ພນັກງານ ບໍຣິສັດ ຈົງທຽນ ລຸຍເຢ້ ຖືກໃໝ ຍ້ອນກັກຣົຖ ຊາວບ້ານ
2022.06.07

ບໍຣິສັດ ຈົງທຽນ ລຸຍເຢ້ ຂອງນັກລົງທຶນຈີນ ທີ່ເຂົ້າມາເຮັດໂຄງການສົ່ງເສີມ ປູກຢາງພາຣາ ແລະຕັ້ງໂຮງງານ ຮັບຊື້ຢາງພາຣາຢູ່ເມືອງຂວາ ແຂວງຜົ້ງສາລີ ໄດ້ກົດລາຄາຊື້ຢາງພາຣາ ຈາກຊາວບ້ານໃນລາຄາຕໍ່າປະມານ 9,500 ກີບຕໍ່ກິໂລ ແລະ ໄດ້ຫ້າມບໍ່ໃຫ້ຊາວບ້ານ ທີ່ເຂົ້າຮ່ວມໂຄງການຂອງບໍຣິສັດ ແລະບໍ່ໄດ້ເຂົ້າຮ່ວມໂຄງການ ນຳຢາງພາຣາໄປຂາຍຢູ່ຕ່າງແຂວງ ເປັນຕົ້ນແຂວງອຸດົມໄຊ ຊຶ່ງໃນລາຄາ 12,000 ກີບຕໍ່ກິໂລ.
ໃນວັນທີ 05 ມິຖຸນາທີ່ຜ່ານມາພນັກງານ ຂອງບໍຣິສັດດັ່ງກ່າວກໍໄດ້ກັກຣົຖ ຂອງຊາວບ້ານຜູ້ນຶ່ງທີ່ຈະນຳຢາງພາຣາ ໄປຂາຍຢູ່ແຂວງອຸດົມໄຊຍ້ອນຄິດວ່າ ຊາວບ້ານຄົນດັ່ງກ່າວເລາະເກັບຊື້ ຢາງພາຣາທີ່ເຂົ້າຮ່ວມໂຄງການ ຂອງບໍຣິສັດເພື່ອຈະໄປຂາຍຕ່າງແຂວງ ທັງໆທີ່ແມ່ນຢາງພາຣາສ່ວນໂຕ ຂອງເຂົາເຈົ້າເອງ.
ດັ່ງຊາວບ້ານທີ່ຮູ້ເຫດການດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 07 ມິຖຸນານີ້ວ່າ:
“ຢູ່ເມືອງຂວານີ້ 9,500 ຢູ່ອຸດົມໄຊ 12,000 ເຂົາເຫັນວ່າເຮົາຊິມາຂາຍ ຢູ່ອຸດົມໄຊແລ້ວກໍເຂົາຄິດວ່າ ເຮົານີ້ໄປລັດຊື້ຂອງສອງບວກສາມ ຂອງບໍຣິສັດຫັ້ນນ່າແລ້ວເຂົາຈະລະຢຸດ ມາກັກມາຢຸດກັກເອົາທັງຢາງ ທັງຣົຖເນາະ ໄປໄວ້ຢູ່ແຄ້ມຂອງເຂົາເຈົ້ານ່າທັມມະດານີ້ ເຈົ້າກັກຜູ້ໃດເນາະເຈົ້າຕ້ອງເອົາໄປໄວ້ ຢູ່ຫ້ອງການ ປກສ ເມືອງເນາະ.”
ທ່ານກ່າວຕື່ມວ່າ ພາຍຫຼັງທີ່ຊາວບ້ານຄົນດັ່ງກ່າວ ຖືກພນັກງານຂອງບໍຣິສັດກັກໂຕໄວ້ ກໍໄດ້ມີເຈົ້າໜ້າທີ່ ປກສ ເມືອງຂວາ ລົງພື້ນທີ່ມາແກ້ໄຂ ແລະກວດສອບແລ້ວໄດ້ສັ່ງໃຫ້ ພນັກງານຂອງບໍຣິສັດຈີນດັ່ງກ່າວປ່ອຍຊາວບ້ານໄປ ແລະກໍປັບໃໝພນັງານຂອງບໍຣິສັດຈີນນັ້ນ ນຳດ້ວຍເນື່ອງຈາກເຂົາເຈົ້າ ພະຍາຍາມຕັນທາງໄວ້ເຮັດໃຫ້ຜູ້ອື່ນ ບໍ່ສາມາດສັນຈອນໄດ້ ແລະ ໃນຂະນະທີ່ຊາວບ້ານ ຄົນດັ່ງກ່າວໄດ້ຂັບຣົຖຕິດຕາມມາ ນຳອີກແຕ່ກໍບໍ່ມີເຫດການຫຍັງເກີດຂຶ້ນຕື່ມ ແຕ່ຢ່າງໃດກໍຕາມ ລາວເຫັນວ່າການທີ່ພນັກງານບໍຣິສັດຈີນ ເຮັດແນວນີ້ຖືວ່າເປັນການຂົ່ມເຫັງຄົນລາວ ແບບຮັບບໍ່ໄດ້.
