ວັນທີ 28 ເດືອນ ມິນາ ປີ 2007
2007.03.28
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ພົບກັນອີກ ຕາມເຄີຽ ໃນລາຍການ ຕອບຈມ. ປະຈຳສັປດາ ຫວັງໃຈ ເປັນ ຢ່າງຍິ່ງວ່າ ທຸກໆ ທ່ານ ຄົງຍັງສະບາຍດີ ຢູ່ຕິເນາະ ເພື່ອບໍ່ເປັນການ ເສັຽເວລາ ຂໍເຊີນທ່ານ ເຂົ້າສູ່ລາຍການເລີຽ.
ຈມ. ສະບັບທຳອິດ ທີ່ Maysoly ຈະນຳມາອ່ານ ສູ່ທ່ານຟັງ ໃນມື້ນີ້ ກໍຄ ຂອງທ່ານ ຜູ້ຟັງ ທີ່ໃຊ້ນາມວ່າ “Siri ເສນຢະຄອນ” ຫຼື ວ່າ “ແສນນະຄອນ” ຖ້າ Maysoly ເວົ້າຜິດ ກໍຂໍອະພັຍນຳ ໃນ ຈມ.ເພີ່ນຂຽນມາ ດັ່ງນີ້:
“ເມື່ອສັປດາ ທີ່ຜ່ານໆມາ ພວກທ່ານ ໄດ້ສເນີ ສາຣະຄະດີ ເຣື່ອງ “ Thai Dum” ຊຶ່ງພວກເຮົາ ໄດ້ຮັບຟັງ ທຸກໆ ວັນຈັນ. ຂ້າພະເຈົ້າ ຢາກສເນີວ່າ ຫລັງຈາກ ສາຣະຄະດີເຣື່ອງ “Thai Dum” ຈົບລົງ ໄປແລ້ວ ຢາກໃຫ້ ພວກທ່ານ ຄົ້ນຄວ້າ ກ່ຽວກັບເຣື່ອງ “ຊາວເຜົ່າ Hmong” ມາເປັນ ສາຣະຄະດີ ສູ່ຟັງແດ່ ຂ້າພະເຈົ້າ ຄິດວ່າ ຖ້າພວກເຮົາ ໄດ້ຮຽນຮູ້ ເຖິງທີ່ມາ ຂອງພວກເພີ່ນ ຄົງຈະດີຫລາຍ.”
ທີ່ກ່າວມານີ້ ກໍຄື ຂໍ້ສເນີ ຂອງທ່ານ “Siri Saeanyakone”. ໃນຂໍ້ສເນີ ຂອງທ່ານ ທີ່ເວົ້າມາ ເຖິງຢ່າງໃດ ກໍ່ດີ ທາງວິທຍຸ ເອເຊັຽເສຣີ ກໍມີຈຸດປະສົງ ຢູ່ແລ້ວ ທີ່ຢາກຄົ້ນຄວ້າ ເຣື່ອງດີໆ ທີ່ມີສາຣະ ມາສເນີ ແກ່ ທ່ານຜູ້ຟັງ ໂດຍສະເພາະ ຖ້າຈະເວົ້າເຖີງ ຄວາມເປັນມາ ຂອງຊົນເຜົ່ານ້ອຍ ທີ່ຢູ່ລາວ ແລ້ວ ຄົງຈະໃຊ ້ເວລາດົນແດ່ ເພາະຢູ່ລາວ ກໍມີຫລາຍ ຊົນຊາດ-ຊົນເຜົ່າ ຖ້າ Maysoly ຈຳບໍ່ຜິດ ຄົງຈະມີເຖິງ 60-70 ຊົນເຜົ່າ ພຸ້ນລ່ະ. ຢ່າງໃດກໍຕາມ ຂໍຂອບໃຈ ທີ່ທ່ານໃຫ້ ຄວາມສົນໃຈ ແລະ ຕິດຕາມ ຮັບຟັງ ລາຍການ ສາຣະຄະດີ ເຣື່ອງ “ໄທດຳຢູ່ຊຽງຄານ” ຊຶ່ງພວກເຮົາ ຢາກຈະບອກ ພວກທ່ານວ່າ ຍັງມີອີກ ພາກ ຫລາຍຕອນ ທີ່ໜ້າສົນໃຈ ມາສເນີ ແກ່ທ່ານ ຜູ້ຟັງອີກ ຂໍເຊີນຕິດຕາມ ຮັບຟັງໄດ້ ທຸກໆ ວັນຈັນ ກໍແລ້ວກັນເນາະ.
