ກຸ່ມຕົ້ມຕຸ໋ນອອນລາຍນ໌ ໃນລາວ ມີຫຼາຍຂຶ້ນ, ຄົນຫຼົງເຊື່ອ ຫຼາຍ 100 ຄົນ
2024.03.06

ປັດຈຸບັນ, ກຸ່ມຕົ້ມຕຸ໋ນ ທາງອອນລາຍນ໌ ໃນລາວ ມີຫຼາຍຂຶ້ນກວ່າເກົ່າ, ເຊິ່ງຫວ່າງຕົ້ນເດືອນກຸມພາ 2024 ກໍໄດ້ມີກຸ່ມຄົນບໍ່ດີ ແອບອ້າງເປັນ ໜ່ວຍງານກູ້ພັຍ ເພື່ອຊ່ອຍເຫຼືອປະຊາຊົນ, ໂດຍຕັ້ງເຟສບຸກຄ໌ປອມ ວ່າ “ໜ່ວຍກູ້ພັຍ ຊ່ອຍເຫຼືອປະຊາຊົນ” ເປີດລະດົມຮັບບໍຣິຈາກເງິນ ເພື່ອໃຫ້ຄົນໂອນເງິນ ເຂົ້າບັນຊີຕົນເອງ, ເຊິ່ງເປັນບຸກຄົນ ໂດຍແອບອ້າງ ເອົາຮູບຄົນເສັຽຊີວິຕ ເປັນຄົນທຸກຍາກ ບໍ່ມີເງິນປົງສົບ ໃຫ້ຄົນຮູ້ສຶກສົງສານ ແລ້ວໂອນເງິນເຂົ້າບັນຊີ ແລະ ໃນໄລຍະທີ່ຜ່ານມາ ເພຈກູ້ພັຍປອມ ດັ່ງກ່າວນີ້ ໄດ້ມີການເປີດແລ້ວປິດ, ປິດແລ້ວເປີດ ມາຫຼາຍຄັ້ງ, ໂດຍເຄື່ອນໄຫວ ໄດ້ປະມານ 2-3 ປີ ແລະ ມີຄົນໂອນເງິນ ໄປບໍຣິຈາກຫຼາຍ 100 ຄົນ ລວມມູລຄ່າເສັຽຫາຍ ມີຈຳນວນ ຫຼາຍຮ້ອຍລ້ານກີບ.
ທາງໜ່ວຍງານກູ້ພັຍ ທີ່ຊ່ອຍເຫຼືອປະຊາຊົນ ຢ່າງແທ້ຈິງ ກໍໄດ້ຮັບຜົລກະທົບ ເມື່ອຕ້ອງການ ເປີດຮັບບໍຣິຈາກ ກໍບໍ່ມີຜູ້ໃດ ຢາກບໍຣິຈາກ ເງິນຊ່ອຍເຫຼືອ ເພາະຢ້ານເປັນກຸ່ມຕົ້ມຕຸ໋ນ ມາຕວົະເອົາເງິນ. ເມື່ອບໍ່ມີເງິນ ການຊ່ອຍເຫຼືອຜູ້ຄົນ ກໍລຳບາກ ແລະ ຫຼຸດໜ້ອຍຖອຍລົງ.
ດັ່ງເຈົ້າໜ້າທີ່ກູ້ພັຍ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ມີນາ ນີ້ວ່າ:
“ແມ່ນ ມີຜົລເສັຽຫາຍຫຼາຍ, ຫຼາຍຮ້ອຍຄົນແລ້ວ. ເຮັດມາປະມານ 2 ປີ 3 ປີນີ້. ໄດ້ເງິນຫຼາຍຮ້ອຍລ້ານ ເຮັດໃຫ້ໜ່ວຍງານກູ້ພັຍ ບໍ່ໄດ້ຮັບເງິນບໍຣິຈາກ, ກູ້ພັຍມີຄວາມລຳບາກ ໃນການອອກຊ່ອຍເຫຼືອ ພໍ່ແມ່ປະຊາຊົນ, ຫັ້ນນ່າ. ການຊ່ອຍເຫຼືອ ຂອງກູ້ພັຍ ກໍຫຼຸດລົງ ເພາະວ່າ ເວລາກູ້ພັຍ ຂໍຄວາມຊ່ອຍເຫຼືອ ປະຊາຊົນກະບໍ່ຢາກເຊື່ອ ຢ້ານຖືກມິດສາຊີບ.”
