ລາຄາຢາງຕ່ຳກວ່າ ຊາວບ້ານ ຕ້ອງການ
2020.08.13
ປັດຈຸບັນ, ລາຄາຢາງພາຣາ ຢູ່ບັນດາແຂວງພາກເໜືອ ຍັງມີລາຄາຕ່ຳກວ່າລາຄາ ທີ່ຊາວບ້ານຕັ້ງເປົ້າໝາຍຢາກໄດ້ ຍ້ອນບໍຣິສັດ ທີ່ເປັນ ຜູ້ຊື້ນ້ຳຢາງພາຣາ ໄດ້ກົດລາຄາ ແລະ ຜູກຂາດ ການຊື້ຂາຍ ເຮັດໃຫ້ຊາວກະເສຕກອນ ຜູ້ປູກຢາງພາຣາຫຼາຍຄົນ ເດືອດຮ້ອນ ແລະ ບໍ່ຢາກປາດນ້ຳຢາງຂາຍ ຖ້າບໍ່ຈຳເປັນແທ້ໆ.
ຢູ່ແຂວງຫຼວງນ້ຳທາ ລາຄາຢາງພາຣາ ປະມານ 5,000 ກີບ/ກິໂລກຣາມ ໃນປີນີ້, ແຕ່ກໍຍັງຕ່ຳຫຼາຍຢູ່. ດັ່ງຊາວສວນຢາງພາຣາ ຢູ່ແຂວງ ຫຼວງນ້ຳທາ ເວົ້າຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 13 ສິງຫາ ນີ້ວ່າ:
“ລາຄາຫຼວງນ້ຳທາ ນີ້ 5,500 ກີບ, ປີນີ້ລາຄາເທົ່ານີ້. ປີກາຍກໍລາຄາ 4,000 ກີບ ກໍມີ. ໂອ່, ປະຊາຊົນນີ້ຢາກໃຫ້ຂຶ້ນແທ້ ສ່ຳນີ້ບໍ່ຢາກ ຂາຍນ່າ, ແຕ່ບໍ່ມີທາງອອກນ່າ. ປະຊາຊົນນີ້ວ່າຕ່ຳສຸດກໍບໍ່ໃຫ້ຫຼຸດ 8,000 ກີບ. ໂຮງງານມາຜູກມັດຢູ່ນີ້ ແລ້ວໂຮງງານບໍ່ໃຫ້ບໍຣິສັດມານ່າ.”
ທ່ານເວົ້າຕື່ມວ່າ ໂຮງງານຂອງຈີນ ທີ່ຮັບຊື້ຢາງພາຣາ ຢູ່ ແຂວງຫຼວງນ້ຳທາ ໃຫ້ເຫດຜົລວ່າ ສາເຫດທີ່ເຮັດໃຫ້ລາຄາສ່ຳນີ້ ເປັນຍ້ອນ ລາຄາຢາງພາຣາ ຢູ່ຈີນກໍຕ່ຳຄືກັນ, ບໍຣິສັດ ຈຶ່ງບໍ່ສາມາດ ເພີ່ມລາຄາໃຫ້ໄດ້ ເຮັດໃຫ້ຊາວສວນຢ່າງພາຣາ ສ່ວນນຶ່ງ ຕ້ອງຍອມຂາຍ ໃນລາຄາດັ່ງກ່າວ ເພາະບໍ່ມີຣົດນຳຢາງພາຣາໄປຂາຍ ຢູ່ຊາຍແດນຈີນໂດຍຕຣົງ.
ເຈົ້າຂອງໂຮງງານ ຮັບຊື້ຢາງພາຣາ ແຫ່ງນຶ່ງ ຢູ່ແຂວງຫຼວງນ້ຳທາ ທີ່ຄົນຈີນ ເປັນຜູ້ລົງທຶນໃຫ້ ເວົ້າວ່າ ປັດຈຸບັນ, ໄດ້ຮັບຊື້ຢາງພາຣາ ໃນລາຄາ 5,300 ກີບ ຫາ 5,500 ກີບ, ເຊິ່ງເມື່ອທຽບໃສ່ຕົ້ນປີແລ້ວ ຖືວ່າໃຫ້ລາຄາສູງກວ່າເກົ່າ 1,000 ກີບ. ສ່ວນໃນອະນາຄົດ ຈະເພີ່ມລາຄາຕື່ມ ຫຼືບໍ່ນັ້ນ, ກໍຍັງບໍ່ທັນຕອບໄດ້. ດັ່ງທ່ານ ເວົ້າວ່າ:
“ໄລຍະນີ້ ກະຊື້ຢູ່ 5,300 ຫາ 5,500 ກີບນີ້ແຫຼະ. ຢາງມີຫຼາຍ ເຮົາກະຊື້ລາຄາ 5,500. ສູງສຸດລາຄາຊື້ຢູ່ນີ້ 5,500 ກີບ, ຂຶ້ນຫຼາຍ. ທຽບຕົ້ນປີ ຂ້ອຍຊື້ 4,500 ກີບ. ເອົາໄປຈີນ ເອົາໄປ ຢຸນນານ. ຈີນນີ້, ເອົາໄປເຂົ້າ ຢູ່ໂຮງງານໃຫຍ່ເລີຍ.”
