ຕ່າງດ້າວຄ້າຂາຍຢູ່ ລາວ ຄວບຄມ ບໍ່ໄດ້

ໄຊຍາ
2018.11.14
ການຄ້າຂາຍໃນລາວ ທົ່ວທຸກແຂວງ ສ່ວນໃຫຍ່ ແມ່ນຄົນຕ່າງດ້າວ ຈັບຈອງໄວ້ແລ້ວ
RFA

ການກວດກາກຸ່ມຄົນຕ່າງປະເທສ ໂດຍສະເພາະແມ່ນກຸ່ມຄົນຈີນ ທີ່ເຂົ້າມາຄ້າຂາຍຍ່ອຍ ຢູ່ຕາມແຂວງຕ່າງໆ ໃນທົ່ວປະເທສລາວ ນັບມື້ນັບ ເພີ່ມຂຶ້ນເລື້ອຍໆ. ໃນຂນະທີ່ຣັຖບານກໍຍັງບໍ່ໃຊ້ມາຕການ ຄວບຄຸມທີ່ເຂັ້ມງວດ, ດັ່ງເຈົ້າໜ້າທີ່ກົມສົ່ງເສີມ ການລົງທຶນ ກະຊວງແຜນການ ແລະການລົງທຶນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ນີ້ວ່າ:

"ເຈົ້າຂອງອາຄານ, ເຈົ້າຂອງຮ້ານອາຫານ ກໍເປັນຄົນລາວ ແຕ່ວ່າໃຫ້ຄົນຈີນໄປເຊົ່າ ຈີນທຳຫັ້ນນ່າ ມັນກໍຄຸມຍາກຫລາຍອັນນີ້ ຣັຖກໍ່ເສັຽ ປໂຍດ ເພາະວ່າຄົນຕ່າງປະເທສ ມາທຳທຸຣະກິດນີ້ ມັນກໍ່ຕ້ອງໄດ້ ປະຕິບັດຕາມກົດໝາຍ ຂອງການລົງທຶນ ຕ່າງປະເທສແລ້ວເນາະ ວ່າບໍ່ໃຫ້ເຂົາມາ ບໍ່ລົງມັນບໍ່ຢາກສອດຄ່ອງປານໃດ ອັນນີ້ມັນກໍ່ຄຸ້ມຄອງກັນຍາກຫລາຍ."

ທ່ານກ່າວຕື່ມວ່າຂໍ້ຫຍຸ້ງຍາກ ທີ່ພົບເຫັນໄດ້ຢ່າງຊັດເຈັນ ແມ່ນເຈົ້າໜ້າທີ່ບາງຄົນ ຍັງບໍ່ນໍາໃຊ້ກົດໝາຍ ຕໍ່ກຸ່ມຄົນຕ່າງປະເທສໃນລາວ ຢ່າງ ເຂັ້ມງວດ ຮ້າຍໄປກ່ວານັ້ນ ອາດຈະມີເຈົ້າໜ້າທີ່ ບາງຄົນຮັບສິນບົນ ເພື່ອປົກປິດການກວດກາ. ນອກຈາກນີ້ ກຸ່ມຄົນຈີນທີ່ມາຄ້າຂາຍຍ່ອຍ ໃນລາວ ເຂົາຈະມາເຊົ່າອາຄານ ຫລື ເຮືອນພັກເປີດຮ້ານຂາຍຍ່ອຍ ກັບຄົນລາວໂດຍກົງ ເພື່ອຫລີກລ້ຽງ ການຈ່າຍພາສີ ໃຫ້ແກ່ຣັຖ ພຶດຕິກັມແບບນີ້ ມີຢູ່ທົ່ວໄປ.

ການເຂົ້າມາເປີດຮ້ານຂາຍຍ່ອຍຂອງກຸ່ມຄົນຈີນ ຖືວ່າເປັນການຍາດອາຊີບ ຂອງຄົນລາວ, ດັ່ງປະຊາຊົນແຂວງຜົງສາລີ ກ່າວຕໍ່ວິທຍຸເອ ເຊັຽເສຣີ ໃນມື້ນີ້ວ່າ:

"ມີແຕ່ວ່າຄົນຈີນນັ້ນ ເຣື່ອງຍາດອາຊີບນັ້ນແຫລະຂະເຈົ້າມາ ທໍາການຄ້າແບບວ່າ ຂາຍຍ່ອຍຂາຍຫຍັງຊື່ໆ ແລ້ວຣັຖບານອະນຸຍາດໃຫ້ ມາຂາຍຍ່ອຍຢູ່ຕາມປະເທສລາວ ເຮັດໃຫ້ຄົນລາວທຸກ ບໍ່ສາມາດຂາຍຫາເງິນໄດ້ຕົວເອງ."

ຕາມຣະບຽບກົດໝາຍວ່າດ້ວຍ ການລົງທຶນໃນລາວ ຣະບຸວ່າ ຈະບໍ່ອະນຸຍາດໃຫ້ ຄົນຕ່າງປະເທສ ເຂົ້າມາເຮັດ ທຸຣະກິດຂນາດນ້ອຍ ທີ່ມີມູນຄ່າຕໍ່າກ່ວາ 300 ລ້ານກີບ ເພາະວ່າຕ້ອງສງວນສິດ ໄວ້ໃຫ້ກັບຄົນລາວເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.