ຈມ.ສະບັບຕໍ່ໄປ ກໍຄືຂອງທ່ານ “ຄຳຜາຍ ມິ່ງບຸບຜາ” ຂຽນຈາກເມືອງ Amarillo ຣັດ Texas ໃນ ຈມ. ເພີ່ນຂຽນມາ ດັ່ງນີ້:
“ສະບາຍດີ ພີ່ນ້ອງລາວ ທີ່ຮັກແພງ, ຂ້ອຍ ຟັງວິທຍຸ ຂອງພວກທ່ານ ເປັນເວລານານ ກວ່າ 10 ປີແລ້ວ ( ອັນນີ້ແນ່ໃຈບໍ່ນໍ ເພາະ RFA. ຫາກໍ່ອອກອາກາດ ຍັງບໍ່ໄດ້ 10 ປີເທື່ອ ) ຢ່າງໃດກໍຕາມ ໃນຈມ. ເພີ່ນ ບອກອີກວ່າ ໄດ້ຮັບຟັງທຸກໆ ມື້ ເປັນປະຈຳ ທຸກຢ່າງເຫັນວ່າ ມີປໂຍດ ຕໍ່ພີ່ນ້ອງຮ່ວມຊາດ ຂອງເຮົາ ທັງພາຍ ໃນ ແລະ ພາຍນອກ ປະເທດ ທີ່ຂຽນຈມ. ມາໃນມື້ນີ້, ກໍຢາກຂໍຮ້ອງໃຫ້ ທ່ານ ຊ່ວຍຈັດເພັງ “ລູກຫຼານລາວ” ໃຫ້ຟັງແດ່ ແລະ ຂໍໃຫ້ເປີດຕັ້ງແຕ່ ດົນຕຣ ີຂຶ້ນຕົ້ນໄປ ຈົນຈົບເພັງ ພ້ອມດ້ວຍ ດົນຕຣີທ້າຍເພັງ ນຳດ້ວຍ. ເພາະ ທີ່ຜ່ານມານັ້ນ, ສັງເກດເຫັນວ່າ ທ່ານພິທິກອນ ມັກຈະເວົ້າລັດ ຂຶ້ນກ່ອນໆ ທີ່ດົນຕຣີທ້າຍ ເພັງຈົບ ເພື່ອວ່າ ຂ້າພະເຈົ້າ ຈະໄດ້ນຳເອົາເພັງນີ້ ໄປໃຫ້ເຍົາວະຊົນລາວ ຮ້ອງ ໃນບຸນປີໃໝ່ລາວ ທີ່ຈະມາເຖິງ ໃນມໍ່ໆ ນີ້. ແລະ ຂໍອວຍພອນ ໃຫ້ພີ່ນ້ອງທີມງານ AFA. ທຸກໆທ່ານ ຈົ່ງ ປາສຈາກ ໂຣກພັຍ ໄຂ້ເຈັບ ມີອາຍຸໝັ້ນຂວັນຍືນ ຕລອດໄປ.”
