, ເປັນໂຄງການ ທີ່ຢູ່ໃນຂັ້ນຕອນ ບົດບັນທຶກຄວາມເຂົ້າໃຈ ຈຳນວນ 28 ໂຄງການ, ຢູ່ໃນຂັ້ນຕອນສັນຍາ ເພື່ອພັດທະນາໂຄງການ ຈຳນວນ 15 ໂຄງການ ແລະ ຢູ່ໃນຂັ້ນຕອນສຳປະທານ 11 ໂຄງການ.
ເຊິ່ງກ່ຽວກັບໂຄງການ ດ້ານພະລັງງານ ທັງໝົດນີ້, ຊາວບ້ານຢູ່ແຂວງເຊກອງ ກໍຫວັງວ່າ ແຕ່ລະໂຄງການ ຈະມີການຊ່ອຍເຫຼືອ ແລະ ມີໂຄງການພັດທະນາ ມາໃຫ້ແກ່ປະຊາຊົນ ໃນທ້ອງຖິ່ນ ຫຼືຢ່າງໜ້ອຍ ກໍຂໍໃຫ້ມີການຈ້າງຊາວບ້ານ ໃນທ້ອງຖິ່ນ ໃຫ້ໄປເຮັດວຽກ ເປັນກຳມະກອນ ຫຼືຕຳແໜ່ງງານອື່ນໆ ຢູ່ໃນແຕ່ລະໂຄງການ ເພື່ອທີ່ຈະສ້າງລາຍໄດ້ ໃຫ້ແກ່ຊາວບ້ານ ໃນແຕ່ລະທ້ອງຖິ່ນ. ສະບາຍດີ.