ວັນທີ 8 ເດືອນ ສິງຫາ ປີ 2007


2007.08.08

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ ຣາຍການຕອບຈມ. ຂອງພວກເຮົາ ກໍວຽນມາຄົບຮອບ ອີກຕາມເຄີຍ ເນາະ Maysoly ຫວັງໃຈ ສເມີວ່າ ຣາຍການນີ້ ຍັງຈະໄດ້ ຮັບກຳລັງໃຈ ຈາກ ທ່ານຜູ້ຟັງ ຕລອດໄປ.

ຈມ.ທີ່ໄດ້ຮັບ ຈາກທ່ານຜູ້ຟັງ ໃນມື້ນີ້ ກໍມີຫຼາຍໆ ສະບັບນຳກັນ ຊຶ່ງລ້ວນແລ້ວ ແຕ່ເປັນ ຈມ. ທີ່ໜ້າສົນໃຈ ທັງນັ້ນ ສະນັ້ນ ເພື່ອບໍ່ເສັຍເວລາ ຂອງພວກເຮົາ ຂໍເຊີນທຸກໆ ທ່ານ ເຂົ້າສູ່ຣາຍການ ເລີຍເນາະ e-mail ສະບັບ ທຳອິດທີ່ Maysoly ຈະນຳມາອ່ານ ສູ່ທ່ານຟັງ ໃນມື້ນີ້ ກໍຄື ຂອງທ່ານ ຜູ້ໃຊ້ນາມວ່າ “AHR0301” ຂຽນຈາກ ປະເທດລາວ ໃນ e-mail ເພີ່ນຂຽນມາດັ່ງນີ້:

“ສະບາຍດີທ່ານຫົວໜ້າ ບັນນາທິການ ກ່ອນອື່ນໝົດ ຂ້າພະເຈົ້າ ຕ້ອງຊົມເຊີຍວ່າ ທ່ານ ຂຽນ ພາສາລາວ ໄດ້ດີ ແລະ ຂ້າພະເຈົ້າຄິດວ່າ ທ່ານກໍແມ່ນຄົນລາວ ເກີດຢູ່ເມືອງລາວ ເຖິງທ່ານ ຈະເປັນມົ້ງ ຫຼືເປັນແມ້ວ ກໍດີ ແຕ່ເຄີຍອາສັຍ ດິນລາວ ເປັນບ່ອນ ຊຸກຫົວນອນ ເມືອງລາວ-ຄົນ ລາວ ຕ້ອງການ ຄວາມສງົບ ເມືອງລາວ-ຄົນລາວ ຕ້ອງການ ຄົນທີ່ມັກ ສັນຕິພາບ ເມືອງລາວ ຄົນລາວ ຕ້ອງການຄົນ ທີ່ເຊີດຊູກຽດ ແລະສັກສີ ຂອງຊາດລາວ ແລະຍາມໃດ ກໍເທີດທູນຄວາມ ເປັນ ເອກກະຣາດ ເປັນເຈົ້າຕົນເອງ ແລະເຂັ້ມແຂງ ດ້ວຍຕົນເອງ ພັກປະຊາຊົນລາວ ນຳພາຄົນ ລາວ ທັງຊາດ ຍາດເອົາ ຄວາມເປັນເອກກະຣາດ ປະຊາທິປະໄຕ ມາໃຫ້ຄົນລາວ ເຮົາເອົາຊນະ ພວກຈັກກະພັດ ອາເມຣິກາ ພວກເຮົາ ເດັດຂາດຕໍ່ສູ້ ສັດຕຣ ູທີ່ຫວັງທຳລາຍ ຄວາມສາມັກຄີ ຄວາມສງົບສຸກ ຂອງຊາດລາວ ເອກກະຣາດ ແລະ ປະຊາທິປະໄຕ ຂອງຊາດລາວ ບໍ່ວ່າຈະ ເປັນໂຈນ ມາຈາກກຸ່ມໃດ ກໍ່ຕາມ ແມ່ນຕ້ອງ ຖືກດັບສູນ ຢ່າງສີ້ນເຊີງ ກຸ່ມໂຈນ ຄວນຍຸຕິເອົາ ປະຊາຊົນ ທີ່ບໍ່ຮູ້ອິໂໜ່ອິເໜ່ ໄປເປັນສາກບັງໜ້າ ສວຍໃຊ້ປະຊາຊົນ ເປັນເຄື່ອງມື ຖ້າບໍ່ດັ່ງນັ້ນ ພວກເຮົາ ເອົາແທ້ ອາເມຣິກາ ຍັງປຣາຊັຍ.”

