ສະມາຄົມຢາງພາຣາ ຮຽກຮ້ອງ ຕລາດເສຣີ

ໄຊຍາ
2019.12.09
F-Rubber ສວນປູກຢາງພາລາ ຢູ່ແຂວງຫຼວງນໍ້າທາ
RFA/VD

ຊາວສວນຢາງພາຣາ ພາກເໜືອຂອງລາວ ສເນີໃຫ້ມີການແກ້ໄຂ ເຣື່ອງການຂາຍຢາງພາຣາ ຢ່າງເສຣີ ເພື່ອໃຫ້ມີການແຂ່ງຂັນ ເຣື່ອງຣາຄາ ເພາະ ປັັດຈຸບັນຣາຄາຢາງພາຣາ ຕົກຢູ່ທີ 3 ພັນ ປາຍກີບ ຕໍ່ກິໂລ ເຊິ່ງເປັນຣາຄາ ທີ່ບໍ່ຄຸ້ມຄ່າໃນການລົງທຶນ.

ຜ່ານມາ ບໍຣິສັດລົງທຶນຢາງພາຣາ ຢຸນນານ ຈຳກັດ ຂອງຈີນ ເປັນຜູ້ກຳນົດຣາຄາ ເພາະມີສັນຍາຜູກຂາດ ກັບຣັຖບານ ໃນການລົງທຶນປູກ ຢາງພາຣາ ໃນລາວ ເຮັດໃຫ້ນາຍທຶນຫຼາຍປະເທດ ບໍ່ສາມາດເຂົ້າມາຊື້ໄດ້. ດັ່ງຜູ້ຕາງໜ້າສະມາຄົມ ຢາງພາຣາ ແຂວງຫຼວງນໍ້າທາ ໄດ້ໃຫ້ ສຳພາດຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 09 ທັນວາ ວ່າ:

"ກໍບໍ່ມີກັບຕລາດເພີ່ມຂຶ້ນ ແຕ່ວ່າເຣື່ອງຊື້ນີ້ ກໍມີຫຼາຍເຖົ້າແກ່ຢາກຊື້ ຢູ່ແຕ່ວ່າປັດຈຸບັນນີ້ ຄືບັນດາແຂວງ ກໍອາດຈະຄືກັນບ່ອນວ່າ ຈີນ ນີ້ເພິ່ນມາເຮັດໂຮງງານແລ້ວ ເພິ່ນມາຜູກມັດ ເຮັດໃຫ້ຜູ້ອື່ນບໍ່ສາມາດເຂົ້າມາໄດ້ແລ້ວ ເຮັດໃຫ້ຣາຄານີ້ ບໍ່ມີການ ແກ່ງແຍ້ງກັນແລ້ວ ຣາຄາມັນບໍ່ຂຶ້ນຈີນ ເວົ້າແນວໃດ ເຂົາກໍ່ຢາກປະຕິບັດແນວນັ້ນນ່າ."

ຕໍ່ກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຫຼວງນໍ້າທາ ໄດ້ໃຫ້ເຫດຜົລວ່າ ໄທ ແລະວຽດນາມ ກໍຮັບຊື້ຢ່າງພາຣາ ຈາກລາວ ເຊັ່ນດຽວກັນ ແຕ່ບໍ່ຫຼາຍ ສ່ວນຫຼາຍຈະຂາຍໃຫ້ກັບ ບໍຣິສັດຈີນ ເພາະເຮັດສັນຍາຮ່ວມກັນ, ດັ່ງນັ້ນຣາຄາ ມັນຈຶ່ງຂຶ້ນກັບການ ກຳນົດຂອງຈີນ ທີ່ເຂົ້າມາລົງທຶນ ໃນລາວ.

"ແຕ່ບຸກຄົນເກັບຊື້ກໍຢ່າແຕ່ວ່າໃຫ້ບໍຣິສັດສົ່ງອອກເອກກະຊົນ ຈີນເອົາແຕ່ຣາຄາຂອງຈີນ ຫັ້ນແຫຼະ ໄທ ກໍມາຄືກັນຫັ້ນແຫຼະ ຢາງພາຣາ ມີທັງໄທ ແດ່, ທັງວຽດນາມ ຈຳນວນນຶ່ງ."

ໃນຂນະທີ່ ເຈົ້າໜ້າທີ່ແຜນການ ແລະ ການລົງທຶນ ແຂວງຫຼວງນໍ້າທາ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເອເຊັຽເສຣີ ວ່າ ບໍຣິສັດຢາງພາຣາ ຂອງຈີນ ເຂົ້າມາສ້າງໂຮງງານ ຜລິດຢາງພາຣາ ແລະ ຮັບຊື້ນໍ້າຢາງ ເຊິ່ງພວກເຂົາມີສັນຍາ ກັບຣັຖບານ.

"ຈີນ ວ່າມັນມີສັນຍາ ກັບຣັຖບານ ຕົວຣັຖບານຮັບຮອງເຂົາເດ້ ຈັງເຂົ້າມາໄດ້ ບໍ່ແມ່ນສິວ່າໃຫ້ເຂົ້າ ໂດຍຕາມລຳພັງຫັ້ນນາ."

ຣາຄາຢາງພາຣາເມື່ອກ່ອນຂຶ້ນເຖິງ 17 ພັນກີບ ຕໍ່ກິໂລ ມາປັດຈຸບັນເຫຼືອພຽງ 3 ພັນປາຍກີບ ຕໍ່ກິໂລ ເຊິ່ງຖືວ່າເປັນຣາຄາ ທີ່ຕໍ່າຫຼາຍ ນັບແຕ່ມີການປູກຢາງພາຣາ ໃນລາວ ໂດຍບໍຣິສັດ ອ້າງວ່າເປັນຍ້ອນຣາຄາຢາງ ຂອງຕລາດໂລກ ທີ່ຫລຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.