ຊາວບ້ານຢູ່ເມືອງຂວາອີກທ່ານນຶ່ງ ພັດກ່າວວ່າທາງບໍຣິສັດຈີນດັ່ງກ່າວ ໄດ້ເຮັດສັນຍາກັບຊາວບ້ານ ປູກຢາງພາຣາ ເພື່ອໃຫ້ຂາຍຢາງພາຣາໃຫ້ແກ່ບໍຣິສັດ ແລະບໍ່ໃຫ້ໄປຂາຍຢູ່ຕ່າງແຂວງ ເນື່ອງຈາກບໍຣິສັດໄດ້ສົ່ງເສີມ ປູກຢາງພາຣາຢູ່ເມືອງຂວາ ພ້ອມທັງເຮັດໂຄງການກໍ່ສ້າງເສັ້ນທາງ ໃຫ້ແກ່ທາງບ້ານນໍາດ້ວຍ ແຕ່ກໍຍັງມີຊາວບ້ານຫຼາຍຄົນ ທີ່ບໍ່ຢາກຂາຍຢາງພາຣາໃຫ້ແກ່ເຂົາເຈົ້າ ຍ້ອນໃຫ້ລາຄາຕໍ່າກວ່າຕ່າງແຂວງ ດັ່ງທ່ານໄດ້ກ່າວວ່າ:
“ມັນມີບົດບັນທຶກສັນຍາເດ້ ແຕ່ວ່າເຂົາເຈົ້າບໍ່ພໍໃຈກັບລາຄານັ້ນ ແຕ່ວ່າມັນມີບົດບັນທຶກສັນຍາ ເຂົາເຈົ້າມາສັມປະທານຊືື້ແລ້ວ ຢາງຫັ້ນກໍເປັນຢາງທີ່ວ່າເຂົາເຈົ້າ ລົງທຶນໃຫ້ປູກແຕ່ໂຕລະໃຫຍ່ມາ ລາວກາບໍ່ປາດໃຫ້ບໍ່ຂາຍໃຫ້ເຂົາເຈົ້າ.”
ສ່ວນຜູ້ປະກອບການ ປູກຢາງພາຣາຢູ່ເມືອງຂວາ ອີກນາງນຶ່ງທີ່ເຄີຍພົວພັນວຽກ ກັບບໍຣິສັດ ຈົງທຽນ ລຸຍເຢ້ ກ່າວວ່າ ນອກຈາກບໍຣິສັດດັ່ງກ່າວ ຫ້າມຊາວບ້ານທີ່ຢູ່ພາຍໃຕ້ໂຄງການ ຂອງເຂົາເຈົ້ານຳຢາງພາຣາໄປຂາຍ ຢູ່ຕ່າງແຂວງດ້ວຍເຊັ່ນກັນ ເຖິງແມ່ນວ່າຊາວບ້ານ ທີ່ປູກຢາງພາຣາເອງນັ້ນ ຢູ່ນອກສັນຍາຂອງບໍຣິສັດກໍຕາມ.
ດັ່ງຍານາງກ່າວວ່າ:
“ແມ່ນແຫຼະ ເພິ່ນບໍ່ໃຫ້ໄປຂາຍເພາະວ່າ ບໍຣິສັດເພິ່ນຄຸ້ມຄອງເລີຍເນາະ ຄືບຸກຄົນປູກນີ້ເພິ່ນກາບໍ່ໃຫ້ຂາຍອອກໄປນ່າ ໄປຂາຍຢູ່ອຸດົມໄຊເພິ່ນກາບໍ່ໃຫ້ໄປນ່າ ແພງກ່ວາໂອແຕ່ວ່າເພິ່ນບໍ່ໃຫ້ໄປ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ພະຍາຍາມຕິດຕໍ່ ຫານາຍແປພາສາທີ່ເຮັດວຽກ ກັບບໍຣິສັດຈົງທຽນ ລຸຍເຢ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ທ່ານກໍບໍ່ສະດວກທີ່ຈະໃຫ້ສັມພາດ ນັກຂ່າວ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຜົ້ງສາລີ ທ່ານນຶ່ງກ່າວວ່າ ສຳລັບການທີ່ບໍຣິສັດ ດັ່ງກ່າວໄດ້ຫ້າມບໍ່ໃຫ້ຊາວບ້ານ ທີ່ຢູ່ໃນໂຄງການຂອງເຂົາເຈົ້າ ແລະບໍ່ໄດ້ຢູ່ໃນໂຄງການ ນຳຢາງພາຣາ ໄປຂາຍຢູ່ຕ່າງແຂວງນັ້ນ ກໍແມ່ນສິທຂອງທາງບໍຣິສັດ ທີ່ໄດ້ເຮັດສັນຍາກັບທາງການ ແລະຊາວບ້ານ.