ຂໍຂອບໃຈທ່ານ “AHR0301” ທາງຫົວໜ້າ ບັນນາທິການ ຂອງ RFA ໄດ້ສົ່ງຄຳຕອບ ຜ່ານ Maysoly ດັ່ງນີ້:

“ໂຄສົກທຸກຄົນ ໃນຜແນກ ພາສາລາວ ເກີດ ແລະໃຫຍ ່ຢູ່ປະເທດລາວ ເຖິງວ່າ ເຫດເຫຼືອວິສັຍ ຈະໄດ້ເຮັດໃຫ້ ຕ້ອງພັດພາກ ຈາກບ້ານເກີດ ເມືອງນອນມາກໍຕາມ ແຕ່ພວກຂ້າພະເຈົ້າ ກໍ່ບໍ່ເຄຍ ລືມບ່ອນ ຝັງສາຍແຫ່ ບ່ອນແຜ່ ສາຍບື ຍັງຖືວ່າ ພວກຕົນ ເປັນລາວ ແລະບໍ່ມີວັນ ລືມຄວາມຈິງ ຂໍ້ນີ້ຈັກເທື່ອ ພວກເຮົາ ເຫັນພ້ອມກັບ ທ່ານ ທຸກປະການ ກ່ຽວກັບ ຄວາມປະສົງ ຂອງທ່ານທີ່ຢາກ ໃຫ້ລາວ ເປັນຕົວ ຂອງຕົວເອງ ສາມາດຢືນ ດ້ວຍລຳຂາ ຂອງຕົນເອງໄດ້ ໃນໂລກນີ້ ບໍ່ມີຜູ້ໃດ ຈະຊົ່ວໝົດ ຫຼືດີໝົດ ສົງຄາມເຢັນ ຍຸຕິໄປດົນແລ້ວ ເຮົາຄວນເຂົ້າໃຈວ່າ ໃນເຣື້ອງ ການເມືອງ ບໍ່ມີມິດແທ້ ບໍ່ມີສັຕຣູ ຖາວອນ ເພາະສະນັ້ນ ຖ້າຜູ້ໃດ ຍັງຝັກໃຝ່ ຢູ່ນຳແຕ່ອາດີດ ກໍຄົງຈະບໍ່ກ້າວ ໄປໄດ້ໄກ ແລະບໍ່ໄວ ພໍປານໃດ ເຖິງພວກເຮົາ ຈະພໍເຂົ້າໃຈວ່າ ປໂຍກສຸດທ້າຍ ຂອງ e-mail ທ່ານ ເປັນການ ນາບຂູ່ກໍຕາມ ແຕ່ພວກເຮົາ ກໍຈະນຳມາອ່ານ ອອກອາກາດ ໃນນາມວ່າ ສຖານີ ຂອງ ພວກເຮົາ ເປັນເວທີ ສະແດງຄວາມຄິດ ຄວາມເຫັນ ຕ່າງໆ ຄວນຫຼືບໍ່ຄວນ ປະການໃດນັ້ນ ສຸດແລ້ວແຕ່ ທ່ານຜູ້ຟັງ ຈະຕີຣາຄາ ເອົາເອງ.”

ຈມ. ສະບັບຕໍ່ໄປ ກໍຄື ຂອງທ່ານ “ທັມມະວົງສາ ຄຳແກ້ວ” ຂຽນຈາກ ເມືອງ Fresno ຣັດ California ໃນຈມ. ເພີ່ນຂຽນມາດັ່ງນີ້: “ສະບາຍດີ Maysoly ແລະ ທີມງານ ຂອງ RFA ມື້ນີ້ຂ້າພະເຈົ້າ ໄດ້ຂຽນຈມ. ສະບັບນີ້ ເຖິງທ່ານ ເພາະມີຂໍ້ຂ້ອງໃຈ ໜ້ອຍນຶ່ງ ວ່າຊັ້ນ, ກ່ຽວກັບ ສະພາບການ ໃນລາວ ຫວັງວ່າ ຄົງບໍ່ເປັນ ທີ່ຣົບກວນ ພ້ອມກັນນີ້ ຂ້າພະເຈົ້າ ກໍມີຄຳຖາມ 5 ຂໍ້ມາພ້ອມ ຖ້າທ່ານຕອບໄດ້ ກໍ່ດີ ຫຼື ຖ້າບໍ່ຕອບ ກໍບໍ່ເປັນຫຍັງ, ວ່າຊັ້ນ.

