ເມືອງ ທັນສມັຍ ຈະນຳຄົນຈີນ ເຂົ້າມາ ຫຼາຍຂຶ້ນ
2021.12.08
ຊາວລາວສ່ວນນຶ່ງ ກໍຮູ້ສຶກກັງວົນວ່າ ໂຄງການເມືອງທັນສມັຍ ຫຼື ສມາທ ຊິຕີ້ (Smart City) ທີ່ມີແຜນຈະສ້າງຂຶ້ນ ຢູ່ໃນພື້ນທີ່ເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈະເຮັດໃຫ້ມີຄົນຈີນຈໍານວນຫຼາຍ ຫຼັ່ງໄຫຼເຂົ້າມາຢູ່ອາສັຍ ແລະດໍາເນີນທຸຣະກິຈຫຼາຍຢ່າງ ຈົນກາຍເປັນເມືອງຈີນຂນາດນ້ອຍ ແລະຢ້ານວ່າ ຄົນຈີນຈະເຂົ້າມາຍາດແຍ່ງ ວຽກບາງຢ່າງຈາກຄົນລາວໄປ, ດັ່ງຊາວນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 8 ທັນວານີ້ວ່າ:
“ກະບໍ່ຢາກໃຫ້ເຂົ້າມາແຫຼະ ບໍ່ຢາກໃຫ້ເຂົ້າມາຫຼາຍ ເຂົ້າມາແຍ່ງອາຊີບຂອງປະຊາຊົນລາວຫັ້ນແຫຼະ ກະຢູ່ຍາກຫັ້ນແຫຼະ ຄືວ່າຊິພັທນາ ຊິເຮັດໃຫ້ປະຊາຊົນລາວມີຢູ່ມີກິນ ບໍ່ອຶດຢູ່ອຶດກິນ ແຮງທຸກຊໍ້າ.”
ປັດຈຸບັນ ຢູ່ເມືອງຫາດຊາຍຟອງ ແລະເມືອງໄຊເສດຖາ ກໍມີຄົນຈີນເຂົ້າມາຢູ່ອາສັຍ ແລະເຮັດທຸຣະກິຈຕ່າງໆ ເປັນຈໍານວນນຶ່ງແລ້ວ ຖ້າວ່າມີໂຄງການເມືອງທັນສມັຍ ສມາທ ຊິຕິ້ ເກີດຂຶ້ນ ຊາວບ້ານຫຼາຍຄົນກໍເຊື່ອວ່າ ຄົນຈີນຈະເຂົ້າມາຫຼາຍຂຶ້ນ ຈົນກາຍເປັນເມືອງຈີນຂນາດນ້ອຍ ແລະອາຈເກີດບັນຫາຕ່າງໆ ຕາມມາ ຍ້ອນວ່າການສື່ສານກັນ ລະຫວ່າງຄົນລາວກັບຄົນຈີນ ຍັງມີອຸປະສັກຫຼາຍ, ດັ່ງຊາວບ້ານ ຢູ່ເມືອງຫາດຊາຍຟອງ ນາງນຶ່ງ ກ່າວວ່າ:
“ຈີນມາຢູ່ຫຼາຍຫັ້ນແຫຼະ ແມ່ນຫຍັງກະຊິແມ່ນແຕ່ຈີນ ຂະເຈົ້າຊິເອົາຄົນເພິ່ນມາຢູ່ບໍ ກະບໍ່ຮູ້ຄືກັນເນາະ ກະຢ້ານເພິ່ນຫັ້ນແຫຼະເນາະ ຢ້ານຫຼາຍກວ່າ ແຕ່ວ່າພວກເຮົາຄົນລາວຢູ່ ແຕ່ວ່າເວົ້າຫຍັງບໍ່ໄດ້ ເພາະວ່າເຮົາເວົ້າບໍ່ເປັນ.”
ກ່ອນໜ້ານີ້ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ສໍາລັບໂຄງການເມືອງທັນສມັຍ ສມາທ ຊິຕີ້ ມີຄວາມເປັນໄປໄດ້ສູງ ທີ່ຈະມີຄົນຈີນ ຫຼັ່ງໄຫຼເຂົ້າມາຢູ່ຫຼາຍ ຍ້ອນໂຕໂຄງການຢູ່ໃກ້ກັບສະຖານນີຣົຖໄຟ ລາວ-ຈີນ ໃນນະຄອນຫຼວງວຽງຈັນ ຊຶ່ງຈະອໍານວຍຄວາມສະດວກ ແກ່ການເດີນທາງຂອງຄົນຈີນ.