ເຈົ້າໜ້າທີ່ກູ້ພັຍ ທ່ານນີ້ ຍັງກ່າວຕື່ມອີກວ່າ ທາງໜ່ວຍງານກູ້ພັຍ ທີ່ເຮັດວຽກຊ່ອຍເຫຼືອຄົນ ຢ່າງແທ້ຈິງ ກໍໄດ້ແຕ່ປ້ອງກັນເບື້ອງຕົ້ນ, ໂດຍແຈ້ງໃຫ້ ບັນດາທນາຄານ ຊາບວ່າ ຖ້າມີຄົນມາເປີດບັນຊີ ໃນນາມມູລນິທິ ຫຼືໜ່ວຍງານກູ້ພັຍ ບໍ່ຄວນເປີດໃຫ້ ເພາະເປັນການເປີດຊ່ອງຫວ່າງ ໃຫ້ກຸ່ມຕົ້ນຕຸ໋ນ ໄປຕວົະເອົາເງິນຊາວບ້ານ.
ນອກຈາກນີ້, ທ່ານຢາກຝາກເຕືອນ ພໍ່ແມ່ປະຊາຊົນພ້ອມວ່າ ຢ່າຫຼົງເຊື່ອ ກຸ່ມທີ່ອ້າງ ເປັນໜ່ວຍກູ້ພັຍ, ໂດຍໃຫ້ສັງເກດວ່າ ຖ້າບັນຊີທນາຄານ ເປັນຊື່ບຸກຄົນ ສະແດງວ່າ ເປັນກຸ່ມຕົ້ມຕຸ໋ນທັນທີ, ແຕ່ຖ້າຊື່ບັນຊີ ເປັນຊື່ໜ່ວຍງານກູ້ພັຍ ກໍຖືວ່າ ເປັນບັນຊີທນາຄານແທ້ ຫຼືໃຫ້ໂທຖາມ, ເຊິ່ງທາງເຈົ້າໜ້າທີ່ກູ້ພັຍ ກໍຢາກໃຫ້ເຈົ້າໜ້າທີ່ຕຳຣວດ ປາບປາມກຸ່ມນີ້ ດ້ວຍການນຳມາ ດຳເນີນຄະດີ ໃຫ້ໄດ້ທຸກຄົນ ເພາະກູ້ພັຍ ທີ່ເຮັດວຽກໂຕຈິງ ໄດ້ຮັບຜົລກະທົບ.
“ຢາກໃຫ້ເພິ່ນ ຈັບມາດຳເນີນຄະດີຫັ້ນແຫຼະ. ມັນຈະເບິ່ງເພຈປອມງ່າຍໆເນາະ ເວລາທີ່ເຮົາກົດເລຂບັນຊີ ເຂົ້າໄປ ເຂົາຈະເວົ້າເປັນມູລນິທິ ເປັນຫຍັງກໍຢ່າ, ຖ້າມັນອອກ ເປັນຊື່ບຸກຄົນນ່າ ທ້າວນັ້ນ ນາງນີ້ ກໍຖືວ່າ ບໍ່ແມ່ນແຫຼະ, ສະແດງວ່າ ເປັນເພຈປອມ ຫຼືວ່າ ກູ້ພັຍເຖື່ອນ, ຫັ້ນນ່າ ບໍ່ໄດ້ຮັບອະນຸຍາດ ຈາກຣັຖບານ.”