1. ພວກເຮົາຊາວລາວໃນ ແລະຕ່າງປະເທດ ບໍ່ເຂົ້າໃຈວ່າ ເປັນຫຍັງ ທາງຣັຖບານ ສປປ.ລາວ ຈຶ່ງອານຸຍາດ ໃຫ້ຊາວຕ່າງດ້າວ ເຂົ້າມາທຳທຸຣະກິດ ຮັບເໝົາເຊົ່າທີ່ດິນ ໃນລາວ ຢ່າງຫຼວງຫຼາຍ ແທ້ ຈະບໍ່ສົງຜົນ ສະທ້ອນ ຕໍ່ປະຊາຊົນລາວ ຫຼືບໍ່ ປາກົດວ່າ ດິນເຄີ່ງນຶ່ງ ໃນລາວໃກ້ຈະກາຍ ເປັນຂອງ ຊາວຕ່າງດ້າວ ໄປໝົດແລ້ວ.

2. ເປັນຫຍັງທາງການລາວ ຈຶ່ງເປັນຫ່ວງ ບັນຫາພາຍໃນ ຫຼາຍກວ່າ ພາຍນອກ ຕົວຢ່າງກໍຄື ບັນຫາຊາວມົ້ງ ທີ່ມີຂ່າວວ່າ ຍັງຖືກປາບປາມ ຈາກຝ່າຍຣັຖບານລາວ ຢ່າງຕໍ່ເນື່ອງ ຂ້າພະເຈົ້າ ຄິດວ່າ ເຖິງແມ່ນວ່າ ພວກເຂົາເຈົ້າ ຈະເປັນຄົນມົ້ງ ແຕ່ກໍເປັນຄົນລາວ ຄືກັນ.

3. ເມື່ອທ້າຍເດືອນ ກໍຣະກະດາ ທີ່ຜ່ານມານີ້ ຂ້າພະເຈົ້າ ໄດ້ຟັງຂ່າວ ກ່ຽວກັບ ເຣື້ອງການ ປັກປັນ ເຂດຊາຍແດນ ຣະຫວ່າງ ລາວ ແລະ ວຽດນາມ ວ່າຈະບໍ່ຄ່ອຍ ມີບັນຫາ ຕາມຂ່າວເວົ້າວ່າປັດຈຸ ບັນນີ້ ຝ່າຍວຽດນາມ ກໍໄດ້ຫຍັບໃກ້ເຂົ້າ ດິນລາວເທື່ອລະເລັກ ລະນ້ອຍ ແລະ ກໍໄດ້ລ່ວງລ້ຳເອົາ ເນື້ອທ ີ່ຂອງລາວ ໄປແລ້ວ ບ່ອນທີ່ມີໜ້ອຍ ທີ່ສຸດ ປະມານ 5 ກິໂລແມດ ແລະ ບ່ອນມີຫຼາຍ ທີ່ສຸດ ບໍ່ຕ່ຳກວ່າ 20 ກິໂລແມດ.

4. ພວກເຮົາ ບໍ່ເຂົ້າໃຈວ່າ ເປັນຫຍັງລາວ ຈຶ່ງມີການສ້າງເຂື່ອນໄຟຟ້າ ຫຼາຍແທ້ ຈະບໍ່ມີຜົນ ສະທ້ອ ນຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນບໍ່ ຕົວຢ່າງວ່າ ເກີດນ້ຳຖ້ວມຂຶ້ນ ມາໃນມື້ນຶ່ງ ມັນຈະ ທຳລາຍ ບ່ອນຢູ່ ບ່ອນໄປ ຂອງສັດປ່າ ຮວມທັງເຮືອນຊານ ບ້ານຊ່ອງ ຂອງປະຊາຊົນນຳ.

5. ເປັນດ້ວຍເຫດໃດ ທາງຣັຖບານ ຈຶ່ງປະທະກັບ ປະຊາຊົນ ຂອງຕົນເອງ ໃນແຂວງບໍ່ແກ້ວ ໂດຍອ້າງວ່າ ພວກເຂົາເຈົ້າ ມີການພົວພັນ ນຳເຣື່ອງ ຢາເສບຕິດ ເຣື້ອງນີ້ ຂ້າພະເຈົ້າ ຢາກຖາມວ່າ ມີພະຍານ ຫຼັກຖານ ຄົບຖ້ວນບໍ່ ທີ່ວ່າພວກເຂົາ ມີການຄ້າຢາເສບຕິດ.”