ທາງດ້ານຜູ້ປະກອບການ ດ້ານການທ່ອງທ່ຽວ ຢູ່ເມືອງຫາດຊາຍຟອງ ທ່ານນຶ່ງ ກ່າວວ່າ ຄັນວ່າມີນັກລົງທຶນຈີນ ແລະຕ່າງປະເທດ ເຂົ້າມາລົງທຶນຢູ່ໃນເຂດໂຄງການ ດັ່ງກ່າວຈໍານວນຫຼາຍ ກໍຈະເປັນຜົລດີຕໍ່ການພັທນາເສຖກກິຈ ແລະດ້ານອື່ນໆ ຫາກວ່າບັນດານັກລົງທຶນ ແລະນັກທຸຣະກິຈ ທີ່ເຂົ້າມານັ້ນ ປະຕິບັດຕາມກົດໝາຍ ຂອງລາວ, ດັ່ງທ່ານກ່າວວ່າ:
“ຫຼັງຈາກທີ່ວ່າໂຄວິດດີຂຶ້ນນີ້ ຄາດວ່າ ມີຈີນມາຫຼາຍ ມັນກະຊິບໍ່ມີຜົລຮ້າຍຫຍັງດອກ ເຂົາເຂົ້າມາ ເຂົາກະມີຣະບຽບສໍາລັບຄົນຕ່່າງດ້າວເນາະ ເພາະວ່າເຂົາມາລົງທຶນຢູ່ບ້ານເຮົາ ເຂົາກະຕ້ອງນັບຖືກົດໝາຍບ້ານເຮົາເນາະ ມັນກະຄືຊິບໍ່ມີບັນຫາຫຍັງດອກ.”
ສໍາລັບໂຄງການ ເມືອງທັນສມັຍ ສມາທ ຊິຕີ້ ໃນເບື້ອງຕົ້ນ ຈະມີການລົງທຶນ ໂດຍນັກລົງທຶນຈີນ ແລະນັກລົງທຶນເກົາຫຼີໃຕ້ ໂດຍໄດ້ປັບປ່ຽນ ໄລຍະເວລາສັມປະທານ ເຫຼືອ 50 ປີ ແຕ່ຈະສາມາດຂໍຕໍ່ອາຍຸສັມປະທານໄດ້ອີກ ໂດຍບໍ່ມີກໍານົດວ່າ ຈະຕໍ່ໄດ້ອີກຈັກປີ, ດັ່ງນັກຊ່ຽວຊານດ້ານທຸຣະກິຈ ທ່ານນຶ່ງກ່າວວ່າ:
“ເຣື່ອງສັມປະທານໂຕນີ້ໆ ແທ້ນີ້ ດຽວນີ້ທາງຣັຖບານລາວມີກໍານົດ ໃຫ້ສັມປະທານນີ້ ມີແຕ່ 50 ປີ ຕໍ່ສັນຍາໄປຕື່ມໄດ້ ກະແລ້ວແຕ່ເງື່ອນໄຂ ເບິ່ງໂຕຈິງເນາະ ເມືອງໃໝ່ໂຕນີ້ ຈະບໍ່ແມ່ນແຕ່ຄົນຈີນໃດ໋ເຂົ້າມາພັທນາ ເປັນເກົາຫຼືແດ່ ແລ້ວກະຄົນຈີນແດ່ ເພາະວ່າຂະເຈົ້າ ແບ່ງໂຊນກັນເດ້ ແບ່ງໂຊນກັນພັທນາເມືອງ.”