ເອົາລ່ະທ່ານ ຜູ້ຟັງ ທີ່ເຄົາຣົບ ພໍເວົ້າ ມາເຖິງຕອນນີ້ ເພື່ອຕອບສນອງ ຕາມຄຳຮ້ອງຂ ໍຂອງທ່ານ “ຄຳຜາຍ ມິ່ງບຸບຜາ” ທີ່ ຢາກໃຫ້ຈັດເພັງ “ລູກຫລານລາວ” ສູ່ຟັງ. ສະນັ້ນ, Maysoly ກໍຍິນດີ ຈະຈັດໃຫ້ ເພື່ອປໂຍດ ແກ່ສັງຄົມລາວ ເຮົາເນາະ. ສະນັ້ນ, ເພື່ອບໍ່ເສັຽເວລາ ເຊີນພົບກັບເດັກຊາຍ “Virrot Sundara” ໄດ້ເລີຽ. ມາໃນ ເພັງໃຫ້ຊື່ວ່າ “ລູກຫລານລາວ”. ເຊີນຮັບຟັງໄດ້.
-(ເພັງ)-
ເປັນແນວໃດ ທ່ານຜູ້ຟັງ ທີ່ເຄົາຣົບ ເພັງ “ລູກຫລານລາວ” ທີ່ຈົບລົງໄປນັ້ນ ເປັນຕາໜ້າ ຮັກໜ້າຟັງບໍ່ ໂດຍສະເພາະ ” ທ່ານຄຳຜາຍ ມິ່ງບຸບຜາ ” ຄົງຈະເປັນທີ່ພໍໃຈ ແລ້ວຕີ້ເນາະ ຢ່າລືມ ອັດໄວ້ເດີ້ ທີ່ຈັດອອກ ໃຫ້ມື້ນີ້ ຖືວ່າເປັນພິເສດ ເພາະບໍ່ມີສຽງເວົ້າ ຂອງພິທີກອນ ທັງຂຶ້ນ ແລະ ລົງທ້າຍ ແລະ ຍັງຈະມີເພັງ ແຖມທ້າຍ ໃຫ້ອີກເພັງນຶ່ງ ຢ່າລືມຕຽມ ເຄື່ອງອັດ ກໍແລ້ວກັນ.
ທ່ານ ຜູ້ຟັງທີ່ເຄົາຣົບ E-mail ສະບັບຕໍ່ໄປ ທີ່ Maysoly ຈະນຳມາອ່ານ ສູ່ທ່ານຟັງ ຕໍ່ໄປກໍຄ ຂອງທ່ານ “ນະ ຫາດຊາຍຟອງ” ຂຽນຈາກ ປະເທດລາວ ໃນ E-mail ເພີ່ນ ຂຽນມາດັ່ງນີ້:
“ສະບາຍດີ Maysoly ຂ້າພະເຈົ້າ ຍັງຕິດຕາມຮັບຟັງ RFA. ເກືອບທຸກໆ ມື້ ແຕ່ຖ້າມື້ໃດ ບໍ່ມີເຣື່ອງ ສຳຄັນ ກໍຈະບໍ່ຄ່ອຍ ໄດ້ຂຽນ ຈມ ມາຮ່ວມໃນລາຍການ. ເຊັ່ນດຽວກັນ ຈຸດປະສົງ ທີ່ຂຽນມາ ໃນມື້ນີ້ ກໍເນື່ອງຈາກ ວ່າມີເຣື່ອງ ທີ່ສຳຄັນ ຢາກ ຈະເລົ່າສູ່ຟັງ ຄື ເຣື່ອງກ່ຽວກັບ ພຣະພຸທຮູບ ເກົ່າແກ່ ຊຶ່ງເປັນ ມໍຣະດົກ ຂອງຄົນລາວ ມາຕັ້ງແຕ່ ສມັຍບູຮານ ທີ່ຖຶກລັກຂະໂມຍ ໄປຂາຍ ໃຫ້ປະເທດ ເພື່ອນບ້ານ ແລະ ພວກພໍ່ຄ້າ ເຄື່ອງບູຮານ ຈະນຳໄປ ຂາຍໃນລາຄາແພງ ຕໍ່ໃນ ຕ່າງປະເທດ. ຂ້າພະເຈົ້າ ຄົ້ນພົບວ່າ ມີ ພຣະພຸທຮູບ ເກົ່າແກ່ ຂອງລາວ ຖຶກນຳໄປ ໂຄສນາຂາຍ ໃນ ປະເທດ ເພື່ອນບ້ານ ຢ່າງເປີດແປນ. ຂ້າພະເຈົ້າ ເຂົ້າໃຈວ່າ ພຣະພຸທຮູບ ເກົ່າແກ່ ຂອງລາວ ສ່ວນນີ້ ແມ່ນຖຶກລັກລອ ບຂົນຈາກລາວ ຂ້າມໄປ ຝັ່ງໄທ. ຂ້າພະເຈົ້າ ເປັນຫ່ວງວ່າ ອີກບໍ່ດົນ ພຣະພຸທຮູບ ທີ່ເປັນຄູ່ບ້ານ ຄູ່ເມືອງຂອງລາວ ຈະບໍ່ມີຫລົງເຫລືອ ອີກແລ້ວ. ສະນັ້ນ ພວກເຮົາ ຄົນລາວ ທຸກຖ້ວນໜ້າ ຄວນຈະຮຽກຮ້ອງ ຕໍ່ຣັຖບານລາວ ໃຫ້ເພີ່ນຫັນມາ ໃຫ້ຄວາມສົນໃຈ ປົກປ້ອງ ພຣະພຸທຮູບ ເກົ່າແກ ່ຂອງບ້ານເມືອງເອົາໄວ້.”
ທີ່ກ່າວມານີ້ ກໍຄືເນື້ອໃນ ໃຈຄວາມໃນ E-mail ຂອງ ທ່ານ “ຫາດຊາຍຟອງ”. ຂໍຂອບໃຈ ທີ່ທ່ານ ໄດ້ເລົ່າ ເຣື່ອງສູ່ຟັງ ເຣື່ອງທີ່ ທ່ານເວົ້າມານັ້ນ Maysoly ກໍໄດ້ເຂົ້າໄປ ກວດເບີ່ງໃນ web site ທີ່ມີຊື່ວ່າ azibaza.com ຊຶ່ງກໍເຫັນ ມີຮູບພຣະ ພຸທຮູບລາວ ຫລາຍກວ່າ 50 ອົງ ໂຄສນາຂາຍຢູ່ໃນ web site ສ່ວນລາຄາ ນັ້ນ ກໍມີຕັ້ງແຕ່ 1,000 dollar ຂຶ້ນໄປເຖິງ 6,000 dollar ສະຫະຣັດ. ພຣະ ພຸທຮູບ ທີ່ວ່ານີ້ ມີອາຍຸແຕ່ 100 ປີຂຶ້ນໄປ ຫາ 400 ປິ. ຕາມທີ່ເພີ່ນຂຽນໄວ້ ແຕ່ກໍ່ບໍ່ມີ ແຕ່ພຣະພຸທຮູບ ຂອງລາວ ເທົ່ານັ້ນດອກ, ຍັງມີພຣະພຸທຮູບ ຈາກຫລາຍໆ ປະເທດ ໃນເອເຊັຽ. ຖ້າຈະເວົ້າແລ້ວ ກໍ່ໜ້າແປກໃຈ ຄືກັນ Maysoly ບໍ່ເຄີຽຮູ້ມາກ່ອນ ວ່າ ເມືອງລາວ ຈະມີພຣະພຸທຮູບ ເກົ່າແກ່ ່ເຖີງຂນາດນີ້. ເຄີຽເຫັນ ແຕ່ພຣະພຸທ ຮູບເກົ່າແກ່ ທີ່ເພີ່ນບອກວ່າ ຄົ້ນພົບຢູ່ຖ້ຳປາຝາ ເມືອງທ່າແຂກ ແຂວງຄຳມ່ວນ ເມື່ອບໍ່ນານມານີ້. ຄິດວ່າ ພຣະພຸທຮູບ ທີ່ຖຶກນຳມາ ໂຄສນາຂາຍໃນ Internet ທີ່ວ່ານີ້ ຄົງບໍ່ແມ່ນ ເອົາມາຈາກຖ້ຳ ປາຝາ ຕິເນາະ ຫຼື ທ່ານ ຜູ້ຟັງມີ ຄວາມຄິດເຫັນ ແນວໃດ?.