ຂະນະທີ່ ເຈົ້າໜ້າທີ່ ປກສ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວເຖິງບັນຫານີ້ວ່າ ການປາບປາມ ຄົນຕົ້ມຕຸ໋ນ ທາງສື່ອອນລາຍນ໌ ນີ້, ກໍມີໜ່ວຍງານ ປາບປາມຢູ່. ໄລຍະຜ່ານມາ ກໍຈັບໄດ້, ໂດຍເຈົ້າໜ້າທີ່ ກໍນຳຈັບ ຜ່ານການເປີດບັນຊີ ທີ່ລົງທະບຽນໄວ້ ຫຼືຕິດຕາມ ທາງເຄືອຂ່າຍ ໂທຣະສັບ, ເຊິ່ງກໍມີການຕວົະຕົ້ມ ໃນຫຼາຍຮູບແບບ. ສະນັ້ນ, ປະຊາຊົນ ກໍຕ້ອງລະມັດລະວັງ ມິສະຕິສູງ ໃນເວລາທີ່ຈະໂອນເງິນຊ່ອຍເຫຼືອ.
“ມັນກໍມີຫຼາຍໜ່ວຍງານ ປົກກະຕິ ກໍແມ່ນກົມໂທຣະຄົມມະນາຄົມ ເພິ່ນຫັ້ນແຫຼະ ເປັນຜູ້ຄຸ້ມຄອງ, ເບື້ອງຕຳຣວດເຮົາ ກໍມີ. ກະຜ່ານມາ ພວກເຮົາກໍໄດ້ດຳເນີນຢູ່ຕລອດ. ມັນກໍມີບັນຊີ ທີ່ເຂົາເຈົ້າໃຫ້ໄປລົງທະບຽນເດ້. ພວກເຮົາກໍມີທີມງານ ເຝົ້າລະວັງ ກະທຳຜິດ ທາງດ້ານເຕັກໂນໂລຈີ້ ນີ້. ກະມີຮູບແບບໃໝ່ ມາເລື້ອຍໆ. ເຕືອນໃຫ້ສັງຄົມ ມີສະຕິ ມີຄວາມລະມັດລະວັງ ຕໍ່ບັນຫານີ້. ຕອນນີ້ບ້ານເຮົາ ມັນກໍເຣີ່ມຫຼາຍແລ້ວ ມາເຖິງປັດຈຸບັນນີ້.”
ໃນວັນທີ 17 ເດືອນ 01 ປີ 2024 ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ກໍໄດ້ຈັບ ທ້າວ ລັດຕະນະໄຊ ຫຼື ເນັ່ງ, ອາຍຸ 19 ປີ ໃນຂໍ້ຫາ ສໍ້ໂກງຊັບ ຍ້ອນສ້າງເຟສບຸກຄ໌ປອມ ເປັນສະມາຄົມຊ່ອຍເຫຼືອ ຜູ້ທຸກຍາກ ແອບອ້າງເອົາເງິນປະຊາຊົນ, ເຊິ່ງເປັນຄົນ ບ້ານແກ້ງປາຢ້າງ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ຈາກການສອບສວນ ພົບວ່າ ປີ 2019 ມີການພົວພັນ ກັບຢາເສບຕິດ ແລະ ໄດ້ເປີດບັນຊີ ເປັນຊື່ຕົນເອງ ເຄື່ອນໄຫວສໍ້ໂກງຊັບ ແລະ ປະມານ 1 ປີ ໄດ້ຂາຍບັນຊີຕໍ່ ໃຫ້ທ້າວ ຫຼ້າ ຢູ່ບ້ານທາດຂາວ, ເມືອງສີສັດຕະນາກ ໃນລາຄາ 1 ລ້ານ 8 ແສນກີບ.
