ວັນທີ 1 ເດືອນ ສິງຫາ ປີ 2007


2007.08.01

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ Maysoly ດີໃຈທີ່ໄດ້ກັບມາ ພົບກັບທ່ານ ຜູ້ຟັງອີກ ໃນຣາຍການ ຕອບຈົດໝາຍ ຫຼັງຈາກ ທີ່ໄດ້ຫ່າງເຫີນ ກັນໄປເປັນ 2 ອາທິດ ເນາະ ກ່ອນອື່ນ ຫວັງໃຈ ສເມີວ່າ ທຸກໆ ທ່ານຄົງ ຈະສະບາຍດີ ສ່ວນ Maysoly ເອງກໍຍັງ ສະບາຍດີຕາມ ເຄີຍ ແຕ່ຍັງຄິດຮອດ ຄິດເຖິງແຟນ ຣາຍການ ຢູ່ຕລອດເວລາ ຢ່າງໃດກໍຕາມ ມາພົບກັນໃນມື້ນີ້ Maysoly ກໍຈະບໍ່ເວົ້າຫຍັງ ໃຫ້ຍືດມັນຍາວ ເກີນໄປເນາະ ເພື່ອບໍ່ໃຫ້ ເປັນການເສັຍເວລາ ຂອງ ພວກເຮົາ ສະນັ້ນ ຂໍເຊີນ ທຸກທ່ານ ເຂົ້າສູ່ຣາຍການເລີຍ.

ຈມ. ຂອງທ່ານ ຜູ້ຟັງທີ່ Maysoly ທີ່ຈະນຳມາ ອ່ານສູ່ທ່ານຜູ້ຟັງ ໃນມື້ນີ້ ກໍຄື ຈມ.ຂອງ “ລູກສາຣະວັນ” ອີກສະບັບ ນຶ່ງ ສະບັບນີ້ ເພີ່ນກໍໄດ້ສົ່ງ ຄຳຕິຊົມ ມາເພີ້ມຕື່ມ ຕໍ່ຈາກສະບັບ ກ່ອນໆ ໃນ ຈມ. ເພີ່ນຂຽນມາວ່າ:

“ສະບາຍດີ Maysoly ແລະ ໂຄສົກທຸກໆ ທ່ານ ທີ່ RFA. ກ່ອນອື່ນໝົດ ລູກສາຣະວັນ ຂໍຂອບໃຈທີ່ Maysoly ໃຫ້ໂອກາດ ອ່ານຈມ. ສະບັບນີ້ ເພື່ອອະທິບາຍ ເພີ່ມຕື່ມ ກ່ຽວກັບ ການອອກ ສຽງ ພາສາລາວ ທີ່ວິທຍ ຸກະຈາຍສຽງ ແລະ ກະຈາຍພາບ ຂອງບັນດາ ໂຄສົກ ແລະນັກສິລ ປິນລາວ ຕາມຄວາມຄິດ ຄວາມເຫັນ ທີ່ຂ້າພະເຈົ້າ ໄດ້ຍິນ ໄດ້ຟັງມາ ຈາກວິທຍຸ ກະຈາຍສຽງ ຫຼື ຕາມໂທຣະທັດ ຂອງລາວແລ້ວ ຂ້າພະເຈົ້າຂໍຕິຊົມດັ່ງນີ້:

ຕາມຂັ້ນຕອນ ຂອງການ ອອກສຽງ ພາສາລາວ ຂອງ ນັກສິລປິນລາວ ແລະບັນດາ ນັກໂຄສົກລາວ ສ່ວນໃຫຍ່ແລ້ວ ກໍເຫັນວ່າ ຫຼາຍໆ ຄົນ ກໍເປັນຜູ້ທີ່ມີ ຄຸນພາບສູງ ແຕ່ບາງທ່ານ ກໍຍັງມີການຂາດ ຕົກ ບົກພ່ອງຢູ່ ເຊັ່ນຕົວຢ່າງ ໃນກໍຣະນີທີ່ວ່າ ໃນບາງຄຳ ຂອງພາສາລາວ ຕອນຂຽນ ແມ່ນສະກົດ ຕົວ ຣ ແຕ່ ຍາມນັກຂ່າວ ຫຼືນັກສິລປິນລາວ ອ່ານ ຊ້ຳພັດ ອອກສຽງເປັນຕົວ ລ ບາງຄຳ ຂຽນເປັນຕົວ ຮ ແຕ່ອອກສຽງ ເປັນຕົວ ລ ຂຽນເປັນຕົວ ຟ ອ່ານອອກສຽງ ເປັນ ພ ກໍມີຫຼາຍໆ ທ່ານ ອ່ານສັບສົນກັນ ແຕ່ລູກ ສາຣະວັນ ກໍຍອມຮັບວ່າ ແມ້ນແຕ່ຕົນເອງ ກໍມີຈຸດບົກພ່ອງ ເຊັ່ນດຽວກັນ ບາງເທື່ອ ພະຍາຍາມ ຜັນສຽງ ໃຫ້ໄດ້ຢູ່ຫຼາຍໆ ຕອນ ກໍຍັງເລັດລອດ ອອກມາເປັນຕົວ ພ ຈົນໄດ້ ສ່ວນຄຳ ທີ່ຂຽນວ່າ ຣາຍງານ ນັກຂຽນ ແລະນັກໂຄສົກ ມັກ ຈະອ່ານວ່າ ລາຍງານ ຄວາມຈິງ ແລ້ວ ຄວນອ່ານວ່າ ຣາຍງານ ເພາະວ່າ ລາຍ ໝາຍເຖິງ ສິ່ງທີ່ ເປັນລາຍ ເຊັ່ນ ລາຍຄາມ ເສື້ອລາຍ ຢ່າງນີ້ເປັນຕົ້ນ. ສ່ວນພາກສ່ວນ ສຳລັບ ການຂຽນ ພາສາລາວໃຫ້ຖືກຕ້ອງ ຕາມຫຼັກໄວຍາ ກອນລາວ ແລ້ວ ກໍຍິ່ງມີການ ປົກພ່ອງ ຫຼາຍວ່າຊັ້ນ ມີໜ້ອຍຄົນ ທີ່ຂຽນຖືກໝົດ ແຕ່ ສ່ວນໃຫຍ່ແລ້ວ ແມ່ນຂຽນ ບໍ່ຖືກຮວມທັງລູກ ສາຣະວັນນຳ ຄິດວ່າ ວິທີການ ຈະປັບປຸງ ພາສາລາວ ໃຫ້ເປັນ ເອກກະພາບ ແລະ ມີຄຸນນະພາບ ດີຂຶ້ນນັ້ນ ເຫັນຈະຕ້ອງ ອາສັຍ ນັກສາສດາຈານ ຝ່າຍພາສາ ສາດ ຂອງລາວ ເຮົາຫຼາຍໆ ທ່ານ ເພື່ອຊ່ວຍກັນ ຄົ້ນຄວ້າ ນຳມາສິດສອນ ໃຫ້ຄົນລາວ ໄດ້ຮຽນ ຮູ້ ເພີ້ມຕື່ມອີກ ຈຶ່ງຈະໄດ້ຜົນ. ສຸດທ້າຍນີ້ຂໍກ່າວຄຳ ຂອບໃຈຕໍ່ Maysoly ແລະ ທີມງານ ຂອງ RFA ແລະ ຫວັງວ່າ Maysoly ແລະ ທີມງານ ຄົງບໍ່ຣັງກຽດ ຖ້າແມ່ນວ່າ ລູກສາຣະວັນຈະ ຂຽນຈມ. ມາຮ່ວມອີກ ໃນໂອກາດຕໍ່ໄປ.”

ທີ່ກ່າວມານີ້ ກໍຄືຂໍ້ຄວາມໃນ ຈມ.ຂອງ “ລູກສາຣະວັນ” Maysoly ຂໍຂອບໃຈ ທີ່ທ່ານໄດ້ຕິດ ຕາມຮັບຢັງ ຣາຍການຂອງ RFA ມາຕລອດ ແລະ ກໍໄດ້ສລະເວລາ ຂຽນຈມ. ເພື່ອຕິດຕາ ຕິຊົມຣາຍການ ຂອງ ພວກເຮົາອີກ ຢ່າງໃດກໍຕາມ, ຂໍບອກໃຫ້ທ່ານ ຊາບວ່າ Maysoly ແລະ ທີມງານ ຂອງ RFA ບໍ່ເຄີຍ ຣັງກຽດຈມ. ຫຼືຂໍ້ຄິດສເນ ີຂອງທ່ານ ຜູ້ໃດເລິຍ ຕົງກັນຂ້າມ ຖ້າທ່ານ ມີໂອກາດ ຂໍເຊີນຂຽນມາເລື້ອຍໆ ເພື່ອວ່າ ຈະໄດ້ເປັນກຳລັງ ໃຫ້ແກ່ທີມງານ ຂອງ ພວກເຮົາດ້ວຍ ແລະ ຂໍຂອບໃຈ ຕາງນັກຂ່າວ RFA ທີ່ທ່ານ ໄດ້ສົ່ງຄຳຍ້ອງຍໍ ມາໃຫ້ພວກເພີ່ນ ຂໍໃຫ້ລູກສາຣະ ວັນ ຈົ່ງໂຊກດ ີເຊັ່ນດຽວກັນ.