ທີ່ກ່າວມານີ້ ກໍຄືຂໍ້ຂ້ອງໃຈ ຂອງທ່ານ ທັມມະວົງສາ ຄຳແກ້ວ ຫັຼງຈາກ ໄດ້ອ່ານ ຈມ.ຂອງທ່ານ ແລ້ວ ພວກເຮົາ ຂໍຕອບຄຳຖາມ ຂອງທ່ານ ແຕ່ລະຂໍ້ ແບບສັ້ນໆ ດັ່ງນີ້: 1. ເຣື້ອງທີ່ທ່ານເວົ້າມານັ້ນ ກໍໜ້າວິຕົກຄືກັນ ເພາະຣັຖບານລາວ ໄດ້ໃຫ້ສັມປະທານ ໃຫ້ຄົນ ຕ່າງດ້າວ ເຂົ້າມາເຊົ່າດິນ ໃນລາວ ນັບມື້ນັບຫຼາຍຂຶ້ນ ຢ້ານວ່າ ຈະມີຜົນສະທ້ອນ ຕໍ່ປະຊາຊົນ ລາວ. ຢ່າງໃດກໍ່ຕາມ ເມື່ອໄວໆ ນີ້ ນາຍົກຣັຖມົນຕຣີ ສປປ.ລາວ ກໍໄດ້ປະກາດ ໂຈະໃຫ້ສັມ ປະທານທີ່ດິນ ໃນເນື້ອທີ່ ເກີນກວ່າ 100 ເຮັກຕ້າຂຶ້ນໄປ ເປັນຊົ່ວຄາວ ແຕ່ຫຼັງຈາກ ເພີ່ນ ໄດ້ປະກາດ ໄປແລ້ວ ຢູ່ທີ່ແຂວງ ສວັນນະເຂດ ທາງການລາວ ຊ້ຳພັດ ອານຸຍາດ ໃຫ້ບໍຣິສັດ ວຽດນາມ ເຂົ້າມາ ທຳສັນຍາ ເຊົ່າທີ່ດິນ 2,000 ເຮັກຕ້າ ເພື່ອປູກຢາງ ພາຣາ ແລະ ຕົ້ນໄມ້ ອຸດສາຫະກັມນຳອີກ ຊຶ່ງທາງ ວິທຍຸເອເຊັຽເສຣີ ຂອງພວກເຮົາ ກໍຍັງຕິດຕາມ ເຣື້ອງນີ້ໄປເລື້ອຍໆ ຂໍໃຫ້ທ່ານ ຕິດຕາມ ບົດວິເຄາະ ຈາກນັກຂ່າວ ຂອງພວກເຮົາ ຕໍ່ໆໄປກໍແລ້ວກັນເນາະ. 2. ເຫັນພ້ອມກັບທ່ານທີ່ວ່າ ມົ້ງ ຫຼື ຊົນເຜົ່ານ້ອຍ ອື່ນໆ ໃນ ລາວ ກະແມ່ນຄົນລາວ ຄືກັນ. 3. ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ລາວ ທ່ານນຶ່ງ ກະເວົ້າວ່າ ລາວ ແລະ ວຽດນາມ ບໍ່ເຄີຍມີບັນຫາ ກ່ຽວກັບເຣື້ອງ ປັກປັນຊາຍແດນ ຈັກເທື່ອ ເພາະຖ້າມີຄວາມຂັດແຍ້ງ ຂຶ້ນມາເມື່ອໃດ ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ຈະສັ່ງໃຫ້ຍຸຕິທັນທີ. ວ່າຊັ້ນ 4. ລາວຕ້ອງການ ງົປມານ ຢ່າງຫຼວງຫຼາຍ ເພື່ອນຳມາໃຊ້ ພັທນາປະເທດ ແລະ ການສ້າງເຂື່ອນ ໄຟຟ້າ ເພື່ອຂາຍໃຫ້ປະເທດ ເພື່ອນບ້ານ ມີຄວາມຕ້ອງການ ຫຼາຍ ເປັນທາງອອກ ທີ່ງ່າຍ ແລະນຳ ຣາຍໄດ້ເຂົ້າ ສູ່ລາວ ເພາະສະນັ້ນ ທາງຣັຖບານ ສປປ.ລາວ ຈຶ່ງມັກເວົ້າ ສເມີວ່າ ຣາຍໄດ້ຈາກ ເຂື່ອນໄຟຟ້າ ນ້ຳເທີນ 2 ຈະນຳມາໃຊ ້ເພື່ອບັນເທົາ ຄວາມທຸກຍາກ ຂອງປະຊາຊົນລາວ ເພາະ ສະນັ້ນ ຖ້າເບີ່ງ ໃນແງ່ ຂອງຣັຖບານແລ້ວ ກໍເປັນການດີ ຖ້າເບີ່ງໃນແງ່ ຂອງປະຊາຊົນ ຜູ້ຈະໄດ້ ຮັບຜົນສະທ້ອນ ດັ່ງດຽວກັນ ກັບສັດສາວາສີ່ງ ແລະ ສະພາບ ແວດລ້ອມແລ້ວ ກໍບໍ່ຄ່ອຍດີປານໃດ. 5. ເຣື້ອງເຫດການ ທີ່ເກີດຂຶ້ນ ໃນແຂວງ ບໍ່ແກ້ວ ຍັງບໍ່ມີຜູ້ໃດ ສາມາດ ເວົ້າໄດ້ຢ່າງ ເຕັມປາກ ແລະ ກໍບໍ່ມີຂໍ້ສົງສັຍວ່າ ແມ່ນຫຍັງ ເກີດຂຶ້ນແທ້ ຟັງຣັຖບານ ກໍເວົ້າໄປແນວນຶ່ງ ຟັງກຸ່ມ ຊາວມົ້ງຈາກ ປະເທດທີ່ 3 ກໍເວົ້າອີກ ແນວນຶ່ງ ມາຮອດປັດຈຸບັນນີ້ ກໍຍັງບໍ່ມີຜູ້ໃດ ຮູ້ຢ່າງຄັກແນ່ ວ່າ ຄວາມຈິງ ເປັນແນວໃດແທ້.