ທ່ານຜູ້ຟັງທີ່ເຄົາຣົບ ພໍເວົ້າມາເຖິງຕອນນີ້, ເວລາແຫ່ງລາຍ ການຕອບຈມ. ກໍໃກ້ຈະໝົດລົງແລ້ວ. ສະນັ້ນ, ກ່ອນຈາກກັນ ໃນມື້ນີ້ Maysoly ຂໍເຊີນທ່ານ ພົບກັບທ້າວ Virrot Sundara ອີກເທື່ອນຶ່ງ ມາໃນເພັງ ທີ່ມີຊື່ວ່າ“ດີໃຈ“ ເຊີນຮັບຟັງໄດ້.
-(ເພັງ)-
ທີ່ຈັບລົງໄປນັ້ນ ກໍຄືເພັງທີ່ມີຊື່ວ່າ "ດີໃຈ" ຂັບຮ້ອງໂດຍ Virrot Sundara ທີ່ ປະເທດ ຝຣັ່ງເສດ ເປັນອັນວ່າ ລາຍການ ໃນມື້ນີ້ ເວລາ ກໍໝົດລົງ ພຽງເທົ່ານີ້ແລ້ວ ຂໍເຊີນທ່ານທີ່ສົນໃຈ ຈົ່ງຕິດຕາມຮັບຟັງໄດ້ໃໝ່ ໃນ ວັນພະຫັດໜ້າ. ສະບາຍດີ.
ຈັດສເນີທ່ານ ໂດຍ: ໄມສຸຣີ
ຕອບຈົດໝາຍສັປະດາຜ່ານມາ
- ວັນທີ 21 ເດືອນ ມິນາ ປີ 2007
- ວັນທີ 14 ເດືອນ ມິນາ ປີ 2007
- ວັນທີ 7 ເດືອນ ມິນາ ປີ 2007
- ວັນທີ 28 ເດືອນ ກຸມພາ ປີ 2007
- ວັນທີ 21 ເດືອນ ກຸມພາ ປີ 2007
- ວັນທີ 14 ເດືອນ ກຸມພາ ປີ 2007
- ວັນທີ 7 ເດືອນ ກຸມພາ ປີ 2007
- ວັນທີ 31 ເດືອນ ມົກກະຣາ ປີ 2007
- ວັນທີ 24 ເດືອນ ມົກກະຣາ ປີ 2007
- ວັນທີ 17 ເດືອນ ມົກກະຣາ ປີ 2007
- ວັນທີ 10 ເດືອນ ມົກະຣາ ປີ 2007
- ວັນທີ 3 ເດືອນ ມົກກະຣາ ປີ 2007
- ວັນທີ 20 ເດືອນ ທັນວາ ປີ 2006
- ວັນທີ 13 ເດືອນ ທັນວາ ປີ 2006
- ວັນທີ 6 ເດືອນ ທັນວາ ປີ 2006
- ວັນທີ 29 ເດືອນ ພຶສະຈິກາ ປີ 2006
- ວັນທີ 22 ເດືອນ ພຶສະຈິກາ ປີ 2006
- ວັນທີ 15 ເດືອນ ພຶສະຈິກາ ປີ 2006
- ວັນທີ 8 ເດືອນ ພຶສະຈິກາ ປີ 2006
- ວັນທີ 1 ເດືອນ ພຶສະຈິກາ ປີ 2006
- ວັນທີ 25 ເດືອນ ຕຸລາ ປີ 2006
- ວັນທີ 18 ເດືອນ ຕຸລາ ປີ 2006
- ວັນທີ 11 ເດືອນ ຕຸລາ ປີ 2006
- ວັນທີ 4 ເດືອນ ຕຸລາ ປີ 2006
- ວັນທີ 27 ເດືອນ ກັນຍາ ປີ 2006