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຫຼວງນ້ຳທາ, ໂດຍເຈົ້າໜ້າທີ່ ຜູ້ບໍ່ປະສົງ ອອກຊື່ ແລະ ສຽງ ທ່ານນຶ່ງກ່າວວ່າ ປັດຈຸບັນ, ລາຄາຢາງພາຣາ ຢູ່ແຂວງຫຼວງນ້ຳທາ ມີລາຄາຢູ່ທີ່ 5,300 ກີບ ຫາ 5,500 ກີບແທ້, ແຕ່ຢ່າງໃດກໍຕາມ, ທາງການກໍມີແຜນ ຈະປະຊຸມຫາລືກັນ ເພື່ອຫາມາຕການ ປັບລາຄາຂຶ້ນ, ແຕ່ຍັງບໍ່ທັນມີຣາຍລະອຽດເທື່ອ.
ໃນຂະນະທີ່ຢູ່ແຂວງຊຽງຂວາງ ກໍເປັນອີກແຂວງນຶ່ງ ທີ່ລາຄາຢາງພາຣາ ຢູ່ໃນສະພາບ ທີ່ລາຄາຕ່ຳກວ່າ ທີ່ຊາວບ້ານຢາກໄດ້ ເຮັດໃຫ້ ບັນດາເຈົ້າຂອງສວນຢາງພາຣາ ຫຼາຍແຫ່ງ ຮູ້ສຶກອຸກໃຈ, ແຕ່ຈຳເປັນຕ້ອງໄດ້ປາດນ້ຳຢາງຂາຍ ເພື່ອຫາຣາຍໄດ້. ດັ່ງເຈົ້າຂອງສວນ ຢາງພາຣາ ແຫ່ງນຶ່ງ ເວົ້າວ່າ:
“ເດືອນ 4 ຫາເດືອນ 5 ຫັ້ນ 4,600 ກີບເນາະ ຕໍ່ມາຫັ້ນເປັນຢູ່ 5,600 ກີບ ແລ້ວລະຫຼຸດມາອີກເປັນ 5,350 ກີບ ຊາວໄຮ່ຊາວສວນນີ້, ເຮົາກະຢາກໃຫ້ໄດ້ໝ້ອງປະມານ 7-8 ພັນນີ້ແຫຼະ. ອັນຄົນຈີນແດ່ ຄົນລາວຊື້ແດ່ ຄົນວຽດຊື້ແດ່ນ່າ. ລາຄາໜ້ອຍໂພດ.”
ຍານາງກ່າວຕື່ມວ່າ ເຈົ້າຂອງໂຮງງານ ຜູ້ຮັບຊື້ນ້ຳຢາງພາຣາ ໃຫ້ເຫດຜົລວ່າ ສາເຫດທີ່ລາຄາຕ່ຳກວ່າທີ່ຊາວສວນຢາກໄດ້ນັ້ນ ຍ້ອນໄດ້ ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງ ເຊື້ອໄວຣັສ ໂຄວິດ-19. ແຕ່ເຖິງຢ່າງໃດກໍຕາມ, ໃນທຸກໆ 15 ມື້, ຕົນຕ້ອງໄດ້ເອົານ້ຳຢາງ ທີ່ປາດໄດ້ ຂຶ້ນຣົດໃຫຍ່ ແລ້ວນຳໄປຂາຍໃຫ້ແກ່ໂຮງງານຢູ່ແຂວງໄຊສົມບູນ, ເຊິ່ງກໍຕ້ອງເສັຽຄ່າ ນ້ຳມັນ ຈຳນວນຫຼາຍຕໍ່ຖ້ຽວ ເພາະເດີນ ທາງໄກ. ເຖິງແມ່ນວ່າ ບໍ່ຢາກປາດນ້ຳຢາງຂາຍ, ກໍຈຳເປັນຕ້ອງໄດ້ຂາຍ ຍ້ອນຢ້ານຄົນງານ ບໍ່ມີວຽກເຮັດ.