ຕໍ່ມາ ໃນປີ 2020 ໄປຮູ້ຈັກ ກັບທ້າວ ໂກສົນ ຢູ່ບ້ານແກ້ງປາຢ້າງ ທີ່ເປັນບ້ານ ທີ່ຕົນອາສັຍຢູ່ ຈົນໄດ້ເປັນອ້າຍຮັກ ແລະ ທ້າວ ລັດຕະນະໄຊ ກໍໄດ້ຈ້າງທ້າວ ໂກສົນ ຈຳນວນ 1 ລ້ານ 3 ແສນກີບ ໄປເປີດບັນຊີ ແລ້ວສ້າງເຟສບຸກຄ໌ປອມ ເພື່ອແອບອ້າງ ເປັນສະມາຄົມ ຊ່ອຍເຫຼືອຄົນທຸກຍາກ ແລະ ໄດ້ເອົາພາບຄົນເຈັບ ຈາກໜ່ວຍງານກູ້ພັຍ 1624 ໂພສລົງເພຈປອມດັ່ງກ່າວ ເພື່ອຂໍຮັບບໍຣິຈາກ ໃນນາມຊື່ ຂອງທ້າວ ໂກສົນ ແລະ ແອບອ້າງເອົາເບີໂທ ຂອງໜ່ວຍກູ້ພັຍ ຊ່ອຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ ເພື່ອໃຫ້ຄົນໃຈບຸນ ໂທມາຖາມຢັ້ງຢືນ, ເຊິ່ງກໍມີຄົນຫຼົງເຊື່ອ ໂອນເງິນເຂົ້າບັນຊີ ຄັ້ງລະບໍ່ຕ່ຳກວ່າ 3-4 ລ້ານກີບ. ເມື່ອໄດ້ເງິນມາ ກໍເອົາໄປເສບຢາບ້າ ແລະ ໃຊ້ຈ່າຍໂລເລ ຈົນໝົດ, ອີງຕາມການຣາຍງານ ຂອງເພຈຂ່າວ ໜັງສືພິມຄວາມສງົບ ໃນວັນທີ 23 ກຸມພາ 2024 ທີ່ຜ່ານມາ.
ພ້ອມດຽວກັນນີ້, ຊາວລາວ ໃນນະຄອນຫຼວງວຽງຈັນ ຍານາງນຶ່ງ ກໍກ່າວວ່າ ຍານາງເຊື່ອວ່າ ມີກຸ່ມຕົ້ມຕຸ໋ນ ທາງອອນລາຍນ໌ ຍັງຫຼາຍຢູ່ ໃນປັດຈຸບັນນີ້, ເຊິ່ງທຸກຄົນ ກໍຕ້ອງລະມັດລະວັງເອົາເອງ ເປັນສິ່ງທີ່ດີທີ່ສຸດ. ຖ້າຫາກຕ້ອງການ ບໍຣິຈາກເງິນ ໄປຊ່ອຍເຫຼືອ ຄົນທຸກຍາກ ກໍຄວນສຶກສາຂໍ້ມູນ ຢ່າງລະອຽດ ແລະ ກໍຢາກໃຫ້ເຈົ້າໜ້າທີ່ ຊອກຫາຂໍ້ມູນ ແລະ ຈັບກຸ່ມຕົ້ນຕຸ໋ນ ເງິນຊາວບ້ານ ມາດຳເນີນຄະດີ ຕາມກົດໝາຍ.
“ແມ່ນ ເພາະວ່າຫຼາຍແຮງ ມັນແບບເປັນແກ້ງ ເປັນຂະບວນການເລີຍພຸ້ນແຫຼະ ເຂົາເຈົ້າເຮັດແບບນີ້, ຫັ້ນນ່າ. ກໍຢາກໃຫ້ເພິ່ນດຳເນີນການ ຊອກຫາຂໍ້ມູນ ຈັບ ແລ້ວກໍມາດຳເນີນຄະດີ. ເຮົາຜູ້ເສບຂ່າວ ຄືຢາກຊ່ອຍເຫຼືອແທ້ໆນີ້ ກະສຶກສາຂໍ້ມູນ ລະກະເບິ່ງ ໂຕເຂົາເຈົ້າໂພສຊ່ອຍເຫຼືອຫັ້ນ ແມ່ນແທ້ໆບໍ່ ແລ້ວບັນຊີຈາກໜ່ວຍງານຫັ້ນ ແທ້ບໍ່, ຫັ້ນແຫຼະ.”