ທ່ານຜູ້ຟັງທີ່ເຄົາຣົບ ພໍເວົ້າມາເຖິງຕອນນີ້ ເພື່ອເປັນການປ່ຽນບັນຍາກາດ Maysoly ຂໍເຊີນທ່ານຫາຄວາມສຳຣານຈາກເພງມ່ວນໆ ເພງນຶ່ງກ່ອນເນາະ ເພງທີ່ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປນີ້ມີຊື່ວ່າ “ຮັກເຈົ້າ” ຈາກສຽງຂັບຮ້ອງຂອງ “ມາລີຈັນສຸກ” ເຊີນຮັບຟັງໄດ້.

---(ເພງ)---

ທີ່ຈົບລົງ ໄປນັ້ນ ຄືເພງ ທີ່ມີຊື່ວ່າ “ຮັກເຈົ້າ” ຈາກສຽງຂັບຮ້ອງ ຂອງ ”ມາລີຈັນສຸກ” ຫວັງວ່າ ຄົງຈະຖືກໃຈ ທ່ານ ຜູ້ໃດຜູ້ນຶ່ງເນາະ ຢ່າງໃດກໍຕາມ ບາດນີ້ ຂໍເຊີນທ່ານຕິດຕາມ ຮັບຟັງ ຣາຍການຕອບຈມ. ຕໍ່ໄປເລີຍ.

ສະບັບນີ້ ຂຽນຈາກທ່ານ ຜູ້ນຶ່ງ ຜູ້ບໍ່ປະສົງອອກຊື່ ທີ່ປະເທດລາວ ໃນຈມ. ເພີ່ນບອກວ່າ:

“ຂ້າພະເຈົ້າເປັນຜູ້ນຶ່ງ ທີ່ມັກຟັງຣາຍການ ຂອງ RFA ຫຼາຍທີ່ສຸດ ແລະ ມີຫຼາຍໆ ຄັ້ງ ຄິດ ຢາກຈະຂຽນຈມ. ມາຮ່ວມ ແຕ່ກໍຢ້ານວ່າ ຈະບໍ່ມີຄວາມປອດພັຍ ຖ້າສບັບນີ້ ມາເຖິງພວກທ່ານ ແລ້ວ ໂອກາດໜ້າ ຈະພະຍາຍາມ ຂຽນມາໃໝ່.” ວ່າຊັ້ນ.

ທ່ານຜູ້ຟັງທີ່ເຄົາຣົບ ໜ້າເສັຍດາຍເວລາ ແຫ່ງຣາຍການ ຕອບຈມ. ໃນມື້ນີ້ ກໍໃກ້ຈະໝົດລົງແລ້ວ ສະນັ້ນ ເພື່ອ ບໍ່ເສັຍເວລາ Maysoly ຂໍເຊີນທ່ານ ຟັງເພງ ທ້າຍຣາຍການ ຂອງພວກເຮົາໄດ້ ຊຶ່ງຈະມາ ໃນເພງໃຫ້ຊື່ວ່າ “ຄອຍວັນນ້ອງຫວນຄືນ” ຈາກສຽງຂັບຮ້ອງ ຂອງ “ໃສ ຈິນດາວັນ” ເຊີນຮັບຟັງໄດ້.

---(ເພງ)---

ທ່ານຜູ້ຟັງ ທີ່ເຄົາຣົບ ເປັນອັນວ່າ ລາຍການ ຕອບຈມ.ໃນມື້ນີ້ ເວລາກໍໝົດລົງ ພຽງເທົ່ານີ້ Maysoly ຂໍເຊີນທ່ານ ທີ່ສົນໃຈ ຈົ່ງຕິດຕາມຮັບຟັງ ໄດ້ໃໝ່ໃນ ວັນພະຫັດໜ້າ, ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.