ດັ່ງທ່ານໄດ້ກ່າວວ່າ:
“ແມ່ນຈຸແຂວງກັບເມືອງຫັ້ນ ເຂົາຫາກລວມກັນນ່າ ຮອງເຈົ້າເມືອງເຂົ້າຮ່ວມ ເພາະວ່າບົດສັນຍາ ເຂົາບໍ່ໃຫ້ໄປຂາຍ ໃຫ້ຂາຍແຕ່ບໍຣິສັດຫັ້ນ.”
ທ່ານກ່າວອີກວ່າ ສ່ວນເຣື່ອງລາຄາຮັບຊື້ຢາງພາຣາ ຂອງບໍຣິສັດດັ່ງກ່າວ ໃນປັດຈຸບັນທາງດ້ານເຈົ້າໜ້າທີ່ ກໍບໍ່ມີຂໍ້ມູນຫຼ້າສຸດໃນດ້ານນີ້ ຍ້ອນທາງບໍຣິສັດເອງ ບໍ່ໄດ້ແຈ້ງຂໍ້ມູນດ້ານລາຄາຮັບຊື້ ຢາງພາຣາໃຫ້ເຈົ້າໜ້າທີ່ ໄດ້ຮັບຊາບມາແຕ່ດົນແລ້ວ ແຕ່ກໍຈະມີການກວດກາຄືນໃໝ່ ໃນໆໝໍ່ໆ ນີ້.
ສຳລັບບໍຣິສັດຈົງທຽນ ລຸຍເຢ ໄດ້ເຂົ້າມາເຮັດໂຄງການ ສົ່ງເສີມປູກຢາງພາຣາ ແລະເກັບຊື້ຢາງພາຣາ ໃນຮູບແບບໂຄງການສອງບວກສາມ (ການລົງທຶນໃນຮູບແບບ ສອງບວກສາມ ເປັນການຮ່ວມມືລະຫວ່າງ ນັກລົງທຶນຕ່າງປະເທດ ແລະຄົນຢູ່ໃນລາວ ໂດຍມີຣັຖບານລາວ ເປັນຄົນກາງໃນການຄຸ້ມຄອງ ໃນນັ້ນນັກລົງທຶນ ຈະສນອງເຣື່ອງເທັກນິກ ແລະ ພືດພັນ, ສ່ວນປະຊາຊົນຈະເປັນຜູ້ ສນອງແຮງງານແລະທີດິນ.) ເມືອງຂວາ ຕັ້ງແຕ່ປີ 2016 ແຕ່ບໍ່ໄດ້ຣະບຸຄັກແນ່ວ່າ ໄດ້ສົ່ງເສີມຊາວບ້ານປູກຈັກຄອບຄົວ ແລະຣາຍລະອຽດສັນຍາ ຢ່າງຄັກແນ່ແລະເມື່ອເດືອນເມສາ ທີຜ່ານມານີ້ ທາງບໍຣິສັດດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທາງການແຂວງຜົ້ງສາລີ ແກ້ໄຂບັນຫາຊາວບ້ານ ລັກເອົາດິນແລະຊາຍໃສ່ປົນລົງ ໃນນໍ້າຢາງພາຣາເພື່ອເພີ່ມນໍ້າໜັກ ແລະບັນຫາຊາວບ້ານ ລັກລອບເກັບຊື້ຂີ້ຢາງ ຈາກຊາວບ້ານທີ່ເຂົ້າຮ່ວມໂຄງການ ຂອງບໍຣິສັດ, ອີງຕາມການຣາຍງານ ຂອງສະພາປະຊາຊົນແຂວງຜົ້ງສາລີ ປັດຈຸບັນຢູ່ເມືອງຂວາ ແຂວງຜົ້ງສາລີ ມີບໍຣິສັດຈີນ 2 ບໍຣິສັດທີ່ເຂົ້າມາເຮັດໂຄງການ ສົ່ງເສີມປູກຢາງພາຣາ ແລະ ຕັ້ງໂຮງງານຢາງພາຣາ. ນອກຈາກບໍຣິສັດ ຈົງທຽນ ລຸຍເຢ ຍັງມີບໍຣິສັດອີກແຫ່ງນຶ່ງ ແມ່ນບໍຣິສັດ ຈິດຊື ຢົງອີ ແຕ່ບໍ່ມີຂໍ້ມູນຄັກແນ່ ກ່ຽວກັບບໍຣິສັດແຫ່ງນີ້.