ໃນຂະນະດຽວກັນ, ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ກໍເຫັນຂ່າວເຕືອນ ໃນເຟສບຸກຄ໌ແລ້ວ ມັນກໍເຣີ່ມມີຫຼາຍຂຶ້ນ ພວກຕົ້ມຕຸ໋ນນີ້ ບາງເທື່ອ ຊື້ເຄື່ອງອອນລາຍນ໌ ໂອນເງິນໄປແລ້ວ ບໍ່ໄດ້ເຄື່ອງກໍມີ. ສະນັ້ນ, ຕ້ອງມີສະຕິ ລະມັດລະວັງເອົາເອງ ຫຼືເວລາຢາກໂອນເງິນຊ່ອຍເຫຼືອ ໜ່ວຍງານຕ່າງໆ ກໍຕ້ອງໂທສອບຖາມຂໍ້ມູນ ໃຫ້ດີວ່າ ແມ່ນແທ້ບໍ່ ເພື່ອຈະໄດ້ ບໍ່ຕ້ອງໂອນເງິນ ໃຫ້ກຸ່ມຕົ້ມຕຸ໋ນ.
“ແຕ່ກີ້ເຮົາບໍ່ເຄີຍມີເດ້ ປະເພດນີ້, ດຽວນີ້ລະມີຫຼາຍແລ້ວເດ້. ມັນເອົາທຸກຮູບແບບນ່າ ຄັນຊິເວົ້ານ່າ. ເຮົາຕ້ອງມີສະຕິຫັ້ນແຫຼະ ພວກມິດສາຊີບນີ້ ຈັກຈະມາຕວົະຊື້ເຄື່ອງ. ບາງເທື່ອ ພວກອອນລາຍນ໌ນີ້ ກະຕວົະກັນກໍມີ, ຫັ້ນນ່າ. ສຶກສາຄັກແນ່ຫັ້ນແຫຼະ ກວດເບິ່ງວ່າ ມັນແມ່ນບັນຊີ ຂອງເຂົາເຈົ້າແທ້ບໍ່ ໂຕເຮົາຊິໂອນຫັ້ນ ມັນແມ່ນແທ້ບໍ່.”
ກ່ອນໜ້ານີ້, ໃນໄລຍະເດືອນກັນຍາ ປີ 2023, ທນາຄານສົ່ງເສີມກະສິກັມ ກໍອອກແຈ້ງການ ຢ່າຫຼົງເຊື່ອ ການແອບອ້າງ ຂອງກຸ່ມຕົ້ມຕຸ໋ນ, ໂດຍນຳໃຊ້ຊື່ ທນາຄານສົ່ງເສີມກະສິກັມ ຈຳກັດ, ໂດຍມີການໂຄສະນາ ປ່ອຍເງິນກູ້ອອນລາຍນ໌ ທາງເຟສບຸກຄ໌ ແລະ ຊ່ອງທາງອອນລາຍນ໌ອື່ນໆ, ເຊິ່ງທາງທນາຄານ ບໍ່ມີນະໂຍບາຍ ການປ່ອຍເງິນກູ້ ແລະ ຮັບເຂົ້າບັນຊີ ທາງອອນລາຍນ໌. ການໃຊ້ບໍຣິການເງິນກູ້ ແມ່ນຕ້ອງພົວພັນ ກັບສຳນັກງານໃຫຍ່ ແລະ ສາຂາໜ່ວຍບໍຣິການ ທົ່ວປະເທດ ເທົ່ານັ້ນ.