ທ່ານກ່າວອີກວ່າ ສໍາລັບທ່ານເອງກໍເຊື່ອວ່າ ຫາກໂຄງການນີ້ກໍ່ສ້າງສໍາເຣັດ ຈະຕ້ອງມີຄົນຈີນເຂົ້າມາລົງທຶນ ແລະເຮັດທຸຣະກິຈດ້ານຕ່າງໆ ຢ່າງຫຼວງຫຼາຍ ເນື່ອງຈາກປັດຈຸບັນກໍເຫັນວ່າ ການລົງທຶນຂອງຕ່າງປະເທດໃນລາວ ອັນດັບນຶ່ງແມ່ນນັກລົງທຶນຈີນຢູ່ແລ້ວ ແລະຄັນເສັ້ນທາງຣົຖໄຟລາວ-ຈີນ ຖືກເຊື່ອມຈອດກັບເສັ້ນທາງຣົຖໄຟ ໃນປະເທດໄທຍ ໃນອະນາຄົດ ກໍແຮງຈະເຮັດໃຫ້ຄົນຈີນຫຼັ່ງໄຫຼເຂົ້າມາລາວເພີ້ມຂຶ້ນອີກ.
ກ່ຽວກັບການສໍາຣວດພື້ນທີ່ກໍ່ສ້າງ ໂຄງການເມືອງທັນສມັຍ ສມາທ ຊິຕີ້ ປັດຈຸບັນ ຍັງບໍ່ທັນສໍາເຣັດເທື່ອ ແລະຍັງບໍ່ທັນຣະບຸເທື່ອວ່າ ຈະມີຊາວບ້ານຈັກຄອບຄົວ ໄດ້ຮັບຜົລກະທົບຈາກໂຄງການດັ່ງກ່າວ, ດັ່ງເຈົ້າໜ້າທີ່ເມືອງຫາດຊາຍຟອງ ທ່ານນຶ່ງກ່າວວ່າ:
“ເຂົາເຈົ້າກໍາລັງສໍາຣວດຢູ່ນ່າ ບໍ່ຮູ້ເຣື່ອງເທື່ອ ຈຸເຮົາຍັງບໍ່ຮູ້ຣາຍລະອຽດ ຄໍາສັ່ງເປັນລາຍລັກອັກສອນ ເພິ່ນຍັງບໍ່ທັນໄດ້ລົງມາຮອດເຮົາເທື່ອ.”
ສໍາລັບບ້ານ ທີ່ຢູ່ໃນຂອບເຂດ ສໍາຣວດໂຄງການເມືອງທັນສມັຍ ສມາທ ຊິຕີ້ ຢູ່ນະຄອນຫຼວງວຽງຈັນ ມີທັງໝົດ 12 ບ້ານ ປະກອບດ້ວຍ ເມືອງໄຊເສດຖາ ມີ 5 ບ້ານໄດ້ ແກ່ ບ້ານຈອມສີ, ບ້ານນາຄວາຍໃຕ້, ບ້ານນາຄວາຍກາງ, ບ້ານນາໂນ ແລະບ້ານນາໄຫ ສ່ວນຢູ່ເມືອງຫາດຊາຍຟອງ ມີ 7 ບ້ານ ໄດ້ແກ່ ບ້ານດົງໂພນແຮ່, ບ້ານຄໍາຈະເລີນ, ບ້ານໜອງແປນເໜືອ, ບ້ານໜອງແປນໃຕ້, ບ້ານຊຽງຄວນ, ບ້ານທ່າພະ ແລະບ້ານໜອງພົງ.
ຢ່າງໃດກໍຕາມ ມາຮອດປັດຈຸບັນ ກໍຍັງບໍ່ມີການເຜີຍແຜ່ ລາຍຣະອຽດຢ່າງຄັກແນ່ເທື່ອວ່າ ໂຄງການເມືອງທັນສມັຍ ສມາທ ຊິຕີ້ ຈະໃຊ້ເນື້ອທີ່ກໍ່ສ້າງຫຼາຍປານໃດ, ໃຊ້ງົບປະມານກໍ່ສ້າງຈໍານວນເທົ່າໃດນັ້ນ ຮວມທັງຈະເຣີ່ມກໍ່ສ້າງເມື່ອໃດ ແລະໃຊ້ໄລຍະເວລາກໍ່ສ້າງປະມານຈັກປີ ຈຶ່ງຈະສໍາເຣັດ.
ສໍາລັບຈໍານວນຄົນຈີນ ທີ່ອາສັຍຢູ່ໃນລາວ ຮວມທັງຄົນງານຈີນ ທີ່ມາອອກແຮງງານໃນລາວ ເຄີຍມີຈໍານວນສູງສຸດເຖິງ 13,000 ຄົນ ໃນປີ 2017, ອີງຕາມຂໍ້ມູນຈາກ ສູນສະຖິຕິແຫ່ງຊາດ.