ທີ່ກ່າວມານີ້ Maysoly ຫວັງວ່າ ຄົງຈະຊ່ວຍ ຕອບຂໍ້ຂ້ອງໃຈ ຂອງທ່ານທັມມະວົງສາ ຄຳແກ້ວ ໄດ້ແດ ່ບໍ່ຫຼາຍກໍໜ້ອຍ. ທ່ານຜູ້ຟັງທີ່ເຄົາຣົບ Maysoly ກໍໄດ້ກ່າວມາຢ່າງ ຍືດຍາວພໍສົມຄວນ ແດ່ແລ້ວເນາະ ຊຶ່ງເຮັດໃຫ ້ເວລາ ຂອງຣາຍການ ກໍໃກ້ຈະໝົດລົງພໍດີ ສະນັ້ນ ເພື່ອບໍ່ເສັຍເວລາ ເຊີນທ່ານ ພົບກັບທ່ານ “ອະນຸສັກ ທັມມະວົງສາ” ສິລປີນລາວ ຕ່າງແດ ນທີ່ປະເທດ ຄານາດາ ເພງນີ້ມີຊື່ວ່າ “ຣຳວົງ ຂວັນໃຈ ຊາວລາວ” ພ້ອມດຽວກັນນີ້ Maysoly ຂໍຝາກຄຳຂອບໃຈ ເຖິງ ທ່ານ ອະນຸສັກ ທັມມະວົງສາ ພ້ອມດ້ວຍ ຄະນະວົງດົນຕຣ ີສາຍສັມພັນ ທີ່ໄດ້ສົ່ງເພງລາວ ຊຸດ ພິເສດ ນີ້ມາໃຫ້ RFA ພວກເຮົາ ທາງຄນະຈັດຣາຍການ ກໍຈະຂໍເກັບໄວ້ ເປັນສົມບັດ ຂອງ RFA ເພື່ອນຳມາ ອອກອາກາດ ໃຫ້ທ່ານຜູ້ຟັງ ໄດ້ຟັງ ໃນໂອກາດ ທີ່ເໝາະສົມ ຂໍເຊີນ ທ່ານຟັງເພງໄດ້.

ທີ່ຈົບລົງໄປນັ້ນ ກໍຄືເພງທີ່ມີຊື່ວ່າ “ຣຳວົງຂວັນໃຈຊາວລາວ” ຫວັງວ່າທຸກໆ ທ່ານຄົງຈະໄດ້ ຮັບຄວາມສຳຣານຈາກສຽງເພງນີ້ບໍ່ຫຼາຍກໍໜ້ອຍ ທ່ານຜູ້ຟັງທີ່ເຄົາຣົບ ເວລາແຫ່ງຣາຍການ ຕອບຈມ. ສຳລັບມື້ນີ້ ກໍ່ໝົດລົງພຽງເທົ່ານີ້ ແລ້ວ ຂໍເຊີນທ່ານທີ່ສົນໃຈ ຈົ່ງຕິດຕາມຮັບຟັງ ໄດ້ໃໝ່ ໃນວັນພະຫັດໜ້າ, ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.