ຄົນລາວ ຈຳນວນນຶ່ງ ຖືກຕົ້ມ ທາງອອນລາຍນ໌
2021.12.15

ໃນໄລຍະ 2-3 ເດືອນ ຜ່ານມາ ຊາວລາວ ໃນນະຄອນຫລວງວຽງຈັນ ແລະ ຢູ່ຫຼາຍແຂວງ ຈຳນວນນຶ່ງ ຖືກນັກຕົ້ມຕຸ໋ນຕ່າງປະເທດ ຕົວະໃຫ້ໂອນເງິນໃຫ້ ແລະ ບາງຄົນກໍຫຼົງເຊື່ອ ຈົນຕ້ອງໂອນເງິນໃຫ້ປະມານ 6 ລ້ານ ກີບ ຜ່ານຣະບົບ WhatsApp.
ໃນການຕົວະໃຫ້ໂອນເງິນ ນັກຕົ້ມຕຸ໋ນ ຈະບອກວ່າ ຈະ ສົ່ງເງິນ ໃຫ້ 2 ລ້ານໂດລາຣ໌ ໃຫ້ທາງໄປສະນີ ແລະ ກໍມີຊາວລາວຈຳນວນນຶ່ງ ຫຼົງເຊື່ອ ແລະ ໂອນເງິນໃຫ້ກ່ອນ ຈົນຕົກເປັນເຫຍື່ອການຕົ້ມຕຸ໋ນ.
ພະນັກງານ ຜູ້ໃຫ້ບໍຣິການໂອນເງິນໄປຕ່າງປະເທດ ຢູ່ເມືອງເຟືອງ ແຂວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ທັນວາ ວ່າ:
“ນັກຕົ້ມຕຸ໋ນ ເຂົາຕົວະ ມັນຕົວຫຼາຍຄົນແລ້ວ ທີ່ມາຕົວະ ຢູ່ຮ້ານ ອ້າຍໄດ້ອະທິບາຍ ໃຫ້ເຂົາຫຼາຍຄົນແລ້ວ ແລ້ວບາງຄົນ ເຂົາກໍບໍ່ເຊື່ອ ບາງຄົນແລ້ວ ເຂົາກໍໄປໂອນ ທີບ່ອນອື່ນ ແລ້ວ ມັນກໍ ບໍ່ໄດ້ງິນຄືນ ແລ້ວເຄື່ອງບໍ່ມາຮອດທີ່ລາວນີ້ ບໍ່ໄດ້ ບໍ່ມີເລີຍ ໂອນໄປແລ້ວ ກໍແລ້ວ ໂທຫາເຂົາ ບໍ່ໄດ້ ບາງຄົນ ເຂົາກໍຂາຍນາ ໄປຈ່າຍແລ້ວ ບໍ່ໄດ້ເງິນກັບ.”
ທ່ານ ກ່າວຕື່ມວ່າ ປັດຈຸບັນ ກໍຍັງບໍ່ທັນຮູ້ຄັກແນ່ວ່າ ນັກຕົ້ມຕຸ໋ນທີ່ຕົວະ ໃຫ້ຊາວບ້ານ ໂອນເງິນໄປໃຫ້ນັ້ນ ເປັນຄົນຈາກປະເທດໃດ ຍ້ອນໝາຍເລກໂທລະສັບ ທີ່ພວກເຂົາເຈົ້າ ໃຊ້ຕິດຕໍ່ມາຍັງຄົນລາວນັ້ນ ມີທັງເປັນເບີໄທຍ ແລະ ສຫະຣັຖອາເມຣິກາ, ເຂົາເຈົ້າ ພິມຂໍ້ຄວາມເປັນພາສາລາວ ແຕ່ບໍ່ແມ່ນເປັນພາສາທີ່ຄົນລາວໃຊ້ລົມກັນ. ເລກບັນຊີທະນາຄານ ໝາຍເລກໂທລະສັບສຳລັບໂອນເງິນນັ້ນ ມັກເປັນຂອງຄົນໄທຍ ຍ້ອນເຫດຜົລດັ່ງກ່າວ ເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງບໍ່ສາມາດຕິດຕາມໂຕ ຜູ້ຕົ້ມຕຸ໋ນມາດຳເນີນຄະດີ.