ກ່ຽວກັບບັນຫາ ລາຄາຢາງພາຣາ ຕ່ຳກວ່າລາຄາທີ່ຊາວສວນຢາກໄດ້ນີ້, ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງຜົ້ງສາລີ ກ່າວວ່າ ປັດຈຸບັນ, ລາຄາຢາງພາຣາ ຢູ່ຫຼາຍເມືອງ ໃນແຂວງຜົ້ງສາລີ ມີລາຄາຕ່ຳເຊັ່ນດຽວກັນ. ຍົກເວັ້ນເມືອງບຸນໃຕ້ ທີ່ມີລາຄາສູງກວ່າເມືອງອື່ນໆ, ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ກໍພວມຫາແນວທາງປັບລາຄາຂຶ້ນ ໃຫ້ເທົ່າກັບລາຄາ ເມືອງບຸນໃຕ້ ຫຼືໃຫ້ເປັນລາຄາ ດຽວກັນ. ດັ່ງທ່ານ ກ່າວວ່າ:
“ໃນທົ່ວແຂວງຜົ້ງສາລີນີ້ ຢາກໃຫ້ເຫັນດີເປັນເອກະພາບກັນ ຄືຢູ່ເມືອງບຸນໃຕ້ ເພາະເມືອງບຸນໃຕ້ນີ້ແມ່ນ 6,000 ກີບ/ກິໂລກຣາມ, ແຕ່ວ່າ ຢູ່ນີ້ ກະຄືວ່າແຫຼະ ບໍຣິສັດນີ້ ມັນກໍຫຍຸ້ງຍາກແດ່, ແລ້ວກໍຄືວ່າ ເຂົາເກັບຜ່ານມານີ້ ກິໂລນຶ່ງ 5,000 ກີບ. ປັດຈຸບັນນີ້, ລະແມ່ນບໍ່ປາດ, ແຕ່ວ່າຊິມີແຜນ ຊິຂຶ້ນບໍ່ຂຶ້ນ ອັນນັ້ນນີ້ ພວກເຮົາກະບໍ່ຮູ້.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກົມການຄ້າພາຍໃນ, ກະຊວງອຸດສາຫະກັມ ແລະ ການຄ້າ ໃນຕອນບ່າຍ ຂອງວັນທີ 13 ສິງຫາ ນີ້ເພື່ອ ສອບຖາມ ກ່ຽວກັບເຣື່ອງນີ້, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສັມພາດ.
ທີ່ຜ່ານມາ, ບໍຣິສັດ ລົງທຶນຢາງພາຣາ ຢຸນນານ ຈຳກັດ ຂອງຈີນ ເປັນຜູ້ກຳນົດລາຄາ ຢາງພາຣາໃນລາວ ເພາະມີສັນຍາຜູກຂາດກັບ ຣັຖບານ ໃນການລົງທຶນປູກຢາງພາຣາໃນລາວ ເຮັດໃຫ້ນາຍທຶນຫຼາຍປະເທດ ບໍ່ສາມາດເຂົ້າມາຊື້ໄດ້ ແລະ ໄດ້ໃຫ້ເຫດຜົລ ຂອງລາຄາ ຢາງພາຣາ ທີ່ຕ່ຳກວ່າຊາວບ້ານຢາກໄດ້ໃນລາວ ວ່າ ເປັນຍ້ອນລາຄາຢາງພາຣາ ໃນຕລາດໂລກ ທີ່ຫຼຸດລົງ, ອີງຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງຫຼວງນ້ຳທາ ເມື່ອປີ 2019.
ປັດຈຸບັນ, ທົ່ວລາວມີເນື້ອທີ່ປູກຢາງພາຣາ ທັງໝົດປະມານ 3 ແສນເຮັກຕ້າຣ, ໂດຍສ່ວນໃຫຍ່ ປູກຢູ່ທາງພາກເໜືອ, ອີງຕາມຂໍ້ມູນຈາກ ກະຊວງ ຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ. ການປູກຢາງພາຣາ ຄັ້ງທຳອິດ ໃນພາກເໜືອ ຂອງລາວ ເກີດຂຶ້ນເມື່ອປະມານປີ 1994 ຢູ່ບ້ານຫາດຍາວ, ເມືອງ ແລະ ແຂວງຫຼວງນ້ຳທາ. ຈົນມາຮອດປີ 2004 ເປັນຕົ້ນມາ, ນັກລົງທຶນຈີນ ກໍໄດ້ເຣີ່ມເຂົ້າມາພັທນາ ການປູກຢາງພາຣາ ຢູ່ເຂດດັ່ງກ່າວ ແບບເປັນທາງການ.