ພວກຕົ້ນຕຸ໋ນມີຫຼາຍຂັ້ນຕອນໃນການຕົວະຄົນໃຫ້ຫຼົງເຊື່ອ. ຊາວນະຄອນຫລວງວຽງຈັນ ຜູ້ທີ່ຖືກຕົວະ ໄດ້ກ່າວໃນວັນທີ 15 ທັນວາ ວ່າ:
“ບາດນີ້ ຖາມໄປ ຖາມມາວ່າ ເພິ່ນວ່າ ເພິ່ນຫັ້ນມີທຶນ ເປັນຄ້າຍໆ ວ່າ ເພິ່ນຫັ້ນມີເປັນທຶນມາແຕ່ຕ່າງປະເທດ ເງິນກ້ອນໃຫຍ່ ທີ່ວ່າ ເພິ່ນຢາກມາລົງທຶນຢູ່ລາວ ເພິ່ນວ່າຫັ້ນນ່າ ຢາກໃຫ້ເຮົານີ້ ເປັນໂຕກາງທີ່ວ່າ ພາເພິ່ນເຮັດແນ່ ເພິ່ນຫັ້ນມີເງິນ.”
ນາງ ກ່າວຕື່ມວ່າ ເຖິງວ່າ ຈະມີຄົນລາວຈຳນວນນຶ່ງ ຖືກຕົວະຕົ້ມ ໃນລັກຊະນະແບບນີ້ ມາແລ້ວ ແຕ່ ກໍເປັນການຍາກທີ່ເຈົ້າໜ້າທີ່ຈະຕິດຕາມຕາມຜູ້ກະທັມຜິດມາລົງໂທດໄດ້ ຍ້ອນວ່າ ກຸ່ມແກ້ງຕົ້ມ ຢູ່ຕ່າງປະເທດ.
ໃນໄລຍະຜ່ານມາກຸ່ມນັກຕົ້ມຕຸ໋ນ ຍັງມາໃນຮູບແບບການແອບແຝງ ເປັນພນັກງານຂອງບໍຣິສັດ ຣັຖວິສາຫະກິຈຫວຍພັທນາ ຊຶ່ງໄດ້ຕົວະໃຫ້ຊາວບບ້ານໂອນເງິນໃຫ້ 2 ລ້ານກີບ ເພື່ອແລກກັບເລກ 6 ໂຕ ແລະ ຖ້າຜູ້ໃດຖືກລາງວັນ ກໍຈະໄດ້ເງິນຈຳນວນ 400 ລ້ານ ກີບ ຫຼື 800 ລ້ານກີບ ແຕ່ຖ້າວ່າ ບໍ່ຖືກລາງວັນ ບໍຣິສັດ ກໍຈະຄືນເງິນຄ່າຊົດເຊີຍໃຫ້ຈຳນວນ 50 ລ້ານ ກີບ ແຕ່ຜ່ານມາ ກໍຍັງບໍ່ມີຜູ້ໃດໄດ້ເງິນຄືນ. ໂຕແທນຈຳໜ່າຍຫວຍພະຍານາກ ຢູ່ ແຂວງສວັນນະເຂດ ໄດ້ກ່າວວ່າ:
“ເຂົາປ່ຽນເບີ ໄປເລື້ອຍໆ ທີ່ສຳຄັນ ເຂົາໄປກອບເອົາຮູບໃນຫວຍພັທນາ ຫວຍພະຍານາກ ແລ້ວກໍເອົາໄປຕັ້ງເພຈເນາະ ໄປຍິງແອດ ແລ້ວກໍຕົວະເອົາເງິນ ໃຫ້ຄົນໂອນເງິນມາໃຫ້ນ່າ ແລ້ວກໍປິດເຟສໄປ ແຕ່ເຮົາກໍບໍ່ຮູ້ ທີ່ໄປທີ່ມາດອກ ແຕ່ວ່າ ເຮົາເລີຍເຫັນເຂົາເອົາລົງເຟສຫັ້ນນ່າ ຜູ້ເສັຽຫາຍຫັ້ນນ່າ.”
ການຕົວະຄົນໃຫ້ໂອນເງິນໃຫ້ຜ່ານອອນລາຍ ຢູ່ປະເທດລາວ ເກີດຂຶ້ນມາດົນແລ້ວ ຊຶ່ງກຸ່ມຕົ້ມຕຸ໋ນ ຈະປ່ຽນວິທີການຕົວະໄປເລື້ອຍໆ ເຮັດໃຫ້ເຈົ້າໜ້າທີ່ສືບຫາໂຕຍາກ. ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວວ່າ:
“ມັນກໍມີຫຼາຍແຕ່ວິທີການສະກັດກັ້ນ ກະຄືເວົ້າຫັ້ນແຫຼະ ແຕ່ເຂົາເຈົ້າໄປລັກເຮັດເນາະ ຄັນວ່າ ເຮັດແລ້ວນີ້ ເຈົ້າຄ່ອຍວ່າ ເກີດມີບັນຫາ ມາຟ້ອງ ມາຫາເຈົ້າໜ້າທີ່ຄັນເຈົ້າໜ້າທີ່ກໍໄດ້ ປະສານງານກັບທາງຝ່າຍໄທຍ ກວດກາມັນ.”
ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ກ່າວໃນ ເດື່ອນກຸມພາ 2021 ວ່າ ຊາວລາວຫຼາຍກວ່າ 100,000 ຄົນ ທີ່ເອົາເງິນໄປລົງທຶນຜ່ານຣະບົບອກອນລາຍ ກັບບໍຣິສັດ HSBC Wealth ເພື່ອຫວັງຈະໄດ້ກຳໄລ 2-3 ເທົ່າໂຕ ແຕ່ພັດຖືກ ບໍຣິສັດດັ່ງກ່າວ ສໍ້ໂກງເງິນ ລວມກັນເປັນມູນຄ່າ ຫຼາຍ 100 ລ້ານ ກີບ ແລະ ບໍ່ຈ່າຍເງິນຄືນໃຫ້ແກ່ນັກລົງທຶນ ຕາມໄລຍະເວລາທີຕົກລົງກັນໄວ້ ຫຼັງຈາກນັ້ນ ເຈົ້າຂອງກໍປິດບໍຣິສັດໜີໄປ ເຮັດໃຫ້ຜູ້ເສັຽຫາຍພາກັນໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຣວດ ເພື່ອດຳເນີນຄະດີກັບບໍຣິສັດດັ່ງກ່າວ. ໃນເດືອນ ມີນາ 2020 ທຸຣະກິຈຫາລາຍໄດ້ເສີມທາງສື່ອອນລາຍ ທີ່ມີຊື່ວ່າ Shopping Online by Fingo ຫຼື ທີ່ຄົນລາວຮູ້ຈັກໃນຊື່ ຟິງໂກ້ ໄດ້ຊັກຊວນ ໃຫ້ຄົນລາວສມັກເປັນສມາຊິກ ພ້ອມກັບຊື້ສິນຄ້າໃນລາຄາເລີ່ມຕົ້ນປະມານ 278,000 ກີບ ແລະ ຖ້າສມາຊິກຄົນໃດເປັນຜູ້ຂາຍ ຈະຕ້ອງຊື້ສິນຄ້າໃນລາຄາເກືອບ 500,000 ກີບ ຂຶ້ນໄປ ຕໍ່ສມາຊິກ 1 ຄົນ ຫຼື ຖ້າຜູ້ຂາຍສາມາດ ຊວນສມາຊິກ ໃໝ່ໄດ້ ກໍຈະໄດ້ເງິນ 108,000 ກີບ ຕໍ່ສມາຊິກ 1 ຄົນ ຫຼືສາມາດແນະນຳໃຫ້ລູກຄ້າໃຫ້ຊື້ເຄື່ອງຂອງໂຕເອງ ກໍຈະໄດ້ເງິນເປີເຊັນ 10-15 ເປີເຊັນ ຂອງມູນຄ່າສິນຄ້າ ສະນັ້ນ ມີຄົນລາວຫຼາຍຄົນຫຼົງເຊື່ອ ແລະ ເສັຽເງິນໃຫ້ກັບຂບວນການດັ່ງກ່າວ. ການດຳເນີນການດັ່ງກ່າວ ເປັນການສໍ້ໂກງຊັບພົລເມືອງ ຊຶ່ງໄດ້ລະບຸໄວ້ໃນກົດໝາຍອາຍາ.
ກົດໝາຍອາຍາ ສະບັບປີ 2017 ໄດ້ລະບຸວ່າ ບຸກຄົນໃດຫາກໃຊ້ເລ້ຫລ່ຽມ ຕົວະຍົວະ ຫຼອກລວງດ້ວຍວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບສິນໃຫ້ຕົນ ຈະຖືກລົງໂທດຕັດອິດສາລະພາບ ແຕ່ 3 ເດືອນ ຫາ 3 ປີ ແລະ/ຫຼື ຖືກປັບ ໃໝ ແຕ່ແຕ່ 5 -20 ລ້ານ ກີບ ໃນກໍລະນີ ເອົາການສໍ້ໂກງຊັບເປັນອາຈີນ ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີ ກໍ່ຄວາມເສັຽຫາຍຢ່າງຫລວງຫຼາຍ ຈະຖືກລົງໂທດຕັດອິສະຣະພາບແຕ່ 3-8 ປີ ແລະ/ຫຼື ຈະຖືກປັບໃໝແຕ່ 10-50 ລ້ານ ກີບ.